ຄວາມເປັນມາຂອງ ໂຄງການສັກຢາກັນພະຍາດແຫ່ງຊາດ
ຮ່າງເບື້ອງຕົ້ນ - ມີນາ ປີ 2015
- ໃນປີ 1982 ເລີ່ມກໍ່ຕັ້ງໂຄງການສັກຢາກັນພະຍາດແຫ່ງຊາດ, ມີວັກຊີນ 06 ຊະນິດ ຊຶ່ງກວມເອົາ 02 ແຂວງຄື: ນະຄອນຫຼວງ ແລະ ແຂວງ ສະຫວັນນະເຂດ;
- ໃນປີ 1991 ໃຫ້ບໍລິການສັກຢາກັນພະຍາດບາດທະຍັກແກ່ແມ່ຍິງຖືພາ / ໄວຈະເລີນພັນ ໃນທົ່ວປະເທດ;
- ໃນປີ 2000 ບັນລຸສະພາບການປອດພະຍາດ ໂປລີໂອ;
- ໃນປີ 2003 ນຳໃຊ້ວັກຊີນປ້ອງກັນພະຍາດອັກເສບຕັບ ຊະນິດ ບີ ລວມທັງອຸປະກອນ;
- ໃນປີ 2003 ນຳໃຊ້ເຊີແຣງຄັ້ງດຽວແລ້ວຖີ້ມ ເພື່ອຫຼີກລ້ຽງການຕິດຕໍ່ ຂອງພະຍາດ;
- ໃນປີ 2005 ຈັດຕັ້ງປະຕິບັດ ອວສຊ ໝາກແດງໃຫຍ່ 02 ແຂວງ: ແຂວງ ຜົ້ງສາລີ ແລະ ແຂວງຄຳມ່ວນ;
- ໃນປີ 2007 ຈັດຕັ້ງປະຕິບັດ ວສຊ ໝາກແດງໃຫຍ່ທົ່ວປະເທດໃຫ້ກຸ່ມ ເປົ້າໝາຍເດັກອາຍຸ 09 ເດືອນ ຫາ ລຸ່ມ 20 ປີ;
- ໃນປີ 2009 ນຳເອົາວັກຊີນປະສົມ ກັນໄດ້ 05 ພະຍາດໃນກ້ອງດຽວກັນ: ກັນພະຍາດຄໍຕີບ, ໄອໄກ່, ບາດທະຍັກ, ອັກເສບຕັບຊະນິດບີ, ອັກເສບເຫຍື້ອຫຸ້ມສະໝອງ ແລະ ປອດອັກເສບຮຸນແຮງ (DTP-HepB-Hib) ເຂົ້າມາໃນຕາຕະລາງສັກຢາກັນພະຍາດແບບປົກກະຕິ ທົ່ວປະເທດ;
- ໃນປີ 2010 ສຳເລັດການສ້າງຕັ້ງ ຄະນະກຳມະການຮັບຜິດຊອບ ເຫດການປະຕິປັກພາຍຫຼັງການສັກຢາກັນພະຍາດ (ຫພປສ) ສຳລັບ ຂັ້ນສູນກາງ-ແຂວງ-ເມືອງ;
- ໃນປີ 2010 ສັກຢາວັກຊີນປ້ອງກັນພະຍາດໄຂ້ຫວັດສາຍພັນໃໝ່ A(H1N1) ໃຫ້ 04 ກຸ່ມສ່ຽງຄື: ແມ່ຍິງຖືພາ ແລະ ແມ່ຍິງໄວຈະເລີນພັນ, ພະນັກງານແພດ, ຜູ້ສູງອາຍຸ ແລະ ຄົນເຈັບຊ້ຳເຮື້ອ (ຄື: ເບົາຫວານ, ຕັບອັກເສບຊ້ຳເຮື້ອ ແລະ ອື່ນໆ);
- ໃນປີ 2010-2011 ສັກຢາກັນພະຍາດບາດທະຍັກ ວສຊ ໃຫ້ແມ່ຍິງ 15-45 ປີ ໄດ້ 03 ຮອບ ພ້ອງທັງຢອດຢາກັນໂປລີໂອ ໃຫ້ເດັກລຸ່ມ 05 ປີ ໃນທົ່ວປະເທດ (02 ຮອບ);
- ໃນປີ 2011 ຈັດຕັ້ງປະຕິບັດສັກວັກຊີນກັນພະຍາດ ໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍຜ່ານ ການເຮັດ ວສຊ ສຳລັບເດັກອາຍຸ 09 ເດືອນ ຫາ 19 ປີ ແລະ ໄດ້ເອົາເຂົ້າໃນຕາຕະລາງສັກ ຢາກັນພະຍາດ ແຫ່ງຊາດ ພ້ອມທັງແຈກຢາ ໂປລີໂອ, ວິຕາມິນອາ ແລະ ຢາຂ້າແມ່ທ້ອງ ໃຫ້ ເດັກລຸ່ມ 05 ປີ;
- ໃນປີ 2012 ຈັດຕັ້ງຂະບວນການສັກວັກຊີນກັນໄຂ້ຫວັດລະດູການ;
ໃນປີ 2013 ຈັດຕັ້ງຂະບວນການສັກຢາກັນພະຍາດ ໄຂ້ອັກເສບສະໝອງ ຍີ່ປຸ່ນ (JE, DT, Td) ໃນ 08 ແຂວງພາກເໜືອ,
- ໃນປີ 2013 ໄດ້ນຳເອົາວັກຊີນກັນມະເຮັງປາກມົດລູກ, ເຂົ້າມາເປັນ ໂຄງການເລີ່ມຕົ້ນ ໂດຍສັກໃຫ້ແກ່ນັກຮຽນ ຊັ້ນປະຖົມປໍ 05 ຊຶ່ງລິເລີ່ມໃນ 02 ແຂວງ ຄື: ນະຄອນຫຼວງ ແລະ ແຂວງ ວຽງຈັນ,
- ໃນປີ 2013 ນຳເອົາວັກຊີນກັນພະຍາດອັກເສບປອດຮຸນແຮງເຂົ້າໃນ ຕາຕະລາງ ສັກຢາກັນພະຍາດແຫ່ງຊາດ ໃຫ້ແກ່ເດັກລຸ່ມ 01 ປີ ໃນທົ່ວປະເທດ.