09/06/2025
ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫຼວງພະບາງ
ຂ່າວການເຄື່ອນໄຫວວຽກງານຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫຼວງພະບາງ
09/06/2025
27/03/2025
📢 ແຈ້ງການ 👉 ມີສະຕິຍ່າຫລົງເຊື່ອຕໍ່ກັບການໂຄສະນາຊວນເຊື່ອຂອງບຸກຄົນ ຜ່ານທາງສື່ສັງຄົມອອນລາຍ ທີ່ຮັບແລ່ນຄົນໄປເຮັດວຽກຢູ່ຕ່າງປະເທດ .
👉 ລາຍລະອຽດບໍລິສັດທີໄດ້ຮັບອານຸຍາດໃນການຈັດສົ່ງແຮງງານ ລຸ່ມຄອມເມັ້ນ👇.
26/02/2025
19/02/2025
19/02/2025
ປີ 2024 ສົ່ງເສີມແຮງງພາຍໃນໄດ້ 26,000 ກວ່າຄົນ, ສົ່ງແຮງງານໄປຕ່າງປະເທດເກືອບ 1 ແສນຄົນ ແລະ ຍັງມີຜູ້ຕ້ອງການໄປຕ່າງປະເທດ 128,000 ກວ່າຄົນ
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ກອງປະຊຸມສະຫລຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ປະຈຳປີ 2024 ວັນທີ 18 ກຸມພາ 2024 ນີ້ວ່າ: ໃນ 1 ປີຜ່ານມາ ສາມາດພັດທະນາສີມືແຮງງານໃໝ່ໄດ້ຫຼາຍກວ່າ 34,300 ຄົນ; ຈັດ ແລະ ສົ່ງເສີມຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນ 44 ສາຂາອາຊີບ ແລະ ສາຂາອາຊີບໃນລະດັບຕ່າງໆ ໄດ້ 1,556 ຄົນ; ສົ່ງເສີມການຈັດຫາວຽກເຮັດງານທຳໄດ້ຫຼາຍກວ່າ 124,530 ຄົນ, ແຮງງານຢູ່ພາຍໃນໄດ້ 26,500 ກວ່າຄົນ , ແຮງງານຕ່າງປະເທດ 97,950 ກວ່າຄົນ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນຫຼາຍກວ່າ 11,460 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານຢູ່ຕ່າງປະເທດຫຼາຍກວ່າ 128,270 ຄົນ.
ກະຊວງແຮງງານ ໄດ້ສົມທົບກັບຄະນະກໍາມະການແຮງງານແຫ່ງຊາດ ຄົ້ນຄວ້າປັບປຸງຄ່າຄອງຊີບຂອງຜູ້ອອກແຮງງານ ເປັນ 900,000 ກີບ ບວກກັບ ຄ່າແຮງງານຂັ້ນຕໍ່າ 1,600,000 ກີບ ລວມເປັນ 2,500,000 ກີບ ໂດຍບໍ່ລວມຄ່າສະຫວັດດີການດ້ານອື່ນໆ; ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມລະບຽບການ ໂດຍໄດ້ໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ຢູ່ບັນດາຫົວໜ່ວຍແຮງງານ; ຊຸກຍູ້ຫົວໜ່ວຍແຮງງານເຮັດສັນຍາແຮງງານໄດ້ 395 ແຫ່ງ; ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານ 47 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ 45 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານ ນຳພາຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບປະຈຳປີ 48 ແຫ່ງ; ໃຫ້ຄຳປຶກສາທາງດ້ານກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການຄຸ້ມຄອງແຮງງານລາວ ໃຫ້ແກ່ຫົວໜ່ວຍແຮງງານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເປັນຕົ້ນ.
https://www.laophattananews.com/archives/224072
#ຂ່າວພາຍໃນລາວພັດທະນາ #ກະຊວງແຮງງານ #ແຮງງານ
____________@____________
ສະໜັບສະໜູນຂ່າວໂດຍ:
INDOCHINA BANK : 020 5855 3117 ສາຍດ່ວນ1551
Daina Pay ພຽງໃຊ້ IB Cool ກໍແບ່ງຈ່າຍໄດ້ທັນທີ
____________@____________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088
11/02/2025
📌 ບໍລິສັດ ໂຮຢາ ລາວ ຈຳກັດ
📢 ເຮົາກັບມາແລ້ວ ເປີດສຳພາດງານ ຮູ້ຜົນທັນທີ📢
ວັນພຸດ ວັນທີ 12 ກຸມພາ 2025
ວັນສຸກ ວັນທີ 14 ກຸມພາ 2025
ວັນເສົາ ວັນທີ 15 ກຸມພາ 2025
*ຝ່າຍຜະລິດ ຫຼາຍກວ່າ 850 ຄົນ (ຈົບມໍ4 ຂຶ້ນໄປກໍສາມາດສະໝັກໄດ້)
ລາຍໄດ້ຕໍ່ເດືອນສະເລ່ຍ 7,000,000 ກີບ
ເງິນເດືອນພື້ນຖານ 2,700,000 ກີບ
ຍິນດີຮັບນັກສຶກສາຈົບໃໝ່ ພ້ອມສອນວຽກໂດຍທີມງານມືອາຊີບ ມີໂອກາດຮຽນວຽກ ແລະ ໄດ້ຝຶກອົບຮົມທີ່ຕ່າງປະເທດ (ຫວຽດນາມ, ໄທ, ຍີ່ປຸນ)
✅ ສະຖານທີສຳພາດ ບໍລິສັດ ໂຮຢາ ລາວ ອາຄານ LNC
📩 Email: [email protected]
📲 Tel&WhatsApp: 020 5559 2984
📍ເຂດພັດທະນາກວມລວມໄຊເສດຖາ, ບ້ານນາໂນ (ທາງ450 ຕັດໄປຫາຫຼັກ21), ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
#ຂ່າວສານແຮງງານແລະສະຫວັດດີການສັງຄົມ
Click here to claim your Sponsored Listing.
Location
Category
Telephone
Website
Address
Luang Prabang
