13/05/2024
ສຶມມ່າຍເລິະ! ສະບາຍດີ!
ຂໍແຮງຈິດແຮງໃຈພີນ້ອງແລະບັນດາຜູ້ຮັບໃຊ້ທັ້ງໄກແລະໃກ້ອະທິຖານເພື່ອ ຢະເຜີຍ ຊຶ່ງເປັນ (ແມ່ຫມາຍ) ປະຈຸບັນຢູ່ບ.ແກ້ວສົມຜູ, ມ.ກາສີ, ຂ.ວຽງຈັນ.
ຜູ້ກ່ຽວເຈັບປ່ວຍທໍລະມານມາເກືອບ 8 ເດືອນແລ້ວ.
ດ້ວຍຄວາມທຸກຍາກຂາດເຂີນ ຈຶ່ງບໍ່ສາມາດຮັກສາໄດ້ເທົ່າທີ່ຄວນ ຈຶ່ງຢາກຝາກເຖິງພີນ້ອງຜູ້ມີຈິດໃຈເມດຕາຢາກແບ່ງເບົາພາລະທາງຄອບຄົວນີ້ ສາມາດຕິດຕໍ່ຂ້າພະເຈົ້າໄດ້ ຫລືຈະໄປຢ້ຽມຢາມຜູ້ກ່ຽວເອງຢູ່ບ້ານກໍໄດ້ຄືກັນ.
ໂທ/ແອັບ 02077771940
ຂໍພຣະເຈົ້າອວຍພອນທ່ານ🙏
31/03/2024
ສຸກສັນວັນຄືນພຣະຊົນຂອງອົງພຣະເຢຊູຄຣິດ
ຂໍພຣະເຈົ້າອວຍພອນພີ່ນ້ອງທຸກທ່ານເຖີດ!
08/03/2023
#ທ່ານຄືຄົນສຳຄັນຂອງພວກເຮົາ
#ຊື້ເສື້ອເພື່ອສັງຄົມ
ສສຄ ຫລື CSA ພວກເຮົາເປັນພຽງກຸ່ມອາສາຊາວສາສະນິກກະຊົນຫນຸ່ມນ້ອຍ ຊຶ່ງບໍ່ໄດ້ມີວັດຖຸປະສົງໃນການເຄື່ອນໄຫວໂຄສະນາຊວນເຊື່ອສາສະໜາ ຫລືທັບຖົ່ມແບ່ງແຍກການເຊື່ອຖືໃດໆ ພວກເຮົາພຽງມີຄວາມມຸ້ງຫວັງແລະປາດຖະຫນາຢາກຈະຝຶກຝົນວິໄນຊີວິດທາງຄວາມເຊື່ອຂອງຕົນໃຫ້ອອກມາດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອເປັນສ່ວນຫນຶ່ງໃນການເສີມສ້າງທັ້ງຜູ້ທີ່ເຊື່ອຖືແລະບໍ່ເຊື່ອຖືໃຫ້ມີການປະຕິບັດທີ່ດີແລະເປັນປະໂຫຍດຕໍ່ສັງຄົມຂອງພວກເຮົາ.
ດັ່ງນັ້ນ, ຈຶ່ງຂໍອະນຸຍາດຕ່າງຫນ້າຖືໂອກາດນີ້ແລະໃນເວທີນີ້ເຊີນຊວນຜູ້ທີ່ມີຈິດໃຈສັດທາທຸກທ່ານທັ້ງຊາວສາສະນິກກະຊົນ, ຊາວພຸດແລະຜູ້ທີ່ເຊື່ອຖືອື່ນໆມາຮ່ວມເປັນຫນຶ່ງ ເພື່ອຊ່ວຍກັນເສິມສ້າງສັງຄົມຂອງພວກເຮົາໃຫ້ງົດງາມແລະນ່າຢູ່ຕໍ່ໄປ.
#ສັງຄົມຈະນ່າຢູ່ຫລາຍກວ່າຖ້າຫາກວ່າພວກເຮົາຮ່ວມກັນເປັນຫນຶ່ງ
#ຮ່ວມກັນຮັບໃຊ້ສັງຄົມ
#ຮັກພວກເຮົາສະຫນັບຫນູນພວກເຂົາ (Love us, support them)
✌️ເສື້ອໂປໂລ-Polo shirt (ພຽງໂຕລະ 99,000 ກີບເທົ່ານັ້ນ) ມີ M,L,XL ແລະ XXL
👉ສົນໃຈຮ່ວມສັດທາກັບພວກເຮົາ ອິນບ໋ອກ (Inbox) ມາເລີຍ 🙏🙏🙏
06/03/2023
ລຸງຊາຍ ຜູ້ຖືກເຄາະຮ້າຍຈາກເຫດອັກຄີໄພຄັ້ງນີ້ໄດ້ຮັບເງິນຊ່ວຍເຫລືອແລ້ວ.
ຈຳນວນ 1,100.000 ກີບ (ພ້ອມດ້ວຍເຄື່ອງນຸ່ງຮົ່ມແລະເງິນຈຳນວນຫນຶ່ງຈາກຄອບຄົວສາວນາງ)
ກ່ອນອື່ນ, ທີມງານອາສາແລະຜູ້ປະສານງານພວກເຮົາທຸກຄົນ ຂໍສະແດງຄວາມຂອບໃຈຢ່າງສຸດອົກສຸດໃຈມາຍັງພໍ່ແມ່ພີ່ນ້ອງແລະເພື່ອນມິດສະຫາຍຜູ້ມີຈິດໃຈສັດທາພ້ອມດ້ວຍຜູ້ກົດແຊຣ, ກົດໄລທຸກທ່ານທີ່ໄດ້ເປັນສ່ວນສຳຄັນໃນການຮ່ວມທຸກຮ່ວມສຸກກັບລຸງຊາຍຄັ້ງນີ້ດ້ວຍ.
ຫາກທ່ານຄົນໃດຍັງສົນໃຈໃຫ້ຄວາມຊ່ວຍເຫລືອຄອບຄົວຜູ້ກ່ຽວສາມາດຕິດຕໍ່ພວກເຮົາເພີ່ມເຕີມໄດ້.
ສຸດທ້າຍນີ້, ພວກເຮົາໃນນາມຄຣິສຕຊົນ ຈຶ່ງຂໍພຣະເຈົ້າຊົງອວຍໄຊໃຫ້ພອນທຸກທ່ານຈົ່ງມີແຕ່ຄວາມສຸກກາຍສະບາຍໃຈແລະປະສົບຄວາມສຳເລັດໃນຫນ້າທີ່ການງານທຸກຢ່າງ ອາແມນ.
28/02/2023
ເດີນໄປຕາມກຳລັງ...
ພີນ້ອງຄົນໃດສົນໃຈສານຕໍ່ໄປ
ຕິດຕໍ່ມາໄດ້ເດີ້
ຂໍພຣະເຈົ້າອວຍພອນ
28/02/2023
ສະບາຍ ພີນ້ອງ, ຫມູ່ເພື່ອນ&ແຟນເພຈທີ່ເຄົາລົບຮັກທຸກທ່ານ
ກ່ອນອື່ນຂໍສະແດງຄວາມຂອບໃຈມາຍັງແຟນເພຈທຸກຄົນທີ່ຄ່ອຍເປັນກຳລັງໃຈ, ຄ່ອຍໃຫ້ຄຳປຶກສາແລະໃຫ້ຄຳແນະນຳທີ່ດີມາໂດຍຕະລອດ. ຂອບໃຈເປັນພິເສດສຳລັບຜູ້ທີ່ພ້ອມໃຫ້ຄວາມຊ່ວຍເຫລື່ອແລະພ້ອມສະຫນັບສະຫນຸນຕໍ່ຜູ້ໄດ້ຮັບຜົນກະທົບທີ່ຕ້ອງການຄວາມຊ່ວຍເຫລືອໃນທຸກຄັ້ງ.
ອີກຕາມຄວາມທຸກຍາກຂາດເຂີນແລະຄວາມຈຳເປັນຂອງຄອບຄົວພໍ່ຊາຍເນື່ອງຈາກຖືກເຄາະຮ້າຍໃນວັນທີ 27/02/2023 ໄຟໄຫມ້ເຮືອນແລະເຄື່ອງຂ້ອງອາຫານການກີນຈົນຫມົດກ້ຽງເຫລື່ອແຕ່ເຄື່ອງຕິດໂຕເທົ່ານັ້ນ. ທາງທີມງານຫນ່ວຍອາສາຈຶ່ງຂໍຝາກຄອບຄົວພວກກ່ຽວໄວ້ກັບທ່ານທີ່ມີກຳລັງແຮງແລະໃຈສັດທາດ້ວຍ. ລະອຽດເພີ່ມເຕີມສາມາດເບິ່ງໄດ້ໃນຫນັງສືຂອງຜູ້ກ່ຽວ.
ສົນໃຈປະກອບສ່ວນຊ່ວຍເຫລື່ອຄອບຄົວພວກກ່ຽວສາມາດຕິດຕໍ່ຫາພວກເຮົາ ຫລືຈະຕິດຕໍ່ຜູ້ປະສານງານເຂົາເລີຍກໍ່ໄດ້ແລ້ວແຕ່ສະດວກເດີ້,
ນັດມອບເງິນຊ່ວຍເຫລືອໃຫ້ຄອບຄົວຜູ້ຖືກເຄາະຮ້າຍ ວັນທີ 5|03|2023
02059774400
ຂອບໃຈ
27/02/2023
ແມ່ນວ່າຈະບໍ່ໄດ້ຕາມທີ່ຄາດຫມາຍໄວ້ ແຕ່ກໍຂອບໃຈຜູ້ທີ່ມີສ່ວນຮ່ວມໃຫ້ຄວາມຊ່ວຍເຫລືອຄອບຄົວພວກເຂົາໃນຄັັ້ງນີ້ດ້ວຍ🙏
ຫາກຄົນໃດຍັງສົນໃຈຖວາຍຊ່ວຍເພີ່ມເຕີມສາມາດຕິດຕໍ່ຕົງຫາຜູ້ຮັບຜິດຊອບໄດ້ເລີຍ 02056233275,02096697807
ຂໍພຣະເຈົ້າອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງເຖີດ!
24/02/2023
ຖ້າອະໄວຍະວະອັນໜຶ່ງເຈັບ ອະໄວຍະວະທັງໝົດກໍເຈັບດ້ວຍກັນ ຖ້າອະໄວຍະວະອັນໜຶ່ງໄດ້ຮັບກຽດ ອະໄວຍະວະທັງໝົດກໍຊົມຊື່ນຍິນດີດ້ວຍກັນ (1ຄຣທ12:26)
ໃຫ້ທານແກ່ຄົນທຸກກໍເທົ່າກັບເອົາໃຫ້ພຣະເຈົ້າຢາເວຢືມ ແລະພຣະອົງຈະຈ່າຍຄືນໃຫ້ແກ່ຜູ້ທີ່ເຮັດເຊັ່ນນັ້ນ (ສພສ19:17)
ຖ້າທ່ານຄືຄົນນັ້ນທີ່ພ້ອມຈະເປັນສ່ວນຫນຶ່ງໃນຄວາມເຈັບປວດກັບພີນ້ອງຂອງເຮົາແລະກ້າທີ່ຈະໃຫ້ພຣະອົງຢືມ ຢ່າພາດ, ນີ້ເປັນໂອກາດຂອງທ່ານ!
ພວກເຮົາຕ້ອງການງົບ ປະມານ 3.000.000 ກີບເພື່ອສືບຕໍ່ສ້າງບ້ານນ້ອຍຫລັງນີ້ໃຫ້ກັບພີນ້ອງທີ່ຈຳເປັນແລະຕ້ອງການຄວາມຊ່ວຍເຫລືອໃນຕອນນີ້.
ສົນໃຈເປັນສ່ວນຫນຶ່ງກັບພວກເຮົາ ອິນບ໋ອກມາໄດ້.
ຂໍພຣະເຈົ້າອວຍພອນທຸກຄົນທີ່ໃຫ້ດ້ວຍໃຈຍິນດີ!
Thank you for your geriously giving!
ກຳນົດສົ່ງເງິນບໍລິຈາກພາຍໃນວັນທີ 27/02 ເວລາ 12:00pm
10/02/2023
#ຊື້ເສື້ອເພື່ອສັງຄົມ
ສສຄ ຫລື CSA ພວກເຮົາເປັນພຽງກຸ່ມອາສາຊາວສາສະນິກກະຊົນຫນຸ່ມນ້ອຍ ຊຶ່ງບໍ່ໄດ້ມີວັດຖຸປະສົງໃນການເຄື່ອນໄຫວໂຄສະນາຊວນເຊື່ອສາສະໜາ ຫລືທັບຖົ່ມແບ່ງແຍກການເຊື່ອຖືໃດໆ ພວກເຮົາພຽງມີຄວາມມຸ້ງຫວັງແລະປາດຖະຫນາຢາກຈະຝຶກຝົນວິໄນຊີວິດທາງຄວາມເຊື່ອຂອງຕົນໃຫ້ອອກມາດີທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອເປັນສ່ວນຫນຶ່ງໃນການເສີມສ້າງທັ້ງຜູ້ທີ່ເຊື່ອຖືແລະບໍ່ເຊື່ອຖືໃຫ້ມີການປະຕິບັດທີ່ດີແລະເປັນປະໂຫຍດຕໍ່ສັງຄົມຂອງພວກເຮົາ.
ດັ່ງນັ້ນ, ຈຶ່ງຂໍອະນຸຍາດຕ່າງຫນ້າຖືໂອກາດນີ້ແລະໃນເວທີນີ້ເຊີນຊວນຜູ້ທີ່ມີຈິດໃຈສັດທາທຸກທ່ານທັ້ງຊາວສາສະນິກກະຊົນ, ຊາວພຸດແລະຜູ້ທີ່ເຊື່ອຖືອື່ນໆມາຮ່ວມເປັນຫນຶ່ງ ເພື່ອຊ່ວຍກັນເສິມສ້າງສັງຄົມຂອງພວກເຮົາໃຫ້ງົດງາມແລະນ່າຢູ່ຕໍ່ໄປ.
#ສັງຄົມຈະນ່າຢູ່ຫລາຍກວ່າ ຖ້າວ່າພວກເຮົາຮ່ວມກັນເປັນຫນຶ່ງ
#ຮ່ວມກັນຮັບໃຊ້ສັງຄົມ
#ຮັກພວກເຮົາ ສະຫນັບຫນູນພວກເຂົາ (Love us, support them)
✌️ເສື້ອໂປໂລ-Polo shirt (ພຽງໂຕລະ 99,000 ກີບເທົ່ານັ້ນ) ມີ M,L,XL ແລະ XXL
👉ສົນໃຈຮ່ວມສັດທາກັບພວກເຮົາ ອິນບ໋ອກ (Inbox) ມາເລີຍ 🙏🙏🙏