07/10/2026
[Scroll down for English]
ລະຫວ່າງວັນທີ 17 ຫາ 21 ສິງຫາ 2026, ສະຖາບັນ ປັດສະເຕີ ລາວໄດ້ຈັດກອງປະຊຸມອົບຮົມພາກ ປະຕິບັດຕົວຈິງເປັນເວລາ 5 ມື້ ກ່ຽວກັບການພັດທະນາການກວດວິເຄາະໂມເລກຸນແບບ LAMP ແລະ RPA. ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການພັດທະນາຝຣັ່ງ (AFD) ຜ່ານ ໂຄງການ ECOMORE, ກອງປະຊຸມອົບຮົມຄັ້ງນີ້ໄດ້ລະດົມນັກຄົ້ນຄວ້າ ແລະ ຜູ້ເຂົ້າຮ່ວມ ຝຶກອົບຮົມຈຳນວນ 13 ທ່ານ ຈາກທົ່ວອາຊີຕາເວັນອອກສ່ຽງໃຕ້, ລວມມີ ສະຖາບັນ ປັດສະເຕີ ກຳປູເຈຍ, ສະຖາບັນ ປັດສະເຕີ ລາວ, ສະຖາບັນວິໄຈເວຊະສາດເຂດຮ້ອນ (RITM) ປະເທດ ຟີລິບປິນ, ສະຖາບັນ ປັດສະເຕີ ຍາຈາງ ແລະ ສະຖາບັນ ປັດສະເຕີ ໂຮ່ຈີມິນ.
ທີມງານຫ້ອງວິເຄາະເຊື້ອຈຸລະໂລກວິທະຍາ ຂອງສະຖາບັນ ປັດສະເຕີ ລາວ ໄດ້ນຳພາຜູ້ເຂົ້າຮ່ວມການ ຝຶກອົບຮົມໃນການອອກແບບສາຍພັນທຸກຳທີ່ເປັນເປົ້າໝາຍ ແລະ ລົງມືປະຕິບັດການທົດລອງຕົວຈິງໃນຫ້ອງວິເຄາະໂດຍໃຊ້ ພລາສມິດ (Plasmids) ແລະ ຕົວຢ່າງທາງຄລີນິກ.
ດ້ວຍການນຳໃຊ້ທັກສະໃໝ່ນີ້, ນັກຄົ້ນຄວ້າຈະສາມາດພັດທະນາ ແລະ ແບ່ງປັນຂັ້ນຕອນການກວດ ຫາເຊື້ອດ້ວຍຕົນເອງ ສຳລັບພະຍາດທີ່ເປັນໄພຄຸກຄາມສຳຄັນ ເປັນຕົ້ນແມ່ນ ໄຂ້ຍຸງລາຍ (Dengue), ເຊື້ອຈຸລະໂລກຊິກາ (Zika) ແລະ ໄຂ້ສະຫມອງອັກເສບ ເຈອີ (Japanese Encephalitis). ການຝຶກອົບຮົມໃນຄັ້ງນີ້ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮັບມືກັບການລະບາດຂອງພະຍາດຊຶມເຊື້ອໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ດີຍິ່ງຂຶ້ນ.
Between August 17 and 21, 2026, Institut Pasteur du Laos (IPL) held a five-day hands-on workshop on developing rapid molecular diagnostic tests (LAMP and RPA). With support from Agence Française de Développement (AFD) through the ECOMORE initiative, the workshop gathered 13 researchers and trainees from around Southeast Asia, including Institut Pasteur du Cambodge, Institut Pasteur du Laos, Research Institute for Tropical Medicine (RITM), and Institut Pasteur in Nha Trang & Institut Pasteur in Ho Chi Minh City.
The IPL Virology Laboratory team led the group as they worked on designing target sequences and carried out hands-on lab tests with plasmids and clinical samples.
With these new skills, researchers will develop and share their own detection protocols for important regional threats like Dengue, Zika, and Japanese Encephalitis. This will help strengthen the region’s response to infectious disease outbreaks in Southeast Asia.