ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ

Partager

ທີ່ປຶກສາກົດໝາຍ

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 26/03/2026

ແຂວງອຸດົມໄຊ ສະຫຼຸບວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ວາງທິດທາງຈຸດສຸມ ປີ 2026
------000------
ໃນວັນທີ 26 ມີນາ 2026 ນີ້, ທີ່ ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານອະໄພຍະໂທດ ປະຈຳປີ 2025 ແລະ ວາງທິດທາງວຽກງານຈຸດສຸມ ປີ 2026 ໂດຍການເປັນປະທານຂອງ ທ່ານ ສຸຫວັດ ມະຫາວົງສະນັ່ນ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີ ທ່ານ ນາງ ສົມຫວັງ ໄຊຍະຕິ, ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ພ້ອມດ້ວຍຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ສົມຫວັງ ໄຊຍະຕິ ໄດ້ຂຶ້ນສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດ ນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຖະບານ ໃນປີ 2025 ທີ່ຜ່ານມາ ເຊິ່ງເປັນປີແຫ່ງການສະເຫຼີມສະຫຼອງ ວັນຊາດ ຄົບຮອບ 50 ປີ. ໃນທົ່ວປະເທດ ມີນັກໂທດທີ່ໄດ້ຮັບການອະໄພຍະໂທດ ທັງໝົດ 2.858 ຄົນ, ຍິງ 362 ຄົນ. ສໍາລັບວຽກງານເກັບກູ້ຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງໃນທົ່ວປະເທດ ສາມາດເກັບຄ່າເສຍຫາຍທາງແພ່ງໄດ້ກວ່າ 3,1 ຕື້ກີບ ແລະ ຄ່າປັບໃໝທາງອາຍາໄດ້ກວ່າ 10,2 ຕື້ກີບ ເພື່ອມອບເຂົ້າງົບປະມານແຫ່ງຊາດ. ສະເພາະຢູ່ແຂວງອຸດົມໄຊ, ໝາກຜົນການຈັດຕັ້ງປະຕິບັດໃນປີ 2025 ຜ່ານມາ ສາມາດສັງລວມ ດ້ານນະໂຍບາຍອະໄພຍະໂທດ: ມີນັກໂທດທີ່ໄດ້ຮັບການຫຼຸດຜ່ອນໂທດ ທັງໝົດ 18 ຄົນ, ຍິງ 03 ຄົນ. ໃນນີ້, ເປັນນັກໂທດຄະດີຢາເສບຕິດ 12 ຄົນ ແລະ ຄະດີທົ່ວໄປ 6 ຄົນ. ດ້ານການເກັບກູ້ພັນທະ: ສາມາດເກັບຄ່າປັບໃໝຂອງລັດໄດ້ ທັງໝົດ 102.220.000 ກີບ (ມອບເຂົ້າຄັງເງິນແຫ່ງຊາດແລ້ວ) ແລະ ເກັບຄ່າເສຍຫາຍທາງແພ່ງໄດ້ 7.470.000 ກີບ (ມອບໃຫ້ໂຈດທາງແພ່ງແລ້ວ). ການເຄື່ອນໄຫວວິຊາສະເພາະ: ໄດ້ລົງເຜີຍແຜ່ລັດຖະບັນຍັດ ວ່າດ້ວຍການອະໄພຍະໂທດ ຢູ່ ຄ້າຍຄຸມຂັງ-ດັດສ້າງ, ປກສ ແຂວງ ແລະ ບັນດາເມືອງ ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ຢ່າງທົ່ວເຖິງ. ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນບາງດ້ານອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນແມ່ນຄວາມຮັບຜິດຊອບຂອງກອງເລຂາບາງພາກສ່ວນຍັງບໍ່ທັນສູງ, ການກຳແໜ້ນນິຕິກຳຍັງບໍ່ທັນເລິກເຊິ່ງ ເນື່ອງຈາກມີການຊັບປ່ຽນໜ້າທີ່ພະນັກງານຊີ້ນຳ ເຮັດໃຫ້ການຄັດເລືອກປະເພດນັກໂທດໃນບາງກໍລະນີຍັງບໍ່ທັນແທດເຖິງຕົວຈິງ. ເພື່ອເປັນທິດທາງໃນປີ 2026, ຄະນະກຳມະການອະໄພຍະໂທດຂັ້ນແຂວງ ໄດ້ວາງແຜນວຽກຈຸດສຸມ ໂດຍເລີ່ມຈາກການເຜີຍແຜ່ລັດຖະບັນຍັດໃຫ້ນັກໂທດໃນເດືອນ ມັງກອນ; ລົງຄັດເລືອກຜົນງານ ແລະ ຈັດປະເພດນັກໂທດຮ່ວມກັບເຈົ້າໜ້າທີ່ຄ້າຍຄຸມຂັງໃນເດືອນ ມີນາ; ແລະ ເກັບກຳໃບບິນຊຳລະຄ່າປັບໃໝ-ຄ່າເສຍຫາຍ ເພື່ອສະຫຼຸບບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂສົ່ງໃຫ້ຄະນະກຳມະການລະດັບຊາດ ໃນທ້າຍເດືອນ ເມສາ 2026.
ໃນຕອນທ້າຍ, ທ່ານ ສຸຫວັດ ມະຫາວົງສະນັ່ນ ໄດ້ໂອ້ລົມ ແລະ ເນັ້ນໜັກ ໃຫ້ ອົງການໄອຍະການ, ປກສ ແຂວງ, ສານປະຊາຊົນແຂວງ ແລະ ພະແນກຍຸຕິທຳ ເພີ່ມທະວີຄວາມຮັບຜິດຊອບຕາມພາລະບົດບາດ. ໂດຍສະເພາະແມ່ນ ການຕິດຕາມ ກວດກາ ຄ້າຍຄຸມຂັງ, ການສຶກສາອົບຮົມນັກໂທດໃຫ້ມີການປ່ຽນແປງພຶດຕິກຳ ແລະ ການຊຸກຍູ້ໃຫ້ມີການຊຳລະຄ່າປັບໃໝ-ຄ່າເສຍຫາຍຢ່າງຄົບຖ້ວນ ເພື່ອຮັບປະກັນໃຫ້ການໃຫ້ອະໄພຍະໂທດ ໃນປີ 2026 ດຳເນີນໄປຢ່າງຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ທັນຕາມກຳນົດເວລາທີ່ວາງໄວ້.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 20/03/2026

ເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດຢູ່ ໂຮງຮຽນວິທະຍາໄລຕຳຫຼວດປະຊາຊົນເລກ I ແຂວງອຸດົມໄຊ
--------------
ໃນວັນທີ 19 ມີນາ 2026 ນີ້ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ລົງເຜີຍແຜ່ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໂດຍເນັ້ນໃສ່ ນ້ຳກະທ໋ອມ, ຂາຄູ່, ປຸມເປົ້າອັດແກ໊ສໄນຕຣັດອອກໄຊ, ຢາສູບໄຟຟ້າ ແລະ ຊີຊາ (ບາລາກູ) ໃຫ້ແກ່ ຄູ-ອາຈານ ແລະ ນັກສຶກສາ ທີ່ ໂຮງຮຽນວິທະຍາໄລຕຳຫຼວດປະຊາຊົນເລກ I ແຂວງອຸດົມໄຊ. ໂດຍການເປັນປະທານຮ່ວມຂອງທ່ານ ບຸນລຽນ ບຸດຕະພົງ ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ, ທ່ານ ພັນໂທ ອານຸສອນ ພົນອາສາ ຫົວໜ້າການເມືອງ, ໂຮງຮຽນວິທະຍາໄລຕຳຫຼວດປະຊາຊົນເລກI, ພ້ອມດ້ວຍ ຜູ້ແທນຈາກ ປກສ ແຂວງ, ພະແນກສາທາລະນະສຸກ, ອົງການໄອຍະການປະຊາຊົນແຂວງ ຄູ-ອາຈານ, ນັກສຶກສາ ເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ບຸນລຽນ ບຸດຕະພົງ ໄດ້ກ່າວເນັ້ນວ່າ: ການເຜີຍແຜ່ໃນຄັ້ງນີ້ ເປົ້າໝາຍແມ່ນເພື່ອໃຫ້ ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ເພື່ອສາມາດ ຫຼີກລ້ຽງ, ປ້ອງກັນ ແລະ ຮ່ວມມື ໃນການສະກັດກັ້ນ ບັນຫາດັ່ງກ່າວ ໃຫ້ມີປະສິດທິຜົນ. ໃນພິທີ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ ເນື້ອໃນສຳຄັນ ເຊັ່ນ: ຜົນຮ້າຍຂອງຢາເສບຕິດ ຕໍ່ສຸຂະພາບ ແລະ ສັງຄົມ; ແຈ້ງການຂອງ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບ ການເພີ່ມທະວີ ການຄວບຄຸມ ແລະ ສະກັດກັ້ນ ການປູກ, ຜະລິດ, ປຸງແຕ່ງ, ຈຳໜ່າຍ ແລະ ຄອບຄອງ ພືດທີ່ມີສານເສບຕິດ; ພ້ອມທັງ ແຈ້ງການຂອງ ປກສ ແຂວງ ກ່ຽວກັບ ການຫ້າມ ຊື້-ຂາຍ ແລະ ຄອບຄອງ ສານເສບຕິດ ທຸກປະເພດ ພ້ອມທັງ ຄຳສັ່ງ ແລະ ຄຳແນະນຳ ຂອງ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການດຳເນີນຄະດີ ຕໍ່ຜູ້ກະທຳຜິດ ແລະ ໄດ້ເນັ້ນໃຫ້ເຫັນວ່າ: ການຕິດຢາເສບຕິດ ບໍ່ພຽງແຕ່ ທຳລາຍສຸຂະພາບ ແລະ ຊີວິດ ຂອງຜູ້ເສບເທົ່ານັ້ນ ແຕ່ຍັງສ້າງຜົນກະທົບ ຢ່າງຮ້າຍແຮງ ຕໍ່ຄອບຄົວ, ສັງຄົມ, ຄວາມສະຫງົບ ແລະ ຄວາມຮຽບຮ້ອຍ ໂດຍລວມ.
ໃນຕອນທ້າຍ ປະທານໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ທຸກພາກສ່ວນ ໂດຍສະເພາະ ຄູ-ອາຈານ ຈົ່ງສືບຕໍ່ ນຳເນື້ອໃນການເຜີຍແຜ່ ໄປສູ່ ນັກຮຽນ-ນັກສຶກສາ ເພື່ອປູກຈິດສຳນຶກ ໃຫ້ເປັນພະລັງງານສຳຄັນ ໃນການຕ້ານທານ ແລະ ຫ້າມ ເຂົ້າໄປ ກ່ຽວຂ້ອງ ກັບຢາເສບຕິດ ຢ່າງເດັດຂາດ. ການຈັດກິດຈະກຳ ໃນຄັ້ງນີ້ ນັບວ່າ ເປັນອີກໜຶ່ງ ບາດກ້າວທີ່ສຳຄັນ ໃນການປຸກລະດົມ ແລະ ສ້າງຄວາມຮູ້ ໃຫ້ແກ່ສັງຄົມ ເພື່ອມຸ່ງໄປສູ່ ການຫຼຸດຜ່ອນ ແລະ ກຳຈັດ ບັນຫາຢາເສບຕິດ ໃຫ້ຫຼຸດລົງ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 05/03/2026

ຂ່າວ ສະຫະພັນແມ່ຍິງຂົງເຂດປົກປ້ອງກົດໝາຍຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ.

ໃນລະຫວ່າງຕົ້ນເດືອນມີນາ 2026 ສະຫະພັນແມ່ຍິງ ຂົງເຂດປົກປ້ອງກົດໝາຍໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ ຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມພິທີໂດຍທ່ານນາງ ບົວບົນສະຫວັນ ໄຊຍະບຸດສີ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານນາງ ວຽງສະໄໝ ປັນຍາຂັນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທິມງານສະຫະພັນແມ່ຍິງແຂວງ, ຄະນະປະທານຮາກຖານ, ໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຂົງເຂດປົກປ້ອງກົດໝາຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານນາງ ບົວບົນສະຫວັນ ໄຊຍະບຸດສີ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ແລະ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 116 ປີ ເຊິ່ງທ່ານໄດ້ໃຫ້ຮູ້ເຖິງປະຫວັດຄວາມເປັນວັນແມ່ຍິງສາກົນກຳເນີດເກີດຂຶ້ນໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກ, ໂຮງງານອຸດສະຫະກຳ ຂອງນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນ ກໍາມະກອນເພດຍິງ; ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ; ໃນວັນທີ 8 ມີນາ 1899 ຊາວກຳມະກອນແມ່ຍິງຢູ່ໂຮງງານຕຳແຜ່ນ ແລະ ຕັດຫຍິບ ທີ່ເມືອງ ນິວຢອກ ສະຫະລັດອາເມລິກາໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15,000 ຄົນ (ໜຶ່ງໝື່ນຫາພັນຄົນ) ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນ: “ເຂົ້າຈີ່ ແລະ ດອກກຸຫຼາບ ". ເຂົ້າຈີ່ ໝາຍເຖິງ: ເສດຖະກິດດີຂຶ້ນ, ດອກກຸຫຼາບ ໝາຍເຖິງ: ຄຸນນະພາບຊີວິດດີຂຶ້ນ, ໃນເດືອນ ກຸມພາ ປີ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນ ເປັນເທື່ອທໍາອິດ. ແມ່ຍິງໃນເມືອງນິວຢອກ 3,000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນໍາໃຈຕໍ່ສູ້ຂອງແມ່ຍິງ ທີ່ຖຶກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.
ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງ ຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ, ວັນທີ 8 ມີນາ ແມ່ນເຫດການ-ການ ເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ; ຮັບຟັງການເຜີຍແຜ່ກົດລະບຽບຂອງສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຈາກຂະແໜງຈັດຕັ້ງ ແລະ ກວດກາ, ຂະແໜງໂຄສະນາອົບຮົມ, ວັດທະນະທໍາ ແລະ ຂ່າວສານຂອງສະຫະພັນແມ່ຍິງແຂວງ.
ໃນຕອນທ້າຍທ່ານນາງ ບົວບົນສະຫວັນ ໄຊຍະບຸດສີ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ລາຍງານວຽກທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງແຂວງ ປະຈໍາປີ 2025 ແລະ ແຜນການປີ 2026 ໃຫ້ສະຫະພັນແມ່ຍິຂົງເຂດປົກປ້ອງກົດໝາຍໄດ້ຮັບຮູ້ ພ້ອມທັງມີຄໍາເຫັນຊີ້ນໍາຕໍ່ສະມາຊິກສະຫະພັນແມ່ຍິງພາຍໃນຂົງເຂດປົກປ້ອງກົດໝາຍຕື່ມອີກ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 20/02/2026

ກຳມະບານຮາກຖານອົງການໄອຍະການປະຊາຊົນແຂວງຈັດກອງປະຊຸມເຜີຍແຜ່ເຊື່ອມຊືມເອກະສານວຽກງານກຳມະບານ.
ຕອນບ່າຍວັນທີ່ 20 ກຸມພາ 2026 ກຳມະບານຮາກຖານອົງການໄອຍະການປະຊາຊົນແຂວງເຊື່ອມຊືມ ເອກະສານ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ນາງ ວຽງແກ້ວ ສີສົມບັດ ປະທານ ກຳມະບານຮາກຖານອົງການໄອຍະການປະຊາຊົນແຂວງ, ໃຫ້ກຽດເຂົ້າຮວ່ມມີ ສະຫາຍ ບຸນລຽນ ບຸດຕະພົງ ຮອງເລຂາຫນ່ວຍພັກ ຮອງຫົວຫນ້າອົງການໄອຍະການປະຊາຊົນແຂວງ, ມີບັນດາພະນັກງານລັດຖະກອນ,ຫົວໜ້າຂະແໜງ,ຮອງຂະແໜງ ແລະ ສະມາຊິກກຳມະບານເຂົ້າຮ່ວມ 19 ສະຫາຍ, ຍິ່ງ 9 ສະຫາຍ.
ກອງປະຊຸມທ່ານ ນາງ ວຽງແກ້ວ ສີສົມບັດ ໄດ້ ຜ່ານບົດສະຫຼຸບວຽກງານກຳມະບານໃນໄລຍະຜ່ານມາ, ເຜີຍແຜ່ ມະຕິກອງປະຊຸມໃຫຍ່ ສູນກາງສະຫະພັນກຳມະບານລາວ ຄັ້ງທີ່ IX, ພ້ອມທັງເຜີຍແຜ່ກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະຫະພັນກຳມະບານແຂວງ ສະໄໝທີ່ X, ແລະ ທັງສະຫຼຸບລາຍຮັບລາຍຈ່າຍເງິນຄັງຂອງກຳມະບານຮາກຖານ, ຈຸດປະສົງກໍ່ເພື່ອໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍຂອງສະມາຊິກກຳມະບານ , ຄວາມສາມັກຄີພາຍໃນ, ແລະ ເຮັດໃຫ້ສະມາຊິກແຕ່ລະສະຫາຍຮັບຮູ້ເຂົ້າໃຈຕໍ່ກັບວຽກງານກຳມະບານ ໂດຍຕິດພັນກັບການປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ສຳເລັດຕາມລະດັບຄາດໝາຍທີ່ຄະນະພັກວາງໄວ້.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 20/02/2026

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ
ລົງເຜີຍແຜ່ລັດຖະບັນຍັດເລກທີ 001/ປປທ,ຄຳແນະນຳຮ່ວມເລກທີ 003/ອອປສ,ສປສສ,ປກສ ແລະ ຄຳແນະນຳເພີ່ມເຕີມເລກທີ 004/ອອປສ ໃຫ້ແກ່ນັກໂທດ.
ໃນຕອນເຊົ້າຂອງວັນທີ 19 ກຸມພາ 2026 ຢູ່ທີ່ສະໂມສອນ ຄ້າຍຄຸມຂັງ - ດັດສ້າງຂອງ ປກສ ແຂວງ ອູດົມໄຊອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີເຜີຍແຜ່ເອກະສານຂື້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນລຽນ ບຸດຕະພົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ອຸດົມໄຊຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ທ່ານ ພັທ ຄຳເມືອງ ຈັນທະລຸນຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ອຸດົມໄຊ, ຮອງຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດຂັ້ນແຂວງ ມີຄະນະກຳມະການອະໄພຍະໂທດຂັ້ນແຂວງ ແລະ ນັກໂທດເຂົ້າຮ່ວມຮັບຟັງ 90 ກວ່າຄົນ, ຍິງ 15 ຄົນ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບວຽກງານອະໄພຍະໂທດປະຈຳປີ 2026 ຄະນະກຳມະການອະໄພຍະໂທດຂັ້ນແຂວງ ສົມທົບເຈົ້າໜ້າທີ່ກັບຄ້າຍຄຸມຂັງ-ດັດສ້າງ ຂອງກອງບັນຊາການ ປກສ ແຂວງ ອຸດົມໄຊ ແລະ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານພະແນກຍຸຕິທຳ ໄດ້ລົງເຜີຍແຜ່ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ,ລົງວັນທີ 20 ມີນາ 2018, ຄຳແນະນຳຮ່ວມເລກທີ 003/ອອປສ, ສປສສ, ປກສ ລົງວັນທີ 13 ມີນາ 2015, ຄໍາແນະນໍາເພີ່ມເຕີມເລກທີ 004/ອອປສ ລົງວັນທີ 7 ເມສາ 2022, ໃຫ້ແກ່ນັກໂທດຢູ່ສະໂມສອນຄ້າຍຂຸມຂັງ - ດັດສ້າງ ປກສ ແຂວງ.
ຕອນທ້າຍຂອງກອງປະຊຸມທ່ານ ບຸນລຽນ ບຸດຕະພົງ ປະທານພິທີໄດ້ໃຫ້ກຽດໂອລົມຕໍ່ນັກໂທດທ່ານໄດເນັ້ນໜັກໃຫ້ນັກໂທດແຕ່ລະຄົນຈົ່ງເອົາໃຈໃສ່ໃນການປະຕິ ບັດລະບຽບຂອງຄ້າຍຄຸມຂັງວາງອອກໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ໃນການສຳລະຄ່າປັບໃໝ ແລະ ໃຊ້ແທນໃຫ້ (ໂຈດ) ທາງແພ່ງເພື່ອເປັນເງື່ອນໄຂໃນການໃຫ້ອະໄພຍະໂທດ ແລະ ປ່ອຍຕົວຕາມລັດຖະບັນຍັດຂອງປະທານປະເທດວາງອອກ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 19/02/2026

ໃນຕອນບ່າຍຂອງວັນທີ 18 ກຸມພາ 2026 ເວລາ 14 : 00 ໂມງ ສະຫະພັນແມ່ຍິງໜ່ວຍອົງການໄອຍະການປະຊາຊົນແຂວງໄດ້ເນີນຊີວິດການເມືອງຢູ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຕອງຄຳ ໄຊຍະບານ ຫົວໜ້າໜ່ວຍສະຫະພັນຍິງອົງການໄອຍະການປະຊາຊົນແຂວງມີສະມາຊິກແມ່ຍິງເຂົ້າຮ່ວມທັງໝົດ 9 ສະຫາຍ,ໂດຍເປັນການຮ່ວມຊີວິດປະຈຳເດືອນໃນກອງປະຊຸມໄດ້ຜ່ານບົດສະຫຼຸບປະຈຳເດືອນ ມັງກອນ ປີ 2026 ແລະ ທິດທາງແຜນການປະຈຳເດືອນ ກຸມພາ ປີ 2026 ,ຕຳນິກໍ່ສ້າງເອື້ອຍນ້ອງແມ່ຍິງໃຫ້ປະຕິບັດຕາມລະບຽບຂອງລັດຖະກອນກໍ່່ຄືຂອງສະຫະພັນແມ່ຍິງ,ໄດ້ຜ່ານມະຕິກອງປະຊຸມສູນກາງພັກສະຫະພັນແມ່ຍິງລາວ,ມະຕິກອງປະຊຸມຂອງສະຫະພັນແມ່ຍິງແຂວງ.ໃນຕອນທ້າຍກອງປະຊຸມໄດ້ທາບທາມບົ່ງຕົວແຕ່ງຕັ້ງຄະນະໜ່ວຍແມ່ຍິງອົງການໄອຍະການປະຊາຊົນແຂວງ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 17/02/2026

ໃນຕອນເຊົ້າຂອງວັນທີ16 ກຸມພາ 2026 ເວລາ 8 : 30 ທີມງານຈາກອົງການໄອຍະການປະຊາຊົນສູງສຸດ ໄດ້ລົງຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດລາຍຈ່າຍງົບປະມານປະຈຳປີ 2025 ,ແນະນຳການຈັດຕັ້ງປະຕິບັດງົບປະມານປະຈຳປີ 2026 ແລະ ແນະນຳສ້າງແຜນລາຍຈ່າຍງົບປະມານປະຈຳປີ 2027 ຂອງອົງການໄອຍະການປະຊາຊົນແຂວງ ອຸດົມໄຊ.
ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອານຸສອນ ວິດາວົງ ຮອງຫົວໜ້າກົມການເງີນອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງຫົວໜ້າອົງການໄອຍະການປະຊາຊົນແຂວງ,ມີຄະນະນຳຈາກອົງການໄອຍະການປະຊາຊົນ 2 ເຂດພ້ອມດ້ວຍພະນັກງານການເງີນເຂົ້າຮ່ວມຜ່ານການລົງຊຸກຍູ້ກວດກາຕາມຕົວຈິງຂອງຄະນະກວດກາການຈັດຕັ້ງປະຕິບັດລາຍຈ່າຍຂອງແຂວງ ແລະ ເຂດແມ່ນສາມາດປະຕິ
ບັດຕາມທີ່ວາງໄວ້.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 13/02/2026

#ອົງການໄອຍະການປະຊາຊົນແຂວງອຸດົມໄຊລົງຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ ຕາມຂະບວນຍຸຕິທໍາ.
......................................................
ໃນວັນທີ 12 ກຸມພາ 2026 ນີ້, ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 11/ນຍ ຕາມຂະບວນຍຸຕິທໍາ ຢູ່ເມືອງຫຼາ. ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີທ່ານ ນິດ ໂພທິວັນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫຼາ, ມີບັນດາຫົວໜ້າ-ຮອງຫົວໜ້າ ຫ້ອງການທີ່ກ່ຽວຂ້ອງຄື: ອົງການກວດກາ ພັກ-ລັດເມືອງ, ກອງບັນຊາການ ປກສ ເມືອງ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ, ຫ້ອງການຍຸຕິທໍາເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈາກຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 02 ທ່ານ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງແຕ່ລະຂະແໜງການ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມຂະບວນຍຸຕິທໍາ ໃນໄລຍະຜ່ານມາ; ຄໍາສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ ແລະ ວິທີປ້ອງກັນ, ດັບມອດໄຟໄໝ້ລາມປ່າ; ຄໍາສັ່ງເລກທີ 006/ອອປສ ວ່າດ້ວຍການດໍາເນີນຄະດີຕໍ່ຜູ້ປູກ, ຜະລິດ, ປຸງແຕ່ງ, ຄ້າ-ຂາຍ ແລະ ມີໄວຄອບຄອງ ນຳເຂົ້າ - ສົ່ງອອກ ເສບພຶດທີ່ມີສານເສບຕິດເຊັ່ນ: ໃບກະທ້ອມ, ນ້ຳກະທ້ອມ. ແລະ ແຈ້ງການເລກທີ 013/ປກສ ເຊິ່ງໄດ້ຍົກໃຫ້ເຫັນໄດ້ຂ້ໍສະດວກ, ຂ້ໍຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄຳຄິດ ຄຳເຫັນ ເພື່ອປຶກສາຫາລືຊອກຫາວິທີແກ້ໄຂ ໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມຄະນະປະທານຍັງໄດ້ຜັດປ່ຽນກັນມີຄໍາເຫັນໂອ້ລົມ ເຊິ່ງໄດ້ຍົກໃຫ້ເຫັນ ສະພາບໂດຍລວມ ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງ ຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວ ຕະຫຼອດໄລຍະຜ່ານມາ ທີ່ມີຜົນສໍາເລັດຫຼາຍດ້ານ ແລະ ໃນຕໍ່ໜ້າ ແລະ ໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງ ຈົ່ງສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານໃນກົມກອງ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມວິຊາສະເພາະ ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ໃນການແກ້ໄຂບັນຫາວຽກງານ ທີ່ຍັງຄົງຄ້າງ ໄປຕາມລະບຽບກົດໝາຍ ເພື່ອຕ້ານປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຫຼັງຈາກນັ້ນ, ທາງຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະນໍາຂອງເມືອງ ຍັງໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ, ບໍລິໂພກ ຈໍານວນໜຶ່ງໃຫ້ແກ່ນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ ຢູ່ຄ້າຍຄຸມຂັງເມືອງຕືມອີກ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 25/01/2026

ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ຈັດພິທີເຊື່ອມຊຶມເອກະສານສຳຄັນ
------000----
ໃນຕອນບ່າຍຂອງວັນທີ 22 ມັງກອນ 2026, ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີປາຖະກະຖາ ແລະ ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ໂດຍການເປັນປະທານຂອງ ສະຫາຍ ນາງ ສົມຫວັງ ໄຊຍະຕິ, ເລຂາໜ່ວຍພັກ,ກຳມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ. ມີຄະນະພັກ, ຄະນະນຳ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 10 ສະຫາຍ.
ເອກະສານທີ່ນຳມາເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ ລວມມີບັນດາເອກະສານທີ່ສຳຄັນ ເປັນຕົ້ນແມ່ນ: ແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ເອກະສານການເພີ່ມທະວີການນຳພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງ. ການກຳແໜ້ນເນື້ອໃນກົດໝາຍ ວ່າດ້ວຍການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອຮັບປະກັນໃຫ້ການເລືອກຕັ້ງດຳເນີນໄປຢ່າງຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຕົວຈິງ ແລະ ມີປະສິດທິຜົນສູງ.
ໃນຕອນທ້າຍ, ສະຫາຍ ນາງ ສົມຫວັງ ໄຊຍະຕິ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກພັກທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 24/01/2026

ອວຍພອນອະດີດການນຳອາວຸໂສບໍານານ ອົງການໄອຍະການປະຊາຊົນແຂວງອຸດົມໄຊ
*********************
ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 36 ປີ ( 9 ມັງກອນ 1990 – 9 ມັງກອນ 2026 ). ທີ່ໜູນວຽນມາເຖິງອີກວາລະໜຶ່ງ, ຕາງໜ້າຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ຊຶ່ງນໍາໂດຍ ທ່ານ ນາງ ສົມຫວັງ ໄຊຍະຕິ ກໍາມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ພ້ອມດ້ວຍບັນດາຂະແໜງ ແລະ ຫ້ອງການໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານອາວຸໂສບໍານານອົງການໄອຍະການປະຊາຊົນແຂວງອຸດົມໄຊ ເພື່ອເປັນການຢ້ຽມຢາມຖາມຂ່າວ, ຄວາມຮັກແພງ, ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນທີ່ພະນັກງານບໍານານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນການພັດທະນາວຽກງານໄອຍະການປະຊາຊົນໃນໄລຍະຜ່ານມາ ໃຫ້ເຕີບໃຫ່ຍຂະຫຍາຍຕົວ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າຈະພ້ອມກັນສານຕໍ່ຜົນງານ, ຜົນສໍາເລັດທີ່ການນໍາຮຸ່ນກ່ອນໄດ້ສ້າງໄວ້ໃຫ້ຈະເລີນງອກງາມ ແລະ ມີຜົນສໍາເລັດໃໝ່ໃຫ່ຍຫຼວງກວ່າເກົ່າ ສໍືບຕໍ່ນໍາພາອົງການໄອຍະການປະຊາຊົນແຂວງ ອຸດົມໄຊ ເຕີບໃຫ່ຍເຂັ້ມແຂງກ້າວໜ້າ ແລະ ທັນສະໄໜຢ່າງບໍ່ຢຸດຢັ້ງ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 22/01/2026

ປາຖະກະຖາ ວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 36 ປີ
------------
ໃນວັນທີ 20 ມັງກອນ ນີ້ ທີ່ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 36 ປີ (9 ມັງກອນ1990-9 ມັງກອນ 2026) ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຄະນະນຳພະແນກການ, ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການທະຫານແຂວງ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີ ທ່ານ ນາງ ສົມຫວັງ ໄຊຍະຕິ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຍົກໃຫ້ເຫັນ ການເຕີບໃຫຍ່ຂະຫຍາຍຕົວ ແລະ ບັນດາຜົນສຳເລັດຫຼາຍດ້ານ ໃນໄລຍະ 36 ປີ ຜ່ານມາ, ນັບແຕ່ 9 ມັງກອນ 1990 ເປັນຂີດໝາຍ ປະຫັວດສາດສຳຄັນ ຂອງ ອົງການໄອຍະການປະຊາຊົນ ແລະ ໄດ້ກາຍເປັນ ວັນສ້າງຕັ້ງ ອົງການໄອຍະການປະຊາຊົນລາວ, ເຊີ່ງເປັນອຳນາດລັດ, ມີພາລະບົດບາດ ກວດກາ ການປະຕິບັດ ກົດໝາຍ ໃຫ້ຖືກຕ້ອງ ແລະ ເອກະພາບໃນທຸກກະຊວງ, ຄະນະກຳມະການແຫ່ງລັດ, ສຳນັກງານ, ລັດວິສາຫະກິດ, ອົງການຈັດຕັ້ງອື່ນໆຂອງລັດ ແລະ ສັງຄົມ, ນັບແຕ່ນັ້ນມາ ອົງການໄອຍະການປະຊາຊົນ ໄດ້ຜ່ານໄລຍະແຫ່ງການທົດສອບ ແລະ ເຕີບໃຫ່ຍຂະຫຍາຍຕົວ ຕະຫຼອດມາ. ດ້ວຍຄວາມເອົາໃຈໃສ່ ຊີ້ນຳ-ນຳພາ ຢ່າງໃກ້ຊິດ ຈາກຂັ້ນເທິງ ສາຍຕັ້ງ-ສາຍຂວາງ ແລະ ດ້ວຍຄວາມບູກບືນຫ້າວຫັນ, ດ້ວຍຄວາມຮັບຜິດຊອບສູງຂອງ ຄະນະພັກ-ຄະນະນຳ ຕະຫຼອດຮອດ ພະນັກງານ-ລັດຖະກອນ ໃນແຕ່ລະຮຸ່ນ ສາມາດເຮັດຫຼ້ອນໜ້າທີ່ຂອງ ພັກ ແລະ ປະຊາຊົນ ມອບໝາຍໃຫ້ ສາມາດປັບປຸງ ແລະ ພັດທະນາຕົນເອງໃຫ້ກາຍເປັນ ອົງການທີ່ເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ ແລະ ບຸກຄະລາກອນໄດ້ໂດຍພື້ນຖານ. ພິທີໄດ້ຜ່ານຂໍ້ຕົກລົງຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການເລື່ອນເປັນພະນັກງານ ອົງການໄອຍະການປະຊາຊົນ ຂັ້ນ III ມາເປັນ ພະນັກງານ ອົງການໄອຍະການປະຊາຊົນ ຂັ້ນII; ເຫັນດີເລື່ອນ ທ່ານ ຫົງດາລາ ໄຊຍະວົງ ພະນັກງານໄອຍະການປະຊາຊົນ ຂັ້ນ III ຂອງ ອົງການໄອຍະການແຂວງ ເປັນ ພະນັກງານ ອົງການປະຊາຊົນ ຂັ້ນ II ແລະ ຜ່ານຂໍ້ຕົກລົງຂອງອົງການໄອຍະການປະຊົນສູງສຸດ ວ່າດ້ວຍການມອບໃບຍ້ອງຍໍໃຫ້ກົມກອງ, ບຸກຄົນ ຂອງ ອົງການໄອຍະການປະຊາຊົນ ຕາມເນື້ອໃນຄຳຂວັນ ຮັກຊາດ ແລະ ພັດທະນາ; ໃນນັ້ນ ມອບໃຫ້ກົມກອງ ຈຳນວນ 3 ກົມກອງ ແລະ ບຸກຄົນ ຈຳນວນ 48 ຄົນ, ຍິງ 20 ຄົນ ໃຫ້ກຽດມອບໂດຍ ທ່ານ ນາງ ສົມຫວັງ ໄຊຍະຕິ ກຳມະການພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ.

Photos from ອົງການໄອຍະການປະຊາຊົນແຂວງ ອຸດົມໄຊ's post 21/01/2026

ອົງການໄອຍະການອຸດົມໄຊ ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງອົງການໄອຍະການປະຊາຊົນແຂວງ ກັບເຂດ

ເພື່ອເປັນການຜູກແໜ້ນຄວາມສາມັກຄີລະຫວ່າງອົງການໄອຍະການອຸດົມໄຊ,ອົງການໄອຍະການປະຊາຊົນເຂດ ແລະ ເຂດປະຈຳເມືອງໃນວັນທີ 19 ມັງກອນ 2026 ໄດ້ຈັດໃຫ້ມີການແຂ່ງຂັນກິລາເຕະຂື້ນເພື່ອຊິງຂັນຫົວໜ້າອົງການໄອຍະການປະຊາຊົນແຂວງໂດຍມີການແຂ່ງຂັນລະຫວ່າງທີມຍີງ,ທີມຊາຍອົງການໄອຍະການປະຊາຊົນແຂວງ ແລະອົງການໄອຍະການປະຊາຊົນເຂດ ແລະ ເຂດປະຈຳເມືອງຜ່ານການແຂ່ງຂັນທີມທີ່ຊະນະການແຂ່ງຂັນແມ່ນທີມ ຈາກອົງການໄອຍະການປະຊາຊົນແຂວງ 5 : 1,ທີມຍີງທີ່ຊະນະການແຂ່ງຂັນແມ່ນທີມອົງການໄອຍະການປະຊາຊົນເຂດ ແລະ ເຂດປະຈຳເມືອງ 5 : 4, ນອກຈາກນັ້ນຍັງໄດ້ຫຼີ້ນກິລາດຶງເຊືອກເພື່ອເປັນອານຸລັກຮັກສາກິລາພື້ນບ້ານ

Vous voulez que votre entreprise soit Service Du Gouvernement la plus cotée à Democratic Republic of the ?

Cliquez ici pour réclamer votre Listage Commercial.

Téléphone

Site Web

Adresse


Democratic Republic Of The

Heures d'ouverture

Lundi 08:00 - 17:00
Mardi 08:00 - 17:00
Mercredi 08:00 - 17:00
Jeudi 08:00 - 17:00
Vendredi 08:00 - 17:00