03/04/2026
ການເປັນສະມາຊິກຂອງສະຫະກອນບໍ່ພຽງແຕ່ກ່ຽວກັບການປຸງແຕ່ງ ແລະ ການຂາຍກາເຟຮ່ວມກັນເທົ່ານັ້ນ, ແຕ່ຍັງກ່ຽວກັບການສ້າງຄວາມເຂັ້ມແຂງອີກດ້ວຍ. ເນື່ອງຈາກພວກເຮົາເຊື່ອວ່າການຮຽນຮູ້ໂດຍການລົງມືເຮັດແມ່ນວິທີການສອນທີ່ມີປະສິດທິພາບຫຼາຍ ເຊິ່ງໂດຍທົ່ວໄປແລ້ວຈະໃຫ້ຜົນໄດ້ຮັບດີກ່ວາການຮຽນຮູ້ທາງທິດສະດີ, ພວກເຮົາໄດ້ຈັດກອງປະຊຸມ 2 ຄັ້ງສຳລັບສະມາຊິກຂອງພວກເຮົາໃນອາທິດແລ້ວນີ້. ຊາວກະສິກອນໄດ້ມີໂອກາດໄປຢ້ຽມຢາມຟາມຕົວແບບບາງແຫ່ງ ແລະ ຝຶກການຕັດแต่งກິ່ງເພື່ອຮັກສາສຸຂະພາບຂອງຕົ້ນກາເຟ ແລະ ປັບປຸງຜົນຜະລິດ. ພວກເຂົາຍັງໄດ້ຮຽນຮູ້ກ່ຽວກັບການຄຸ້ມຄອງສັດຕູພືດແບບຍືນຍົງໂດຍການຜະລິດຢາປາບສັດຕູພືດຊີວະພາບ, ກັບດັກໜຽວ ແລະ ກັບດັກທີ່ໃຊ້ເບັດເອທານອນ-ເມທານອນ ເພື່ອຈຳກັດຜົນກະທົບຂອງໜອນເຈາະໝາກກາເຟໃນສວນຂອງພວກເຂົາ.
Being a member of a cooperative is not just about processing and selling coffee together, it's also about empowerment. Because we believe that learning by doing is a very effective teaching approach that generally yields better results than theoretical learning, we organized 2 workshops for our members last week. Farmers had the opportunity to visit some model farms and practice pruning to maintain coffee tree health and improve productivity. They also learned about sustainable pest management by producing bio-pesticides, sticky traps and ethanol-methanol-baited traps to limit the impact of coffee berry borers in their plantations.
Green Cup Project
31/03/2026
ຂໍຂອບໃຈຢ່າງສູງມາຍັງ NAPP ທີ່ໄດ້ນຳສະເໜີສະຫະກອນຂອງພວກເຮົາ ແລະ ໃຫ້ໂອກາດພວກເຮົາໄດ້ແບ່ງປັນປະສົບການກັບຜູ້ຜະລິດເຂົ້າຂອງໄທຈາກເຄືອຂ່າຍການຄ້າທີ່ຍຸດຕິທຳ. ຂອບໃຈສຳລັບການມາຢ້ຽມຢາມ!
A big thanks to the Network of Asia and Pacific Producers -NAPP for showcasing our cooperative and giving us the opportunity to share experience with Thai Rice Producers from the network. Thanks for the visit!
12/02/2026
ຂໍສະແດງຄວາມຍິນດີກັບ 3 Q-Graders ຄົນໄຫມ່ຂອງພວກເຮົາຄື: ນາງ ຈິນດາວົງ, ທ້າວ ຄຳພັນ, ແລະ ທ້າວ ເຄນຈັນ! ພາຍຫຼັງໃດ້ຮັບການຮຽນວິທີການຊີມກາເຟ, ການໃຫ້ຄະແນນ ແລະ ການທົດສອບກິ່ນ. ໃນທີ່ສຸດກໍ່ສາມາດຢາດໃດ້ຜົນສຳເລັດ! ພວກເຮົາມີຄວາມພູມໃຈ ແລະ ຮູ້ສຶກຂອບໃຈຢ່າງຍິ່ງສຳລັບຄວາມອຸທິດຕົນ ແລະ ຄວາມມຸ່ງໝັ້ນຂອງທ່ານຕໍ່ສະຫະກອນຂອງພວກເຮົາ, ສະມາຊິກ ແລະ ຊຸມຊົນຂອງພວກເຂົາ. ດຽວນີ້ມັນເປັນການເລີ່ມຕົ້ນຂອງບົດໃໝ່ເພື່ອນຳເອົາກາເຟຂອງພວກເຮົາໄປສູ່ອີກລະດັບໜຶ່ງ ແລະ ສະແດງໃຫ້ໂລກເຫັນເຖິງຄວາມມະຫັດສະຈັນຂອງກາເຟລາວ! ພວກເຮົາຂໍຂອບໃຈ Academy Thailand ແລະ ອາຈານ Natt Muangsiri ທີ່ເຮັດໃຫ້ມັນເປັນໄປໄດ້!
A huge congratulation to our 3 newest certified Q-graders, Ms Chindavong, M. Khamphanh, M. Khenchanh! After hours of cupping, grading and aroma testing, you finally made it! We are so proud and grateful for your dedication and commitment to our cooperative, its members and their communities.
It is now the beginning of a new chapter to bring our coffee to another level and show the world the awesomeness of !
We would also like to thank Expresso Academy Thailand and instructor Natt Muangsiri for making it possible !
09/02/2026
ເຖິງຜູ້ທີ່ມັກກາເຟຝຣັ່ງທຸກທ່ານ: ຖ້າທ່ານຕ້ອງການຊີມລົດຊາດກາເຟລາວ, ທ່ານສາມາດລອງກາເຟອໍແກນິກ ແລະ ກາເຟການຄ້າທີ່ຍຸດຕິທຳຂອງ Malongo ໄດ້!
To all French coffee lovers: if you want to have a taste of Lao coffee, you can try our organic and Fairtrade beans roasted by Malongo!
Café en grains 500g – Laos ✨
Découvrez un café légèrement corsé, subtilement acidulé, aux arômes frais et printaniers.
03/02/2026
ໃນຖານະທີ່ເປັນສະຫະກອນທີ່ໄດ້ຮັບການຮັບຮອງຈາກການຄ້າທີ່ຍຸດຕິທຳ, ການສະໜັບສະໜູນສະມາຊິກໃນທຸກດ້ານຂອງການຜະລິດກາເຟແມ່ນໜຶ່ງໃນໜ້າທີ່ຂອງພວກເຮົາ. ເພື່ອໃຫ້ລາງວັນແກ່ 299 ຄອບຄົວທີ່ໄດ້ປຸງແຕ່ງກາເຟຜ່ານສະຫະກອນໃນປີກາຍນີ້, ພວກເຮົາໄດ້ສະເໜີເລື່ອຍໄຟຟ້າໃຫ້ພວກເຂົາແຕ່ລະຄົນ, ເຊິ່ງຈະຊ່ວຍໃຫ້ການຕັດແຕ່ງກາເຟ ແລະ ການຈັດການຕົ້ນໄມ້ໃຫ້ຮົ່ມງ່າຍຂຶ້ນ. ນອກຈາກນັ້ນ, ພວກເຂົາຍັງໄດ້ຮັບປຸ໋ຍອິນຊີໜຶ່ງໂຕນສຳລັບໝາກເຊີຣີທີ່ປຸງແຕ່ງແລ້ວ 10 ໂຕນ, ໂດຍມີຈຸດປະສົງເພື່ອປັບປຸງການຄຸ້ມຄອງຄວາມອຸດົມສົມບູນຂອງດິນ.
As a Fairtrade certified cooperative, supporting the members in all aspects of coffee production is one of our duties. To reward the 299 families who processed coffee through the cooperative last year, we offered each of them an electric saw, which will ease the coffee pruning and the management of shade trees. In addition, they also received one ton of organic fertilizer for 10 tons of cherries processed, aiming at improving soil fertility management.
14/01/2026
ກຳລັງໂຫຼດ 2 ຕູ້ຄອນເທນເນີທຳອິດຂອງການເກັບກ່ຽວປີ 2025-26. ປະເທດຝຣັ່ງ, ຈົ່ງກຽມພ້ອມ, ກາເຟລາວກຳລັງມາຮອດຈອກຂອງທ່ານແລ້ວ!
Loading the first 2 containers of 2025-26 harvest. France, be ready, is coming to your cup.
09/01/2026
ເປັນການຮັບຮູ້ ແລະ ພູມໃຈຢ່າງຍິ່ງສຳລັບກາເຟລາວ! ກາເຟປະຈຳເດືອນຂອງ Malongo ເປັນສະບັບຈຳກັດທີ່ປະສົມກາເຟຂອງພວກເຮົາກັບກາເຟຈາກໝູ່ເພື່ອນຂອງພວກເຮົາຈາກສະຫະກອນກາເຟ Vanmai ໃນຫົວພັນ ແລະ ສະຫະກອນ GreenGold ໃນປະເທດມຽນມາ.
What a great recognition and proud for ! Malongo's coffee of the Month is a limited edition mixing our coffee to the ones from our friends from Vanmai Coffee cooperative in Houaphan and GreenGold Co-op in Myanmar.
03/12/2025
ທ້າຍອາທິດນີ້, ມາສະຫຼອງກາເຟລາວກັບພວກເຮົາທີ່ປາກຊອງ
This weekend, come to celebrate Lao coffee with us in Paksong.
27/11/2025
ພວກເຮົາກຳລັງວາງສະແດງກາເຟຂອງພວກເຮົາຢູ່ງານ TARASA25, ກອງປະຊຸມສາກົນກ່ຽວກັບການຫັນປ່ຽນໄປສູ່ກະສິກຳນິເວດວິທະຍາ ແລະ ກະສິກຳຟື້ນຟູເປັນການປະກອບສ່ວນເຂົ້າໃນການຫັນປ່ຽນລະບົບອາຫານ, ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ແຕ່ວັນທີ 24-27 ພະຈິກ 2025.
We are showcasing our coffee at , the International Workshop on Transitioning Towards Agroecology and Regenerative Agriculture as a Contribution to Food Systems Transformations, taking place in Vientiane, Lao PDR, from 24–27 November 2025.
26/11/2025
ເຂັ້ມແຂງຂຶ້ນຮ່ວມກັນ, ພະລັງຂອງສະຫະກອນຊາວກະສິກອນຂະໜາດນ້ອຍ!
Stronger together, the power of smallholders cooperatives!
Network of Asia and Pacific Producers -NAPP