Laos Australia Institute

Call Directions Website Contact the organization

Laos Australia Institute Australia's Human Resource Development program in the Lao PDR

Learn more about the Australia Awards Scholarships, visit: www.australiaawardslaos.org
or email us: [email protected]

𝐅𝐫𝐨𝐦 𝐋𝐚𝐨𝐬 𝐭𝐨 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐚𝐧𝐝 𝐁𝐚𝐜𝐤: 𝐒𝐢𝐦𝐨𝐧’𝐬 𝐉𝐨𝐮𝐫𝐧𝐞𝐲 𝐭𝐨 𝐈𝐧𝐬𝐩𝐢𝐫𝐞 𝐘𝐨𝐮𝐭𝐡 𝐂𝐡𝐚𝐧𝐠𝐞 ເນື່ອງໃນໂອກາດການສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປີນ...
12/08/2026

𝐅𝐫𝐨𝐦 𝐋𝐚𝐨𝐬 𝐭𝐨 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐚𝐧𝐝 𝐁𝐚𝐜𝐤: 𝐒𝐢𝐦𝐨𝐧’𝐬 𝐉𝐨𝐮𝐫𝐧𝐞𝐲 𝐭𝐨 𝐈𝐧𝐬𝐩𝐢𝐫𝐞 𝐘𝐨𝐮𝐭𝐡 𝐂𝐡𝐚𝐧𝐠𝐞

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນໄວໜຸ່ມສາກົນ ປີນີ້, ທ່ານ ເດດເດຊາ ຊາມຸນຕຣີ — ຫຼືທີ່ຮູ້ຈັກກັນໃນຊື່ ໄຊມ້ອນ — ອະດີດນັກສຶກສາທຶນການສຶກສາອົດສະຕຣາລີ ກຳລັງນຳໃຊ້ການສຶກສາ, ນະວັດຕະກຳ ແລະ ການເຄື່ອນໄຫວໃນຊຸມຊົນ ເພື່ອທີ່ທຸກຄົນສາມາດມີສ່ວນຮ່ວມໃນການຊ່ວຍສ້າງອະນາຄົດຂອງ ສປປ ລາວ. 🇱🇦✨

ໄຊມ້ອນ ເກີດ ແລະ ເຕີບໃຫຍ່ຢູ່ນະຄອນຫຼວງວຽງຈັນ, ລາວໄດ້ເລີ່ມຕົ້ນເສັ້ນທາງການສຶກສາຂອງຕົນເອງດ້ວຍປະລິນຍາຕີສາຂາການເງິນ. ຫຼັງຈາກເຮັດວຽກຢູ່ໃນຂະແໜງການເງິນມາເປັນເວລາຫຼາຍກວ່າ 5 ປີ, ໄຊມ້ອນ ໄດ້ຮັບ ທຶນການສຶກສາອົດສະຕຣາລີ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ສາຂາທຸລະກິດ ແລະ ການຄ້າສາກົນ ທີ່ ມະຫາວິທະຍາໄລ Macquarie.

ປັດຈຸບັນ ໄຊມ້ອນ ເຮັດວຽກເປັນ ທີ່ປຶກສາດ້ານການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາພາກເອກະຊົນ, ໂດຍໃຫ້ການສະໜັບສະໜູນໂອກາດທາງດ້ານເສດຖະກິດແບບມີສ່ວນຮ່ວມສຳລັບຜູ້ປະກອບການຍິງ.

ສຳລັບ ໄຊມ້ອນ, ໄວໜຸ່ມບໍ່ພຽງແຕ່ເປັນຜູ້ນຳຂອງອະນາຄົດເທົ່ານັ້ນ — ແຕ່ພວກເຂົາຍັງເປັນສ່ວນໜຶ່ງໃນການຊ່ວຍຄິດຫາທາງອອກ ແລະ ວິທີແກ້ໄຂບັນຫາໃນປັດຈຸບັນ. ໄຊມ້ອນ ເຊື່ອວ່າຄົນຮຸ່ນຕໍ່ໄປຂອງ ສປປ ລາວ ຕ້ອງການການສຶກສາທີ່ມີຄຸນນະພາບ, ການໄດ້ຮັບຄຳປຶກສາ, ຄວາມເຊື່ອໝັ້ນ ລວມທັງ ໂອກາດໃນການເປັນຜູ້ນຳ, ສ້າງນະວັດຕະກຳ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. 🚀

ນອກເໜືອຈາກສາຍວິຊາຊີບຂອງລາວແລ້ວ, ໄຊມ້ອນ ຍັງໄດ້ສ້າງແຮງບັນດານໃຈໃຫ້ໄວໜຸ່ມເຂົ້າມາມີບົດບາດໃນການຂັບເຄື່ອນແຟຊັ່ນທີ່ເປັນມິດຕໍ່ສິ່ງແວດລ້ອມຜ່ານໂຄງການ Veyra – Wear for Change ຂອງລາວ. ສິ່ງທີ່ເລີ່ມຕົ້ນຈາກທຶນຊ່ວຍເຫຼືອຂະໜາດນ້ອຍ ແລະ ແນວຄວາມຄິດທີ່ຍິ່ງໃຫຍ່ ໄດ້ຂະຫຍາຍຕົວກາຍເປັນ ການສົ່ງເສີມແຟຊັ່ນທີ່ເປັນມິດຕໍ່ສິ່ງແວດລ້ອມຜ່ານການຝຶກອົບຮົມ, ການແລກປ່ຽນເສື້ອຜ້າ ແລະ ວິໄສທັດສຳລັບສູນກາງແຟຊັ່ນທີ່ຍືນຍົງ ບ່ອນທີ່ໄວໜຸ່ມສາມາດຫຼຸດຜ່ອນສິ່ງເສດເຫຼືອຈາກເສື້ອຜ້າ ແລະ ເຮັດໃຫ້ຄວາມຍືນຍົງເປັນສ່ວນໜຶ່ງຂອງຊີວິດປະຈຳວັນ. 👕♻️

ຂໍ້ຄວາມຈາກ ໄຊມ້ອນ: ເມື່ອໄວໜຸ່ມໄດ້ຮັບການສະໜັບສະໜູນໃຫ້ຮຽນຮູ້, ນຳພາ ແລະ ສ້າງສັນ, ພວກເຂົາຈະກາຍເປັນພະລັງສຳຄັນ ໃນການຂັບເຄື່ອນ ການປ່ຽນແປງໃຫ້ເປັນໄປໃນທາງທີ່ດີຂື້ນ. 💚
---

For International Youth Day, we’re celebrating Dethdesa Samountry — better known as Simon — an Australia Awards alumnus using education, innovation and community action to help shape a more inclusive future for Laos. 🇱🇦✨

Born and raised in Vientiane, Simon began his academic journey with a Bachelor’s degree in Finance. After more than five years in the financial sector, he received an Australia Awards Scholarship to study for a Master’s degree in International Business and Commerce at Macquarie University.

Today, Simon works as a Private Sector Development Advisor, supporting inclusive economic opportunities for women entrepreneurs.

For Simon, young people are not only the leaders of tomorrow — they are partners in creating solutions today. He believes Laos’ next generation needs quality education, mentorship, confidence and opportunities to lead, innovate and contribute to sustainable development. 🚀

Beyond hid professional role, Simon is inspiring youth action on eco-friendly fashion through his initiative, Veyra – Wear for Change. What started as a small grant and a big idea has grown into promoting eco-friendly fashion through workshops, clothing swaps and a vision for a sustainable fashion hub where young people can reduce textile waste and make sustainability part of everyday life. 👕♻️

Simon’s message is clear: “When young people are supported to learn, lead and create, they become a powerful force for positive change.” 💚

𝐄𝐦𝐩𝐨𝐰𝐞𝐫𝐢𝐧𝐠 𝐋𝐚𝐨𝐬’ 𝐅𝐮𝐭𝐮𝐫𝐞 𝐖𝐨𝐫𝐤𝐟𝐨𝐫𝐜𝐞: 𝐌𝐞𝐞𝐭 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐀𝐰𝐚𝐫𝐝𝐬 𝐀𝐥𝐮𝐦𝐧𝐚 𝐍𝐢𝐬𝐚𝐱𝐨𝐧𝐡 𝐒𝐨𝐮𝐫𝐢𝐯𝐨𝐧𝐠ອະດີດນັກສຶກສາ ທຶນການສຶກສາ ອົດສະຕຣາລີ ທ...
07/08/2026

𝐄𝐦𝐩𝐨𝐰𝐞𝐫𝐢𝐧𝐠 𝐋𝐚𝐨𝐬’ 𝐅𝐮𝐭𝐮𝐫𝐞 𝐖𝐨𝐫𝐤𝐟𝐨𝐫𝐜𝐞: 𝐌𝐞𝐞𝐭 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐀𝐰𝐚𝐫𝐝𝐬 𝐀𝐥𝐮𝐦𝐧𝐚 𝐍𝐢𝐬𝐚𝐱𝐨𝐧𝐡 𝐒𝐨𝐮𝐫𝐢𝐯𝐨𝐧𝐠

ອະດີດນັກສຶກສາ ທຶນການສຶກສາ ອົດສະຕຣາລີ ທ່ານນາງ ນິສາຊົນ ສຸລິວົງ ກຳລັງຊ່ວຍສ້າງອະນາຄົດ ຂອງການພັດທະນາທັກສະ ສີມືແຮງງານໃນປະເທດລາວ.

ຫຼັງຈາກຮຽນຈົບປະລິນຍາໂທ ສາຂາການຄຸ້ມຄອງການທ່ອງທ່ຽວສາກົນແບບຍືນຍົງ ຈາກມະຫາວິທະຍາໄລ Monash ໃນປີ 2023, ນິສາຊົນ ໄດ້ກັບບ້ານພ້ອມກັບແນວຄວາມຄິດໃໝ່ໆ, ມຸມມອງຈາກຕ່າງປະເທດ ແລະ ຄວາມຮູ້ພາກປະຕິບັດ ເພື່ອສະໜັບສະໜູນວຽກງານ ດ້ານການສຶກສາ ແລະ ຝຶກອົບຮົມດ້ານວິຊາຊີບ ແລະ ເຕັກນິກ.

ປະຈຸບັນ ນິສາຊົນ ເຮັດວຽກຢູ່ ກົມອາຊີວະສຶກສາ ພາຍໃຕ້ກະຊວງສຶກສາທິການ ແລະ ກິລາ. ນິສາຊົນ ມີຄວາມມຸ່ງໝັ້ນທີ່ຈະຂະຫຍາຍໂອກາດການເຂົ້າເຖິງການສຶກສາຢ່າງເທົ່າທຽມ - ໂດຍສະເພາະສຳລັບໄວໜຸ່ມທີ່ຕ້ອງການທັກສະເພື່ອຊອກຫາວຽກເຮັດງານທໍາ.

ຜ່ານປະສົບການທີ່ໄດ້ຮັບຈາກ ທຶນການສຶກສາອົດສະຕຣາລີ, ນິສາຊົນ ໄດ້ເພີ່ມທະວີຄວາມຄວາມຮູ້ກ່ຽວກັບການທ່ອງທ່ຽວແບບຍືນຍົງ, ການຝຶກອົບຮົມທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງຂະແໜງການ ແລະ ການພັດທະນາຫຼັກສູດ. ປັດຈຸບັນນີ້ ນິສາຊົນ ໄດ້ນຳເອົາຄວາມຮູ້ດັ່ງກ່າວມາປະຕິບັດຕົວຈິງ ໂດຍການຮ່ວມມືກັບວິທະຍາໄລວິຊາຊີບ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າການຝຶກອົບຮົມດ້ານການທ່ອງທ່ຽວ ສອດຄ່ອງກັບຄວາມຕ້ອງການປັດຈຸບັນຂອງ ຂະແໜງການ, ລວມທັງການປະຕິບັດແບບຍືນຍົງ, ຄວາມສາມາດດ້ານດິຈິຕອນ ແລະ ທັກສະພາກປະຕິບັດຕົວຈິງສຳລັບກຳລັງແຮງງານ.

ນິສາຊົນ ກ່າວວ່າ “ການເດີນທາງນີ້ບໍ່ແມ່ນພຽງແຕ່ການໄດ້ຮຽນຢູ່ມະຫາວິທະຍາໄລລະດັບໂລກເທົ່ານັ້ນ, ແຕ່ຍັງໄດ້ຮັບປະສົບການກ່ຽວກັບວັດທະນະທຳທີ່ແຕກຕ່າງ, ໄດ້ຮຽນຮູ້ຈາກຜູ້ຄົນ ຫຼາກຫຼາຍສາຂາອາຊີບ ແລະ ສະຖານະໃນສັງຄົມ ເຊິ່ງເຮັດໃຫ້ຕົນເອງໄດ້ເຕີບໂຕ ທັງໃນດ້ານຊີວິດສ່ວນຕົວ ແລະ ດ້ານການເຮັດວຽກ.”

ຄຳແນະນຳສຳລັບຜູ້ທີ່ສົນໃຈສະໝັກເອົາທຶນການສຶກສາອົດສະຕຣາລີໃນອະນາຄົດ? ຈົ່ງເຊື່ອໝັ້ນໃນຕົນເອງ, ຈົດຈໍ່ຢູ່ກັບເປົ້າ ໝາຍຂອງທ່ານ ແລະ ກຽມພ້ອມທີ່ຈະນຳໃຊ້ໂອກາດນີ້ ເພື່ອສ້າງການປ່ຽນແປງໃຫ້ແກ່ຊຸມຊົນຂອງທ່ານ.
---

Australia Awards alumna Miss Nisaxonh Sourivong is helping shape the future of skills development in Laos.

After completing a Master of International Sustainable Tourism Management at Monash University in 2023, Nisaxonh returned home with new ideas, global perspectives, and practical knowledge to support technical and vocational education and training.

Now working at the Department of Technical and Vocational Education and Training within the Ministry of Education and Sports, she is passionate about expanding equal access to education—especially for young people seeking employment skills.

Through her Australia Awards experience, Nisaxonh strengthened her understanding of sustainable tourism, industry-responsive training, and curriculum development. She now applies these learnings by collaborating with vocational colleges and development partners to ensure tourism training reflects current industry needs, including sustainable practices, digital competence, and practical workforce skills.

“The journey is not just about studying at a world-class university,” she says, “but also about experiencing a different culture, learning from people from all walks of life, and growing personally and professionally.”

Her advice to future applicants? Believe in yourself, stay focused on your goals, and be ready to use the opportunity to make a difference in your community.

07/08/2026

ມາຮ່ວມຮັບຟັງເລື່ອງລາວ ແລະ ປະສົບການຈາກອະດີດນັກສຶກສາທຶນການສຶກສາອົດສະຕຣາລີ ວ່າການສຶກສາຢູ່ອົດສະຕຣາລີ ໄດ້ຊ່ວຍຕໍ່ຍອດເສັ້ນທາງອາຊີບ, ເສີມສ້າງທັກສະ ແລະ ຊ່ວຍໃຫ້ພວກເຂົາເຕີບໂຕທັງໃນດ້ານວິຊາຊີບ ແລະ ຊີວິດສ່ວນຕົວແນວໃດ. ນອກຈາກນັ້ນ ພວກເຮົາມາຮ່ວມກັນສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 74 ປີ ພ້ອມທັງຜົນສະທ້ອນອັນຍືນຍົງຂອງການສຶກສາ ແລະ ການເປັນຄູ່ຮ່ວມງານຂອງທັງສອງປະເທດ. 🇱🇦🤝🇦🇺
---
Hear from our Australia Awards alumni as they share how studying in Australia has shaped their careers, strengthened their skills, and helped them grow both professionally and personally. Celebrating 74 years of Lao–Australia diplomatic relations and the lasting impact of education and partnership. 🇱🇦🤝🇦🇺

24/07/2026

𝐀𝐥𝐮𝐦𝐧𝐢 𝐈𝐧𝐧𝐨𝐯𝐚𝐭𝐢𝐨𝐧 𝐆𝐫𝐚𝐧𝐭𝐬 𝐚𝐫𝐞 𝐦𝐚𝐤𝐢𝐧𝐠 𝐚 𝐥𝐚𝐬𝐭𝐢𝐧𝐠 𝐢𝐦𝐩𝐚𝐜𝐭 𝐢𝐧 𝐋𝐮𝐚𝐧𝐠 𝐏𝐫𝐚𝐛𝐚𝐧𝐠

ທຶນຂະໜາດນ້ອຍສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ ໄດ້ສະໜັບສະໜູນໂຄງການພັດທະນາຊຸມຊົນທົ່ວ ສປປ ລາວ ຕະຫຼອດ 6 ປີທີ່ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງທັກສະ ແລະ ຄວາມເປັນຜູ້ນໍາຂອງ ອະດີດນັກສຶກສາລາວ-ອົດສະຕຣາລີຂອງພວກເຮົາ.

ພາຍຫຼັງສໍາເລັດການສຶກສາຊັ້ນສູງ ສາຂາວິຊາ ກະສິກຳແບບຍືນຍົງ ຈາກອົດສະຕຣາລີ, ທ່ານ ແພງ ຊາໂພຄຳ ກຳລັງນຳໃຊ້ຄວາມຊ່ຽວຊານຂອງລາວ ເພື່ອສະໜັບສະໜູນຊາວກະສິກອນຢູ່ທີ່ ແຂວງຫຼວງພະບາງ, ສປປ ລາວ ໂດຍການປັບປຸງຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ດີຂື້ນ.

ໃນປີ 2023, ທ່ານ ແພງ ໄດ້ຮັບທຶນຊ່ວຍເຫຼືອ ເພື່ອຈັດຕັ້ງປະຕິບັດໂຄງການ ຮັກສາເມັດພັນພື້ນເມຶອງ ແລະ ສາທິດລະບົບທີ່ຊ່ວຍສ້າງຄວາມໝັ້ນຄົງ ທາງອາຫານສຳລັບຊາວກະສິກອນຂະໜາດນ້ອຍ. ນັບຕັ້ງແຕ່ນັ້ນມາ, ລາວໄດ້ ຂະຫຍາຍການດຳເນີນງານ ໄປສູ່ໂຄງການອື່ນໆ ເຊັ່ນໂຄງການອະນຸລັກໄມ້ປ່ອງ ແລະ ໂຄງການຜະລິດນໍ້າເຜິ້ງປ່າ ເຊິ່ງຊ່ວຍເຫຼືອຊຸມຊົນທ້ອງຖິ່ນໃຫ້ມີລາຍໄດ້ເພີ່ມຂຶ້ນ ພ້ອມທັງປົກປັກຮັກສາຊັບພະຍາກອນທຳມະຊາດ.

ພວກເຮົາມາເບິ່ງກັນວ່າໂຄງການຂະໜາດນ້ອຍນີ້ ສາມາດສ້າງຜົນກະທົບອັນຍິ່ງໃຫຍໄດ້ແນວໃດ.
---

Australia’s Alumni Innovation Grants have supported community development projects across Laos for the past 6 years, demonstrating our Australian Alumni’s skills and leadership.

With an Australian Diploma in Permaculture, Mr Phaeng Xaphokhame is using his expertise to support farmers and improve livelihoods in Luang Prabang Province, Laos.

In 2023, Phaeng received a grant to preserve native seeds and demonstrate food-resilience systems for small-scale farmers. Since then, he has initiated further projects focusing on bamboo conservation and honey production, helping local communities increase their incomes while protecting natural resources.

See how this small project is still making a big impact today.

22/07/2026

𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐀𝐰𝐚𝐫𝐝𝐬 𝐒𝐜𝐡𝐨𝐥𝐚𝐫𝐬 𝐭𝐡𝐫𝐢𝐯𝐢𝐧𝐠 𝐚𝐧𝐝 𝐬𝐡𝐚𝐫𝐢𝐧𝐠 𝐋𝐚𝐨 𝐜𝐮𝐥𝐭𝐮𝐫𝐞 𝐢𝐧 𝐀𝐮𝐬𝐭𝐫𝐚𝐥𝐢𝐚

ນາງ ບຸນຮຽງ ໂສຕາປະເສີດ, ນາງ ທິບພະຈັນ ພົມພັກດີ, ນາງ ແສງເດືອນ ເຈີດຈັງ ກຳລັງໃຊ້ເວລາຮຽນ ຢູ່ອົດສະຕຣາລີໃຫ້ຄຸ້ມຄ່າທີ່ສຸດ!

ນັບຕັ້ງແຕ່ນັກສຶກສາທັງ 3 ທ່ານ ໄດ້ເດີນທາງ ໄປຮອດອົດສະຕຣາລີ ໃນປີ 2025 ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທຢູ່ມະຫາວິທະຍາໄລ ເມວເບີນ, ທັງສາມທ່ານໄດ້ປັບຕົວເຂົ້າກັບຊີວິດໃນມະຫາວິທະຍາໄລເປັນຢ່າງດີ ແລະ ໃນປັດຈຸບັນ ພວກເຂົາໄດ້ກາຍເປັນສະມາຊິກ ທີ່ໂດດເດັ່ນ ໃນການເຄື່ອນໄຫວກິດຈະກຳ ຂອງຊຸມຊົນມະຫາວິທະຍາໄລ.

ພວກເຂົາ ກຳລັງສ້າງສາຍສຳພັນ ທີ່ໝັ້ນຄົງ ລະຫວ່າງຄົນລາວ, ຄົນອົດສະຕຣາລີ ແລະ ນັກສຶກສາຈາກພາກພື້ນອາຊຽນ ພ້ອມກັນນັ້ນ ຍັງມຸ່ງໜັ້ນ ພັດທະນາທັກສະໃໝ່ໆ ເພື່ອນຳໃຊ້ເຂົ້າໃນການພັດທະນາ ສປປ ລາວ ໃນອານາຄົດ.

ເມື່ອບໍ່ດົນມານີ້, ນັກສຶກສາທັງ 3 ທ່ານ ໄດ້ຮ່ວມກັນ ກໍ່ງຕັ້ງ ສະມາຄົມນັກສຶກສາລາວ ຢູ່ທີ່ມະຫາວິທະຍາໄລ ເມວເບີນ, ເພື່ອສົ່ງເສີມການສ້າງສາຍພົວພັນ ແລະ ໃຫ້ການສະໜັບສະໜູນນັກສຶກສາລາວ ພ້ອມທັງເຜີຍແຜ່ ວັດທະນະທຳລາວ – ໂດຍສະເພາະ ອາຫານລາວ – ໃຫ້ກັບຊຸມຊົນ ຕ່າງໆພາຍໃນມະຫາວິທະຍາໄລ.

ພວກເຮົາຂໍສະແດງຄວາມຍິນດີ ກັບນັກສຶກສາທຶນການສຶກສາອົດສະຕຣາລີ ທີ່ໄດ້ສ້າງແຮງບັນດານໃຈໃຫ້ແກ່ຜູ້ອື່ນ ສໍາລັບການປະກອບສ່ວນອັນດີຢ້ຽມທັງໃນ ແລະ ນອກຫ້ອງຮຽນ. ພວກເຮົາດີໃຈ ທີ່ໄດ້ເຫັນທັກສະການເປັນຜູ້ນຳຂອງນັກສຶກສາລາວ ໃນທາງປະຕິບັດຕົວຈິງ. ພວກເຮົາຂໍອວຍພອນໃຫ້ນັກສຶກສາທຸກຄົນປະສົບຜົນສຳເລັດໃນການຮໍ່າຮຽນ ແລະ ຫວັງວ່າຈະໄດ້ຕ້ອນຮັບພວກເຂົາກັບຄືນສູ່ ສປປ ລາວໃນໄວໆນີ້! 🇱🇦🇦🇺
---

Bounhieng Sotapaserth, Thipphachan Phomphakdy, and Sengduean Chirdchung are making the most of their time in Australia!

Since arriving in Australia in 2025 to undertake Master’s degrees at the University of Melbourne, the three scholars have embraced university life and become active members of the university community.

They are making life-long connections with Australians and students from the ASEAN region, all while studying hard and learning new skills for Laos’ development.

Recently, the three scholars have formed the Lao Student Association at the University of Melbourne, helping to connect and support Lao students and share Lao culture – especially their love of Lao food – with the wider university community.

Congratulations to these inspiring Australia Awards Scholars for their inspiring contributions both inside and outside the classroom. It’s great to see your leadership skills in action. We wish them every success in their studies and look forward to welcoming them back to Laos as future leaders soon! 🇱🇦🇦🇺

𝐈𝐦𝐩𝐨𝐫𝐭𝐚𝐧𝐭 𝐔𝐩𝐝𝐚𝐭𝐞: 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐀𝐰𝐚𝐫𝐝𝐬 𝐒𝐜𝐡𝐨𝐥𝐚𝐫𝐬𝐡𝐢𝐩𝐬 𝐈𝐧𝐭𝐚𝐤𝐞 𝟐𝟎𝟐𝟕 – 𝐈𝐧𝐭𝐞𝐫𝐯𝐢𝐞𝐰 𝐒𝐡𝐨𝐫𝐭𝐥𝐢𝐬𝐭Did you apply for the latest round of A...
15/07/2026

𝐈𝐦𝐩𝐨𝐫𝐭𝐚𝐧𝐭 𝐔𝐩𝐝𝐚𝐭𝐞: 𝐀𝐮𝐬𝐭𝐫𝐚𝐥𝐢𝐚 𝐀𝐰𝐚𝐫𝐝𝐬 𝐒𝐜𝐡𝐨𝐥𝐚𝐫𝐬𝐡𝐢𝐩𝐬 𝐈𝐧𝐭𝐚𝐤𝐞 𝟐𝟎𝟐𝟕 – 𝐈𝐧𝐭𝐞𝐫𝐯𝐢𝐞𝐰 𝐒𝐡𝐨𝐫𝐭𝐥𝐢𝐬𝐭

Did you apply for the latest round of Australia Awards Scholarships or Australia Awards Mekong-Australia Partnership Scholarships? We have now finalised the interview shortlist, and all shortlisted applicants have been notified by email.

📨𝗣𝗹𝗲𝗮𝘀𝗲 𝗰𝗵𝗲𝗰𝗸 𝘆𝗼𝘂𝗿 𝗲𝗺𝗮𝗶𝗹 (including your junk/spam folder) for your interview invitation, schedule, and venue details.

👏 Congratulations to all shortlisted applicants! We wish you the best in the next round.

𝗣𝗿𝗲𝗽𝗮𝗿𝗶𝗻𝗴 𝗳𝗼𝗿 𝘆𝗼𝘂𝗿 𝗶𝗻𝘁𝗲𝗿𝘃𝗶𝗲𝘄? Check out our interview tips here: https://australiaawardslaos.org/useful-tips/

For those who missed out this year, we wish you all the best, and we look forward to your participation in the feedback session later in the year to enhance your application in the future.

𝐂𝐡𝐞𝐜𝐤 𝐨𝐮𝐭 𝐨𝐮𝐫 𝐫𝐞𝐬𝐮𝐥𝐭𝐬 𝐟𝐫𝐨𝐦 𝟐𝟎𝟐𝟓!ສະຖາບັນ ລາວ-ອົດສະຕຣາລີ ແມ່ນໂຄງການພັດທະນາຊັບພະຍາກອນມະນຸດ ຂອງລັດຖະບານ ອົດສະຕຣາລີໃນ ສປປ ລາວ...
03/07/2026

𝐂𝐡𝐞𝐜𝐤 𝐨𝐮𝐭 𝐨𝐮𝐫 𝐫𝐞𝐬𝐮𝐥𝐭𝐬 𝐟𝐫𝐨𝐦 𝟐𝟎𝟐𝟓!

ສະຖາບັນ ລາວ-ອົດສະຕຣາລີ ແມ່ນໂຄງການພັດທະນາຊັບພະຍາກອນມະນຸດ ຂອງລັດຖະບານ ອົດສະຕຣາລີໃນ ສປປ ລາວ.

ເປັນເວລາຫຼາຍກວ່າ 10 ປີ, ພວກເຮົາໄດ້ໃຫ້ການ ສະໜັບສະໜູນ ດ້ານການພັດທະນາ ຊັບພະຍາກອນມະນຸດ, ທຶນການສຶກສາອົດສະຕຣາລີ ແລະ ຫຼັກສູດໄລຍະສັ້ນຕ່າງໆ, ພ້ອມທັງສົ່ງເສີມການມີສ່ວນຮ່ວມ - ເພື່ອໃຫ້ທຸກຄົນສາມາດປະກອບສ່ວນເຂົ້າໃນການພັດທະນາຂອງ ສປປ ລາວ.

ມື້ນີ້, ພວກເຮົາມີຄວາມຍິນດີທີ່ຈະແບ່ງປັນຜົນສຳເລັດຂອງພວກເຮົາໃນປີ 2025, ເຊິ່ງສະທ້ອນໃຫ້ເຫັນເຖິງຜົນສຳເລັດ ແລະ ຜົນກະທົບທີ່ດີທີ່ມາຈາກວຽກງານຂອງພວກເຮົາ!
---
The Laos Australia Institute is Australia’s Human Resource Development program in Laos.

For over 10 years, we have delivered HRD support, Australia Award Scholarships and short courses, all while promoting inclusion – so that everyone can contribute to Laos’ development.

Today, we’re pleased to share our 2025 results, highlighting the achievements and impact of our work!

𝐀𝐮𝐬𝐭𝐫𝐚𝐥𝐢𝐚𝐧 𝐚𝐥𝐮𝐦𝐧𝐢 𝐚𝐫𝐞 𝐡𝐚𝐫𝐝 𝐚𝐭 𝐰𝐨𝐫𝐤 𝐝𝐞𝐥𝐢𝐯𝐞𝐫𝐢𝐧𝐠 𝐈𝐧𝐧𝐨𝐯𝐚𝐭𝐢𝐨𝐧 𝐆𝐫𝐚𝐧𝐭 𝐩𝐫𝐨𝐣𝐞𝐜𝐭𝐬 𝐢𝐧 𝐋𝐮𝐚𝐧𝐠 𝐏𝐫𝐚𝐛𝐚𝐧𝐠ເມື່ອບໍ່ດົນມານີ້ ທີມງານຈາກ ສະຖາບ...
02/07/2026

𝐀𝐮𝐬𝐭𝐫𝐚𝐥𝐢𝐚𝐧 𝐚𝐥𝐮𝐦𝐧𝐢 𝐚𝐫𝐞 𝐡𝐚𝐫𝐝 𝐚𝐭 𝐰𝐨𝐫𝐤 𝐝𝐞𝐥𝐢𝐯𝐞𝐫𝐢𝐧𝐠 𝐈𝐧𝐧𝐨𝐯𝐚𝐭𝐢𝐨𝐧 𝐆𝐫𝐚𝐧𝐭 𝐩𝐫𝐨𝐣𝐞𝐜𝐭𝐬 𝐢𝐧 𝐋𝐮𝐚𝐧𝐠 𝐏𝐫𝐚𝐛𝐚𝐧𝐠

ເມື່ອບໍ່ດົນມານີ້ ທີມງານຈາກ ສະຖາບັນລາວ-ອົດສະຕຣາລີ ໄດ້ເດີນທາງໄປແຂວງຫຼວງພະບາງ ເພື່ອຕິດຕາມຄວາມຄືບໜ້າ ຂອງ 2 ໂຄງການ ພາຍໃຕ້ ທຶນຊ່ວຍເຫຼືອລ້າຂະໜາດນ້ອຍສຳລັບອະດີດນັກສຶກສາລາວ-ອົດສະຕຣາລີ.

ຢູ່ທີ່ໂຮງຮຽນປະຖົມສີຖານ ສົມໃຈ ເມກສະຫວັນ ກຳລັງກະກຽມພື້ນທີ່ການຮຽນຮູ້ ທີ່ເໝາະສົມ ເພື່ອສະໜັບສະໜູນ ນັກຮຽນໂອທິສຕິກ. ຢູ່ແຂວງຫຼວງພະບາງ ຍັງມີເດັກນ້ອຍໂອທິສຕິກ ຈຳນວນຫຼາຍທີ່ບໍ່ສາມາດເຂົ້າຮຽນໄດ້ ເນື່ອງຈາກ ບໍ່ມີສະຖານທີ່ຮຽນ ທີ່ ເໝາະສົມ. ໂຄງການຂອງ ສົມໃຈ ມີຈຸດປະສົງເພື່ອສ້າງ ຫ້ອງຮຽນຕົວແບບ ເພື່ອໃຫ້ຄູອາຈານ ແລະ ໂຮງຮຽນອື່ນໆ ສາມາດສຶກສາ ແລະ ນຳໄປປັບໃຊ້ໄດ້.

ໃນຂະນະດຽວກັນ ຢູ່ເມືອງວຽງຄຳ ແພງ ຊາໂພຄຳ ຍັງສືບຕໍ່ວຽກງານອັນໂດດເດັ່ນ ໃນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ. ຈາກອະນຸລັກເມັດພັນພື້ນເມືອງ ແລະ ສ້າງລາຍຮັບເພີ່ມ ຈາກການຜະລິດນໍ້າເຜິ້ງ, ແພງ ກຳລັງສົ່ງເສີມການປູກໄມ້ປ່ອງເພື່ອເປັນອາຫານ ແລະ ນຳໃຊ້ເຂົ້າໃນວຽກງານກໍ່ສ້າງ ແລະ ເຄື່ອງຫັດຖະກຳ.

ພວມເຮົາດີໃຈ ທີ່ໄດ້ເຫັນຄວາມຄືບໜ້າ ຂອງທັງສອງໂຄງການຂອງ. ຂໍເປັນກຳລັງໃຈ ໃຫ້ ສົມໃຈ ແລະ ແພງ ສືບຕໍ່ ສ້າງຜົນງານດີໆ ແບບນີ້ຕໍ່ໄປ!

ໃນປະຈຸບັນ ມີອະດີດນັກສຶກສາ ລາວ-ອົດສະຕຣາລີ 5 ທ່ານ ທີ່ກຳລັງຈັດຕັ້ງປະຕິບັດໂຄງການພາຍໃຕ້ ທຶນຊ່ວຍເຫຼືອລ້າຂະໜາດນ້ອຍ ສຳລັບອະດີດນັກສຶກສາລາວ-ອົດສະຕຣາລີໃນ ທົ່ວ ສ.ປ.ປ. ລາວ. ພວກເຮົາຫວັງວ່າຈະໄດ້ແບ່ງປັນຜົນສຳເລັດຂອງທຸກໆໂຄງການ ໃນໄວໆນີ້!
---
The team from the Laos Australia Institute recently travelled to Luang Prabang province to check on the progress of 2 Alumni Innovation Grant projects.

At Sithan Primary School, Somchay Makesavanh is busily preparing a special learning space to support children with autism. In Luang Prabang, many children with special needs stay at home because their school does not offer appropriate support. Somchay’s project aims to create a model classroom for teachers and schools to learn from.

And, in Viengkham district, Phaeng Xaphokhame is continuing his excellent work in supporting local farmers. From preserving native seeds and increasing incomes through honey production, Phaeng is now looking to increase bamboo production for food, construction and handicrafts.

Great to see your progress, Somchay and Phaeng, keep up the great work!

There are 5 Australian Alumni currently implementing their Alumni Innovation Grant projects across the Lao PDR. We look forward to sharing the results of all projects soon!

Address

Setthathirath Avenue, Xiengnheun Village
Vientiane
01000

Opening Hours

Monday 08:30 - 17:00
Tuesday 08:30 - 17:00
Wednesday 08:30 - 17:00
Thursday 08:30 - 17:00
Friday 08:30 - 17:00

Telephone

+85621265721

Alerts

Be the first to know and let us send you an email when Laos Australia Institute posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Laos Australia Institute:

Shortcuts

Share