ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary

Megosztás

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary, Konzulátus és nagykövetség, 1026 Budapest, Endrődi Sándor 29B, Budapest elérhetőségei, térképes helyadatai és útbaigazítási információi, kapcsolatfelvételi űrlapja, nyitvatartási ideje, szolgáltatásai, értékelései, fényképei, videói és közleményei.

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 11/02/2026

📢 ຂໍເຊີນຊວນບັນດາພົນລະເມືອງລາວ ທີ່ ອາໄສ ຢູ່ ປະເທດ ຮົງກາຣີ, ຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ ຮ່ວມໃຈກັນອອກມາໃຊ້ສິດຂອງຕົນ ເພື່ອເລືອກເອົາຕົວແທນຂອງຕົນ ເຂົ້າໃນສະພາ, ໃນວັນທີ 15 ກຸມພາ 2026 ທີ່ ສະຖານທູດລາວ ທີ່ ບູດາແປສ.

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 15/01/2026

ໃນວັນທີ 7 ມັງກອນ 2026 ຜ່ານມາ, ທີ່ ສຳນັກງານປະທານາທິບໍດີ ແຫ່ງ ສາທາລະນະລັດອານບານີ, ນະຄອນຫລວງ ທີຣານາ (Tirana), ປະເທດ ສາທາລະນະລັດອານບານີ (ສ.ອານບານີ), ທ່ານ ຄໍາພອນ ວົງສັນຕິ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj, ປະທານາທິບໍດີ ແຫ່ງ ສ.ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ.ອານບານີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ, ປະເທດ ຮົງກາຣີ.

ພາຍຫຼັງສຳເລັດພິທີ, ທ່ານ ເອກອັກຄະລັດຖະທູດ ໄດ້ພົບປະໂອ້ລົມ ກັບ ພະນະທ່ານປະທານາທິບໍດີ, ໂດຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີ ລະຫວ່າງ ສປປ ລາວ ແລະ ສ.ອານບານີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 18 ມິຖຸນາ 1975 ເປັນຕົ້ນມາ, ຊຶ່ງສອງຝ່າຍ ໄດ້ມີຄວາມພະຍາຍາມເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ ແລະ ສາກົນ ລວມທັງທິດທາງການຮ່ວມມືໃນຕໍ່ຫນ້າ ໂດຍສະເພາະແມ່ນການທ່ອງທ່ຽວ ແລະ ວຽກງານກະສິກຳ ທີ່ທັງສອງຝ່າຍມີທ່າແຮງ. ພ້ອມດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Bajram Begaj ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ອານບານີ ທຸກທົ່ວໜ້າ.

ໃນໂອກາດດັ່ງກ່າວ, ພະນະທ່ານ Bajram Begaj ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄໍາພອນ ວົງສັນຕິ ໃນການດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ. ອານບານີ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

08/01/2026

📢ແຈ້ງການເຖິງພົນລະເມືອງລາວທີ່ອາໄສຢູ່ປະເທດ ຮົງກາຣີ ແລະ ເຂດໃກ້ຄຽງ ກ່ຽວກັບການເລືອກຕັ້ງປີ 2026.
ເພື່ອເລືອກຕົວແທນຂອງຕົນ ເຂົ້າໄປໃຊ້ສິດໃນສະພາ

ຖ້າທ່ານບໍ່ສາມາດເດີນທາງກັບ ສປປ ລາວ ເພື່ອໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໄດ້ ທ່ານສາມາດໄປໃຊ້ສິດເລືອກຕັ້ງຂອງຕົນໄດ້ທີ່ ສະຖານທູດ ສປປ ລາວ ປະຈຳນະຄອນບູດາແປສ

📝 ກະລຸນາລົງທະບຽນລ່ວງໜ້າກ່ອນວັນທີ 15 ມັງກອນ 2026 ຕາມແຈ້ງການຂອງສະຖານທູດ

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 02/12/2025

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ. ພິທີດັ່ງກ່າວ, ທ່ານ ຄໍາພອນ ວົງສັນຕິ, ເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ, ໄດ້ກ່າວບົດປາໄສ ຮ່ວມກັບ ທ່ານ Istvan Jakab, ຮອງປະທານສະພາ ແຫ່ງ ສາທາລະນະລັດ ຮົງກາຣີ (Deputy Speaker of National assembly) ຊຶ່ງໄດ້ຮັບເຊີນເປັນແຂກກິດຕິມະສັກຈາກປະເທດເຈົ້າພາບ ແລະ ມີຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ ແລະ ການຄ້າ, ຮົງກາຣີ, ຕາງໜ້າບັນດາສະຖານເອກອັກຄະລັດຖະທູດ ທີ່ ບູດາແປສ, ນັກສຶກສາລາວ, ຄົນເຊື້ອຊາດລາວ ແລະ ບັນດາແຂກທີ່ມີກຽດ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໜົດ 150 ກວ່າທ່ານ.
ການປາໄສຂອງທັງສອງຝ່າຍ ລາວ-ຮົງກາຣີ ໄດ້ຍົກໃຫ້ເຫັນເຖິງຂີດໝາຍແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍໄດ້ເນັ້ນເຖິງຜົນສໍາເລັດໃນໄລຍະຜ່ານມາ ແລະ ຄວາມມຸ້ງໝັ້ນຢ່າງຕໍ່ເນື່ອງຂອງລັດຖະບານ ຕໍ່ການພັດທະນາປະເທດຊາດ ເພື່ອສັນຕິພາບ ແລະ ການຮ່ວມມືກັບສາກົນ, ກ້າວໄປສູ່ຄວາມຈະເລີນສີວິໄລ. ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ເຊີດຊູ ແລະ ຊົມເຊີຍໝາກຜົນທີ່ເປັນຮູບປະທໍາຂອງສາຍພົວພັນການທູດຂອງທັງສອງປະເທດຫຼາຍກວ່າ 60 ປີ ໃນການຊຸກຍູ້ຊ່ວຍເຫຼືອເຊິ່ງກັນແລະ ກັນ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານເອກອັກຄະລັດຖະ ທູດລາວ ຍັງໄດ້ກ່າວຕ້ອນຮັບບັນດາແຂກທີ່ມີກຽດທີ່ມາເຂົ້າຮ່ວມໃນພິທີດັ່ງກ່າວຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ ການເສຍສະຫຼະເວລາອັນມີຄ່າ ທີ່ມາເຂົ້າຮ່ວມໃນພິທີທີ່ສໍາຄັນຄັ້ງນີ້ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ຂອງການຮ່ວມມື ສອງຝ່າຍ ເປັນຕົ້ນ ຂະແໜງການກະສິກໍາ, ການພັດທະນາລະບົບນໍ້າສະອາດ, ພັດທະນາສັງຄົມການສຶກສາ, ການຄ້າ, ການທ່ອງທ່ຽວ ລວມທັງການແລກປ່ຽນການຢ້ຽມຢາມຂອງການນໍາທັງສອງປະເທດ ກໍຄືລະດັບຕ່າງໆ ໃນຫຼາຍທົດສະວັດຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນທີ່ສໍາຄັນຈາກ ລັດຖະບານ ກໍ່ຄື ປະຊາຊົນ ຮົງກາຣີ ຕໍ່ການສະໜັບສະໜູນຊ່ວຍ ເຫຼືອໃນຂົງເຂດດັ່ງກ່າວ. ພ້ອມທັງຢືນຢັນວ່າການປະກອບສ່ວນຂອງປະເທດຮົງກາຣີໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕັ້ງໜ້າ ແລະ ຢືນຢັນສືບຕໍ່ ເສີມສ້າງສາຍພົວພັນ ຂອງ ສປປ ລາວ - ຮົງກາຣີ ໃຫ້ມີຄວາມໃກ້ສິດກວ່າເກົ່າ ເພື່ອສົ່ງເສີມ ແລະ ນໍາຜົນ ປະໂຫຍດມາສູ່ສອງຊາດ.

ນອກຈາກນັ້ນ, ໃນງານພິທີດັ່ງກ່າວ ຍັງໄດ້ມີການສະແດງສິນລະປະ ຈາກ ນັກສຶກສາລາວ ທີ່ມາຮຽນຢູ່ ຮົງກາຣີ, ຊື່ງລາຍການສະແດງໄດ້ຖ່າຍທອດໃຫ້ເຫັນເຖິງຄວາມເປັນຊາດລາວ, ວັດຖະທໍາ ທີ່ ງົດງາມ ແລະ ອຸດົມສົມບູນ. ພິເສດ ໃນງານດັ່ງກ່າວ ຍັງໄດ້ມີການໂຄສະນາ ເຜີຍແຜ່ ອາຫານລາວ ທີ່ມີລົດຊາດແຊບຊ້ອຍອີກດ້ວຍ.

12/11/2025

ສະບາຍດີນັກສຶກສາລາວໃນຮົງກາຣີທຸກທ່ານ! ໃນວັນທີ 22 ພະຈິກ 2025, ສະຖານທູດລາວ ພ້ອມດ້ວຍສະມາຄົມນັກສຶກສາລາວໃນຮົງກາຣີ ຈະຈັດກິດຈະກຳເຕົ້າໂຮມນັກສຶກສາ ແລະ ຈັດການແຂ່ງຂັນກິລາບານເຕະຂຶ້ນ ເພື່ອເປັນການຄໍານັບຮັບຕ້ອນວັນຊາດລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ພ້ອມທັງສ້າງໂອກາດໃຫ້ນັກສຶກສາລາວທີ່ກຳລັງສຶກສາ ຢູ່ ຮົງກາຣີ ໄດ້ມາທໍາຄວາມຮູ້ຈັກກັນຜ່ານກິດຈະກໍາຕ່າງໆເຊັ່ນ:
1. ການແຂ່ງຂັນດຶງເຊືອກ
2. ແຂ່ງແລ່ນຂາດຽວ
3. ແຂ່ງຢຽບປຸມເປົ້າ
4. ກິລາບານເຕະ

ສະນັ້ນ, ຈຶ່ງຢາກເຊີນຊວນນັກສຶກສາລາວທຸກທ່ານເຂົ້າຮ່ວມງານນໍາກັນ.

ງານຈະຈັດຂຶ້ນໃນວັນທີ: 22/11/2025
ເວລາ: 9:00ເຊົ້າ - 16:00ແລງ
ສະຖານທີ່: Budapest, Sport u.2, 1087
ລິ້ງລົງທະບຽນເຂົ້າຮ່ວມງານ: https://docs.google.com/forms/d/e/1FAIpQLSfn-yIgQOG-mfqGOpVmqgkzecDURp8c-D3KstsrYxvFBhgwOQ/viewform?usp=dialog

ສໍາລັບຜູ້ໃດທີ່ສົນໃຈເຂົ້າຮ່ວມງານໃຫ້ລົງທະບຽນເຂົ້າຮ່ວມງານຕາມລິ້ງຂ້າງເທິງນີ້ໄດ້ເລີຍເດີ້!

ນອກຈາກນີ້, ຖ້າຫາກນັກສຶກສາສາຜູ້ໃດທີ່ມີຄວາມສົນໃຈຢາກຈະຂາຍອາຫານໃນງານດັ່ງກ່າວ ແມ່ນສາມາດຕິດຕໍ່ Fb: Ananded Vongnorkeo ເພື່ອໃຫ້ຄະນະຮັບຜິດຊອບກະກຽມຈັດແຈງສະຖານທີ່ ແລະ ແຈ້ງລາຍລະອຽດໃຫ້ຕື່ມ

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 10/10/2025

ຊົມເຊີຍວັນການທູດລາວ ຄົບຮອບ 80 ປີ 🎉🎉

========================================

ໃນວັນທີ 10 ຕຸລາ 2025 ທ່ານ ຄໍາພອນ ວົງສັນຕິ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ບູດາແປສ ໄດ້ນໍາພາຄະນະ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945 - 12 ຕຸລາ 2025).

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 05/09/2025

ທ່ານ ນາງ ບົວແກ້ວ ສູນນະລາດ, ອຸປະທູດຊົ່ວຄາວ, ຕາງໜ້າສະຖານທູດລາວເຂົ້າຮ່ວມງານ Professional Partner Meeting ແລະ ງານວາງສະແດງສິນຄ້າ,ຈັດໂດຍກຸ່ມບໍລິສັດຮ່ວມທຸລະກິດໂຄງການ Vitafort.Zrt ຂອງ ຮົງກາຣີ.
------------------------------------
ໃນວັນທີ 4 ກັນຍາ 2025, ທ່ານ ນາງ ບົວແກ້ວ ສູນນະລາດ, ອຸປະທູດຊົ່ວຄາວ, ໄດ້ຕາງໜ້າສະຖານທູດລາວເຂົ້າຮ່ວມງານ Professional Partner Meeting ແລະ ງານວາງສະແດງສິນຄ້າ,ຕາມການເຊື້ອເຊີນຂອງ Mr. Kulik Zoltan, Ceo ປະທານກຸ່ມບໍລິສັດຮ່ວມທຸລະກິດໂຄງການ Vitafort.Zrt ຂອງ ຮົງກາຣີ. ຊຶ່ງຈັດຂຶ້ນທີ່ ສຳນັກງງານໃຫຍ່ຂອງ Vitafort.Zrt ເມືອງ Dabas, Hungary, ການຈັດກອງປະຊຸມ ແລະ ຈັດງານວາງສະແດງຂອງກຸ່ມບໍລິສັດຄັ້ງນີ້ ແມ່ນເພື່ອສະຫລຸບຄືນການປະຕິບັດໂຄງການຂອງຕົນປະຈຳປີ 2025, ໂດຍກຸ່ມບໍລິສັດຮ່ວມທຸລະກິດໂຄງການ Vitafort.Zrt ແມ່ນເປັນໜຶ່ງໃນໂຄງການຮ່ວມມືທີ່ໄດ້ລົງທຶນທາງດ້ານກະສິກຳໃນ ສປປລາວ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ, ໂຄງການດັ່ງກ່າວໄດ້ສ້າງອົງຄວາມຮູ້ດ້ານການດຳເນີນກະສິກຳໂດຍສະເພາະການປະສົມພັນປາ ແລະ ຜະລິດເນື້ອປາປ້ອນຕະຫລາດ ຊຶ່ງໄດ້ນຳຜົນປະໂຫຍດໃຫ້ແກ່ລັດຖະບານ ກໍຄືພາກປະຊາຊົນຂອງລາວໃນໄລຍະຜ່ານມາ ຮອດປະຈຸບັນຍັງສືບຕໍ່ດຳເນີນໂຄງການ.

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 07/08/2025

ສະຖານທູດລາວ ທີ່ ບູດາແປສ ເຂົ້າຮ່ວມງານວາງສະແດງເຜີຍແຜ່ວັດທະນະທຳ - ທ່ອງທ່ອງລາວ ໃນໂອກາດວັນສະຫລອງຄົບຮອບສ້າງຕັ້ງອາຊຽນ 58 ປີ.
---------------------------
ເພື່ອເປັນການເຜີຍແຜ່ວັດທະນະທຳ ແລະ ຂໍ້ມູນການທ່ອງທ່ຽວລາວ, ໃນວັນທີ 2 ສິງຫາ 2025, ພາຍໃຕ້ການເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ Fidesz István Jakab, ຮອງປະທານສະພາແຫ່ງຊາດ ຮົງກາຣີ ແລະ ເປັນເຈົ້າພາບກ່າວເປີດງານໂດຍ ສະຖານທູດມາເລເຊຍໃນນາມປະທານອາຊຽນ ປີ 2025. ສະຖານທູດລາວປະຈໍາຮົງກາຣີ ທີ່ ນະຄອນຫລວງບູດາແປສ, ໄດ້ຮ່ວມກັບ ບັນດາສະຖານທູດຂອງປະເທດສະມາຊິກອາຊຽນທີ່ມີສຳນັກງານສະຖານທູດຂອງຕົນຕັ້ງຢູ່ ນະຄອນ
ຫລວງ ບູດາແປສ ໄດ້ພ້ອມກັນຈັດງານວາງສະແດງວັດທະນະທຳ ແລະ ເຜີຍແຜ່ຂໍ້ມູນການທ່ອງທ່ຽວຂອງຕົນ ໃຫ້ຊາວຕ່າງປະເທດໄດ້ຮັບຊາບ, ພ້ອມດຽວກັນນັ້ນກໍເປັນການສະເຫລີມສະເຫລີມສະຫລອງວັນຄົບຮອບການສ້າງອາຊຽນ 58 ປີ. ໂດຍມີແຂກຖືກເຊີນ ແລະ ນັກທ່ອງທ່ຽວເຂົ້າຮ່ວມຈຳນວນຫລາຍ.

ເພີ່ມຕື່ມ: ລີ້ງຂ່າວຈາກ Daily News Hungary
- https://dailynewshungary.com/budapest-asean-charity-bazaar-southeast-asian/
- https://youtube.com/shorts/5m6ddwv2Ayc?feature=share

28/07/2025

ໃນວັນທີ 2 ສິງຫາ 2025 ສະຖານທູດ ແຫ່ງ ສປປ ລາວ ປະຈໍາຮົງກາຣີ ຈະຈັດງານ ASEAN Charity Bazaar ຮ່ວມກັບສະຖານທູດປະເທດສະມາຊິກອາຊຽນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງອາຊຽນຄົບຮອບ 58 ປີ

🗓️ ວັນທີ 2 ສິງຫາ 2025
⏱️ ເລີ່ມແຕ່ເວລາ 11:00 ໂມງ - 15:00 ໂມງ
📍ທີ່ ສະຖານທູດມາເລເຊຍ (Hazman Utca 8, 1026 Budapest)

ພາຍໃນງານຈະມີການສະແດງສິລະປະ ແລະ ຂາຍອາຫານຂອງບັນດາສະຖານທູດປະເທດສະມາຊິກອາຊຽນ ທີ່ ບູດາແປສ

ເຊີນທຸກທ່ານ ມາຮ່ວມມ່ວນຊື່ນນໍາກັນ 😊

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 27/07/2025

ທ່ານທູດ ພົບປະ ທ່ານອະທິການບໍດີມະຫາວິທະຍາໄລ ແຊແກດ (University of Szeged), ແຂວງ ຊົນກຣາດ ( Csongrád ) ຢູ່ ເມືອງ ແຊແກດ ແລະ ຮັບໃບປະກາດສະນີຍາບັດນັກສຶກສາລາວສຳເລັດການສຶກສາ.

Photos from Lao National Radio's post 25/07/2025

ພາກພູມໃຈການສະຫລອງອາຊຽນ ຄົບຮອບ 57ປິ ຢູ່ ບູດາແປສ ຮົງກາຣີ ພາຍໃຕ້ສະຖານທູດລາວເປັນເຈົ້າພາບສຳເລັດໄປແລ້ວໃນປີກາຍ 2024. ໃນປີນິ້ 2025 ສະຫລອງຄົບຮອບ 58 ປີ ແມ່ນພາຍໃຕ້ ສະຖານທູດມະເລເຊຍ ແມ່ນ ຈະໄດ້ຈັດຢູ່ ສະຖານທູດຂອງເພິ່ນ

Photos from ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ Lao PDR Embassy to Hungary's post 24/07/2025

ທາງສະຖານທູດເຂົ້າຮ່ວມຮັບໃບປະກາດ ແລະ ພົບປະແລກປ່ຽນກັບທ່ານຫົວໜ້າພາກ ມະຫາວິທະຍາໄລ Széchenyi István University of Győr

Szeretnéd, hogy a(z) vállalkozásod elsőként szerepeljen az Kormányzati Szolgálat tematikájú vállalkozások között Budapest városában?

Kattints ide a szponzorált hirdetés igényléséhez.

Helyszín

Weboldal

Cím


1026 Budapest, Endrődi Sándor 29B
Budapest
1026

Nyitvatartási idő

Hétfő 09:00 - 17:00
Kedd 09:00 - 17:00
Csütörtök 09:00 - 17:00