Consulate General of China in Luang Prabang

Call Website Contact the organization

Consulate General of China in Luang Prabang ຍິນດີຕ້ອນຮັບທຸກທ່ານຕິດຕາມເຟດບຸກຂອງສະຖານກົງສູນໃຫຍ່ ສປ ຈີນປະຈໍາຫຼວງພະບາງ!

04/11/2026
04/11/2026
ທ່ານ ຫວາງ​ຢີ້ ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ໄທ,ລາວແລະ​ມຽນ​ມາ​ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ພາຍ​ໃຕ້​ຂອບ...
04/11/2026

ທ່ານ ຫວາງ​ຢີ້ ​ໄດ້​ພົບ​ປະ​ກັບ​ຜູ້​ນຳ​ໄທ,ລາວແລະ​ມຽນ​ມາ​ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ພາຍ​ໃຕ້​ຂອບການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ຄັ້ງ​ທີ 11 ຢູ່​ຈີນ
ວັນ​ທີ 3 ພະ​ຈິກ​ນີ້, ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້​ພົບ​ປະ​ກັບ​ທ່ານ ​ສີ​ຫະ​ສັກ ພວງ​ເກດ​ແກ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ທ່ານ ອອງ​ຢໍ​ໂຮ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແຫ່ງ​ຊາດ,ການ​ລົງ​ທຶນ​ແລະ​ການ​ພົວ​ພັນ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ​ມຽນ​ມາ​ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ພາຍ​ໃຕ້​ຂອບການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 11 ຢູ່​​ຈີນ.
ໃນ​​ການ​ພົບ​ປະ​ກັບ​ທ່ານ ​ສີ​ຫະ​ສັກ ພວງ​ເກດ​ແກ້ວ, ທ່ານ ຫວາງ​ຢີ້ ສະ​ແດງ​ຄວາມຍິນ​ດີ​​ຈະເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ທາງ​ຍຸ​ດ​ທະ​ສາດ​ກັບ​ໄທ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ,ຊຸກ​ຍູ້​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ໄທ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ທ່ານ ​ສີ​ຫະ​ສັກ ພວງ​ເກດ​ແກ້ວ ກ່າວ​ວ່າ​: ໄທ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ຝ່າຍ​ໃຫ້​ດີ ແລະຊຸກ​ຍູ້​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ໄທ-ຈີນ.
ໃນ​​ການ​ພົບ​ປະ​ກັບ​ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ທ່ານ ຫວາງ​ຢີ້ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ອັນ​ສຳ​ຄັນ​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ​ໃຫ້​ດີ,ຊຸກ​ຍູ້​ການ​ສ້າງ​​ຄູ່​ຮ່ວມຊາ​ຕາ​ກຳ​ຈີນ-ລາວ​ຢ່າງ​ໜັກ​ແໜ້ນ​ແລະຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ສຸກ​ຂອງ​ພາກ​ພື້ນ.
ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ຈະ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ໂດຍ​ອີງ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ.
ໃນການ​ພົບ​ປະ​ກັບ​ທ່ານ ອອງ​ຢໍ​ໂຮ, ທ່ານ ຫວາງ​ຢີ້ ກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ບັນ​ລຸ​ຄວາມ​ປອງດອງ​​ທາງ​ດ້ານ​ການ​ເມືອງ,ຍິນ​ດີ​​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​​ກັບ​ມຽນ​ມາເພື່ອຊຸກ​ຍູ້​ການ​ສ້າງ​ຄູ່ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​ໃຫ້​​ລົງສູ່​ລວງ​ເລິກ​ແລະເປັນ​ຮູບ​ປະ​ທຳ.
ທ່ານ ອອງ​​ຢໍ​ໂຮ ກ່າວ​ວ່າ: ມຽນ​ມາ​ຍິນ​ດີ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ໄປ​ລົ​ງ​ທຶນ​ຢູ່​ມຽນ​ມາ​ໃຫ້​ຫຼາຍກວ່າ​ເກົ່າ.

ມະ​ຕິຂອງ​ຈີນ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ​ທີ່​ຈີນ​ສະ​ເໜີ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າ...
03/11/2026

ມະ​ຕິຂອງ​ຈີນ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ​ທີ່​ຈີນ​ສະ​ເໜີ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ
ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ວັນ​ທີ 2 ພະ​ຈິກ​ນີ້, ທ່ານນາງ ເໝົາ​ນິງ ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​​ດ້ານ​ການ​ຫຼຸດ​ຜ່ອນ​ອາ​ວຸດ​ແລະຄວາມ​ໝັ້ນ​ຄົງ​ສາ​ກົນ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 81 ໄດ້​ລົງ​ຄະ​ແນນ​ສຽງ​​ຮັບ​ຮອງ​ເອົາ​ “ມະ​ຕິ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ສາ​ກົນ” ທີ່​ຈີນ​ຍື່ນ​ໃຫ້. ນີ້​ແມ່ນຄັ້ງ​ທີ 4 ນັບ​ແຕ່​ປີ 2021 ທີ່​ຈີນ​ຍື່ນ​ມະ​ຕິ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ​ໄປ​ຍັງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ມະ​ຕິ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ສ້າງ​ຄວາມ​ສົມ​ດຸນ​ລະ​ຫວ່າງການ​ພັດ​ທະ​ນາ​ກັບ​ຄວາມ​ໝັ້ນ​ຄົງ,ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍກົດ​ໝາຍ​ຂອງ​ປ​ະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ,ຮຽກ​ຮ້ອງ​ໃຫ້​​ທຸກ​ປະ​ເທດ​ນຳ​ໃຊ້​ມາດ​ຕະ​ການ​ທີ່​ແທ້​ຈິງ​​ເພື່ອຊຸກ​ຍູ້​ການຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໂດຍ​ສັນ​ຕິ,ຫຼີກ​ລ່ຽງບໍ່​ໃຫ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ທີ່​ບໍ່​ສອດ​ຄ່ອງ​ກັບພັນ​ທະສາ​ກົນ​ຂອງ​ປະ​ເທດ​ຕົນ. ມະ​ຕິ​ດັ່ງ​ກ່າວ​ຍັງ​ໄດ້​ຕົກ​ລົງ​ຈະ​ສືບ​ຕໍ່​​ພິ​ຈາ​ລະ​ນາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໃນກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

30/10/2026

ສະຫາຍວັນໄຊ ພອງສະຫວັນ ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ XX ຂອງພັກຄອມມູນິດຈີນ
ຕອນເຊົ້າວັນທີ 30 ຕຸລານີ້, ທີ່ຄະນະກວດກາສູນກາງພັກ,ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງສະຫາຍນາງ ຟ່າງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເພື່ອແຈ້ງຂ່າວຜົນສຳເລັດຂອງ ກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງສູນກາງພັກຄອມມູນິດຈີນ ສະໄໝທີ XX.
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ຕີລາຄາສູງຕໍ່ໝາກຜົນຂອງກອງປະຊຸມ ທີ່ໄດ້ສະຫຼຸບຕີລາຄາຜົນງານການຊີ້ນຳ-ນຳພາຂອງພັກຄອມມູນິດຈີນ ຕະຫຼອດ 105 ປີຜ່ານມາ ພາຍໃຕ້ການນຳພາຂອງ ສະຫາຍ ສີ ຈິ້ນຜິງ ທີ່ເປັນແກນກາງ; ພ້ອມທັງຊົມເຊີຍມາດຕະການປາບປາມການສໍ້ລາດບັງຫຼວງ ຜ່ານກົນໄກ "ລະບຽບເຫຼັກ" (ລະບຽບ 8 ຂໍ້) ທີ່ເຮັດໃຫ້ພະນັກງານ ແລະ ປະຊາຊົນຈີນ ຖືເປັນສິ່ງທີ່ "ບໍ່ຄິດ, ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກລະເມີດ".
ສະຫາຍ ວັນໄຊ ພອງສະຫວັນ ກ່າວເນັ້ນວ່າ: ໃນຖານະເພື່ອນມິດຍຸດທະສາດທີ່ໃກ້ຊິດ, ຝ່າຍລາວພ້ອມແລ້ວທີ່ຈະສຶກສາຮໍ່າຮຽນ "7 ຍຶດໝັ້ນ ແລະ 9 ມາດຕະການ"ຂອງພັກຄອມມູນິດຈີນມາໝູນໃຊ້ເຂົ້າໃນວຽກງານກວດກາພັກ-ລັດ ຜ່ານ 3 ທິດທາງສຳຄັນ ຄື: ໜຶ່ງ, ການຫັນເປັນຕົວຈິງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ 3 ຂອງສູນກາງພັກປປລາວ ວ່າດ້ວຍການສະກັດກັ້ນ, ຕ້ານພະຍາດອາດຍາສິດ ແລະຕ້ານການສໍ້ລາດບັງຫຼວງ.ສອງ, ປ່ຽນແປງວິທີການກວດກາວຽກງານຕິດຕາມກວດກາຈະເນັ້ນການປ້ອງກັນ ແລະ ສະກັດກັ້ນ ບໍ່ແມ່ນການຈັບຜິດ ແຕ່ກວດກາເພື່ອເຫັນດ້ານດີ ແລະ ຂໍ້ຄົງຄ້າງມາແກ້ໄຂຢ່າງເຂັ້ມງວດ ແລະ ສາມ, ການແລກປ່ຽນຜູ້ຊ່ຽວຊານສະແດງຄວາມຍິນດີຕ້ອນຮັບຄະນະຊ່ຽວຊານຈາກ ສປ ຈີນ ທີ່ຈະມາເຜີຍແຜ່ເນື້ອໃນມະຕິ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງ ສປປ ລາວ.
ໃນຕອນທ້າຍ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ກ່າວວ່າຈະຮີບນຳເອົາເນື້ອໃນນີ້ລາຍງານຕໍ່ ສະຫາຍ ເລຂາທິການໃຫຍ່ ຮັບຊາບ, ພ້ອມທັງອວຍພອນໃຫ້ ສະຫາຍ ນາງ ຟ່າງ ຫົງ ປະຕິບັດໜ້າທີ່ການທູດດວ້ຍຜົນສຳເລັດຢ່າງຈົບງາມ ເພື່ອເສີມສ້າງສາຍພົວພັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

30/10/2026
27/10/2026

快来看看!老挝北部华校“开学第一课”暨中老友谊歌曲大合唱新鲜出炉了!
我们的宗旨是以歌为桥,中老同心。视频中展示的是琅勃拉邦省中华学校学生们的精彩瞬间。让我们一起为他们加油点赞吧!

27/10/2026

ມາເບິ່ງກັນເລີຍ! ວີດີໂອກິດຈະກຳ"ບົດຮຽນທຳອິດຂອງມື້ໄຂສົກຮຽນ" ຂອງໂຮງຮຽນພາສາຈີນໃນພາກເໜືອຂອງລາວ ພ້ອມການຮ້ອງເພງປະສານສຽງເພງມິດຕະພາບລາວ-ຈີນ ໄດ້ອອກມາໃຫ້ທຸກຄົນໄດ້ຮັບຊົມກັນແລ້ວ. ພວກເຮົາມີຈຸດປະສົງໃຊ້ບົດເພງເປັນຂົວເຊື່ອມສາຍສຳພັນ ເພື່ອໃຫ້ລາວ-ຈີນມີຈິດໃຈກົມກຽວເປັນໜຶ່ງດຽວກັນ.
ວິດີໂອນີ້ໄດ້ສະແດງພາບບັນຍາກາດອັນໜ້າປະທັບໃຈຂອງນັກຮຽນໂຮງຮຽນ ພັດທະນາ ນະຄອນຫລວງພະບາງ ແຂວງຫຼວງພະບາງ. ມາຮ່ວມກັນສົ່ງກຳລັງໃຈ ແລະກົດຖືກໃຈໃຫ້ພວກນ້ອງໆກັນເລີຍ!

26/10/2026

快来看看!老挝北部华校“开学第一课”暨中老友谊歌曲大合唱新鲜出炉了!
我们的宗旨是以歌为桥,中老同心。视频中展示的是乌多姆赛省寮北华文学校学生们的精彩瞬间。让我们一起为他们加油点赞吧!

26/10/2026

ມາເບິ່ງກັນເລີຍ! ວີດີໂອກິດຈະກຳ"ບົດຮຽນທຳອິດຂອງມື້ໄຂສົກຮຽນ" ຂອງໂຮງຮຽນພາສາຈີນໃນພາກເໜືອຂອງລາວ ພ້ອມການຮ້ອງເພງປະສານສຽງເພງມິດຕະພາບລາວ-ຈີນ ໄດ້ອອກມາໃຫ້ທຸກຄົນໄດ້ຮັບຊົມກັນແລ້ວ. ພວກເຮົາມີຈຸດປະສົງໃຊ້ບົດເພງເປັນຂົວເຊື່ອມສາຍສຳພັນ ເພື່ອໃຫ້ລາວ-ຈີນມີຈິດໃຈກົມກຽວເປັນໜຶ່ງດຽວກັນ.
ວິດີໂອນີ້ໄດ້ສະແດງພາບບັນຍາກາດອັນໜ້າປະທັບໃຈຂອງນັກຮຽນໂຮງຮຽນ ລາວ-ຈີນລຽວເປີຍ. ມາຮ່ວມກັນສົ່ງກຳລັງໃຈ ແລະກົດຖືກໃຈໃຫ້ພວກນ້ອງໆກັນເລີຍ!

Address

PhongKham Village, Luang Prabang City, Luang Prabang Province
Lao Pdr

Alerts

Be the first to know and let us send you an email when Consulate General of China in Luang Prabang posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Consulate General of China in Luang Prabang:

Shortcuts

Share