ສັບປະດາດິຈິຕອນລາວ Lao Digital Week

ສັບປະດາດິຈິຕອນລາວ Lao Digital Week

Share

ຂໍ້ມູນກ່ຽວກັບງານສັບປະດາດິຈິຕອນ
Lao Digital Week infomation

Photos from VariGo+'s post 21/06/2025
05/04/2025

IICT ແລະ FTU ຮ່ວມລົງນາມ ພັດທະນາຫຼັກສູດ ແລະ ບຸກຄະລາກອນ
--------------------

ໃນວັນທີ 2 ເມສາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (IICT), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະມະຫາວິທະຍາໄລການຄ້າຕ່າງປະເທດ (FTU) ສສ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮອບດ້ານ ເຊັ່ນ: ການເປີດຫຼັກສູດຮຽນຮ່ວມກັນ ທັງຮູບແບບອອນລາຍ ແລະ ເຊິ່ງໜ້າ, ການແລກປ່ຽນນັກສຶກສາ, ການພັດທະນາບຸກຄະລາກອນພາຍໃຕ້ຫຼັກສູດໄລຍະສັ້ນ ແລະ ໄລຍະຍາວ, ການຮ່ວມມືກັນ ພັດທະນາຫຼັກສູດ, ການຮ່ວມມືຄົ້ນຄວ້າວິທະຍາສາດແບບຫຼາກຫຼາຍສາດ (Multi-Disciplinary) ແລະ ຈັດງານເຜີຍແຜ່ຜົນງານວິຊາການ ເປັນຕົ້ນ.
ຮ່ວມລົງນາມໃນຄັ້ງນີ້, ຕາງໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລົງນາມ ໂດຍທ່ານ ປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຕາງໜ້າມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ ໂດຍ ທ່ານ ບຸຍ ອັນ ຕ໋ວນ (Bui Anh Tuan) ອະທິການບໍດີ ມະຫາວິທະຍາໄລການຄ້າຕ່າງປະເທດ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.
ການລົງນາມບົດບັນທຶກຄວາມເຂົ້າໃຈສະບັບນີ້ ສະແດງໃຫ້ເຫັນເຖິງ ໜຶ່ງຂີດໝາຍອັນສຳຄັນໃນການຮັດແໜ້ນ ສາຍພົວພັນດ້ານການສຶກສາ ລະຫວ່າງລາວ-ຫວຽດນາມ, ບໍ່ພຽງແຕ່ຈະປັບປຸງບັນດາຫຼັກສູດການຮຽນ-ການສອນເທົ່ານັ້ນ ແຕ່ຍັງເປັນການກຽມຄວາມພ້ອມໃຫ້ແກ່ຄົນຮຸ່ນຫຼັງເພື່ອກ້າວໄປສູ່ຄວາມທ້າທາຍ ຂອງໂລກທີ່ນັບມື້ນັບມີການປ່ຽນແປງໃໝ່ທີ່ໄວດ້ວຍເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ພວກເຂົາເຫຼົ່ານັ້ນ ມີຄວາມພ້ອມໃນການຍາດແຍ່ງໂອກາດອີກດ້ວຍ. ພ້ອມກັນນັ້ນ, ການລົງນາມຄັ້ງນີ້ ຍັງແມ່ນບາດກ້າວສຳຄັນເພື່ອແນໃສ່ສ້າງການເຊື່ອມໂຍງດ້ານວິຊາການໃຫ້ເຂັ້ມແຂງ, ຊຸກຍູ້ການພັດທະນາບັນດານັກວິຊາການໃຫ້ມີຄວາມຊຳນານສູງ, ຮ່ວມມືກັນປະກອບສ່ວນທາງດ້ານວິຊາການໃຫ້ແກ່ວຽກງານມະຫາພາກ ແລະ ຈຸລະພາກ ຂອງຕົນ ແລະ ພາກພື້ນ. ການລົງນາມດັ່ງກ່າວເປັນໜຶ່ງໃນກິດຈະກໍາພາຍໃນງານສັບປະດາດີຈີຕອນລາວ 2025 ແລະ ຍັງເປັນການດໍາເນີນຕາມຍຸດທະສາດການພັດທະນາບຸກຄະລາກອນ ການກຽມຄວາມພ້ອມສ້າງແຮງງານດ້ານດີຈີຕອນຕາມແຜນຍຸດທະສາດການຫັນເປັນດີຈີຕອນ ແລະ ແຜນພັດທະນາຂະແໜງ ເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຂະບວນການໜຶ່ງເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ III ຂອງອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ.
ຂ່າວ:ແສງຈັນ

Photos from Sysmatik I.T Solution Co. Ltd's post 04/04/2025
Photos from BIC BANK LAO's post 04/04/2025
Photos from PK Services Company's post 04/04/2025
04/04/2025
Photos from Phatalk's post 04/04/2025
Photos from ປະກາດ Pakaad's post 04/04/2025
Photos from AIF Group's post 04/04/2025
Photos from Vientiane Times's post 03/04/2025
Photos from ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ's post 03/04/2025
Photos from กระทรวงดิจิทัลเพื่อเศรษฐกิจและสังคม's post 03/04/2025
Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Address


Avenue Lane Xang
Vientiane