investlaos.gov.la

Call Website Contact the organization

investlaos.gov.la The Investment Promotion and Management Committee Office “IPO” is an organizational unit with departmental status.

It serves as the secretariat for the Investment Promotion and Management Committee in matters related to investment promotion and management Laos is the best destination for investment in South East Asia.

✨✨ລັດຖະບານ ສປປ ລາວ ກະກຽມຄວາມພ້ອມ ຮ່ວມກັບ ສປ ຈີນ ຍົກລະດັບການພັດທະນາ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ, ດຶ...
29/09/2026

✨✨ລັດຖະບານ ສປປ ລາວ ກະກຽມຄວາມພ້ອມ ຮ່ວມກັບ ສປ ຈີນ ຍົກລະດັບການພັດທະນາ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ, ດຶງດູດການລົງທຶນ✨✨

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026 ທີ່ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ 2026 ພາຍໃຕ້ການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ, ປະທານ ຄະນະກໍາມະການປະສານງານ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໂດຍມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບຈາກ ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ແຂວງຫຼວງນໍ້າທາ ເຂົ້າຮ່ວມແບບຊ້ອງໜ້າ ແລະ ຝ່າຍລະບົບທາງໄກ.

ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ ແມ່ນເພື່ອການຜັນຂະຫຍາຍຂໍ້ຕົກລົງ ຂອງທ່ານ ຮອງນາຍົກ ລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ປະທານ ຄລທ ວ່າດ້ວຍການແຕ່ງຕັ້ງຄະນະປະສານງານຮ່ວມ, ຄະນະກໍາມະການດໍາເນີນງານຮ່ວມ ແລະ ກອງເລຂາຊ່ວຍວຽກ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ສະບັບເລກທີ 044/ຄລທ, ລົງວັນທີ 07 ກັນຍາ 2026. ຊຶ່ງໄດ້ປັບປຸງຄືນ ຄະນະພາຍຫຼັງທີ່ໄດ້ປັບປຸງກົງຈັກ. ກອງປະຊຸມຄະນະກໍາມະການປະສານງານຮ່ວມໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພື່ອທົບທວນຄືນ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ອນຈະກ່າວໄປສູ່ການປຶກສາຫາລືຮ່ວມກັບຝ່າຍຈີນ ຢູ່ເຂດບໍ່ຫານ ຂອງ ສປ ຈີນ.

ນັບແຕ່ ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ເຊັນລົງນາມໃນ “ຂອບແຜນຮ່ວມມື ຮ່ວມກັນໃນວັນທີ 31 ສິງຫາ 2015”, ແຕ່ລະຝ່າຍໄດ້ ສ້າງກົນໄກການປະສານງານລະດັບຕ່າງໆ, ຄະນະກໍາມະການປະຕິບັດງານຝ່າຍລາວ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂອງຕົນ ຊຶ່ງປະກອບດ້ວຍບຸກຄະລາກອນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ກ່ຽວກັບການສ້າງເຂດຮ່ວມມື ໃຫ້ເກີດດອກອອກຜົນ ລວມທັງການປະຊຸມປຶກສາຫາລືກັບ ຝ່າຍຈີນ ຢ່າງເປັນປົກກະຕິ ເພື່ອພ້ອມກັນຊຸກຍູ້ ເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ ໃຫ້ໄດ້ຮັບການພັດທະນາ.

ໃນວັນທີ 12 ຕຸລາ 2024 ລັດຖະບານສອງຝ່າຍ ໄດ້ຕົກລົງເຊັນສັນຍາ ຂອບແຜນຮ່ວມໃນການສ້າງ ເຂດຮ່ວມມືເສດຖະກິດບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ (ສະບັບດັດແກ້) ແລະ ໄດ້ປັບປຸງບາງມາດຕາ ເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ໃນປັດຈຸບັນ,ໃນນັ້ນໄດ້ປັບປຸງເນື້ອທີ່ລວມ ທັງໝົດຈາກເດີມ 2,123 ເຮັກຕາ ມາເປັນ 2,423 ເຮັກຕາ, ໃນນີ້ຝ່າຍລາວຖືເອົາເນື້ອທີ່ ຂສພ ບໍ່ເຕ່ນແດນງາມ 1,640 ເຮັກຕາ ກຳນົດເປັນເຂດຮ່ວມມືເບື້ອງລາວ, ສ່ວນຝ່າຍຈີນ ແມ່ນກໍານົດເອົາ ເຂດບໍ່ຫານ ຈາກເນື້ອທີ່ 483 ເຮັກຕາ ເພີ່ມຂຶ້ນເປັນ 783 ເຮັກຕາ (ປັບປຸງໃໝ່), ສອງຝ່າຍໄດ້ເຫັນດີຕົກລົງ ສ້າງກົນໄກການເຮັດວຽກໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງເຂດຮ່ວມມື 3 ຂັ້ນ ດັ່ງລຸ່ມນີ້:

1) ຄະນະກຳມະການປະສານງານຮ່ວມເຂດຮ່ວມມື ປະທານ: ໂດຍແມ່ນລະດັບຂັ້ນ ຮອງລັດຖະມົນຕີ, ຮອງປະທານ ຄລທ ຜູ້ປະຈໍາການ ແລະ ຝ່າຍຈີນ ແມ່ນ ຂັ້ນທຽບເທົ່າຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ. ແລະ ມີຄະນະຈາກພາກສ່ວນກ່ຽວຂ້ອງຂອງ ກະຊວງ ແລະ ແຂວງ ທັງສອງຝ່າຍ.
2) ຄະນະກຳມະການດໍາເນີນງານຮ່ວມເຂດຮ່ວມມື ຫົວໜ້າຄະນະຝ່າຍລາວ: ໂດຍແມ່ນ ຫົວໜ້າຫ້ອງການ ຄລທ ເປັນຫົວໜ້າດຳເນີນງານຮ່ວມ ທີ່ປະກອບດ້ວຍກະຊວງກ່ຽວຂ້ອງ ແລະ ແຂວງຫຼວງນໍ້າທາ, ສ່ວນຝ່າຍຈີນ ແມ່ນ ອົງການປົກຄອງແຂວງຢຸນນານ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງຢຸນນານ ເປັນຄະນະ.
3) ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມື ສອງຝ່າຍສ້າງຕັ້ງຄະນະກຳມະການຄຸ້ມຄອງຕ່າງຫາກຂອງໃຜລາວຢູ່ໃນເຂດຮ່ວມມື ໂດຍຝ່າຍຈີນແມ່ນ ຄະນະກໍາມະການຄຸ້ມຄອງເຂດຮ່ວມມື ຈີນ-ລາວ, ຝ່າຍລາວແມ່ນ ຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຫຼວງນໍ້າທາ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຜິດຊອບການຄຸ້ມຄອງ ແລະ ດຳເນີນບໍລິຫານວຽກງານປະຈໍາວັນ ແລະ ລາຍງານຕໍ່ຄະນະກໍາມະການດໍາເນີນງານຮ່ວມ ຢ່າງເປັນປົກກະຕິ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຂດຮ່ວມມືຂອງພວກເຮົາ ມີຄວາມຄືບໜ້າໃນການພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນໂຄງລາງພຶ້ນຖານ ເບື້ອງລາວ ຊຶ່ງແມ່ນເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ (ຂສບ) ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ສະແດງອອກ ໃນນື້ອທີ່ສໍາປະທານ 1,640 ເຮັກຕາ, ໄດ້ມີຄວາມຄືບໜ້າໃນການພັດທະນາໂຄງລ່າງພື້ນຖານ ເພື່ອຮອງຮັບການລົງທຶນ ໃນຂະແໜງການຄ້າ, ການບໍລິການ ແລະ ການທ່ອງທ່ຽວ; ມາຮອດປະຈຸບັນ ໄດ້ມີທັງໝົດ: 936 ຫົວໜ່ວຍ ດໍາເນີນກິດຈະການ, ໃນນີ້ປະກອບມີ: 288 ບໍລິສັດ ໃນນີ້ ພາຍໃນ 30 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 2,307,190,000 ຢວນ ແລະ 976,738,560,600 ກີບ; ສ່ວນບັນດາຫ້າງຮ້ານ 648 ຫົວໜ່ວຍ, ພາຍໃນ 158 ຫົວໜ່ວຍ, ໂດຍມີທຶນຈົດທະບຽນ 3,190,497,200 ຢວນ ແລະ 303,947,800,000 ກີບ (ນັບແຕ່ສ້າງຕັ້ງຮອດ 7/2026) ນັບແຕ່ປີ 2017 ຫາ 10/9/2026 ສາມາດຈັດເກັບພັນທະອາກອນເຂົ້າງົບປະມານລັດ ທັງໝົດ: 55,675,150,194 ກີບ.

ສະເພາະໃນປີ 2026 ນີ້ ຄະນະກໍາມະການຄຸ້ມຄອງຮ່ວມເຂດຮ່ວມມືສອງຝ່າຍ ໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ສໍາເລັດໄວ ເພື່ອຈັດຕັ້ງຜັນຂະຫຍາຍວຽກງານເຂດຮ່ວມມືໃນການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການເຂົ້າອອກຂອງພົນລະເມືອງ ລວມທັງສິນຄ້າ ໃຫ້ມີຄວາມສະດວກ ວອງໄວ ສາມາດຕິດຕາມກວດກາຮ່ວມກັນໄດ້ ແລະ ມີການພັດທະນາຢ່າງຕັ້ງໜ້າຕາມທີ່ໄດ້ກໍານົດໄວໃນຂອບແຜນຮ່ວມມື ໃນການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ - ບໍ່ຫານ ສປ ຈີນ.
🌐 ກົດລິ້ງນີ້ : https://shorturl.at/4KOnY
******************

✨✨ Lao PDR and China Prepare to Advance the Boten–Mohan Economic Cooperation Zone and Attract Investment ✨✨

On the morning of 24 September 2026, the Office of the Investment Promotion and Management Committee (IPMC) convened a consultation meeting to prepare for the upcoming meeting of the Joint Coordination Committee for the Boten–Mohan Economic Cooperation Zone, scheduled to take place in October 2026.

The meeting was chaired by H.E. Ms. Phonvanh Outhavong, Deputy Minister , Vice Chairperson of the IPMC, Standing Member and Chairperson of the Joint Coordination Committee for the Boten–Mohan Economic Cooperation Zone. The meeting brought together senior officials and representatives from relevant ministries, agencies and Luang Namtha Province, who participated both in person and virtually.

The meeting aimed to follow up on the Decision of the Standing Deputy Prime Minister and Chairperson of the IPMC, No. 044/IPMC, dated 7 September 2026, on the appointment of the Joint Coordination Committee, Joint Executive Committee and supporting secretariat for the Boten–Mohan Economic Cooperation Zone. The composition of these bodies was recently updated following the restructuring of relevant government institutions.

The upcoming Joint Coordination Committee meeting will provide an important opportunity for the Lao side to review progress, discuss key issues and exchange views in preparation for consultations with the Chinese side in Mohan, China.

Cooperation on the development of the zone dates back to 31 August 2015, when the Governments of the Lao PDR and the People’s Republic of China signed the Joint Cooperation Framework. Since then, both sides have established coordination mechanisms at different levels and appointed representatives from relevant sectors to support the development of the zone. Regular consultations between the Lao and Chinese sides have also been maintained to jointly advance the Boten–Mohan Economic Cooperation Zone.

A further milestone was reached on 12 October 2024, when the two governments signed the Revised Joint Framework Agreement on the Establishment of the Boten–Mohan Economic Cooperation Zone. The revised framework updated a number of provisions to better reflect current conditions and development needs.

Under the revised framework, the total area of the cooperation zone was expanded from 2,123 hectares to 2,423 hectares. The Lao side designated 1,640 hectares of the Boten Beautiful Land Specific Economic Zone as its section of the cooperation zone, while the Mohan section on the Chinese side was expanded from 483 hectares to 783 hectares.

To strengthen the implementation and management of the cooperation zone, the two sides agreed on a three-tier coordination mechanism:

1. Joint Coordination Committee
The Lao side is chaired by the Deputy Minister and Standing Vice Chairperson of the IPMC, while the Chinese side is represented at the equivalent vice-ministerial level of the Ministry of Commerce of China. The Committee also includes representatives from relevant ministries and provincial authorities of both countries.
2. Joint Executive Committee
The Lao side is headed by the Head of the IPMC Office and includes representatives from relevant ministries and Luang Namtha Province. The Chinese side comprises representatives of the Yunnan Provincial Government and relevant provincial authorities.
3. Joint Management Mechanism
Each side has established its own management body within the cooperation zone. On the Chinese side, the zone is managed by the China–Laos Economic Cooperation Zone Management Committee. On the Lao side, the Investment Promotion and Management Committee Office of Luang Namtha Province works with relevant authorities to oversee day-to-day administration and management, with regular reporting to the Joint Executive Committee.

The Boten–Mohan Economic Cooperation Zone has continued to make progress, particularly in infrastructure development on the Lao side. The Boten Beautiful Land Specific Economic Zone, covering a concession area of 1,640 hectares, has steadily developed the infrastructure needed to support investment, particularly in trade, services and tourism.

As of July 2026, a total of 936 business entities were operating in the zone, including 288 companies, of which 30 were domestic enterprises. Their registered capital totaled RMB 2.307 billion and LAK 976.74 billion.

The zone also hosted 648 shops and commercial establishments, including 158 domestic businesses, with registered capital totaling RMB 3.190 billion and LAK 303.95 billion.

From 2017 to 10 September 2026, the zone contributed a total of approximately LAK 55.68 billion in taxes and other fiscal obligations to the state budget.

In 2026, the management bodies of both countries continued their consultations and agreed to accelerate the implementation of key priorities under the cooperation framework.

Going forward, both sides will continue working together to facilitate trade and investment, improve the movement of people and goods across the border, strengthen joint coordination and monitoring, and create a more efficient and enabling environment for businesses and investors.

These efforts are expected to further advance the development of the Boten–Mohan Economic Cooperation Zone in line with the objectives set out in the Joint Cooperation Framework and contribute to deeper economic cooperation between the Lao PDR and China.
🌐 Click Link : https://shorturl.at/WOqYj
-----------------------------------------------------------------------

✨✨ ກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ຈັດຂຶ້ນຢ່າງສົມກຽດ ຢູ່ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປ ຈີນ ✨✨ໜານໜິງ,...
28/09/2026

✨✨ ກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ຈັດຂຶ້ນຢ່າງສົມກຽດ ຢູ່ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປ ຈີນ ✨✨

ໜານໜິງ, ກວາງຊີ, ສປ ຈີນ — ໃນຕອນບ່າຍຂອງວັນທີ 18 ກັນຍາ 2026, ທີ່ ສູນວາງສະແດງສາກົນໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ສປ ຈີນ, ໄດ້ມີການຈັດກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວ ຈັດຂຶ້ນໂດຍ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງເຊກອງ ແລະ ກອງເລຂາ ຈີນ-ອາຊຽນ.

ກອງປະຊຸມໄດ້ຮັບກຽດຢ່າງສູງຈາກ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເປັນປະທານ ແລະ ກ່າວເປີດກອງປະຊຸມ. ໂດຍມີຜູ້ແທນຂັ້ນສູງເຊັ່ນ: ທ່ານ ນ. ຫຼູ ຊິ່ນໜິງ, ກຳມະການປະຈຳພັກ, ຮອງປະທານອົງການປົກຄອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ; ທ່ານ ນ. ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ນ. ສີສະຫງ່າ ແກ້ວດວງດີ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ຜູ້ປະຈຳການ; ພ້ອມດ້ວຍຄະນະ ແລະ ແຂກຖືກ ເຊີນຈາກພາກທຸລະກິດ ລາວ-ຈີນ ເຂົ້າຮ່ວມທັງໝົດ 120 ທ່ານ.

ກອງປະຊຸມດັ່ງກ່າວຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການນໍາໃຊ້ທ່າແຮງ ທາງດ້ານໂລຈິສຕິກ ຢູ່ ສປປ ລາວ ເພື່ອພັດທະນາຕ່ອງໂສ້ມູນຄ່າເພີ່ມ ດ້ານກະສິກໍາ, ການຜະລິດ ແລະ ອຸດສາຫະກໍາ” ແລະ ທ່າແຮງການລົງທຶນຂອງແຂວງເຊກອງ ເຊິ່ງ ສາມາດເຊື່ອມສານ ແລະ ສອດຄ່ອງກັບບັນຍາກາດຂອງການສະເຫຼີມສະຫຼອງຄົບຮອບ 5 ປີ ຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ ເພື່ອສົ່ງເສີມກາລະໂອກາດຂອງການຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນ ສະບັບທີ 3 ເພື່ອຊີວິດທີ່ດີກວ່າເກົ່າ. ພ້ອມທັງເປັນປີສໍາຄັນໃນການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ.ຈີນ ຄົບຮອບ 65 ປີ ແລະ ທັງເປັນປີມິດຕະພາບລາວ-ຈີນ.

ກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ລາວ-ຈີນ ໄດ້ເປັນການເສີມສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ສປ ຈີນ ແລະ ບັນດາແຂວງໃກ້ຄຽງ ຂອງ ສປ ຈີນ ເພື່ອຮັດແໜ້ນການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ ແລະ ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມການພັດທະນາເສດຖະກິດ-ສັງຄົມ. ຄຽງຄູ່ກັນນັ້ນ ກໍ່ເປັນການເຜີຍແຜ່ ຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄື ນະໂຍບາຍສົ່ງເສີມການຄ້າ-ການລົງທຶນຂອງ ສປປ ລາວ ໃຫ້ແກ່ພາກທຸລະກິດ ໄດ້ຮັບຮູ້ ແລະ ເຂົ້າໃຈແນໃສ່ດຶງດູດການຄ້າ-ການລົງທຶນຈາກເຂດດັ່ງກ່າວ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຍິ່ງຂຶ້ນ ພ້ອມທັງແລກປ່ຽນບົດຮຽນດ້ານການພັດທະນາພະລັງງານສະອາດ.

ໃນໄລຍະດໍາເນີນກອງປະຊມ, ບັນດານັກທຸລະກິດ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບກາລະໂອກາດການລົງທຶນ, ການພັດທະນາເສດຖະກິດ ແລະ ທ່າແຮງການລົງທຶນ ຂອງ ແຂວງເຊກອງ, ການເຊື່ອມໂຍງເຊື່ອມຈອດ ແລະ ກາລະໂອກາດການລົງທຶນ, ການພັດທະນາພະລັງງານສະອາດໃນອະນາຄົດ, ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງປະຊາຄົມຮ່ວມສະຕາກຳ ລາວ-ຈີນ ໂດຍຜ່ານການສະໜັບສະໜູນດ້ານການເງິນ ຢູ່ ສປປ ລາວ ແລະ ໄດ້ຈັດເວທີສົນທະນາ ກ່ຽວກັບ ການສ້າງແລວທາງເສດຖະກິດ ລາວ-ຈີນ ໃນຍຸກໃໝ່ ໄປພ້ອມກັບການສ້າງຄູ່ຮ່ວມມື ລະຫວ່າງ ພາກລັດ ແລະ ພາກທຸລະກິດ. ພ້ອມນີ້, ໃນກອງປະຊຸມດັ່ງກ່າວໄດ້ມີການລົງນາມສັນຍາ ຈໍານວນ 3 ສະບັບຄື:
1) ສັນຍາວ່າດ້ວຍການສະໜອງບໍລິການດ້ານການເງິນສະເພາະ ເພື່ອສະໜັບສະໜູນການພັດທະນາຂອງ Service Management Group Co., Ltd. ຕາມແລວທາງລົດໄຟ ລາວ-ຈີນ ລະຫວ່າງ ທະນາຄານ ICBC ສາຂາວຽງຈັນ, ທະນາຄານ ICBC ສາຂາກວາງຊີ ແລະ ບໍລິສັດ Huabaosheng Service Management Group Co., Ltd."
2) ສັນຍາການຮ່ວມມື ແລະ ພັດທະນາອຸດສາຫະກຳທ່ອງທ່ຽວ ລາວ - ຈີນ ລະຫວ່າງ ບໍລິສັດ Inthira group (ລາວ) ແລະ ບໍລິສັດ Guangxi Wangui Investment Co., Ltd;
3) ສັນຍາ ການຮ່ວມມືພັດທະນາສິນຄ້າກະສິກຳເພື່ອສົ່ງອອກ ລະຫວ່າງ China-Laos Impression Investment Co., Ltd (ລາວ) ແລະ Nanning Huarui Agricultural Development Co., Ltd.

ບັນດາໂຄງການທີ່ໄດ້ລົງນາມນາມໃນຄັ້ງນີ້ຖືເປັນຂີດໝາຍອັນສຳຄັນໃນການຍົກລະດັບການພົວພັນຮ່ວມaaດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ບັນດາແຂວງໃກ້ຄຽງ ໃຫ້ກ້າວເຂົ້າສູ່ຮູບແບບທີ່ແທ້ຈິງ. ກອງປະຊຸມໄດ້ອັດລົງດ້ວຍບັນຍາກາດອັນສ້າງສັນ, ມິດຕະພາບ ແລະ ປະສົບຜົນເລັດຕາມຄາດໝາຍທີ່ວາງໄວ້.
🌐 ກົດລິ້ງນີ້ : https://shorturl.at/Ps1ps
*************

✨✨ Lao–China Investment and Trade Promotion Conference Held Gracefully in Guangxi, China ✨✨

NANNING, Guangxi, China — On the afternoon of September 18, 2026, at the Nanning International Convention and Exhibition Center in Guangxi Zhuang Autonomous Region, China, the Lao–China Investment and Trade Promotion Conference was officially convened. The event was jointly organized by the Investment Promotion and Management Committee of the Lao PDR, in collaboration with the Ministry of Industry and Commerce, the Lao National Chamber of Commerce and Industry (LNCCI), the Sekong Provincial Investment Promotion and Management Committee Office, and the China–ASEAN Secretariat.

H.E. Mr. Saleumxay Kommasith, Standing Deputy Prime Minister and Chairman of the Investment Promotion and Management Committee, presided over and delivered the opening address. The conference brought together 120 senior dignitaries and business leaders, including: Ms. Lu Xinning, Member of the Standing Committee and Vice Chairperson of the People’s Government of Guangxi Zhuang Autonomous Region; Ms. Phonvanh Outhavong, Vice Minister and Vice Chairperson of the Investment Promotion and Management Committee and Ms. Sisanga Keodouangdy, Standing Vice Governor of Sekong Province; along with official delegations and distinguished guests from the Lao and Chinese business communities.

The conference was held under the theme: “Leveraging the Lao PDR’s Logistics Potential to Develop Value Chains in Agriculture, Manufacturing, and Industry,” while highlighting the investment potential of Sekong Province. This coincided with key milestones, including the 5th anniversary of the ASEAN–China Comprehensive Strategic Partnership to promote opportunities under the upgraded ASEAN–China Free Trade Area 3.0 (ACFTA 3.0). It also marked a significant year commemorating the 65th anniversary of diplomatic relations between the Lao PDR and the PRC, as well as the 2026 Laos–China Year of Friendship.

The Lao–China Investment and Trade Promotion Conference served as a strategic platform to strengthen networks among business communities from the Lao PDR, China, and neighboring Chinese provinces. It aimed to deepen cooperation in trade, investment, banking and financial services, clean energy, and other supporting socio-economic sectors. Additionally, it provided an opportunity to disseminate information regarding the Lao PDR’s socio-economic development, investment climate, and promotion policies to raise awareness, attract greater foreign direct investment, and facilitate knowledge exchange in clean-energy development.

During the conference, delegates and business representatives attended presentations on trade and investment promotion policies and engaged in constructive discussions on investment opportunities, economic development, and the resource potential of Sekong Province; regional connectivity; future prospects in clean energy; and strengthening the Laos–China community with a shared future through financial support in the Lao PDR. A dedicated panel discussion was also held on developing the Laos–China Economic Corridor in the new era alongside fostering Public-Private Partnerships (PPP). Furthermore, three key commercial agreements were officially signed during the event:
1. Agreement on Tailored Financial Solutions for Huabaosheng Group’s Development along the China–Laos Railway Corridor: Signed between ICBC Vientiane Branch, ICBC Guangxi Branch, and Huabaosheng Service Management Group Co., Ltd.
2. Lao–China Tourism Industry Cooperation and Development Agreement: Signed between Inthira Group (Lao PDR) and Guangxi Wangui Investment Co., Ltd.
3. Agreement on Cooperation in Developing Agricultural Products for Export: Signed between China–Laos Impression Investment Co., Ltd. (Lao PDR) and Nanning Huarui Agricultural Development Co., Ltd.

The signing of these agreements represents a major milestone in elevating business, trade, and investment cooperation between the Lao PDR, Guangxi Zhuang Autonomous Region, and neighboring Chinese provinces into practical implementation. The 2026 Lao–China Investment and Trade Promotion Conference concluded in a constructive and friendly atmosphere, successfully achieving all its intended objectives.
🌐 Click Link : https://shorturl.at/IOSL3
----------------------------------------------

✨✨ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ນະຄອນພະນົມເປັນ ປະເທດ ກຳປູເຈຍ ໃນລະຫວ່າງ ວັນທີ 21-2...
28/09/2026

✨✨ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງ ສປປ ລາວ ເດີນທາງຢ້ຽມຢາມ ນະຄອນພະນົມເປັນ ປະເທດ ກຳປູເຈຍ ໃນລະຫວ່າງ ວັນທີ 21-25 ກັນຍາ 2026 ✨✨

ໃນລະຫວ່າງວັນທີ 21–25 ກັນຍາ 2026, ຄະນະຜູ້ແທນ ນຳໂດຍ ທ່ານ ປອ. ວັນທະນາ ນໍລິນທາ, ກຳມະການ, ຜູ້ປະຈຳການ, ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເດີນທາງໄປຢ້ຽມຢາມ ແລະ ສຶກສາແລກປ່ຽນ ໃນຫົວຂໍ້ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດ ກຳປູເຈຍ.

ຄະນະ ໄດ້ເຂົ້າພົບ ແລະ ເຮັດວຽກຢ່າງເປັນທາງການກັບ ສະພາເພື່ອການພັດທະນາແຫ່ງປະເທດກຳປູເຈຍ (The Council for the Development of Cambodia: CDC) ເຊິ່ງ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຢຸນ ເຮັງ (H.E. Yun Heng), ຮອງເລຂາທິການ ຄະນະກຳມະການສົ່ງເສີມການລົງທຶນ ແຫ່ງ ກໍາປູເຈຍ. ການພົບປະຄັ້ງນີ້ ໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບນະໂຍບາຍ, ກົນໄກ ແລະ ມາດຕະການສົ່ງເສີມ ລວມເຖິງການອຳນວຍຄວາມສະດວກແກ່ນັກລົງທຶນ, ໂດຍເນັ້ນໜັກໃສ່ການພັດທະນາອຸດສາຫະກຳຜະລິດ ແລະ ປະກອບລົດຍົນ, ການຜະລິດຊິ້ນສ່ວນ, ການພັດທະນາຕ່ອງໂສ້ສະໜອງ ແລະ ການເຊື່ອມໂຍງກັບຖານການຜະລິດໃນພາກພື້ນ, ການສ້າງມູນຄ່າເພີ່ມ, ການສົ່ງເສີມການນຳໃຊ້ວັດຖຸດິບ ແລະ ຊິ້ນສ່ວນພາຍໃນປະເທດ (local content) ຕະຫຼອດເຖິງການພັດທະນາຖານຜູ້ສະໜອງພາຍໃນ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳປະກອບລົດຍົນ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບນະໂຍບາຍ ແລະ ກົນໄກສົ່ງເສີມການລົງທຶນ, ຂັ້ນຕອນການຂໍຂຶ້ນທະບຽນໂຄງການລົງທຶນທີ່ມີຄຸນສົມບັດຄົບຖ້ວນ (Qualified Investment Project: QIP), ສິດປະໂຫຍດດ້ານພາສີ ແລະ ອາກອນ ລວມເຖິງມາດຕະການຈູງໃຈການລົງທຶນໃນຂະແໜງອຸດສາຫະກຳທີ່ມີທ່າແຮງ.

ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ແລະ ເຮັດວຽກກັບບັນດາພາກສ່ວນກ່ຽວຂ້ອງ ທີມີບົດບາດໃນການສົ່ງເສີມໃຫ້ແກ່ການພັດທະນາອຸຸດສາຫະກຳປະກອບລົດຍົນຢູ່ ກໍາປູເຈຍ ເປັນຕົ້ນ ກອງທຶນພັດທະນາສີມືແຮງງານ (Skills Development Fund: SDF); ສະຖາບັນມາດຕະຖານ ຂອງ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ແລະ ສູນຝຶກອົບຮົມດ້ານນະວັດຕະກຳຍານຍົນແຫ່ງຊາດກຳປູເຈຍ.

ນອກຈາກການພົບປະກັບໜ່ວຍງານພາກລັດ ແລະ ສະຖາບັນຕ່າງໆແລ້ວ, ຄະນະຜູ້ແທນຍັງໄດ້ລົງຢ້ຽມຢາມໂຮງງານປະກອບລົດຍົນຂອງບໍລິສັດ Automotive Manufacturing ຂອງກຳປູເຈຍ ທີ່ແຂວງພູຊັດ ເຊິ່ງປະກອບລົດຍົນຍີ່ຫໍ້ Ford ເພື່ອໄດ້ຮຽນຮູ້ກ່ຽວກັບ ຂະບວນການຜະລິດ-ປະກອບລົດຕົວຈິງ ແລະ ໄດ້ຮັບຮູ້ບົດຮຽນດ້ານການຈັດຕັ້ງສາຍການຜະລິດ, ການຄວບຄຸມຄຸນນະພາບ ແລະ ການນຳໃຊ້ຊິ້ນສ່ວນໃນຂະບວນການປະກອບ.
🌐 ກົດລິ້ງນີ້ : https://shorturl.at/RYMyS
**********

✨✨ Lao Investment Promotion and Management Committee Visits Phnom Penh, Cambodia from 21–25 September 2026 ✨✨

From 21–25 September 2026, a delegation of the Lao PDR Investment Promotion and Management Committee (IPMC), led by Dr. Vanthana Norintha, Committee, Member, Standing Member, Director General of the Investment Promotion and Management Office (IPO), accompanied by representatives from the Ministry of Finance and the Ministry of Industry and Commerce, visited Phnom Penh, Kingdom of Cambodia, for a study and experience-sharing visit on investment promotion and the development of the automotive manufacturing and assembly industry.

During the visit, the delegation held an official meeting with the Council for the Development of Cambodia (CDC), where they were warmly welcomed by H.E. Yun Heng, Deputy Secretary General of the Cambodian Investment Board. The meeting provided an opportunity for both sides to exchange experiences on investment promotion policies, mechanisms and measures, including investment facilitation, with particular emphasis on the development of the automotive manufacturing and assembly industry, automotive parts manufacturing, supply chain development, and integration with regional production networks.

The discussions also covered value addition, the promotion of the use of domestic raw materials and components (local content), and the development of domestic supplier bases to support the expansion of the automotive assembly industry. In addition, the delegation exchanged views on investment promotion policies and mechanisms, procedures for registering Qualified Investment Projects (QIPs), tax and customs incentives, as well as investment incentive measures for potential and priority industries.

Furthermore, the delegation visited and held working sessions with relevant institutions involved in supporting the development of Cambodia’s automotive assembly industry, including the Skills Development Fund (SDF), the standards institution under the Ministry of Industry, Science, Technology and Innovation, and the National Automotive Innovation Training Center of Cambodia.

In addition to meetings with government agencies and relevant institutions, the delegation also visited the automotive assembly plant of Automotive Manufacturing of Cambodia (RMA Cambodia) in Pursat Province, which assembles Ford vehicles. The visit provided the delegation with an opportunity to observe the actual vehicle manufacturing and assembly processes and gain practical experience regarding production line organization, quality control, and the use of components in the vehicle assembly process.
🌐 Click Link : https://shorturl.at/eEPxF
----------------------------------------------------------------

✨✨ ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມກອງປະຊຸມເວທີປຶກ...
17/09/2026

✨✨ ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ LAOS – HONG KONG BUSINESS FORUM 2026 ວັນທີ 11 ກັນຍາ 2026, ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ ✨✨

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ຜູ້ປະຈໍາການ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ນຳພາຄະນະທາງການ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS – HONG KONG BUSINESS FORUM 2026) ພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ (The Green Growth: Opportunities for LAOS-HONG KONG Strategic Cooperation)” ເຊິ່ງຈັດຂຶ້ນເປັນກິດຈະກໍາປິ່ນອ້ອມ ກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11 (Belt and Road Summit) ທີ່ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ. ກອງປະຊຸມຄັ້ງນີ້ ຍັງເປັນກິດຈະກໍາພິເສດໜຶ່ງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 65 ປີ (25/04/1961-25/04/2026) ແລະ ປີມິດຕະພາບ ລາວ-ຈີນ 2026.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອ ເຜີຍແຜ່ນະໂຍບາຍການສົ່ງເສີມການລົງທຶນ ແລະ ທ່າແຮງ ຂອງ ສປປ ລາວ ພ້ອມທັງສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງ ຂອງ ສປ ຈີນ ໄດ້ ຮັດແໜ້ນການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ ແລະ ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ.

ກອງປະຊຸມພາກທຸລະກິດຄັ້ງນີ້ ຖືເປັນກິດຈະກໍາ ຄັ້ງປະຖົມມະລຶກ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ, ເຊິ່ງໄດ້ມີການລົງນາມ ແລະ ແລະ ແລກປ່ຽນເອກະສານຮ່ວມມືຕ່າງໆ ຈຳນວນ 3 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ China International Capital Corporation-CICC; ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ຫ້ອງການທະນາຄານຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ; ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ Zhenzhen Yichu Smart Energy Group Co.,Ltd.

ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ມີໄມຕີຈິດ ແລະ ປະສົບຜົນສໍາເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກ ບັນດາບໍລິສັດຊັ້ນນໍາຂອງຮົງກົງ ແລະ ບາງແຂວງໃກ້ຄຽງຂອງ ສປ ຈີນ, ແລະ ບັນດາບໍລິສັດຊັ້ນນໍາຂອງ ສປປ ລາວ ເຂົ້າຮ່ວມ ແລະ ມີຜູ້ເຂົ້າຮ່ວມທັງໝົດ ຫຼາຍກວ່າ 120 ທ່ານ.
🌐 ກົດລິ້ງນີ້ : https://shorturl.at/ONyHD
------------------

✨✨ The Standing Deputy Prime Minister attended the Laos-Hong Kong Business Forum 2026 on September 11, 2026, in the Hong Kong SAR of China ✨✨

On the morning of September 11, 2026, in the Hong Kong Special Administrative Region of the People's Republic of China, Mr. Saleumxay Kommasith—Standing Deputy Prime Minister and Chairman of the Investment Promotion and Management Committee—led an official delegation from the Lao PDR to the Laos-Hong Kong Business Forum 2026. The event was held under the theme "Green Growth: Opportunities for Laos-Hong Kong Strategic Cooperation." This business forum is one of the side events associated with the 11th Belt and Road Summit, held in the Hong Kong Special Administrative Region of the People's Republic of China on September 9–10, 2026. This meeting also served as a special event to commemorate the 65th anniversary of the establishment of diplomatic relations between the Lao PDR and the People's Republic of China (April 25, 1961 – April 25, 2026) and the 2026 Laos-China Year of Friendship.

The meeting aims to foster networking among the business communities of the Lao PDR, Hong Kong, and neighboring provinces of the People's Republic of China, thereby strengthening cooperation in trade, investment, banking and financial services, clean energy, and other areas related to socio-economic development. Furthermore, the event aims to disseminate information regarding socio-economic development, trade, and investment—as well as the Lao PDR’s trade and investment promotion policies—to the business community in the Hong Kong Special Administrative Region. This initiative seeks to foster greater awareness and understanding, thereby attracting increased trade and investment from the region into the Lao PDR, while also facilitating an exchange of experiences regarding clean energy development.

This business meeting marked an inaugural event between the Lao PDR and the Hong Kong Special Administrative Region of China, featuring the signing of a Memorandum of Cooperation (MOC) between the Investment Promotion and Management Committee Office and the Bank of China (Hong Kong) Vientiane Branch. This signing marks a significant milestone in enhancing business, trade, and investment cooperation among the Lao PDR, Hong Kong, and neighboring provinces of the People's Republic of China. The Lao-Hong Kong Business Forum 2026 was conducted in a constructive and cordial atmosphere, achieving its intended objectives with the participation of representatives from leading companies in Hong Kong, neighboring Chinese provinces, and the Lao PDR, drawing a total of over 120 attendees.
🌐 Click Link : https://shorturl.at/hMv4G
----------------------------------------------------------------------

✨✨ ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມກອງປະຊຸມສຸດຍອດ ໜ...
10/09/2026

✨✨ ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11 ✨✨

ໃນວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ ໄດ້ນຳພາຄະນະທາງການຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11 (11th Belt and Road Summit, Hong Kong) ພາຍໃຕ້ຫົວຂໍ້: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ; ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມ ຫຼາຍກວ່າ 6,000 ຄົນ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສໃນພາກພິທີເປີດ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຕໍ່ເນື່ອງຂອງກອງປະຊຸມຄັ້ງຜ່ານໆມາ ກໍຄື ການຈັດຕັ້ງປະຕິບັດແຜນງານຕ່າງໆ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ກໍຄື ບົດບາດ ແລະ ການປະກອບສ່ວນທີ່ສຳຄັນຂອງ ຮົງກົງ ໃນຖານະເປັນ “ຜູ້ເຊື່ອມຕໍ່ພິເສດ” (Super-connector) ແລະ “ຜູ້ເພີ່ມມູນຄ່າພິເສດ” (Super value-adder) ແນໃສ່ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ສ້າງເຄືອຂ່າຍຄູ່ຮ່ວມທາງທຸລະກິດແບບເປີດກວ້າງກັບພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນຂອງໂຄງການລົດໄຟລາວ-ຈີນ ນັບຕັ້ງແຕ່ມີການເປີດນໍາໃຊ້ຢ່າງເປັນທາງການ ໃນປີ 2021, ຊຶ່ງໄດ້ຍົກສູງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ, ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປສູ່ຕະຫຼາດສາກົນ, ລວມທັງ ສົ່ງເສີມການໄປມາຫາສູ່ຂອງປະຊາຊົນ ແລະ ໄດ້ປະກອບສ່ວນສຳຄັນ ຕໍ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ທ່ານຮອງນາຍົກລັດຖະມົນຕີ ຢືນຢັນການສະໜັບສະໜູນ ຂອງ ສປປ ລາວ ຕໍ່ກັບທິດທາງ ແລະ ຫົວຂໍ້ຂອງກອງປະຊຸມສຸດຍອດໃນປີນີ້, ຊຶ່ງເຫັນວ່າ ເປັນການຫັນປ່ຽນການເປັນຄູ່ຮ່ວມມືໃນພາກພື້ນຈາກຮູບແບບດັ້ງເດີມໄປສູ່ນະວັດຕະກໍາສີຂຽວ ແລະ ຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດ ໄປຄຽງຄູ່ກັບການພັດທະນາທີ່ມີຄຸນນະພາບສູງ, ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026–2030) ຂອງ ສປປ ລາວ ແນໃສ່ບັນລຸການຈັດຕັ້ງປະຕິບັດ 3 ຄາດໝາຍສູ້ຊົນ ຄື: 1) ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ເປັນສູນກາງເຊື່ອມຈອດດ້ານໂລຈິສຕິກ ລວມທັງ ເຊື່ອມໂຍງ ສປປ ລາວ ເຂົ້າໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ; 2) ຊຸກຍູ້ການຫັນເປັນດິຈິຕອນ; ແລະ 3) ຊຸກຍູ້ຄວາມພະຍາຍາມລວມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ ແລະ ຍືນຍົງ. ພ້ອມກັນນີ້, ຍັງໄດ້ຊຸກຍູ້ການຮ່ວມມືຈາກບັນດາປະເທດຄູ່ຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ພາກທຸລະກິດ ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນ ບັນດາຂະແໜງການຈຸດສຸມຂອງ ສປປ ລາວ ໂດຍສະເພາະ ດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ, ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ການເຊື່ອມໂຍງດ້ານດິຈິຕອລ, ພະລັງງານສະອາດພະລັງງານທົດແທນ, ການພັດທະນາຊັບພະຍາກອນມະນຸດ ແລະ ກະສິກຳແບບຍືນຍົງ.
🌐 ກົດລິ້ງນີ້ : https://shorturl.at/9T2LO

✨✨ LAO DEPUTY PRIME MINISTER ATTENDS THE 11TH BELT AND ROAD SUMMIT IN HONG KONG ✨✨

*HONG KONG* — On September 9, 2026, Mr. Saleumxay Kommasith, Standing Deputy Prime Minister and Chairman of Investment Promotion and Management Committee, led a high-level delegation to attend the 11th Belt and Road Summit in the Hong Kong Special Administrative Region of China. Held under the theme "Advancing High Quality Development • Embarking on a New Journey," the prestigious event was officially opened by John Lee Ka-chiu, Chief Executive of the Hong Kong SAR, and brought together over 6,000 participants and senior leaders from more than 80 countries.

During his opening address, Deputy Prime Minister Saleumxay commended the continued success of the Belt and Road Initiative and praised Hong Kong's vital role as a "super-connector" and "super value-adder" in fostering regional trade, investment, and international business networks. He placed special emphasis on the remarkable success of the Laos-China Railway since its launch in 2021, noting that the project has successfully transformed Laos from a landlocked nation into a land-linked regional hub, lowered transport costs, boosted cross-border mobility, and significantly contributed to poverty reduction.
Reaffirming Laos' strong support for the summit's green innovation focus, the Deputy Prime Minister explained how these goals align with the country's upcoming National Socio-Economic Development Plan (2026–2030). He outlined the three core pillars guiding Laos' development strategy: transitioning into a regional logistics hub integrated into global supply chains, driving digital transformation, and securing a smooth and sustainable graduation from Least Developed Country (LDC) status.

The Deputy Prime minister warmly invited international partners and the global business community to explore high-potential investment opportunities in Laos. He highlighted priority sectors such as trade and investment, modern industrialization, digital connectivity, clean and renewable energy, human resource development, and sustainable agriculture.
🌐 Click Link : https://shorturl.at/UvmtS
-------------------------------------------------------------

Address

Thaluang Lake Special Economic Zone, Phonthan Village
Saysetha District
01001

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Telephone

+85621217012

Alerts

Be the first to know and let us send you an email when investlaos.gov.la posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to investlaos.gov.la:

Shortcuts

Share