16/08/2024
ພິທີ ມອບ-ຮັບ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ເກົ່າ) ແລະ (ຜູ້ໃໝ່)
---------------------
ໃນເວລາ 14:00 ຂອງວັນທີ 15 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຊັ້ນ 8 ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການໄຟຟ້າລາວ ລະຫວ່າງ ທ່ານ ວຽງທອງ ສັກດາລາ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ເກົ່າ) ແລະ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ໃໝ່) ຂຶ້ນ ມີຄະນະພະແນກ ແລະ ຄະນະໜ່ວຍງານ ຫ້ອງການເຂົ້າຮ່ວມ. ພາຍໃນພິທີ ທ່ານ ວຽງທອງ ສັກດາລາ ອາດີດຫົວໜ້າຫ້ອງການໄຟຟ້າລາວ ກໍ່ໄດ້ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດວຽກງານພາຍໃນຫ້ອງການໄຟຟ້າລາວໃນໄລຍະ 02 ປີ ທີ່ຜ່ານມາ ແລະ ທ່ານ ວົງດາລາ ສີສະແຫວງສຸກ ຫົວໜ້າຫ້ອງການໄຟຟ້າລາວ (ຜູ້ໃໝ່) ກໍ່ໄດ້ກ່າວຮັບ ຫຼັງຈາກນັ້ນ ທັງສອງທ່ານກໍ່ໄດ້ລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ ແລະ ພິທີກໍ່ໄດ້ປິດລົງດ້ວຍຜົນສໍາເລັດ.
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos
18/07/2024
ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ຜ່ານແຜນການ 6 ເດືອນທ້າຍປີ 2024 ຂອງຫ້ອງການໄຟຟ້າລາວ.
..........................................
ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ຜ່ານແຜນສູ້ຊົນ 6 ເດືອນ ທ້າຍປີ 2024 ຂອງຫ້ອງການໄຟຟ້າລາວ ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2024 ຢູ່ຫ້ອງປະຊຸມ ຊັ້ນ 8 ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ(ຟຟລ) ໂດຍການເປັນປະທານ ຂອງ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອໍານວຍການໃຫຍ່ ຟຟລ ມີຫົວໜ້າຫ້ອງການໄຟຟ້າລາວພ້ອມຄະນະ, ຫົວໜ້າພະແນກພ້ອມຄະນະ ແລະ ຄະນະໜ່ວຍງານທີ່ຂື້ນກັບຫ້ອງການໄຟຟ້າລາວ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ວຽງທອງ ສັກດາລາ ຫົວໜ້າຫ້ອງການໄຟຟ້າລາວໄດ້ຂື້ນລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນສູ້ຊົນ 6 ເດືອນທ້າຍປີ 2024, ຈາກນັ້ນພະແນກຄົ້ນຄ້ວາ-ສັງລວມ, ພະແນກພົວພັນ-ຮ່ວມມື, ພະແນກເລຂານຸການ-ບໍລິຫານຫ້ອງການ, ພະແນກປະຊາສໍາພັນ-ກິດຈະກໍາເພື່ອສັງຄົມ, ພະແນກສະໜັບສະໜູນ ແລະ ພະແນກຄຸ້ມຄອງຊັບສິນ ແລະ ວັດສະດຸສາງ ໄດ້ຂຶ້ນລາຍງານ ຜົນງານເດັ່ນທີ່ຍາດມາໄດ້ຕະຫຼອດ6ເດືອນຕົ້ນປີ, ຂໍ້ຫຍຸ້ງຍາກ, ວິທີແກ້ໄຂ, ຂໍ້ສະເໜີ ແລະ ທິດທາງແຜນການສູ້ຊົນ ໃນ 6 ເດືອນທ້າຍປີ 2024
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ ຟຟລ ໄດ້ມີທິດຊີ້ນຳໃຫ້ແກ່ ຫ້ອງການໄຟຟ້າ ແລະ 6 ພະແນກ ທີ່ຂື້ນກັບ ໃຫ້ເອົາໃຈໃສ່ໃນການແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ເພື່ອໃຫ້ ທຸກພາກສ່ວນສາມາດບັນລຸແຜນສູ້ຊົນໃນໄລຍະ6ເດືອນທ້າຍປີໃຫ້ສຳເລັດຜົນຕາມເປົ້າໝາຍທີ່ວາງໄວ້.
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos
05/07/2024
ຜູ້ອໍານວຍການໃຫຍ່ ຟຟລ ລົງຊີ້ນໍາ-ນໍາພາ ຫ້ອງການໄຟຟ້າລາວ
...............................
ໃນຕອນເຊົ້າວັນທີ 3 ກໍລະກົດ 2024, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ໄດ້ລົງເຮັດວຽກຊີ້ນໍາ-ນໍາພາ ວຽກງານຫ້ອງການໄຟຟ້າລາວ ພາຍໃນກອງປະຊຸມ ທ່ານ ວຽງທອງ ສັກດາລາ ຫົວໜ້າຫ້ອງການໄຟຟ້າລາວ ໄດ້ຂື້ນກ່າວຕ້ອນຮັບ ແລະ ລາຍງານໜ້າວຽກຫຼັກໆ ທີ່ຫ້ອງການໄຟຟ້າລາວ ຊີ້ນໍາເປັນຕົ້ນ: ວຽກຄົ້ນຄວ້າສັງລວມ, ວຽກເລຂານຸການ, ວຽກການພົວພັນຮ່ວມມື, ວຽກງານປະຊາສໍາພັນ ແລະ ກິດຈະກໍາເພື່ອສັງຄົມ, ວຽກງານສະໜັບສະໜູນ ແລະ ວຽກງານຄຸ້ມຄອງຊັບສິນ ທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ຂໍ້ຄົງຄ້າງ ທີ່ຫ້ອງການໄຟຟ້າລາວ ຈັດຕັ້ງປະຕິບັດໃນ 6ເດືອນຕົ້ນປີ 2024 ຜ່ານມາ ຫຼາຍໜ້າວຽກແມ່ນສາມາດຈັດຕັ້ງໄດ້ຕາມແຜນ ແລະ ບາງໜ້າວຽກກໍ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ຫຼັງຈາກນັ້ນ ທ່ານ ຜູ້ອໍານວຍການໃຫຍ່ ຟຟລ ກໍ່ໄດ້ມີທິດຊີ້ນໍາ ໂດຍສະເພາະສະພາບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ຕະຫຼອດໄລຍະຜ່ານມາ ຈົນຮອດປັດຈຸບັນ ໂດຍສະເພາະບັນຫາໄພເງິນເຟີ້ ແມ່ນມີຜົນກະທົບຕໍ່ການບໍລິຫານຂອງ ຟຟລ ໃນນັ້ນທ່ານ ຍັງໄດ້ເນັ້ນຕື່ມ ໃຫ້ ພະນັກງານ-ກໍາມະກອນ ທຸກຂັ້ນນັບແຕ່ຜູ້ບໍລິຫານຈົນຮອດ ວິຊາການ ຕ້ອງເພີ່ມຄວາມສາມັກຄີ ພາຍໃນ ຕັ້ງໃຈເຮັດວຽກວິຊາສະເພາະຂອງຕົນເອງໃຫ້ລ້ອນໜ້າທີ່ຕາມການມອບໝາຍ ໂດຍສະເພາະ ຫ້ອງການໄຟຟ້າລາວ ເປັນສູນກາງດ້ານການປະສານວຽກ, ດ້ານເອກະສານ ແລະ ວຽກການບໍລິຫານ ຕ້ອງນໍາໜ້າໜຶ່ງກ້າວສະເໝີ ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຄົ້ນຄວ້າຮູບແບບຂອງການຈັດກອງປະຊຸມເພື່ອເຮັດແນວໃດໃຫ້ກະທັດຮັດ ທັນສະໄໝ ຄົບຖ້ວນໄດ້ເນື້ອໃນ ທັງປະຢັດເວລາ ແລະ ຫງົບປະມານ.
08/04/2024
ໃນຕອນເຊົ້າວັນທີ 5 ເມສາ 2024 ຢູ່ຫ້ອງປະຊຸມຊັ້ນ8 ສໍານັກງານໃຫຍ່ ຟຟລ ໄດ້ມີກອງປະຊຸມປະຈໍາໄຕມາດ ຂອງພະແນກປະຊາສໍາພັນ ແລະ ກິດຈະກໍາເພື່ອສັງຄົມຂື້ນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວົງດາລາ ສີສະແຫວງສຸກ ຮອງຫົວໜ້າຫ້ອງການໄຟຟ້າລາວ ໃນກອງປະຊຸມ ທ່ານ ພຸດກັນຍາ ດາຣາຊະວົງ ຫົວໜ້າພະແນກກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນ 3 ໜ່ວຍງານທີ່ຂື້ນກັບພະແນກ ກໍ່ໄດ້ລາຍງານໜ້າວຽກທີ່ຕົນຮັບຜິດຊອບ ທຸກໜ້າວຽກແມ່ນສາມາດຈັດຕັ້ງໄດ້ຕາມແຜນ ຈາກນັ້ນ ຄະນະພະແນກກໍ່ໄດ້ໃຫ້ທິດຊີ້ນໍາຕື່ມເປັນຕົ້ນວຽກງານຜະລິດສື່, ວຽກງານປະຊາສໍາພັນ, ວຽກງານສິ່ງແວດລ້ອມສັງຄົມ ແລະ ວຽກງານ CSR ຕອນທ້າຍກອງປະຊຸມ ກໍ່ໄດ້ຮັບຟັງການໂອລົມຂອງປະທານກອງປະຊຸມ ແລະ ພິທີກໍ່ໄດ້ປິດລົງໃນວັນດຽວກັນ.
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos1
26/01/2024
ໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2024, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະ ໄດ້ເປັນປະທານ ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ຜ່ານແຜນການປີ 2024 ຂອງຫ້ອງການໄຟຟ້າລາວ, ໃນກອງປະຊຸມ ທ່ານ ວຽງທອງ ສັກດາລາ ຫົວໜ້າຫ້ອງການໄຟຟ້າລາວ ໄດ້ຂຶ້ນກ່າວເປີດຈຸດປະສົງຂອງກອງປະຊຸມ ແລະ ລາຍງານຫຍໍ້ກ່ຽວກັບການປະຕິບັດວຽກງານ ໃນປີຜ່ານມາ. ພ້ອມດຽວກັນນັ້ນ 6 ພະແນກທີ່ຂື້ນກັບ ຫ້ອງການໄຟຟ້າລາວ ກໍ່ໄດ້ຂື້ນລາຍງານ ວຽກງານຂອງຕົນ ປະຈໍາປີ 2023 ແລະ ຜ່ານແຜນສູ້ຊົນໃນປີ 2024. ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານປະທານ ແລະ ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos1
25/01/2024
ປະຊຸມປຶກສາຫາລື ລະຫວ່າງ ຟຟລ ແລະ ທະນາຄານຮ່ວມມືສາກົນຂອງຍີ່ປຸ່ນ JBIC
…………………………………………
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: EDL Laos
🇫 Facebook: EDL Laos
🌐 Website: www.edl.com.la
📽 Tiktok: edllaos1
27/12/2023
ເຂົ້າຮ່ວມງານປະຊຸມ ວິຊາການ ເເລະ ນະວັດຕະກໍາ ຂອງ ການໄຟຟ້າສ່ວນພູມິພາກ (PEA) ປະຈໍາ ປີ 2023
ໃນລະຫວ່າງ ວັນທີ 20 - 21/12/2023, ຢູ່ທີ່ ສໍາ ນັກງານໃຫ່ຍ (PEA) ໃນຫົວຂໍ້
DIGITAL GRID & GREEN ENERGY
.........................................
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: ລາຍການໄຟຟ້າລາວເພື່ອການພັດທະນາ
🇫 Facebook: ລັດວິສາຫະກິດໄຟຟ້າລາວ EDL
🌐 Website: www.edl.com.la
30/10/2023
ພາບບັນຍາກາດການອອກບູ໋ດປະຊາສຳພັນ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ນະຄອນຫລວງວຽງຈັນ ປະຈຳປີ 2023
20/10/2023
ພະແນກ ປະຊາສໍາພັນ-ກິດຈະກໍາເພື່ອສັງຄົມ ຫ້ອງການໄຟຟ້າລາວ, ໂຄງການນໍ້າງື່ມ4, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບກະຊວງຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມ, ຄະນະແຂວງ ຂັ້ນເມືອງ ແຂວງຊຽງຂວາງ ໄດ້ເຂົ້າຮ່ວມລົງຕິດຕາມກວດກາວຽກງານສິ່ງແວດລ້ອມ-ສັງຄົມ, ວຽກງານກວດກາຜົນສຳເລັດອານາໄມຊີວະມວນສານຂອງອ່າງເກັບນໍ້າໂຄງການເຂື່ອນໄຟຟ້ານໍ້າງື່ມ 4 ທີ່ ເມືອງແປກ, ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 18 ຕຸລາ 2023 ຜ່ານມາ.
.........................................
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: ລາຍການໄຟຟ້າລາວເພື່ອການພັດທະນາ
🇫 Facebook: ລັດວິສາຫະກິດໄຟຟ້າລາວ EDL
🌐 Website: www.edl.com.la
19/10/2023
ໃນວັນທີ 19 ຕຸລາ 2023, ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດງານແຂ່ງຂັນກິລາມິດຕະພາບລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າຝ່າຍຜະລິດ ແຫ່ງປະເທດໄທ ຢູ່ທີ່ ຫ້ອງປະຊຸມ 10.2 ຊັ້ນ 10 ສຳນັກງານໃຫຍ່ ຂອງ ລັດວິສາຫະກິດໄຟຟ້າລາວ, ໂດຍການເປັນປະທານຂອງ ທ່ານ ວັນຄຳ ແສງເມືອງ ຮອງຫົວຫນ້າຝ່າຍບຸກຄະລາກອນ ພ້ອມດ້ວຍຕາງຫນ້າຄະນະກຳມະການຂອງການໄຟຟ້າທັງສອງຝ່າຍເຂົ້າຮ່ວມ
.........................................
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: ລາຍການໄຟຟ້າລາວເພື່ອການພັດທະນາ
🇫 Facebook: ລັດວິສາຫະກິດໄຟຟ້າລາວ EDL
🌐 Website: www.edl.com.la
06/10/2023
ຫົວໜ້າພະແນກປະຊາສໍາພັນ ແລະກິດຈະກໍາເພື່ອສັງຄົມ ຫ້ອງການໄຟຟ້າລາວ ລັດວິສາຫະກິດໄຟຟ້າລາວ ໄດ້ເຂົ້າຮ່ວມກອງປະຊຸມຜ່ານບົດສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດວຽກປັບປຸງ ແລະ ຟື້ນຟູ ຊີວິດການເປັນຢູ່ໃຫ້ປະຊາຊົນ ບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ ຂອງໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເຊິ່ງພິທີໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 5 ຕຸລາ 2023 ໂດຍມີ ທ່ານ ບົວເງິນ ຫູມໄຊຍະພົມ, ຮອງເຈົ້າແຂວງໆຊຽງຂວາງ ເປັນປະທານ ມີ ຄະນະກໍາມະການຂັ້ນແຂວງ, ເມືອງ, ບ້ານ, ຟຟລ ແລະ ໂຄງການເຂື່ອນໄຟຟ້ານໍ້າງື່ມ3 ເຂົ້າຮ່ວມຢ່າງພ້ອມພຽງ
.........................................
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: ລາຍການໄຟຟ້າລາວເພື່ອການພັດທະນາ
🇫 Facebook: ລັດວິສາຫະກິດໄຟຟ້າລາວ EDL
🌐 Website: www.edl.com.la
04/10/2023
ຟຟລ ຈັດຕະຫຼາດນັດ
-------------------------
ລັດວິສາຫະກິດໄຟຟ້າລາວ (ຟຟລ) ສໍານັກງານໃຫຍ່ ທີ່ ນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີຕະຫຼາດນັດພາຍໃນຂຶ້ນ ໃນທຸກໆວັນພຸດ ຊຶ່ງຄັ້ງນີ້ເປັນເທື່ອ ທີ 2 ໂດຍມີຈຸດປະສົງ ເພື່ອຕອບສະໜອງນະໂຍບາຍ ຂອງ ພັກ-ລັດຖະບານ ແລະ ໄດ້ຮັບການຊີ້ນໍາຢ່າງໃກ້ສິດຈາກຄະນະຜູ້ບໍລິຫານ ລັດວິສາຫະກິດໄຟຟ້າລາວ ແນໃສ່ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແນໃສ່ຍົກສູງຊີວິດການເປັນຢູ່ຂອງພະນັກງານ-ກໍາມະກອນ ຂອງຕົນເອງ.
ສິນຄ້າ ທີ່ນໍາມາແລກປ່ຽນ ແລະ ຊື້-ຂາຍໃນແຕ່ລະຄັ້ງ ໂດຍລວມປະກອບມີ: ພືດຜັກ ທັນຍາຫານ, ເຄື່ອງອຸປະ ໂພກ - ບໍລິໂພກ. ຈັດໂດຍ ຫ້ອງການໄຟຟ້າລາວ ແລະ ໄດ້ຮັບ ການຕອບຮັບ ເປັນຢ່າງດີຈາກພະນັກງານ - ກໍາມະກອນ ຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ມີການຈັບຈ່າຍ - ຊື້ຂາຍສິນຄ້າ ທີ່ຜະລິດ ຫຼື ນໍາມາຈາກພະນັກງານພາຍໃນບໍລິສັດ ດ້ວຍລາຄາ ທີ່ສົມເຫດສົມຜົນ
.........................................
#ລັດວິສາຫະກິດໄຟຟ້າລາວ
#ສອບຖາມຂໍ້ມູນເພີ່ມເຕີມໂທ1199
☎️ Call Center: 1199
🎬 YouTube: ລາຍການໄຟຟ້າລາວເພື່ອການພັດທະນາ
🇫 Facebook: ລັດວິສາຫະກິດໄຟຟ້າລາວ EDL
🌐 Website: www.edl.com.la