ທ່ອງທ່ຽວແຂວງຈຳປາສັກ

ທ່ອງທ່ຽວແຂວງຈຳປາສັກ

Share

ຍິນດີຕ້ອນຮັບສູ່ການທ່ອງທ່ຽວແຂວງຈຳປາ
Champasak Tourism Seatore.

Photos from ທ່ອງທ່ຽວແຂວງຈຳປາສັກ's post 30/05/2026


#ແຫຼ່ງທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ,ເປີດໃຫ້ບໍລິການແລ້ວ,
#ຍິນດີຕ້ອນຮັບທຸກໆທ່ານ, ເຊີນມາສຳພັດກັບ ທຳມະຊາດ ທີ່ອຸດົມສົມບູນ ຕິດພັນກັບຕຳນານຮັກ ທ້າວ ບາຈຽງ ແລະ ນາງ ມະໂລງ
#ຢູ່ທີ່ບ້ານນາຫ້ວາ ເມືອງ ໂພນທອງ ແຂວງຈຳປາສັກ.

Photos from ທ່ອງທ່ຽວແຂວງຈຳປາສັກ's post 28/05/2026

ຄະນະນຳພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຈໍາປາສັກເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນທີ່ແຂວງເລີມດົ່ງ ສສ ຫວຽດນາມ. ນຳໂດຍ: ທ່ານ ນ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ພ້ອມດ້ວຍຄະນະພະແນກ ແລະ ຫົວໜ້າຂະແໜງ,ຮອງຂະແໜງກອງວິຊາການອ້ອມຂ້າງພະແນກ,ຫ້ອງການ ວທຈາກ 4 ເມືອງ(ນະຄອນປາກເຊ,ເມືອງຈຳປາສັກ,ເມືອງໂຂງ, ແລະ ເມືອງປາກຊ່ອງ) ສະມາຄົມທຸລະກິດທ່ອງທ່ຽວ,ສະພາການຄ້າແຂວງ. ໃນວັນທີ 25-28/05/2026.
ໃນໂອກາດນີ້ກໍ່ໄດ້ເຄື່ອນໄຫວທັດສະນະສຶກສາທີ່ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ.
ນອກຈາກທີ່ໄດ້ໄປສຳພັດກັບຕົວຈິງແລ້ວ ທາງຄະນະນຳດັ່ງກ່າວ ກໍ່ໄດ້ປະຊຸມຮ່ວມກັບຄະນະອຳນາດການປົກຄອງແຂວງເລີມດົ່ງ ໂດຍສະເພາະແມ່ນພະແນກ ວທ ,ກິລາ ແລະ ທ່ອງທ່ຽວແຂວງເພື່ອແລກປ່ຽນບົດຮຽນ ທາງດ້ານວິຊາການ ດ້ານການຄຸ້ມຄອງວັດທະນະທຳ ແລະ ທ່າແຮງດ້ານການທ່ອງທ່ຽວຂອງສອງແຂວງ ໃຫ້ໄດ້ມີການຮ່ວມມືກັນຕະຫຼອດໄປ,ພ້ອມທັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ(MOU)ລະຫວ່າງສະມາຄົມທຸລະກິດສອງແຂວງຈຳປາສັກແລະແຂວງເລີມດົ່ງ.

24/05/2026
Photos from ທ່ອງທ່ຽວແຂວງຈຳປາສັກ's post 20/05/2026

#ຢູ່ນີ້paksong

ຢູ່ນີ້ Paksong ເປັນອີກໜຶ່ງສະຖານທີ່ມີເອກະລັກສວຍງາມ ແລະ ມີອາດກາດໜາວເຢັນ ເໝາະເແກ່ການຜັກຜ່ອນສຳພັດອາຍໝອກເຢັ່ນໆເຊວຟີຮູບງາມໆ📸ນຳຢູ່ນີ້ Paksong ເມືອທ່ານເດີນທາງມາເມືອງປາກຊ່ອງສາມາດແວ່ ເຂົ້າໃຊ້ບໍລິການ ເຊິ່ງ ມີບໍລິການຫ້ອງພັກ,ຮ້ານອາຫານແລະເຄຶ່ອງດື່ມ.
💚ເປີດບໍລິການ ຈັນ-ທິດ 💚
📍ສະຖ່ານ. ບ້ານຫຼັກ42 ເມຶ່ອງປາກຊ່ອງ ແຂ້ວງຈຳປາສັກ
ຕິເສັ້ນທ່າງໃຫຍ່ເຂົ້າອອກສະດວກ ໃກ້ແຫ່ລງທອງທ່ຽວຫຼາຍບ່ອນ🌊
……☎️ສົນໃຈຈ່ອງທີ່ພັກຫຼືສອບຖາມໄດ້ທີ່ : https://www.facebook.com/profile.php?id=100057489008279
Tel : 020 55407654, 020 57097970

Photos from ທ່ອງທ່ຽວແຂວງຈຳປາສັກ's post 14/05/2026

#ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮ່ວມກັບ ອຳນາດການປົກຄອງເມືອງໂຂງ.
ຈັດກອງປະຊຸມເພື່ອຍົກລະດັບການຄຸ້ມຄອງຄວາມປອດໄພ ການບໍລິການ ລົດ-ເຮືອ ຢູ່ນາກະສັງ,ດອນເດດ,ດອນຄອນແລະ ການປົກປັກຮັກສາຄວາມສະອາດສວຍງາມຕາມເສັ້ນທາງທ່ອງທ່ຽວ ໃນເຂດດອນເດດ,ດອນຄອນ, ພ້ອມທັງຊຸກຍູ້ວຽກງານການຈັດລະດັບມາດຕາຖານເຮືອນພັກດອກຈຳປາ.ໃນວັນທີ 13/05/2026 ຢູ່ທີ່ບ້ານດອນເດດ ເມືອງໂຂງ ແຂວງຈຳປາສັກ.

Photos from ທ່ອງທ່ຽວແຂວງຈຳປາສັກ's post 13/05/2026

.
#ທ່ອງທ່ຽວແຂວງຈ້ຳປາສັກ.
#ຈຳປາສັກ - ດານັງ ຈັບມືຮັດແໜ້ນສາຍພົວພັນ: ດ້ວຍການ ເຊັນ 3 MOU.
​ທັງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະເລັ່ງລັດການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື (MOU) ໂດຍເນັ້ນການລົງສຳຫຼວດຕົວຈິງໃນຂົງເຂດທ່າແຮງ ເຊັ່ນ: ການທ່ອງທ່ຽວ, ກະສິກຳສະອາດ
​🖋️ ເຊັນ 3 MOU ຍຸດທະສາດ: ຊຸກຍູ້ທຸລະກິດສອງທ້ອງຖິ່ນ
​ໃນພິທີດັ່ງກ່າວ, ສອງຝ່າຍໄດ້ຮ່ວມເປັນສັກຂີພະຍານໃນການລົງນາມຮ່ວມມືລະຫວ່າງວິສາຫະກິດ ເພື່ອສ້າງເມັດເງິນໝູນວຽນ ແລະ ຜົນປະໂຫຍດຮ່ວມກັນ:
​ການລົງທຶນໂຮງແຮມ-ຮ້ານອາຫານ: ໂດຍບໍລິສັດ ສີສຸກຈະເລີນກຣຸບ ແລະ Co Hong Food ຈະຮ່ວມກັນສຶກສາການສ້າງຮ້ານອາຫານ-ໂຮງແຮມ ແບບປະເພນີຫວຽດນາມ ຢູ່ນະຄອນປາກເຊ.
​ການສົ່ງເສີມສິນຄ້າ: ບໍລິສັດ DPH International ແລະ DH999 Trading and Services Co.,Ltd ຮ່ວມມືກັນນຳເອົາຜະລິດຕະພັນເດັ່ນຂອງແຂວງຈຳປາສັກ ໄປວາງຈຳໜ່າຍຢູ່ນະຄອນດານັງ.
​ການທ່ອງທ່ຽວ: ບໍລິສັດ ສົມພອນໄຊ ທົວ (Somphonexay Tour Company Limitetd) ຂອງແຂວງຈຳປາສັກແລະ VietNam Travelmart Inc ນະຄອນດານັງ ຄູ່ສັນຍາຮ່ວມມືໃນການທ່ອງທ່ຽວ ແລກນັກທ່ອງທ່ຽວລະຫວ່າງກັນ ແລະ ກັນ ເພື່ອຊຸກຍູ້ການທ່ອງທ່ຽວສອງປະເທດ ໃຫ້ມີສີສັນ ແລະ ຄຶກຄັກກວ່າເກົ່າ.
​ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ແມ່ນການຢ້ຽມຢາມຕາມທຳນຽມ ແຕ່ແມ່ນການ "ເປີດປະຕູເສດຖະກິດ" ລະຫວ່າງ ຈຳປາສັກ ແລະ ດານັງ ໃຫ້ກ້າວສູ່ລວງເລິກ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງທ້ອງຖິ່ນໃຫ້ຮຸ່ງເຮືອງສີວິໄລຢ່າງຍືນຍົງ.
​📸 ພາບ-ຂ່າວ: ສະນັ່ນ ມົນໄມຕີ ຫ້ອງວ່າການແຂວງ.

Photos from ທ່ອງທ່ຽວແຂວງຈຳປາສັກ's post 12/05/2026

#ພະແນກວັດທະນະທຳແລະການທ່ອງທ່ຽວແຂວງ
ໃນຕອນບ່າຍ ຂອງວັນທີ 12/5/2026 ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລືດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມທຸລະກິດໂຮງແຮມແລະ ຮ້ານອາຫານແຂວງຈຳປາສັກ ຢູ່ທີ່ຫ້ອງປະຊຸມຂອງກຸ່ມບໍລິສັດດາວເຮືອງ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ນາງ ເຕດາວັນ ແກ້ວພິດາວັນ ກຳມະການພັກແຂວງ ຫົວຫນ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ທ່ານ ສຸລິນ ເພັດທານີ ຮອງຫົວຫນ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ມາລາ ຈັນທະລາມ ຮອງປະທານສະພາອຸດສະຫະກຳ ແລະ ການຄ້າແຂວງ ,ຄະນະຂະແໜງທ່ອງທ່ຽວ,ຄະນະສະມະຄົມທຸລະກິດໂຮງແຮມແລະຮ້ານອາຫານ, ບັນດາທ່ານຫົວຫນ່ວຍທຸລະກິດໂຮງແຮມ ແລະ ຮ້ານອາຫານເຂົ້າຮ່ວມ ເຊິ່ງກອງປະຊຸມໄດ້ຄົ້ນຄ້ວາ ແລະ ຕົກລົງເຫັນດີ ໃນການກຳນົດບຸກຄະລາກອນເພື່ອປະກອບເຂົ້າໃນຄະນະສະມາຄົມຊຸດໃຫມ່ ເພື່ອເປັນຕົວແທນໃນການຈັດຕັ້ງການເຄື່ອນໄຫວຂອງບັນດາທຸລະກິດໂຮງແຮມ ແລະ ຮ້ານອາຫານໃນຕໍ່ຫນ້າ ເພື່ອເຮັດໃຫ້ສະມາຄົມມີຄວາມເຂັ້ມແຂງ ເພື່ອປະກອບສ່ວນໃນການພັດທະນາວຽກງານການທ່ອງທ່ຽວແຂວງ.

12/05/2026



Li Phi Waterfall
The word Li Phi means ‘spirit trap’ in Lao and local people believe that the deceased spirits of
humans and animals floating down the river are trapped here. The series of falls that run through
various drops in this part of the Mekong River is located in an amazing natural site at Khon island.

Photos from ທ່ອງທ່ຽວແຂວງຈຳປາສັກ's post 09/05/2026

#ພູສ່າເຫຼົ້າ
#ກິດຈະກຳເດືອນລະ10ຖົງ
ໃນຕອນບ່າຍ ຂອງວັນທີ 8/5/2026 ທ່ານ ສຸລິນ ເພັດທານີ ຮອງຫົວຫນ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໄດ້ນຳພາພະນັກງານພາຍໃນພະແນກ ລົງເຄື່ອນໄຫວເຮັດກິດຈະກຳເກັບຂີ່ເຫຍື່ອຢູ່ຕາມເສັ້ນທາງ ແລະ ນຳເອົາຖັງເຄັງໃສ່ຂີ່ເຫຍື່ອປະໄວ້ແຕ່ລະຈຸດ ຕາມເສັ້ນທາງຂື້ນແຫຼ່ງທ່ອງທ່ຽວພູສ່າເຫລົ້າ ເພື່ອຮັກສາຄວາມສະອາດສວຍງາມຂອງສະຖານແຫຼ່ງທ່ອງທ່ຽວ ພ້ອມທັງເປັນການປົກປັກຮັກສາສະພາບແວດລ້ອມໃຫ້ມີຄວາມສວຍງາມ,
ແຫ່ງທ່ອງທ່ຽວພູສ່າເຫຼົ້າ ຖືເປັນອີກຫນຶ່ງສະຖານທີ່ສຳຄັນ ແລະ ເປັນຈຸດປາຍທາງຂອງນັກທ່ອງທ່ຽວ.

Photos from ທ່ອງທ່ຽວແຂວງຈຳປາສັກ's post 01/05/2026

#ແຂວງຈຳປາສັກ
ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮ່ວມກັບສະມາຄົມທຸລະກິດທ່ອງທ່ຽວຂອງແຂວງ ຕ້ອນຮັບຄະນະກຸ່ມນັກທ່ອງທ່ຽວທີ່ເດີນທາງມາທ່ອງທ່ຽວແຂວງຈຳປາສັກ ດ້ວຍສາຍການບິນເຫມົາລຳ ຮົງກົງ-ປາກຊ ໃນວັນທີ 01 ພຶດສະພາ2026 ຢູ່ທີ່ສະຫນາມບິນສາກົນປາກເຊ, ຄະນະນັກທ່ອງທ່ຽວແມ່ນຈະເດີນທ່ອງທ່ຽວຢູ່ແຂວງຈຳປາສັກ ແຕ່ ວັນທີ 1-7/5/2026 ນັກທ່ອງທ່ຽວທີ່ເດີນທາງມາຄັ້ງນີ້ແມ່ນມີຈຳນວນຄົນທັງຫມົດ 120 ທ່ານ

Want your business to be the top-listed Government Service in Paksé?

Click here to claim your Sponsored Listing.

Location

Telephone

Address


Champasak
Paksé

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00