Lao FLEGT Standing Office Lao-EU FLEGT VPA Process

Call Directions Website Contact the organization

Lao FLEGT Standing Office Lao-EU FLEGT VPA Process Contact information, map and directions, contact form, opening hours, services, ratings, photos, videos and announcements from Lao FLEGT Standing Office Lao-EU FLEGT VPA Process, Government Organization, Vientiane.

👏👏👏
11/08/2026

👏👏👏

💚🤝
31/07/2026

💚🤝

28/07/2026

[𝐄𝐧𝐠𝐥𝐢𝐬𝐡 𝐛𝐞𝐥𝐨𝐰]
ວັນອະນຸລັກທຳມະຊາດໂລກ: ເຕີບໂຕໄປພ້ອມກັນ ເພື່ອ ສປປ ລາວ 🇱🇦

ທຳມະຊາດ ແມ່ນລະບົບຄ້ຳຊູຊີວິດຂອງພວກເຮົາ ໂດຍເປັນແຫຼ່ງນ້ຳສະອາດ, ເປັນທີ່ຢູ່ອາໄສຂອງຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ເປັນແຫຼ່ງລ້ຽງຊີບ ຂອງປະຊາຊົນຫຼາຍລ້ານຄົນ ທົ່ວປະເທດ. ຫົວຂໍ້ຂອງປີນີ້: "ໄດ້ຮັບແຮງບັນດານໃຈຈາກທຳມະຊາດ ເພື່ອສະພາບກິນຟ້າອາກາດ ເພື່ອອະນາຄົດຂອງພວກເຮົາ" ໄດ້ເຕືອນໃຫ້ພວກເຮົາເຫັນວ່າ ສິ່ງແວດລ້ອມທີ່ອຸດົມສົມບູນ ແມ່ນຮາກຖານສຳຄັນ ໃນການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ ພ້ອມທັງສ້າງອະນາຄົດທີ່ເຂັ້ມແຂງ ແລະ ຮັ່ງມີ.

🍃 ຜ່ານໂຄງການປົກປ້ອງດິນຟ້າອາກາດ ໂດຍການຫຼຸດຜ່ອນການທຳລາຍປ່າໄມ້ (CliPAD) ແລະ ໂຄງການປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ໃນ ສປປ ລາວ (ProFEB), 🔴 ໄດ້ເຮັດວຽກຄຽງຄູ່ກັບບັນພາກລັດ, ພາກເອກະຊົນ, ຊຸມຊົນທ້ອງຖິ່ນ ເພື່ອຟື້ນຟູພູມີທັດປ່າໄມ້, ປົກປ້ອງປະຊາຊົນ ແລະ ທຳມະຊາດ ຈາກຜົນກະທົບຂອງການປ່ຽນແປງສະພາບດິນຟ້າອາກາດ, ພ້ອມທັງປະກອບສ່ວນເຂົ້າໃນເປົ້າໝາຍຂອງ ສປປ ລາວ ເພື່ອໃຫ້ບັນລຸເນື້ອທີ່ປົກຫຸ້ມຂອງປ່າໄມ້ 70%.

🤝 ການຮ່ວມມືເຫຼົ່ານີ້ ໄດ້ຊ່ວຍປົກປັກຮັກສາປ່າໄມ້, ສົ່ງເສີມຊຸມຊົນ ແລະ ຮ່ວມກັນສ້າງອະນາຄົດທີ່ຂຽວ ເພື່ອ ສປປ ລາວ.
………………
𝐖𝐨𝐫𝐥𝐝 𝐍𝐚𝐭𝐮𝐫𝐞 𝐂𝐨𝐧𝐬𝐞𝐫𝐯𝐚𝐭𝐢𝐨𝐧 𝐃𝐚𝐲: 𝐆𝐫𝐨𝐰𝐢𝐧𝐠 𝐓𝐨𝐠𝐞𝐭𝐡𝐞𝐫 𝐟𝐨𝐫 𝐋𝐚𝐨𝐬 🇱🇦

Nature is our life support system, providing clean water, sustaining biodiversity and supporting the livelihoods of millions of people across the country. This year's theme, "Inspired by Nature. For Climate. For Our Future," reminds us that a healthy environment is the foundation for limiting the impact of climate change and creating a resilient and prosperous future.

🍃 Through the Climate Protection through Avoided Deforestation (CliPAD) project and the Promotion of Forests and Biodiversity for Ecosystem-based Adaptation in the Lao PDR (ProFEB) project, 🔴 works alongside government partners, local communities and the private sector to restore forest landscapes, protect people and nature from the impacts of climate change, and contribute to Laos' goal of achieving 70% forest cover.

🤝 Together, these partnerships are helping protect forests, support communities and build a greener future for Laos.

24/06/2026
19/06/2026
ຂະແໜງຢາງພາລາໃນລາວ ກຽມພ້ອມຍົກລະດັບສູ່ມາດຕະຖານສາກົນ 🇱🇦🌳
27/05/2026

ຂະແໜງຢາງພາລາໃນລາວ ກຽມພ້ອມຍົກລະດັບສູ່ມາດຕະຖານສາກົນ 🇱🇦🌳

ຮ່ວມສະເຫຼີມສະຫຼອງ  #ວັນແຫ່ງຊີວະນາໆພັນສາກົນປະຈຳປີ2026 💚💚🐒🐦‍⬛🦇
22/05/2026

ຮ່ວມສະເຫຼີມສະຫຼອງ #ວັນແຫ່ງຊີວະນາໆພັນສາກົນປະຈຳປີ2026 💚💚🐒🐦‍⬛🦇

[𝗘𝗻𝗴𝗹𝗶𝘀𝗵 𝗯𝗲𝗹𝗼𝘄]
ເນື່ອງໃນໂອກາດ #ວັນແຫ່ງຊີວະນາໆພັນສາກົນປະຈຳປີ2026 🔴 ອົງການ GIZ ປະຈຳ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ສະເຫຼີມສະຫຼອງພາຍໃຕ້ຄຳຂວັນຂອງປີນີ້: "Acting locally for global impact" ຫຼື ຮ່ວມໃຈພັດທະນາທ້ອງຖິ່ນ ເພື່ອການປ່ຽນແປງຂອງໂລກ.

🏆 ໃນເດືອນກໍລະກົດ ປີຜ່ານມາ, #ອຸທິຍານແຫ່ງຊາດຫີນໜາມໜໍ່ ໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກທາງທຳມະຊາດ ຈາກອົງການ ຢ່າງເປັນທາງການ ຮ່ວມກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ຂອງ ສສ ຫວຽດນາມ, ເຊິ່ງເຮັດໃຫ້ອຸທິຍານແຫ່ງນີ້ ກາຍເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ທັງເປັນມໍຣະດົກໂລກທາງທຳມະຊາດ ຮ່ວມຊາຍແດນແຫ່ງທຳອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ການຮັບຮອງໃນຄັ້ງນີ້ ຊ່ວຍປົກປັກຮັກສາເຂດປ່າພູຫີນປູນ ແລະ ລະບົບນິເວດທີ່ຕິດຈອດກັນ ທີ່ມີເນື້ອທີ່ຫຼາຍກວ່າ 𝟮𝟬𝟬,𝟬𝟬𝟬 ເຮັກຕາ, ພ້ອມທັງປົກປ້ອງສັດປ່າ ແລະ ພັນພືດ ທີ່ຫາຍາກ ແລະ ໃກ້ຈະສູນພັນ ທີ່ມີຄວາມສຳຄັນຕໍ່ການອະນຸລັກ, ຕະຫຼອດຮອດການສົ່ງເສີມການທ່ອງທ່ຽວອະນຸລັກ ແລະ ສ້າງລາຍຮັບທີ່ຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ. ພວກເຮົາພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີສ່ວນຮ່ວມໃນການສະໜັບສະໜູນຜົນສຳເລັດອັນຍິ່ງໃຫຍ່ນີ້ ຮ່ວມກັບລັດຖະບານລາວ ແລະ ຊຸມຊົນທ້ອງຖິ່ນ ພາຍໃຕ້ຂອບການຮ່ວມມືຂອງ 🇪🇺 ແລະ 🔴 .

ການສະໜັບສະໜູນຍັງສືບຕໍ່, ໂດຍປັດຈຸບັນ ພວກເຮົາສຸມໃສ່ການເພີ່ມທະວີການອະນຸລັກຮ່ວມຊາຍແດນ ຮ່ວມກັບ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ການສ້າງຄວາມເຂັ້ມແຂງດ້ານການເງິນທີ່ຍືນຍົງ ໂດຍຜ່ານການທ່ອງທ່ຽວແບບອະນຸລັກ ແລະ ການບໍລິການທາງດ້ານລະບົບນິເວດ, ການຮັບປະກັນການຄຸ້ມຄອງອຸທິຍານໃນໄລຍະຍາວ ແລະ ການຊຸກຍູ້ແຜນດຳເນີນງານແຫ່ງຊາດຂອງລາວ ເພື່ອຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍ.

ນີ້ແມ່ນພາບສະທ້ອນທີ່ແທ້ຈິງຂອງການ 🤝 ຮ່ວມໃຈພັດທະນາທ້ອງຖິ່ນ ເພື່ອການປ່ຽນແປງຂອງໂລກ 🌍 ໂດຍເລີ່ມຈາກການປົກປັກຮັກສາປ່າ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ຂະຫຍາຍເຄືອຂ່າຍການຮ່ວມມືແບບຮ່ວມຊາຍແດນໄປເທື່ອລະກ້າວ.............................

On this International Day for Biological Diversity 2026, GIZ Laos joins the global community in celebrating this year's theme: "Acting locally for global impact."

Last July, was officially inscribed as a UNESCO World Natural Heritage Site alongside Vietnam's Phong Nha-Kẻ Bàng National Park, making it Laos' first natural World Heritage Site and the first transboundary World Heritage Site in Southeast Asia. 🏆

This recognition 𝗽𝗿𝗼𝘁𝗲𝗰𝘁𝘀 𝗺𝗼𝗿𝗲 𝘁𝗵𝗮𝗻 𝟮𝟬𝟬,𝟬𝟬𝟬 𝗵𝗲𝗰𝘁𝗮𝗿𝗲𝘀 𝗼𝗳 𝗳𝗼𝗿𝗲𝘀𝘁𝘀 𝗮𝗻𝗱 𝗲𝗰𝗼𝘀𝘆𝘀𝘁𝗲𝗺𝘀, safeguards rare and endemic species of conservation importance, and strengthens eco-tourism and sustainable livelihoods for local communities. We're proud to have supported this achievement alongside the Lao government and local communities as part of 🇪🇺 and 🔴 .

𝗧𝗵𝗲 𝗷𝗼𝘂𝗿𝗻𝗲𝘆 𝗰𝗼𝗻𝘁𝗶𝗻𝘂𝗲𝘀 𝗮𝘀 𝘄𝗲 𝗳𝗼𝗰𝘂𝘀 𝗼𝗻 strengthening transboundary conservation with Phong Nha-Kẻ Bàng, building sustainable financing through eco-tourism and ecosystem services, so nature protects people as much as people protect nature, securing long-term park management, and advancing Laos' national action plan to combat illegal wildlife trade.

This is what acting locally for global impact truly looks like 🤝🌍. One protected forest, one empowered community, one cross-border partnership at a time.

Address

Vientiane
1295

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Telephone

+85621255264

Alerts

Be the first to know and let us send you an email when Lao FLEGT Standing Office Lao-EU FLEGT VPA Process posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Lao FLEGT Standing Office Lao-EU FLEGT VPA Process:

Shortcuts

Share