14/03/2026
ທ່ານ ກະເສມສັກ ສາຍສຸລິຍາ, ເອກອັກຄະລັດຖະທູດລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Steinmeier), ປະທານາທິບໍດີ ເຢຍລະມັນ.
---------------------------------------
ໃນຕອນເຊົ້າ ຂອງວັນທີ 06 ມີນາ 2026, ທີ່ ທຳນຽບປະທານາທິບໍດີ ແບນເລວູ້ (Schloss Bellevue), ນະຄອນຫລວງ ແບກແລງ, ເຢຍລະມັນ, ທ່ານ ກະເສມສັກ ສາຍສຸລິຍາ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້ (Frank-Walter Steinmeier), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ ນະຄອນຫລວງ ແບກແລງ, ປະເທດ ເຢຍລະມັນ.
ໃນໂອກາດດັ່ງກ່າວ, ທ່ານ ກະເສມສັກ ສາຍສຸລິຍາ, ໄດ້ສະແດງຄວາມຂອບໃຈ ແລະ ນຳເອົາຄວາມ ຢື້ຢາມຖາມຂ່າວອັັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງ ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້, ປະທານາທິບໍດີເຢຍລະມັນ ແລະ ປະຊາຊົນເຢຍລະມັນທຸກຖ້ວນໜ້າ.
ພະນະທ່ານ ຝຣັງ-ວານເຕີ້ ສະຕ້າຍມາຍເຍີ້, ໄດ້ສະແດງຄວາມຊົມເຊີຍ ແລະ ຍີນດີຕ້ອນຮັບຕໍ່ທ່ານ ກະເສມສັກ ສາຍສຸລິຍາ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ ປະຈໍາສາທາລະນະລັດ ສະຫະພັນ ເຢຍລະມັນ ເພື່ອປະຕິບັດໜ້າທີ່ ອັນຊົງກຽດ ແລະ ສູງສົ່ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການ ເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ພະນະທ່ານປະທານາທິບໍດີ ຝຣັງ-ວານເຕີ້ ສະຕ້າຍ ມາຍເຍີ້ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມຜາສຸກ ມາຍັງພະນະທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ຜ່ານພະນະທ່ານໄປ ຍັງປະຊາຊົນລາວທຸກຖ້ວນຫນ້າ.
ໃນໂອກາດການຍື່ນສານ, ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ກ່າວສະແດງຄວາມຍີນດີ ຕໍ່ການພົວພັນ ອັນດີ, ການຮ່ວມມືອັນມີໝາກຜົນ ແລະ ມີຄວາມຕໍ່ເນື່ອງມາເປັນເວລາຍາວນານລະຫວ່າງສອງປະເທດ ໃນ ໄລຍະຜ່ານມາ, ບໍ່ວ່າຈະຢູ່ໃນຂອບສອງຝ່າຍ ແລະ ຂອບຫລາຍຝ່າຍ ເປັນຕົ້ນການເສີມຂະຫຍາຍການພົວພັນ ຮ່ວມມືໃນຂະແໜງການສຶກສາ, ວັດທະນະທໍາ ແລະ ການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ລວມ ການຊ່ວຍເຫລືອສະຫນັບສະຫນູນຊຶ່ງກັນ ແລະ ກັນ ໃນເວທີສາກົນ ໂດຍສະເພາະໃນອົງການສະຫະປະຊາຊາດ ແລະ ການພົວພັນຮ່ວມມືໃນຂອບອາຊຽນ-ອີຢູ, ຊຶ່ງໄດ້ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາ ພັດທະນາປະເທດ ແລະ ການພັດທະນາແບບຍືນຍົງໃນພາກພື້ນ. ທ່ານທູດ ກະເສມສັກ ສາຍສຸລິຍາ ໄດ້ຕາງ ໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫລອດໄລຍະຜ່ານມາ.
ສປປ ລາວ ແລະ ສສ. ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958, ຊຶ່ງໃນປີ 2026 ນີ້, ຈະຄົບຮອບ 68 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 63 ປີຂອງການພົວພັນຮ່ວມມືຊ່ວຍເຫລືອດ້ານເຕັກນິກລະຫວ່າງສອງຝ່າຍ.
09/03/2026
ສະບາຍດີ,
ເນື່ອງໃນໂອກາດ ວັນທີ 8 ມີນາ ວັນແມ່ຍິງສາກົນ ຄົບຮອບ 116 ປີ, ສະຖານທູດລາວ ທີ່ ແບກແລງ ໄດ້ປິດສະຖານທູດໃນວັນທີ 9 ມີນາ 2026 ແລະ ຈະກັບມາເຮັດວຽກປົກກະຕິ ໃນວັນທີ 10 ມີນາ 2026.
ຂໍຂອບໃຈ.
22/02/2026
ໃນຕອນບ່າຍຂອງວັນທີ 22 ກຸມພາ 2026, ສະຖານທູດລາວ ທີ່ ນະຄອນຫລວງແບກແລງ, ເຢຍລະມັນ ໄດ້ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ X ເຂດ 1.
31/12/2025
ແຈ້ງການ: ເຖິງ ບັນດາພະນັກງານ, ນັກສຶກສາ ແລະ ຄົນລາວ ທີ່ ເຢຍລະມັນ.
ເລື່ອງ: ການເກັບກຳສະຖິຕິພົນລະເມືອງລາວ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ.
ໃນວັນທີ 22 ກຸ່ມພາ 2026 ທີ່ຈະມາເຖິງ, ສປປ ລາວ ຈະຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຢ່າງເປັນທາງການ.
ເພື່ອຮັບປະກັນໃຫ້ແກ່ການກະກຽມເລືອກຕັ້ງຄັ້ງນີ້ ຈະໄດ້ມີການເກັບກຳບັນຊີລາຍຊື່ຂອງພົນລະເມືອງລາວ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ທີ່ມີອາຍຸ 18 ປີຂຶ້ນໄປ.
ລາຍລະອຽດ 👇
01/12/2025
Announcement:
The Embassy will be closed on 2nd December 2025 due to National Holiday and will resume its service on 3rd December 2025.
Anlässlich des Nationalfeiertags wird die Botschaft
am 02 Dezember 2025 geschlossen.
29/10/2025
ໃນຕອນບ່າຍຂອງວັນທີ 28 ຕຸລາ 2025, ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ແບກແລງ, ເຢຍລະມັນ ເຂົ້າຮ່ວມພິທີຂຽນປຶ້ມໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ການມໍລະນະກໍາຂອງ ສົມເດັດ ພະນາງເຈົ້າ ສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫຼວງ, ທີ່ ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈໍາ ແບກແລງ, ເຢຍລະມັນ.
28/08/2025
ໃນວັນທີ 28 ສິງຫາ 2025, ທີ່ ແບກແລງ, ສສ. ເຢຍລະມັນ, ພະນະທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ເຢຍລະມັນ ພ້ອມດ້ວຍຄະນະ ໄດ້ໄປອວຍພອນ ແລະ ພົບປະກັບ ສະຫາຍ Nguyen Dac Thanh, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ເຢຍລະມັນ, ເນື່ອງໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ.
28/07/2025
ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ
ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.
----------------------------------
ວັນທີ 28 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນຍາດມາໄດ້ຕະຫຼອດໄລຍະ 58 ປີຜ່ານມາ ໂດຍສະເພາະການຮ່ວມມືພາຍໃນອາຊຽນ ແລະ ການເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາ ຈົນກາຍເປັນປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງໃນປັດຈຸບັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ ກໍຄືໃນໂລກ ແລະ ພາຍໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍ ແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ.
ພ້ອມນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997, ຊຶ່ງ ສປປ ລາວ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີສາມ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ, ຊຶ່ງໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ຢໍ້າຄືນການສະໜັບສະໜູນ ການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”.
ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະຊວງຂະແໜງການ, ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວທົ່ວປະເທດ ທີ່ໄດ້ປະກອບສ່ວນວຽກງານອາຊຽນຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ພາຍຫຼັງການກ່າວເປີດພິທີດັ່ງກ່າວຢ່າງເປັນທາງການແລ້ວ ໄດ້ມີການບັນເລງເພງຊາດລາວ ແລະ ເພງອາຊຽນ ໂດຍ ກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ຄຽງຄູ່ກັບທຸງຊາດລາວ.
ພາບ-ຂ່າວ: Lao National Radio
17/04/2025
ໃນວັນທີ 16 ເມສາ 2025, ທ່ານຮອງທູດ ສຸລິຍາ ຈັນວິໄຊ ໄດ້ເຂົ້າຮ່ວມຮັບຟັງການບັນຍາຍ ກ່ຽວກັບ German Chairpersonship of the UN Peacebuilding Commission 2025, ທີ່ ກະຊວງການຕ່າງປະເທດ ເຢຍລະມັນ.
17/04/2025
ໃນວັນທີ 11 ເມສາ 2025, ທ່ານທູດ ໄມບົວ ໄຊຍະວົງ ພ້ອມດ້ວຍພັນລະຍາ ແລະ ຮອງທູດ ໄດ້ເຂົ້າຮ່ວມງານປີໃໝ່ໄທ ສົງການ ແລະ ງານລ້ຽງຕ້ອນຮັບທູດໄທ ຜູ້ໃໝ່ ທີ່ ບ້ານພັກທູດໄທ