23/03/2026
ຊົມເຊີຍ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ ຢ່າງສຸດໃຈ (13 ມີນາ 1965 - 13 ມີນາ 2026)
ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ “ ສຖຕ ” Technology Promotion and Transfer Center "TPTC”
ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ອັກສອນຫຍໍ້ “ສຖຕ” ເປັນພາສາສາກົນ “Technology Promotion and Transfer Center” ຂຽນຫຍໍ້ “TPTC” ແມ່ນໂຄງປະກອບການຈັດຕັ້ງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນຳກະຊວງ ສ້າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບການຈັດຕັ້ງຜັນຂະຫຍາຍ ວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໃຫ້ລວມສູນ, ສົ່ງເສີມການນຳໃຊ້ເຕັກໂນໂລຊີ, ຖ່າຍທອດເຕັກໂນໂລຊີໃຫມ່ທີ່ກ້າວໜ້າ, ສົ່ງເສ
23/03/2026
ຊົມເຊີຍ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ ຢ່າງສຸດໃຈ (13 ມີນາ 1965 - 13 ມີນາ 2026)
23/03/2026
19/02/2026
ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026
-------------------------------------------------------------------------
ໃນວັນທີ 19 ກຸມພາ 2026, ທີ່ຫ້ອງປະຊຸມ ຊັ້ນ 02 (ເຂດດອນຕິ້ວ), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ) ໄດ້ເປີດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານຂອງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຮອງຫົວໜ້າກົມແຜນການ ແລະ ການເງິນ ແລະ ຍັງມີບັນດາພະນັກງານ ສຖຕ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຢ່າງພ້ອມພຽງ.
ກອງປະຊຸມໄດ້ເລີ່ມຕົ້ນດ້ວຍການກ່າວຕ້ອນຮັບ ແລະ ສະເໜີຈຸດປະສົງ ໂດຍ ທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການລາຍງານບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໃນຮອບ 1 ປີ ຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການໃນປີຕໍ່ໜ້າ. ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາ, ແລກປ່ຽນບົດຮຽນທັງວຽກງານວິຊາສະເພາະ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອຮ່ວມກັນກຳນົດວິທີການແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.
ໃນໂອກາດອັນສະຫງ່າລາສີນີ້, ກອງປະຊຸມຍັງໄດ້ຈັດພິທີມອບ-ຮັບ ລາງວັນຍ້ອງຍໍປະເພດຕ່າງໆ ເພື່ອເປັນການສ້າງຂະບວນການ ແລະ ຊຸກຍູ້ກຳລັງໃຈໃຫ້ແກ່ບຸກຄະລາກອນ ດັ່ງນີ້:
ພິທີມອບຫຼຽນກາທີ່ລະນຶກວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ: ເປັນກຽດມອບໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.
ພິທີມອບໃບຍ້ອງຍໍ ຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024: ເປັນກຽດມອບໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ມະໂນທອງ ວົງລໍຄຳ, ຫົວໜ້າກົມຈັດຕັ້ງ.
ປະກາດຜົນການຄັດເລືອກພະແນກດີເດັ່ນ ແລະ ພະນັກງານດີເດັ່ນ ປະຈຳປີ 2025 ຂອງ ສຖຕ: ໂດຍ ທ່ານ ນາງ ຍອດໄຊ ທົງເດດ, ຮອງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.
-------------------------------------------------------------------------
ອ່ານເພີ່ມຕື່ມ ທີ່ເວັບໄຊທາງການຂອງ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ
https://tptc.gov.la/gweb/backend/web/index.php?r=site/detail&id=478
18/11/2025
ກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນໃສ່ຮ່າງແຜນວຽກ ລະບົບນິເວດສະຕາດອັບ ຂອງ ສປປ ລາວ ໄລຍະ 2025-2030
13/11/2025
ແຈ້ງການ📣
ເຖິງ: ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ດ້ານເຕັກໂນໂລຊີດິຈິຕອນ ແລະ ທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ.
ເລື່ອງ: ເປີດນໍາໃຊ້ຖານລະບົບອອກອະນຸຍາດ ແບບອອນລາຍ ຂອງວຽກງານເຕັກໂນໂລຊີ ດິຈິຕອນ.
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂໍແຈ້ງມາຍັງບັນດາທ່ານ ທີ່ດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ ແລະ ທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ ຊາບວ່າ: ປັດຈຸບັນ ທາງກົມເຕັກໂນໂລຊີດິຈິຕອນ ແມ່ນຈະໄດ້ນໍາໃຊ້ຖານລະບົບອອກອະນຸຍາດ ແບບອອນລາຍ ເຂົ້າໃນການຍື່ນຄໍາຮ້ອງ ຂໍອອກ ຫຼື ຂໍຕໍ່ ໃບອະນຸຍາດ, ໃບຢັ້ງຢືນ ຜ່ານທາງເວັບໄຊ https://dbl.gov.la ນີ້ ນັບແຕ່ວັນທີ 07 ຕຸລາ 2025 ເປັນຕົ້ນໄປ.
ດາວໂຫຼດ:
ຂໍ້ຕົກລົງ ວ່າດ້ວຍການດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ
https://mtc.gov.la/index.php?r=site/downloadfile&file=dm6dJnUYu8h2enfJoN9xzi/0ab9aafd7d6777a862a7a67b302d0f9a.pdf
ຂໍ້ຕົກລົງ ວ່າດ້ວຍ ຖານລະບົບດິຈິຕອນ
https://mtc.gov.la/index.php?r=site/downloadfile&file=bACDSDkFJwYXOg4hau7EoW/cc084016b8ff11d0218f45b41a282a07.pdf
| Monday | 08:00 - 16:00 |
| Tuesday | 08:00 - 16:00 |
| Wednesday | 08:00 - 16:00 |
| Thursday | 08:00 - 16:00 |
| Friday | 08:00 - 16:00 |