ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ

ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ

Share

ແຫຼ່ງຂໍ້ມູນທີ່ນຳສະເໜີທຸກການເຄື່ອນ?

03/06/2026

=> ລາຍການຂ່າວສານສຽງເພງ

02/06/2026

ຂ່າວນະຄອນຫຼວງວຽງຈັນ ປະຈຳວັນທີ 02 - 06 - 2026

02/06/2026

=> ລາຍການ ແຕ໋ກກີ້ພາມ່ວນ

02/06/2026

=> ລາຍການ ພັດທະນາເສດຖະກິດ ແລະ ສັງຄົມ

02/06/2026

ຂ່າວພະຍາກອນອາກາດ ປະຈຳວັນທີ 02 - 06 - 2026

Photos from ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ's post 01/06/2026

ທ່ານປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢູ່ໂຮງຮຽນປະຖົມບ້ານວຽງຄໍາ ເມືອງສີໂຄດຕະບອງ

ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຈັດຂຶ້ນວັນທີ 1 ມິຖຸນາ 2026 ຈັດຂຶ້ນທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ມີການ ນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫຼອດຮອດນ້ອງໆເຍົາວະ ຊົນ ແລະ ອະນຸຊົນທັນວາເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍ ແຜນພັດທະນາ ແລະ ມະຕິກອງປະຊຸມ ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງ ລ້ຽງດູ ສົ່ງເສີມ ແລະ ພັດທະນາ ພ້ອມທັງ ສຶກ ສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ ທັງເປັນປຸກລະ ດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດ ລ້ອມທີ່ປອດໄພ ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ ສິ່ງເສບຕິດການສຶກສາ ຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມແນວຄິດຮັກຊາດ ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນ ໄມ້ ແລະ ຮັກ ສາສິງແວດລ້ອມ.

ສໍາລັບ ວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ-ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນກົດໝາຍວ່າດ້ວຍເຍົາວະຊົນລາວ ກົດລະບຽບການຈັດຕັ້ງເຍົາ ວະຊົນທັນວາ ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້ ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະ ກຽມບັນດາກິດຈະກຳປິ່ນອ້ອມຫຼາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະ ກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ "ຕ້ານສິ່ງເສບຕິດ" ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະ ດີຢ່າງເບີກບານມ່ວນຊື່ນ.

ທີ່ມາ:​ ວຽງຈັນໃໝ່

01/06/2026

#ມີຊີວິດອອກມາໄດ້ຖືວ່າເປັນບຸນຫລາຍຂອງພວກທ່ານແລ້ວ
ຍ້ອນຄວາມເອົາໃຈໃສ່ຈາກທຸກພາກສ່ວນ ບໍ່ວ່າຈະເປັນການນຳພັກລັດທີ່ກ່ຽວຂ້ອງ ແລະ ທີມກູ້ໄພ ລາວ, ໄທ ແລະ ຕ່າງປະເທດທີ່ເຂົ້າມາໃຫ້ການຊ່ວຍເຫຼືອ ຖ້າບໍ່ມີພວກເຂົາເຈົ້າເລົ່ານັ້ນຖືວ່າເອົາຊີວິດອອກມາບໍ່ໄດ້ແນ່ນອນ ທັງປະຊາຊົນຜູ້ຊົມຄຼີບຄວາມຄືບຫນ້າທຸກຂັ້ນຕອນແມ່ນເຂົາເຈົ້າລຸ້ນນຳທຸກວິນາທີ ພວກເຮົາຂໍຍົກຍ້ອງຊົມເຊີຍເປັນຢ່າງສູງທີ່ນຳພາ 5 ຜູ້ປະສົບໄພອອກມາໄດ້ດ້ວຍຄວາມປອດໄພ ນອກຈາກນັ້ນຍັງໄດ້ເຫັນຄຳເວົ້າຂອງເພີ່ນທີ່ເວົ້າອອກມາຈາກໃຈໃນຫລາຍໆຄຼີບ ຄືຄຳວ່າ (ເຖິງຈະຊ່ວຍ 5 ຄົນໄດ້ແລ້ວແຕ່ກໍ່ບໍແຈບໃຈຂອງເພີ່ນຢູ່ດີ) ໄດ້ຟັງແລ້ວມັນສຸດພາບພູມໃຈແທນຊາວລາວທຸກທົ່ວຫນ້າແທ້ໆ ຂໍໃຫ້ພວກທ່ານຈົ່ງມຄແຕ່ຄວມພາສຸກຕະຫລອດຊີວິດຂອງພວກເພີ່ນເດີ
🙏🙏🙏💕

01/06/2026

=> ລາຍການຊວນຫົວ

Photos from ສະຖານີ ວິທະຍຸ ນະຄອນຫຼວງວຽງຈັນ's post 01/06/2026

ພົບຂ່າວດີ‼️ທີມກູ້ໄພ ໄດ້ຍິນສຽງເຄາະຕອບກັບຈາກປ່ອງຖ້ຳເລິກ 70 ແມັດ ໃນການຄົ້ນຫາ 2 ຄົນທີ່ເຫຼືອ.
ຄວາມຄືບໜ້າຂອງ ການປະຕິບັດການຄົ້ນຫາຜູ້ຕິດຖ້ຳ ອີກ 2 ຄົນ ແມ່ນທີ່ຍັງບໍ່ພົບເຫັນ ເຊິ່ງອາດຢູ່ພາຍໃນຖ້ຳທີ່ເລິກພໍສົມຄວນ.
ແຕ່ຫຼ້າສຸດ ວັນທີ 01 ມິຖຸນາ 2026 ປະຕິບັດການ ຈາກທີມ Rope ຊຸດທີ 2 (ທີມເຊືອກກູ້ໄພ) ນຳໂດຍ ອາຈານ ປ່ອງ ແລະ ໄດ້ແຈ້ງວ່າມີສຽງເຄາະຕອບກັບ ເຊິ່ງມີຂໍ້ມູນເບື້ອງຕົ້ນດັ່ງນີ້:
- ຈຸດທີ່ໄດ້ຍິນສຽງແມ່ນບໍລິເວນ ປ່ອງຖ້ຳທີ 5 ເຊິ່ງເປັນປ່ອງຕ້ອງສົງໄສທີ່ອາດເຊື່ອມຕໍ່ກັບຈຸດທີ່ຄາດວ່າຜູ້ສູນຫາຍຕິດຢູ່.
- ສັນຍານຕອບກັບ ເມື່ອລົງໄປຮອດຈຸດດັ່ງກ່າວ ແລະ ຢູ່ຫ່າງອອກໄປພຽງ 5 ແມັດ.
- ເຈົ້າໜ້າທີ່ໄດ້ໃຊ້ອຸປະກອນເຄາະ ເພື່ອສົ່ງສັນຍານ ແລະ ຢືນຢັນວ່າໄດ້ຍິນສຽງເຄາະ ຫຼື ຂູດຫີນຕອບກັບມາຢ່າງຊັດເຈນ ຖືເປັນຂ່າວດີ ແລະ ເປັນຄວາມຫວັງຄັ້ງໃຫຍ່.
ເປັນກຳລັງໃຈໃຫ້ທຸກພາກສ່ວນ ຂໍໃຫ້ມີຂ່າວດີໃນໄວໆນີ້ ແລະ ຂໍໃຫ້ທຸກຄົນປອດໄພ.💚
ແຫຼ່ງຂໍ້ມູນ: Manat K Artmongkron
#ກູ້ໄພ #ຄົ້ນຫາຄົນຕິດຖ້ຳ #ຕິດຖ້ຳ #กู้ภัยไทย #ໂທລະໂຄ່ງ

https://www.facebook.com/share/p/1HNxKqNsfq/

01/06/2026

ຂ່າວນະຄອນຫຼວງວຽງຈັນ ປະຈຳວັນທີ 01 - 06 - 2026

Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Telephone

Address

Vientiane
01000

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00