30/03/2026
ການສັ່ງສິນຄ້າອອນລາຍ ຍັງພົບປັນຫາຫລາຍດ້ານ, ສະມາຄົມປົກປ້ອງຜູ້ຊົມໃຊ້ ເຮົາຈະໄດ້ເຮັດວຽກຫນັກ ແລະ ຈະດຳເນີນການ ແລະ ຕິດຕາມເພຈ໌ນີ້ມາເປັນ ກໍລະນີຕົວຢ່າງຂອງສະມາຄົມເຮົາໃຫ້ໄດ້. ເພາະວ່າ:
1. ສິນຄ້າບໍ່ຕົງປົກ (ສັ່ງສີດຳ ໄດ້ສີແດງ)
2. ສັ່ງວັນທີ 13/1/2026 ໄດ້ຮັບສິນຄ້າວັນທີ 23/3/2026.
3. ສິນຄ້າເກຣດຕ່ຳ/ຄຸນນະພາບຕ່ຳ.
4. ຜູ້ຂາຍບໍ່ມາຂຶ້ນທະບຽນການຄ້າອອນລາຍນຳຂະແຫນງການທີ່ກ່ຽວຂ້ອງ.
5. ເປັນຊາວຕ່າງຊາດມາດຳເນີນທູລະກິດຢູ່ ສປປ ລາວ (ບໍ່ຮູ້ວ່າມີໃບທະບຽນບໍ? ມີໃບອະນຸຍາດດຳເນີນທຸລະກິດບໍ?)
ນີ້ເປັນບໍລິສັດ ທີ່ຂາຍເຄື່ອງອອນລາຍ
26/03/2026
ເບີ 1510 ເປັນເບີສາຍດ່ວນ ໄວ້ຮັບສາຍການຮ້ອງທຸກຂອງຜູ້ຊົມໃຊ້. ຖ້າເປັນລູກໃຜຫລານໃຜຊ່ວຍບອກ ຊ່ວຍສັ່ງສອນເອົາແນ່ ເພື່ອໃຫ້ຜູ້ໄດ້ຮັບຜົນກະທົບຄົນອື່ນໄດ້ມີໂອກາດໂທຕິດ
15/03/2026
ປະຕິບັດວິໄນ ເພື່ອເປັນຕົວຢ່າງໃຫ້ປ້ຳອື່ນທົ່ວປະເທດ
ປັບໃໝຍ້ອນຂາຍນໍ້າມັນເກີນລາຄາ ປໍ້ານໍ້າມັນ 3 ປໍ້າ ຢູ່ເມືອງປາກຊ່ອງ ຖືກເຈົ້າໜ້າທີ່ສ້າງບົດບັນທຶກ, ສຶກສາອົບຮົມ ແລະ ປັບໃໝ ຍ້ອນຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ.
ວັນທີ 14 ມີນາ 2026 ຄະນະກຳມະການຄຸ້ມຄອງການນຳເຂົ້າ ແລະ ການສະໜອງນຳ້ມັນເຊື້ອໄຟ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບ ຄະນະກໍາມະການທີ່ກ່ຽວຂ້ອງຂອງເມືອງ ນໍາໂດຍ ທ່ານ ດົນສະຫວາດ ພິຈິດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພ້ອມດ້ວຍຂະແໜງການຄ້າພາຍໃນ ເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ ປກສ ແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງຂອງເມືອງປາກຊ່ອງ ໄດ້ເຄື່ອນໄຫວກວດກາການຈໍາໜ່າຍນໍ້າມັນຂອງປໍ້າຕ່າງໆ ຢູ່ເມືອງປາກຊ່ອງ.
ຜ່ານການຕິດຕາມກວດກາຕົວຈິງ ພົບເຫັນປໍ້ານໍ້າມັນ 3 ປໍ້າ ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ປໍ້ານໍ້າມັນບຸນມີ, ຢູ່ບ້ານຫຼັກ 11, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ 38.000 ກີບ/ລິດ ແລະ ກາຊວນ 39.000. ກີບ/ລິດ. ປໍ້ານໍ້າມັນເພັດສະຫວັນ, ຢູ່ບ້ານຫຼັກ 5 ທົ່ງກະຕ່າຍ, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ 39.670 ກີບ/ລິດ ແລະ ກາຊວນ 41,370 ກີບ/ລິດ. ປໍ້ານໍ້າມັນເພັດສະຫວັນ, ຕັ້ງຢູ່ບ້ານເຊປ່ຽນ, ຈໍາໜ່າຍນໍ້າມັນເກີນລາຄາທີ່ລັດກໍານົດ ຄື: ແອັດຊັງ: 39.670 ກີບ/ລິດ ແລະ ກາຊວນ: 41.370 ກີບ/ລິດ.
ການກະທຳດັ່ງກ່າວ ເປັນການລະເມີດດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9 ກັນຍາ 2025. ຍ້ອນແນວນັ້ນ, ຄະນະກໍາມະການທີ່ເຄື່ອນໄຫວກວດກາຄັ້ງນີ້ ຈິ່ງໄດ້ສ້າງບົດບັນທຶກ, ສຶກສາອົບຮົມແລະ ປັບໃໝຕາມດຳລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9 ກັນຍາ 2025, ມາດຕາ 79 ໂດນປັບໃໝ່ 50 ລ້ານກີບ ເພາະເປັນການກະທຳຜິດຄັ້ງທີ 1. ຖ້າມີການລະເມີດຄັ້ງທີ 2 ຈະຖືກປັບໃໝ່ 100 ລ້ານກີບ ຫຼື ກ້າວໄປເຖິງການໂຈະໃບອະນຸຍາດດຳເນີນທຸລະກິດ
——
©️ຂ່າວ: ທູນທອງໃຈ
ພາບ: ຂະແໜງຊັບສິນທາງ ປັນຍາ, ມາດຕະຖານ ແລະ ວັດແທກ #ຂ່າວສົດ
15/03/2026
International Consumer Protection's Day
15 March 2026
#ວຽກງານປົກປ້ອງຜູ້ຊົມໃຊ້
#ສະມາຄົມປົກປ້ອງຜູ້ຊົມໃຊ້
11/03/2026
👉ສຽງຂອງບັນດາທ່ານ ຈະນຳພາຄວາມຍຸຕິທຳມາສູ່ສັງຄົມນັບມືນັບຫລາຍຂຶ້ນ👈
ວັນປົກປ້ອງຜູ້ຊົມໃຊ້ສາກົນ
🫶15 ມີນາ 2026👌
11/03/2026
ສະມາຄົມປົກປ້ອງຜູ້ຊົມໃຊ້ ຍິນດີຮັບໃຊ້ສັງຄົມ
ເພື່ອປົກປ້ອງສິດ, ຊັບສິນ ແລະ ຊີວິດຂອງປະຊາຊົນລາວ
11/03/2026
ຖ້າທ່ານຖືກເອົາລັດເອົາປຽບ ຈາກການຊື້ສິນຄ້າອອນລາຍ ແລະ ການບໍລິການ
ທ່ານສາມາດຕິດຕໍ່ຫາພວກເຮົາໄດ້ຕະຫລອດເວລາ
03/03/2026
ເພື່ອປົກປ້ອງຜູ້ຊົມໃຊ້ ໃນຊ່ວງເຫດການບໍ່ສະຫງົບໃນຕາເວັນອອກກາງ. ຫາກທ່ານພົບເຫັນການປິດປ້ຳ, ກັກຕຸນ, ຂາຍນ້ຳມັນເກີນລາຄາທີ່ລັດຖະບານກຳນົດ ທ່ານສາມາດໂທແຈ້ງເບາະແສໄດ້ທີ່ເບີ 1510. ໃນໂມງລັດຖະການ, ຫລື ສົ່ງຂໍ້ຄວາມມາທາງ "ເພຈ" ສະມາຄົມປົກປ້ອງຜູ້ຊົມໃຊ້ໄດ້ຕະຫລອດເວລາ.
#ສະມາຄົມປົກປ້ອງຜູ້ຊົມໃຊ້
#ວຽກງານປົກປ້ອງຜູ້ຊົມໃຊ້
03/03/2026
ພົບເຫັນການປິດປ້ຳ, ກັກຕຸນ, ຂາຍເກີນລາຄາທີ່ລັດກຳນົດ. ທ່ານສາມາດໂທແຈ້ງ 1510 ໃນໂມງລັດຖະການ
03/03/2026
ສືບຕໍ່ສາຍພົວພັນ ຮ່ວມມືດ້ານວິຊາການ
ຂອງສອງປະເທດ