ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection

ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection

Share

.

22/01/2026

ພິທີທຳລາຍສິນຄ້າອາຫານ ແລະ ຢາ ຜະລິດຕະພັນການແພດ ທີ່ຕ້ອງຫ້າມ, ນຳເຂົ້າບໍ່ຖືກຕ້ອງ

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 25/10/2025

ການຈັດຝຶກອົບຮົມວຽກງານກວດກາອາຫານແລະກວດກາປະຈຳດ່ານຢູ່ແຂວງຜົ້ງສາລີ ແຕ່ວັນທີ 22-24/10/25

15/07/2025

ມື້ນີ້ ກອງກວດກາອາຫານແລະຢາ ໄດ້ເຂົ້າຮ່ວມພິທິເຊັນສັນຍາໂຄງການແມ່ຂອງ ແມ່ນຳ້ລ້ານຊ້າງຊ່ອຍເຫລືອຂອງ ສປ ຈີນ ຢູ່ກະຊວງການຕ່າງປະເທດ ຊຶ່ງລວມມີ 10 ໂຄງການໃນປີ 2025. ຄັ້ງວັນທີ 15/7/25

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 11/07/2025

ໃນວັນທີ 12/6/25 ແລະ 3/7/25 ເຈົ້າໜ້າທີ່ ກອງກວດກາອາຫານ ແລະ ຢາ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ລົງຕິດຕາມສະຖານທີ່ຈຳໜ່າຍຢາພື້ນເມືອງ ຈຳນວນ 2 ແຫ່ງ, ພົບເຫັນບາງບັນຫາທີ່ບໍ່ສອດຄ່ອງກັບກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດຄື: ສະຖານທີ່ຈຳໜ່າຍຢາບໍ່ໄດ້ຮັບອະນຸຍາດ, ບໍ່ມີໃບທະບຽນວິຊາຊີບເພສັດຊະກຳ, ຢາບໍ່ໄດ້ຂຶ້ນທະບຽນ , ບໍ່ມີໃບອະນຸຍາດນຳເຂົ້າ ແລະ ລັກລອບນຳເຂົ້າ, ບໍ່ໄດ້ຮັບການກວດກາຈາກເຈົ້າໜ້າທີ່ ອຢ ປະຈຳດ່ານ, ດັ່ງນັ້ນເຫັນວ່າຢາດັ່ງກ່າວເປັນຢາທີ່ບໍ່ຮັບປະກັນທາງດ້ານຄຸນນະພາບ, ເຈົ້າໜ້າທີ່ຈຶ່ງໄດ້ອາຢັດຢາດັ່ງກ່າວມາໄວ້ຢູ່ ກອງກວດກາອາຫານ ແລະ ຢາ ແລະ ໄດ້ເຊີນເຈົ້າຂອງຜະລິດຕະພັນຢາ ມາປະຕິບັດມາດຕະການຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ.

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 21/03/2025

ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70ປີ

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 14/02/2025

ໃນວັນທີ 14/02/25 ທາງເຈົ້າໜ້າທີກອງກວດກາອາຫານ ແລະ ຢາ, ໄດ້ລົງຕິດຕາມຊຸກຍູ້, ສະຖານທີຫ້ອງປຸງແຕ່ງຢາພື້ນເມືອງ ມັງກອນທອງ, ເພື່ອຕິດຕາມ ທາງດ້ານຄຸນນະພາບຂອງຜະລິດຕະພັນ, ອາຄານ, ອຸປະກອນ, ບຸກຄະລາກອນ ແລະ ເອກະສານ.

16/01/2025

ພິທີມອບ-ຮັບ ຢາ
ໃນວັນທີ 16 ມັງກອນ 2025 , ທີ່ກອງກວດກາອາຫານ ແລະ ຢາ, ໄດ້ຈັດພິທີ ມອບ-ຮັບຢາ, ເພື່ອເອົາໄປນຳໃຊ້ປິນປົ່ວຄົນເຈັບ, ຈຳນວນ 4 ລາຍການ, 1.058 ແຝງ, ມູນຄ່າ 18.648.000 ກີບ, ເຊິ່ງມອບໂດຍທ່ານ ດຣ. ບຸນເລື່ອນ ຜະລາດຊະໂຍທາ ຫົວໜ້າກອງກວດກາອາຫານ ແລະ ຢາ, ກ່າວຮັບໂດຍ ທ່ານ ດຣ. ພອນສີ ຫົວໜ້າການຢາ ໂຮງໝໍມິດຕະພາບ. ເຊິ່ງຢາດັ່ງກ່າວແມ່ນຢາທີ່ນຳໃຊ້ສະເພາະພາຍໃນໂຮງໝໍ, ຈະມີຄຳວ່າ HOSPITAL ONLY ຢູ່ກັບກ່ອງຂອງຢາ, ແຕ່ທາງເຈົ້າໜ້າທີ່ກອງກວດກາອາຫານ ແລະ ຢາ, ໄປພົບເຫັນຈຳໜ່າຍຢູ່ໃນຮ້ານຂາຍຢາ, ດັ່ງນັ້ນທາງເຈົ້າໜ້າທີກອງກວດກາອາຫານ ແລະ ຢາ, ຈຶ່ງໄດ້ອາຢັດ ແລະ ປະຕິບັດມາດຕະການກັບຮ້ານຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ.

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 03/01/2025

ກອງປະຊຸມກ່ຽວກັບແຜນງານສາຍອາຫານແລະຢາ ຄັ້ງວັນທີ 3/1/2025ຢູ່ຫ້ອງປະຊຸມກະຊວງສາທາລະນະສຸກໂດຍການເປຫນປະທານຂອງ ສຈ.ປອ. ບຸນແຝງ ພູມມະໄລສິດ ກຳມະການສູນກາງພັກ,ເລຂາຄະນະພັກກະຊວງສາທາລະນະສຸກ ແລະລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມອາຫານແລະຢາ; ສະຖາບັນການແພດການຢາພື້ນເມືອງ. ສູນວິໄຈອາຫານແລະຢາ, ກອງກວດກາອາຫານແລະຟາ, ສູນສະຫນອງຢາແລະອຸປະກອນການແພດ; ໂຮງງານຜະລິດຢາເລກ 2,3 ແລະຄະນະເພສັຊສາດ ແລະພະນັກງານຫລັກປຫລ່ງເຂົ່າຮ່ວມປະມານ 250-300 ຄົນ

03/01/2025

With ໜັງສືພິມລາວພັດທະນາ Laophattana News – I just got recognized as one of their rising fans! 🎉

Photos from ກອງກວດກາອາຫານ ແລະ ຢາ The Bureau of Food and Drug Inspection's post 25/12/2024

ກອງກວດກາອາຫານແລະຢາ ໄດ້ລົງໄປຢ້ຽມຢາມຫໍພີພີດທະພັນໄກສອນ ພົມວິຫານ ຄັ້ງວັນທີ 18/12/2024 ໃນໂອກາດວັນຊາດ 49ປີ ແລະວັນເກີດອາດີດປະທານໄກສອນພົມວິຫານຄົບຮອບ 104ປີ

25/12/2024

ໃນວັນທີ 24/12/24 ທາງເຈົ້າໜ້າທີ່ ກອງກວດກາອາຫານ ແລະ ຢາ, ໄດ້ລົງຕິດຕາມຊຸກຍູ້ຮ້ານຂາຍຢາ CT ແລະ ໄດ້ພົບເຫັນຢາ ແລະ ຜະລິດຕະພັນການແພດ ຈຳນວນ 7 ລາຍການ (5 ລາຍການບໍ່ໄດ້ຂຶ້ນທະບຽນ) ມູນຄ່າ 13,946,000 ກີບ, ທີ່ນຳເຂົ້າມາກັບບໍລິສັດຂົນສົ່ງລາວ-ໄທ ແຫ່ງໜຶ່ງ, ຜະລິດຕະພັນດັ່ງກ່າວແມ່ນບໍ່ມີໃບອະນຸຍາດນຳເຂົ້າຈາກກົມອາຫານ ແລະ ຢາ ແລະ ບໍ່ໄດ້ຮັບການກວດກາຈາກເຈົ້າໜ້າທີ່ ອຢ ປະຈຳດ່ານ, ດັ່ງນັ້ນຈຶ່ງໄດ້ອາຢັດຜະລິດຕະພັນດັ່ງກ່າວມາໄວ້ຢູ່ກອງກວດກາອາຫານ ແລະ ຢາ

12/12/2024

ແຈ້ງເຕືອນ! ການໂຄສະນາບາງຜະລິດຕະພັນອາຫານ ແລະ ຢາ.
ກົມອາຫານ ແລະ ຢາ ໄດ້ກວດກາແລ້ວ ພົບວ່າຜະລິດຕະພັນ XT Clinic ສອງອ້າຍນ້ອງ ເປັນຜະລິດຕະພັນ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຂຶ້ນທະບຽນຖືກຕ້ອງ ເປັນການໂຄສະນາໂອ້ອວດສັບພະຄຸນ ແລະ ຫຼອກລວງຜູ້ບໍລິໂພກ, ຢ່າໄດ້ຫຼົງເຊື່ອຢ່າງເດັດຂາດ ທ່ານອາດເສຍເງິນລ້າ ແລະ ເສຍໂອກາດໃນການປິ່ນປົວທີ່ຖືກຕ້ອງ.

Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Telephone

Website

Address


ບ້ານ ທາດຂາວ, ເມືອງ ສີສັດຕະນາກ
Vientiane

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00