ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ

ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ

Share

ໂຮງຮຽນມັດທະຍົມຕອນປາຍບໍ່ໂອ
ບ. ບໍ່ໂອ
ມ. ຫາດຊາຍຟອງ
ຂ. ນະຄອນຫຼວງວຽງຈັນ
ໂທ:

Photos from ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ's post 02/06/2026

ທາງໂຮງຮຽນຂອງພວກເຮົາ ຂໍສະແດງຄວາມຂອບໃຈມາຍັງ
ທ່ານ ທີ່ບໍ່ປະສົງອອກນາມ ຈາກປະເທດ ການາດາ ທີ່ປະກອບສ່ວນຊຸກຍູ້ສ້ອມແປງຫລັງຄາໂຮງຮຽນມູນຄ່າ 3,000,000ກີບ
ທາງໂຮງຮຽນ ຂໍຂອບໃຈເປັນຢ່າງສູງ ຂໍໃຫ້ທ່ານມີສຸຂະພາບແຂງແຮງ ຂໍໃຫ້ເຮັງໆລວຍໆ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຄວາມສຸກກາຍ ແລະ ໃຈ ທັງສ່ວນຕົວ ແລະ ຄອບຄົວ ປາດຖະໜາສິ່ງໃດຂໍໃຫ້ໄດ້ດັ່ງໃຈຫວັງ🙏

Photos from ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ's post 28/05/2026

#ຮ່ວມບໍລິຈາກຜ່ານ_BCELOneHeart ໃນໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ” ເພື່ອລະດົມທຶນໃນການສືບຕໍ່ສ້ອມແປງຫຼັງຄາໂຮງຮຽນໃຫ້ໄດ້ມາດຕະຖານ ແລະ ເປັນບ່ອນຮຽນໃຫ້ແກ່ນ້ອງນັກຮຽນ.
ປະຈຸບັນນີ້ ໂຮງຮຽນພວກເຮົາກໍຄົບຮອບ 39 ປີ. ຕຶກ, ອາຄານຮຽນແຕ່ລະຕຶກກໍຖືວ່າມີອາຍຸການນໍາໃຊ້ທີ່ດົນພໍສົມຄວນ ແລະ ເລີ່ມມີການຊຸດໂຊມ ໂດຍສະເພາະແມ່ນ ໂຄງຫຼັງຄາຂອງໂຮງຮຽນທີ່ເປັນໄມ້ ເປ່ເພຫຼາຍຍ້ອນປວກກິນ ບໍ່ສາມາດຢູ່ໄດ້ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງປ່ຽນໂຄງຫຼັງຄາໄປເປັນໂຄງເຫຼັກ. ເຊິ່ງໃນການປ່ຽນໂຄງຫຼັງຄາໃນຄັ້ງນີ້ແມ່ນນຳໃຊ້ງົບປະມານທີ່ຫຼາຍພໍສົມຄວນ ແລະ ໃນໄລຍະທີ່ຜ່ານມາທາງໂຮງຮຽນ ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ກໍໄດ້ພະຍາຍາມລະດົມທຶນຈາກພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ຈາກພາກສ່ວນຕ່າງໆ ແຕ່ກໍຍັງບໍ່ພຽງພໍທີ່ຈະລົງມືສ້ອມແປງໄດ້ເທື່ອ. ເພື່ອໃຫ້ໂຄງການສ້ອມແປງໂຄງຫຼັງຄາສາມາດດຳເນີນການໄດ້ແມ່ນຍັງຕ້ອງການທຶນຊ່ວຍເຫຼືອເພີ່ມຕື່ມ ເຊີ່ງງົບປະມານດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຊື້ເຫຼັກ, ສັງກະສີ, ແຜ່ນລຽບສະມາດບອດ, ໄມ້ເຊີລ້າ, ທູບຈອດ… ເນື່ອງຈາກງົບປະມານສ່ວນໃຫຍ່ກໍແມ່ນໄດ້ມາຈາກການລະດົມທຶນຈາກພາກສ່ວນຕ່າງໆ. ດັ່ງນັ້ນ, ການເປີດການລະດົມທຶນຜ່ານ BCEL OneHeart ໃນຄັ້ງນີ້ກໍໍເປັນອີກໜຶ່ງຊ່ອງທາງໃນການລະດົມທຶນຮອນເຂົ້າໂຮງຮຽນເພື່ອໝູນໃຊ້ເຂົ້າໃນການສ້ອມແປງຫຼັງຄາໃຫ້ສຳເລັດ ພາຍໃຕ້ຊື່ໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ”

ການບໍລິຈາກຜ່ານ BCEL OneHeart ແມ່ນຊ່ວຍອໍານວຍຄວາມສະດວກດ້ານລະບົບຊ່ອງທາງໃນການລະດົມທຶນຈາກສັງຄົມເທົ່ານັ້ນ, ການປະຕິບັດການນໍາໃຊ້ເງິນຕົວຈິງທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ແລະ ການນໍາໃຊ້ຈໍານວນເງິນທີ່ຮັບບໍລິຈາກ ເພື່ອນໍາໄປໝູນໃຊ້ເຂົ້າໃນຈຸດປະສົງຂອງໂຄງການນັ້ນ

ທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໂດຍກົງ ກ່ອນບໍລິຈາກກັບເຈົ້າຂອງໂຄງການ ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ເບີໂທ 020 28793549
#ລາຍລະອຽດ ແລະ ຊ່ອງທາງບໍລິຈາກ https://oneheart.la/projects/638
------------------------------------------
ວິທີບໍລິຈາກ:
1. Login ເຂົ້າ App BCEL One
2. ເລືອກ OneHeart
3. ເລືອກໂຄງການ
4. ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ)
5. ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ
ຫຼື Scan QR Code ເພື່ອບໍລິຈາກ
ຫົວໃຈດຽວກັນ

Photos from OneHeart.la's post 28/05/2026

ຂໍນ້ຳຈິດ ນ້ຳໃຈຜູ້ລະເລັກລະນ້ອຍເພື່ອສົມທົບທຶນສ້ອມແປງຫລັງຄາໂຮງຮຽນ

Photos from ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ's post 16/05/2026

ຈົບລົງໄປແລ້ວກັບການແຂ່ງຂັນລາຍການ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III ປີ 2026 ❤️❤️
ທາງໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາຕ້ອງຂໍຂອບໃຈມາຍັງຜູ້ຈັດງານບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິ້ງ ຈຳກັດ ເປັນຢ່າງສູງ ທີ່ຈັດງານດີໆແບບນີ້ຂື້ນ ແລະ ໃຫ້ທາງໂຮງຮຽນຂອງພວກເຮົາເປັນສ່ວນໜຶ່ງໃນງານຄັ້ງນີ້ ❤️❤️ ແລະ ຫວັງເປັນຢ່າງຍິ່ງວ່າຈະມີໃນຄັ້ງຕໍ່ໆໄປ✨✨❤️❤️

ຂອບໃຈຮູບພາບງາມໆຈາກ Coke ສາມັກຄີ 4 ໂຮງຮຽນ
#ລາວໂຄຄາໂຄລາ ັກຄີ4ໂຮງຮຽນ

15/05/2026

🔥💪ຝາກທຸກຄົນສົ່ງແຮງເຊຍ ແຮງໃຈ ໃຫ້ກັບ ນັກສູ້ຂອງ ມ.ປ ບໍ່ໂອແດ່ເດີ! ໃຜມັກທີມນີ້ ຂໍສຽງຄອມເມັ້ນລຸ່ມນີ້ແນ່! 👇✨
ຮັບຊົມການຖ່າຍທອດສົດໄດ້ທີ່ເພສ Coke ສາມັກຄີ 4 ໂຮງຮຽນ ເວລາ 14:00 ເປັນຕົ້ນໄປ
ັກຄີ4ໂຮງຮຽນ #ມິດຕະພາບເໜືອໄຊຊະນະ

Photos from ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ's post 14/05/2026

ພາບບັນຍາດການແຂ່ງກິລາ Coke ສາມັກຄີ 4 ໂຮງຮຽນ ໃນຕອນບ່າຍຂອງວັນພຸດ ທີ 13 ພຶດສະພາ 2026
ປະກອບກິລາແລ່ນ 3 ຂາ, ແລ່ນໄຖ່, ດຶງເຊືອກ ແລະ ເຕະບານຊາຍ
ຍັງອີກ 1 ມື້ ກໍຄືຕອນບ່າຍວັນສຸກ ທີ15 ພຶດສະພາ 2026
ສາມາດມາຮ່ວມຊົມຮ່ວມເຊຍໄດ້ທີ່ສະໜາມກິລາລ້ານຊ້າງສະເຕດ້ຽມ ໜອງໄຮ
ຂອບໃຈຮູບພາບງາມໆຈາກ ສາມັກຄີ 4 ໂຮງຮຽນ
ສາມາດເບິ່ງຖ່າຍທອດສົດໄດ້ທີ່ເພສ Coke ສາມັກຄີ 4 ໂຮງຮຽນ

14/05/2026

ຢ່າລືມມາຊົມ ມາເຊຍ ໂຮງຮຽນ ມປ ບໍ່ໂອ ເຕະບານຊາຍ ຊິງອັນດັບທີ 3 ພົບກັບ ມສ ສາລາຄໍາ
ໃນວັນທີ 15 ພຶດສະພາ 2026 ເວລາ 14:00 ເປັນຕົ້ນໄປ

ກຽມພົບກັບການປັດຊະຍາແຫ່ງສັກສີ ໃນການແຂ່ງຂັນບານເຕະ Coke ສາມັກຄີ 4 ໂຮງຮຽນ ນັດຊີງອັນດັບທີ3 ເປັນການພົບກັນລະຫວ່າງສອງທັບນັກກິລາທີ່ເຕັມໄປດ້ວຍພະລັງ

ໂຮງຮຽນ ມ.ປ ບໍ່ໂອ 🆚 ໂຮງຮຽນ ມສ ສາລາຄຳ

📅 ວັນສຸກ ທີ 15 ພຶດສະພາ 2026
🕑 ເວລາ 14:00 ໂມງ ເປັນຕົ້ນໄປ
📺 ຖ່າຍທອດສົດຜ່ານເພຈ: Coke ສາມັກຄີ 4 ໂຮງຮຽນ

ງານນີ້ບອກເລີຍວ່າບໍ່ມີໃຜຍອມໃຜແນ່ນອນ! ເພາະທຸກວິນາທີຄືການພິສູດຄວາມສາມັກຄີ ແລະ ຫົວໃຈນັກສູ້ຂອງທັງສອງໂຮງຮຽນ

ມາກົດໄລຄ໌ 👍 ກົດແຊຣ໌ 🔄 ແລະ ສົ່ງສຽງເຊຍໃຫ້ກັບໂຮງຮຽນທີ່ທ່ານຮັກໃຫ້ດັງສະນັ່ນ! ສະແດງຕົວຕົນໄວ້ກ້ອງຄອມເມັ້ນເລີຍ! 👇✨
—————————————-
ັກຄີ4ໂຮງຮຽນ #ລະເບີດຄວາມຊ່າ #ມິດຕະພາບເໜືອໄຊຊະນະ

13/05/2026

ມາຊົມມາເຊຍ ໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາໄດ້ເດີ້ ກັບ ການແຂ່ງຂັນ ກິລາ Coke ສາມັກຄີ 4 ໂຮງຮຽນ ❤️❤️

Photos from ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ's post 12/05/2026

ບັນຍາກາດແບບນີ້ກຳລັງຈະກັບມາອີກຄັ້ງ ກັບ ການແຂ່ງຂັນ Coke ສາມັກຄີ 4 ໂຮງຮຽນ ຄັ້ງທີ III
🔥 ກຽມພົບກັບຄວາມຊ່າ... ແລະ ຄວາມມ່ວນແບບຈັດເຕັມ! ຜ່ານການແຂ່ງຂັນກິລາ ແລະ ກິດຈະກຳທີ່ຫຼາກຫຼາຍ ຂອງຊາວໜຸ່ມຈາກ 4 ໂຮງຮຽນຂອງເມືອງຫາດຊາຍຟອງ ( ໂຮງຮຽນ ມປ ບໍ່ໂອ, ມສ ເຄເອັນຊີ, ມສ ມະຍຸລີ ແລະ ມສ ສາລາຄຳ)
ຝາກເຊຍໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາແດ່ເດີ້ ✌🏼✌🏼
ຕິດຕາມໄດ້ທາງເພສ ສາມັກຄີ 4 ໂຮງຮຽນ
——————————————-
#ລະເບີດຄວາມຊ່າ ັກຄີ4ໂຮງຮຽນ

12/05/2026

ຝາກເຊຍ ແລະ ເປັນກຳລັງໃຈໃຫ້ ໂຮງຮຽນ ມປ ບໍ່ໂອ ແດ່ເດີ້ ✌🏼✌🏼❤️❤️

“ພະຍາຫົງ ແຫ່ງລຸ່ມແມ່ນ້ຳຂອງ" – ຄວາມໄວທີ່ຍາກຈະຕ້ານທານ! 🦅💨
ສີແດງທີ່ຮ້ອນແຮງ! ຕົວແທນຈາກ ມໍປາຍ ບໍ່ໂອ ພ້ອມແລ້ວທີ່ຈະລະເບີດຄວາມຊ່າ ໃນສະໜາມຫຍ້າ ດ້ວຍຈິດວິນຍານຂອງພະຍາຫົງ ທີ່ເນັ້ນຄວາມໄວ ແລະ ຄວາມສາມັກຄີ ພວກເຂົາຈະບໍ່ຍອມໃຫ້ໄຊຊະນະຫຼຸດມືໄປງ່າຍໆແນ່ນອນ! ສົ່ງສຽງເຊຍທີມບໍ່ໂອໃຫ້ດັງສະນັ່ນເລີຍ! 📣❤️
——————————————-
#ລະເບີດຄວາມຊ່າ ັກຄີ

Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Category

Website

Address


ບ້ານບໍ່ໂອ
Vientiane
856

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30