29/04/2026
Partenariats canadiens en appui à la santé des enfants en RDP lao 👶🏥
Le Canada remercie deux partenaires caritatifs canadiens, la Fondation Ptarmigan et RAD-AID International, pour leur soutien généreux et de longue date à Lao Friends Hospital for Children. Ensemble, leurs actions renforcent les soins néonatals, l’imagerie médicale et la formation clinique du personnel de santé au Laos. Ces progrès sont le fruit de plusieurs années de collaboration soutenue au service des nouveau nés et du diagnostic pédiatrique. 🩻
Grâce à l’engagement direct d’experts canadiens au Laos, notamment par la formation, le don d’équipement et l’échange de connaissances à long terme, Ptarmigan et RAD-AID renforcent la capacité de l’hôpital à offrir des soins de qualité aux enfants et aux familles. Leur travail illustre l’impact concret des Canadiens au Laos 🇨🇦🤝🇱🇦
____
ການຮ່ວມມືຂອງການາດາ ເພື່ອເສີມສ້າງສຸຂະພາບເດັກໃນ ສປປ ລາວ 👶🏥
ການາດາ ຂໍສະແດງຂອບໃຈມາຍັງສອງອົງການ ການກຸສົນຂອງການາດາເຊິ່ງເປັນຄູ່ຮ່ວມງານຂອງພວກເຮົາຄື: ມູນນິທິ Ptarmigan ແລະ ອົງການ RAD-AID ທີ່ໄດ້ໃຫ້ການສະໜັບສະໜູນທີ່ດີຢ່າງສະເໝີຕົ້ນສະເໝີປາຍ ແລະ ຍາວນານ ໃຫ້ແກ່ໂຮງໝໍເພື່ອນລາວສຳລັບເດັກ (LFHC) ໃນ ສປປ ລາວ. ດ້ວຍການຮ່ວມມືກັນ, ວຽກງານຂອງພວກເຂົາ ໄດ້ຊ່ວຍປັບປຸງການດູແລເດັກເກີດໃໝ່, ການວິນິດໄສດ້ວຍພາບຖ່າຍທາງການແພດ ແລະ ການຝຶກອົບຮົມທາງດ້ານຄລີນິກໃຫ້ແກ່ບຸກຄະລາກອນທາງການແພດໃນທົ່ວປະເທດລາວ. ຄວາມຄືບໜ້າເຫຼົ່ານີ້ສະແດງໃຫ້ເຫັນເຖິງການຮ່ວມມືຢ່າງຕໍ່ເນື່ອງມາເປັນເວລາຫຼາຍປີ ທີ່ເນັ້ນໃສ່ທັງການຊ່ວຍຊີວິດເດັກນ້ອຍເກີດໃໝ່ ແລະ ການຍົກລະດັບຂີດຄວາມສາມາດໃນການວິນິດໄສພະຍາດສຳລັບຄົນເຈັບທີ່ເປັນເດັກນ້ອຍ. 🩻
ຜ່ານການລົງມືປະຕິບັດຕົວຈິງໂດຍຜູ້ຊ່ຽວຊານຄົນການາດາໃນລາວ, ເຊິ່ງລວມມີການຝຶກອົບຮົມ, ການບໍລິຈາກອຸປະກອນ ແລະ ການແລກປ່ຽນຄວາມຮູ້ໃນໄລຍະຍາວ, ມູນນິທິ Ptarmigan ແລະ ອົງການ RAD-AID ພວມເສີມສ້າງຂີດຄວາມສາມາດໃຫ້ແກ່ໂຮງໝໍເພື່ອນລາວສຳລັບເດັກ (LFHC) ໃນການບໍລິການປິ່ນປົວທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ. ວຽກງານຂອງພວກເຂົາ ໄດ້ສະແດງໃຫ້ເຫັນເຖິງໝາກຜົນຕົວຈິງທີ່ຄົນການາດາໄດ້ສ້າງໃນລາວ 🇨🇦🤝🇱🇦
28/04/2026
Prévention et élimination du travail des enfants au Laos 🇨🇦🤝🇱🇦
Plus tôt ce mois-ci, le Canada était fier de collaborer avec le ministère du Travail et des Affaires sociales et l’International Labour Organization pour appuyer un atelier de renforcement des capacités axé sur la protection des enfants et la promotion de milieux de travail sûrs et équitables pour tous.
Cet atelier a réuni des représentants du gouvernement, des employeurs, des organisations de travailleurs et des partenaires afin d’améliorer les outils de communication qui contribuent à protéger les enfants et à prévenir le travail des enfants au Laos.
Grâce à une collaboration étroite et à une responsabilité partagée, le Canada et le Laos travaillent de concert pour concrétiser leurs engagements et favoriser des milieux de travail plus sûrs et un avenir meilleur pour les enfants du Laos. 👶📘
___
ການປ້ອງກັນ ແລະ ການລົບລ້າງການນຳໃຊ້ແຮງງານເດັກໃນ ສປປ ລາວ 🇨🇦🤝🇱🇦
ໃນຕົ້ນເດືອນນີ້, ການາດາ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການແຮງງານສາກົນ (ILO) ໃນການສະໜັບສະໜູນກອງປະຊຸມສຳມະນາເພື່ອສ້າງຂີດຄວາມສາມາດ ໂດຍເນັ້ນໃສ່ການປົກປ້ອງເດັກນ້ອຍ ແລະ ການສົ່ງເສີມສະຖານທີ່ເຮັດວຽກທີ່ປອດໄພ ແລະ ຍຸຕິທຳສຳລັບທຸກຄົນ.
ກອງປະຊຸມສຳມະນາດັ່ງກ່າວ ໄດ້ເຕົ້້າໂຮມເອົາບັນດາພາກສ່ວນລັດຖະບານ, ຜູ້ປະກອບການ, ອົງການຈັດຕັ້ງກຳມະບານ ແລະ ພາກສ່ວນຄູ່ຮ່ວມງານຕ່າງໆ ເພື່ອປັບປຸງເຄື່ອງມືການສື່ສານ ທີ່ຈະຊ່ວຍເຂົ້າໃນການປົກປ້ອງເດັກ ແລະ ປ້ອງກັນການນຳໃຊ້ແຮງງານເດັກໃນລາວ.
ຜ່ານການຮ່ວມມືທີ່ແໜ້ນແຟ້ນ ແລະ ການມີສ່ວນຮ່ວມຮັບຜິດຊອບຮ່ວມກັນ, ການາດາ ແລະ ລາວ ໄດ້ເຮັດວຽກຮ່ວມກັນເພື່ອຜັນຂະຫຍາຍຄຳໝັ້ນສັນຍາສູ່ການຈັດຕັ້ງປະຕິບັດຕົວຈິງ ເພື່ອສົ່ງເສີມສະຖານທີ່ເຮັດວຽກທີ່ປອດໄພກວ່າ ແລະ ເພື່ອອະນາຄົດທີ່ສົດໃສຂອງເດັກນ້ອຍໃນທົ່ວປະເທດລາວ.
14/04/2026
Bonne année lao – Pi Mai Lao 2026 ! 🌸💦
À l’occasion du Nouvel An lao, nous célébrons la richesse des traditions culturelles du Laos ainsi que les valeurs d’harmonie, d’unité et de renouveau qu’il incarne. Puisse cette période spéciale renforcer les liens entre les familles, les amis et les communautés, toutes générations confondues.
Veuillez noter que l'ambassade sera fermée du 14 au 16 avril.
Sok Dee Pi Mai!
___
ສະບາຍດີປີໃໝ່ລາວ – ປີໃໝ່ລາວ 2026! 🌸💦
ເນື່ອງໃນໂອກາດບຸນປີໃໝ່ລາວ, ພວກເຮົາຂໍຮ່ວມສະເຫຼີມສະຫຼອງຮີດຄອງປະເພນີ ແລະ ວັດທະນະທຳອັນອຸດົມສົມບູນຂອງລາວ ພ້ອມດ້ວຍຄຸນຄ່າແຫ່ງຄວາມກົມກຽວ, ສາມັກຄີປອງດອງ ແລະ ການເລີ່ມຕົ້ນໃໝ່ ທີ່ວັນບຸນນີ້ໄດ້ນຳມາໃຫ້. ຂໍໃຫ້ຊ່ວງເວລາອັນພິເສດນີ້ ຈົ່ງຊ່ວຍເສີມສ້າງສາຍສຳພັນອັນແໜ້ນແຟ້ນ ລະຫວ່າງ ຄອບຄົວ, ເພື່ອນມິດສະຫາຍ ແລະ ຊຸມຊົນຕ່າງໆ ທຸກຮຸ່ນຄົນສືບຕໍ່ໄປ.
ໂຊກດີປີໃໝ່!
11/04/2026
🎥 SOIRÉE CINÉMA FAMILIAL GRATUITE! 🍿
Pour marquer la Journée nationale du film canadien, l’ambassade du Canada au Laos collabore avec REEL CANADA pour présenter le film canadien : Tous Toques! (Tous s’énervent!). 🎬
Classé G : adapté à tous les âges
Langue : français avec sous-titres anglais
Date : lundi 20 avril 2026
Heure : 18 h – 20 h (le film commence à 18 h 10)
Emplacement : Installation récréative de l’ambassade d’Australie
Frais d’entrée : gratuit, ouvert à tous!
À propos du film : Dans cette comédie touchante se déroulant dans une petite ville québécoise près de la frontière américaine, une douanière détestée convainc une cheffe célèbre de mentorer sa fille de 10 ans alors qu’elle se prépare à participer à un prestigieux concours culinaire pour jeunes locaux.
Les places sont limitées et disponibles selon le principe du premier arrivé, premier servi. Veuillez vous inscrire via ce formulaire Google : https://forms.gle/65QJJffBjzNXEmhg7
Nous avons hâte de célébrer le cinéma canadien avec vous!
Bande-annonce : https://www.youtube.com/watch?v=O59aR13bih4
-----------------------
🎥 🍿 ເນື່ອງໃນໂອກາດ ວັນຮູບເງົາແຫ່ງຊາດການາດາ (National Canadian Film Day),ສະຖານທູດການາດາ ປະຈຳລາວ ຮ່ວມມືກັບ ອົງການ REEL CANADA, ຂໍເຊີນທຸກທ່ານເຂົ້າຮ່ວມຮັບຊົມຮູບເງົາການາດາ ເລື່ອງ: Tous Toques! (All Stirred Up!).
ປະເພດຮູບເງົາ (G-rated): ສາມາດເບິ່ງໄດ້ທຸກເພດທຸກໄວ
ພາສາ: ພາສາຝຣັ່ງ ພ້ອມຄຳບັນຍາຍເປັນພາສາອັງກິດ
ວັນທີ: ວັນຈັນ, 20 ເມສາ 2026
ເວລາ: 6:00 – 8:00 ໂມງແລງ (ຮູບເງົາເລີ່ມສາຍເວລາ 6:10 ໂມງແລງ)
ສະຖານທີ່: ສະໂມສອນ ສະຖານທູດອົດສະຕຣາລີ (Australian Embassy Recreation)
ຄ່າເຂົ້າຊົມ: ຟຣີ, ເປີດໃຫ້ທຸກຄົນເຂົ້າຊົມ!
ກ່ຽວກັບຮູບເງົາ: ຮູບເງົາຕະຫຼົກທີ່ອົບອຸ່ນຫົວໃຈເລື່ອງນີ້ ເກີດຂຶ້ນຢູ່ໃນຕົວເມືອງນ້ອຍໆແຫ່ງໜຶ່ງ ໃນ ລັດເກເບັກ (Quebec) ທີ່ຢູ່ໃກ້ກັບຊາຍແດນປະເທດສະຫະລັດອາເມລິກາ, ເປັນເລື່ອງລາວກ່ຽວກັບເຈົ້າໜ້າທີ່ພາສີຄົນໜຶ່ງ ທີ່ໄດ້ເຊື້ອເຊີນໃຫ້ພໍ່ຄົວທີ່ມີຊື່ສຽງ ມາເປັນຄູຝຶກສອນໃຫ້ແກ່ລູກສາວອາຍຸ 10 ປີ ຂອງລາວ ເພື່ອກຽມຕົວເຂົ້າແຂ່ງຂັນລາຍການເຮັດອາຫານລະດັບເຍົາວະຊົນທ້ອງຖິ່ນ.
ໝາຍເຫດ: ບ່ອນນັ່ງມີຈຳນວນຈຳກັດ ແລະ ໃຫ້ບຸລິມະສິດສຳລັບຜູ້ທີ່ຈອງກ່ອນ.ດັ່ງນັ້ນ, ກະລຸນາລົງທະບຽນຜ່ານແບບຟອມ Google ນີ້: https://forms.gle/65QJJffBjzNXEmhg7
ພວກເຮົາ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮ່ວມສະເຫຼີມສະຫຼອງວັນຮູບເງົາການາດາ ໄປພ້ອມກັບທຸກໆທ່ານ!
ຕົວຢ່າງຮູບເງົາ: https://www.youtube.com/watch?v=O59aR13bih4
10/04/2026
🌟 Autonomiser les femmes grâce aux compétences et aux possibilités 🇨🇦🇱🇦
L’ambassadeur Kent Vachon a été heureux de visiter le Mekong Vocational Center afin d’en apprendre davantage sur la façon dont la formation professionnelle peut ouvrir des voies vers l’éducation, l’emploi et l’autonomie des femmes. 🤝
Grâce au soutien continu du Fonds canadien d’initiatives locales (FCIL), le Canada est fier d’aider les femmes rurales à surmonter les obstacles, à accroître leurs possibilités de revenus et à s’épanouir au sein de leurs communautés. 🧵🌾🛠️💻
---------------------------
ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ຜ່ານການພັດທະນາທັກສະ ແລະ ໂອກາດທີ່ໄດ້ຮັບ 🇨🇦🇱🇦
ທ່ານເອກອັກຄະລັດຖະທູດເຄນ ວາຊອນ ມີຄວາມປິຕິຍິນດີທີ່ໄດ້ໄປຢ້ຽມຢາມສູນວິຊາຊີບແມ່ນໍ້າຂອງ ເພື່ອຮຽນຮູ້ກ່ຽວກັບການຝຶກອົບຮົມວິຊາຊີບ ທີ່ສາມາດຊ່ວຍສ້າງຊ່ອງທາງໃຫ້ແກ່ແມ່ຍິງ ໃນການເຂົ້າເຖິງການສຶກສາ, ການມີວຽກເຮັດງານທຳ ແລະ ການກຸ້ມຕົນເອງ.🤝
ຜ່ານການສະໜັບສະໜູນຢ່າງຕໍ່ເນື່ອງຈາກກອງທຶນການາດາເພື່ອການລິເລີ່ມທ້ອງຖິ່ນ (CFLI), ການາດາ ມີຄວາມພາກພູມໃຈທີ່ໄດ້ຊ່ວຍເຫຼືອແມ່ຍິງໃນເຂດຊົນນະບົດ ໃນການເອົາຊະນະອຸປະສັກຕ່າງໆ, ເພີ່ມໂອກາດໃນການສ້າງລາຍຮັບ ແລະ ຈະເລີນກ້າວໜ້າໃນຊຸມຊົນຂອງພວກເຂົາ. 🧵🌾🛠️💻
07/04/2026
🌍 Journée mondiale de la santé : rejoindre les communautés éloignées en RDP lao 🇨🇦
L’ambassadeur Kent Vachon a eu le plaisir de visiter la clinique mobile fluviale gérée par Peuples et Montagnes du Mékong en RDP lao. Des médecins français et lao, des interprètes et des bénévoles se déplacent en bateau pour rejoindre des villages isolés du Mékong ayant un accès limité aux soins de santé. 🩺🚤
Le Canada est fier que l’appui du Fonds canadien d’initiatives locales ait permis à la clinique mobile d’offrir des services essentiels. Cela comprend la médecine générale, la pédiatrie, la gynécologie, les soins infirmiers, ainsi que la formation du personnel médical lao au Laos. 👩⚕️📋
Le Canada est fier de soutenir des partenariats qui améliorent l’accès aux soins de santé et contribuent à ce que personne ne soit laissé pour compte. 🤝✨
______
🌍 ວັນອະນາໄມໂລກ: ການເຂົ້າເຖິງຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ໃນ ສ.ປ ລາວ 🇨🇦
ທ່ານເອກອັກຄະລັດຖະທູດ ເຄນ ວາຊອນ ມີຄວາມປິຕິຍິນດີທີ່ໄດ້ໄປຢ້ຽມຢາມໜ່ວຍບໍລິການປິ່ນປົວເຄື່ອນທີ່ທາງເຮືອ ທີ່ດຳເນີນງານໂດຍ ອົງການ Peuples et Montagnes du Mékong ເຊິ່ງເປັນການຮ່ວມມືລະຫວ່າງ ທີມງານແພດໝໍຈາກປະເທດຝຣັ່ງ ແລະ ລາວ, ພ້ອມດ້ວຍນັກແປພາສາ ແລະ ອາສາສະໝັກ ທີ່ເດີນທາງ ທາງເຮືອ ເພື່ອເຂົ້າເຖິງບັນດາໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກລຽບຕາມລຳນ້ຳຂອງ ທີ່ຍັງມີຂໍ້ຈຳກັດໃນການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ. 🩺
ການາດາ ມີຄວາມພາກພູມໃຈທີ່ການຊ່ວຍເຫຼືອຜ່ານ ກອງທຶນການາດາເພື່ອການລິເລີ່ມທ້ອງຖິ່ນ (CFLI) ໄດ້ຊ່ວຍໃຫ້ໜ່ວຍບໍລິການປິ່ນປົວເຄື່ອນທີ່ທາງເຮືອ ສາມາດສະໜອງການບໍລິການທີ່ຈຳເປັນ ເປັນຕົ້ນແມ່ນ:ການກວດພະຍາດທົ່ວໄປ, ແພດປະສູດ, ພະຍາດຍິງ ແລະ ການບໍລິການທາງດ້ານການປະຖົມພະຍາບານ, ລວມທັງການຝຶກອົບຮົມໃຫ້ແກ່ພະນັກງານທາງການແພດລາວ. 👩⚕️📋
ການາດາ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການເປັນຄູ່ຮ່ວມງານດັ່ງກ່າວ ໃນການປັບປຸງການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ ແລະ ຮັບປະກັນວ່າ ຈະບໍ່ມີໃຜຖືກຖິ້ມໄວ້ຂ້າງຫຼັງ. 🤝
07/04/2026
🌍 Journée mondiale de la santé : soutenir la santé des enfants en RDP lao 🇨🇦
L’ambassadeur Vachon a eu le plaisir de visiter le Lao Friends Hospital for Children à Luang Prabang et d’en apprendre davantage sur son travail essentiel. L’hôpital offre des soins médicaux gratuits et de grande qualité, ainsi que des activités d’éducation et de prévention pour promouvoir la santé des enfants en RDP lao. 👧🩺
Le Canada est fier que l’appui du Fonds canadien d’initiatives locales ait permis de combler une lacune critique dans le diagnostic du VIH chez les nourrissons de moins de 18 mois. Ce soutien comprenait des tests NAT et PCR le jour même, de l’équipement et de la formation pour le personnel médical au Laos. 🔬🤝
Chaque enfant mérite un départ en santé et un avenir prometteur. En cette Journée mondiale de la santé, le Canada réaffirme son engagement à travailler avec des partenaires locaux de confiance pour améliorer la santé et le bien-être des enfants au Laos. 🌱✨
___
🌍 ວັນອະນາໄມໂລກ: ການສະໜັບສະໜູນວຽກງານກ່ຽວກັບສຸຂະພາບເດັກ ໃນ ສປປ ລາວ 🇨🇦
ທ່ານເອກອັກຄະລັດຖະທູດ ວາຊອນ ມີຄວາມປິຕິຍິນດີທີ່ໄດ້ໄປຢ້ຽມຢາມໂຮງໝໍເພື່ອນລາວສຳລັບເດັກນ້ອຍ ຢູ່ແຂວງຫຼວງພະບາງ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບວຽກງານທີ່ສຳຄັນຂອງໂຮງໝໍ. ໂຮງໝໍແຫ່ງນີ້ ໃຫ້ການບໍລິການປິ່ນປົວທີ່ມີຄຸນນະພາບໂດຍບໍ່ເສຍຄ່າ, ລວມທັງໃຫ້ການສຶກສາອົບຮົມ ແລະ ການບໍລິການປ້ອງກັນ ເພື່ອສົ່ງເສີມສຸຂະພາບຂອງເດັກນ້ອຍ ໃນ ສປປ ລາວ. 👧🩺
ການາດາ ມີຄວາມພາກພູມໃຈທີ່ໃຫ້ການຊ່ວຍເຫຼືອຜ່ານກອງທຶນການາດາເພື່ອການລິເລີ່ມທ້ອງຖິ່ນ (CFLI) ທີ່້ໄດ້ມີສ່ວນຊ່ວຍແກ້ໄຂຊ່ອງຫວ່າງທີ່ສຳຄັນໃນການກວດຫາເຊື້ອພະຍາດ HIV ໃນເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ເດືອນ. ການຊ່ວຍເຫຼືອດັ່ງກ່າວ ລວມມີການກວດແບບ NAT ແລະ PCR ທີ່ຮູ້ຜົນພາຍໃນມື້ດຽວ, ການສະໜອງອຸປະກອນ ແລະ ການຝຶກອົບຮົມສຳລັບພະນັກງານແພດໃນລາວ. 🔬🤝
ເດັກນ້ອຍທຸກຄົນ ຄວນໄດ້ຮັບການເລີ່ມຕົ້ນຊີວິດໂດຍມີສຸຂະພາບທີ່ດີ ແລະ ອະນາຄົດທີ່ສົດໃສ. ເນື່ອງໃນໂອກາດວັນອະນາໄມໂລກ, ການາດາ ຂໍຢືນຢັນຄວາມມຸ່ງໝັ້ນໃນການເຮັດວຽກຮ່ວມກັບ ຄູ່ຮ່ວມງານທ້ອງຖິ່ນທີ່ໜ້າເຊື່ອຖື ເພື່ອປັບປຸງສຸຂະພາບ ແລະ ສະຫວັດດີພາບຂອງເດັກນ້ອຍໃນລາວ. 🌱✨
06/04/2026
Le sport unit. Le sport inspire. Le sport crée le changement. ⚽️🇨🇦
À l’occasion de la Journée internationale du sport pour le développement et la paix, le Canada célèbre le pouvoir du sport pour promouvoir l’inclusion, le travail d’équipe et la paix — sur le terrain et au-delà.
Le Canada se prépare à coorganiser la Coupe du Monde de la FIFA 2026™ — le monde entier se prépare à jouer!
___
ກິລາ ສ້າງຄວາມເປັນນ້ຳໜຶ່ງໃຈດຽວ, ກິລາ ສ້າງແຮງບັນດານໃຈ, ກິລາ ສ້າງການປ່ຽນແປງ ⚽️🇨🇦
ເນື່ອງໃນໂອກາດວັນກິລາສາກົນ ເພື່ອການພັດທະນາ ແລະ ສັນຕິພາບ, ການາດາ ຮ່ວມສະເຫຼີມສະຫຼອງພະລັງຂອງການຫຼິ້ນກິລາ ໃນການສົ່ງເສີມການມີສ່ວນຮ່ວມ, ການເຮັດວຽກຮ່ວມກັນເປັນທີມ ແລະ ສັນຕິພາບ - ທັງໃນສະຫນາມ ແລະ ນອກສະໜາມ.
ການາດາ ກໍາລັງກຽມພ້ອມໃນການເປັນເຈົ້າພາບຮ່ວມ ການແຂ່ງຂັນເຕະບານໂລກ 2026™ (FIFA World Cup 2026™) - ທົ່ວໂລກກໍາລັງກຽມພ້ອມທີ່ຈະລົງສະໜາມແລ້ວ!
ສປປ ລາວ, ພວກທ່ານພ້ອມແລ້ວບໍ ທີ່ຈະເລີ່ມຕົ້ນໄປກັບພວກເຮົາ? ⚽️🔥
04/04/2026
Le Canada soutient la RPD lao pour un avenir plus sûr et sans mines 🇨🇦🤝🇱🇦
À l’occasion de la Journée internationale de sensibilisation aux mines et d’aide à l’action contre les mines, le Canada soutient la RPD lao, l’un des pays les plus bombardés par habitant et touché par des munitions non explosées.
Le Canada est heureux de soutenir la Présidence lao dans l’organisation et la tenue de la troisième Conférence d’examen (RevCon) de la Convention sur les munitions à sous-munitions, notamment par l’entremise de Norwegian People's Aid Lao PDR ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ. Le Canada a également fièrement financé la formation d’une douzaine de femmes dégageuses d’UXO avec Humanity & Inclusion Lao PDR et soutient les efforts continus de déminage des UXO par l’entremise du UNDP Lao PDR.
Le déminage des UXO sauve des vies, restaure les terres et soutient des moyens de subsistance plus sûrs pour les communautés à travers le Laos. Organiser la RevCon reflète le leadership mondial du Laos et son engagement profond envers un monde sans munitions à sous-munitions. 🌍🕊️
Photo : L’ambassadeur Vachon à la cérémonie de lancement de la RevCon, accompagnée de deux experts financés au Canada, travaillant avec Norwegian People’s Aid pour soutenir les préparatifs de la RevCon.
______
ການາດາ ສະໜັບສະໜູນ ສປປ ລາວ ເພື່ອອະນາຄົດທີ່ປາສະຈາກລະເບີດຕົກຄ້າງ ແລະ ປອດໄພກວ່າເກົ່າ 🇨🇦🤝🇱🇦
ເນື່ອງໃນໂອກາດວັນສາກົນ ແຫ່ງການປູກຈິດສຳນຶກກ່ຽວກັບບັນຫາລະເບີດ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດ, ການາດາ ຍັງຢືນຄຽງຂ້າງ ສປປ ລາວ, ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ຖືກຖິ້ມລະເບີດໃສ່ໜັກໜ່ວງທີ່ສຸດໃນໂລກ ເມື່ອທຽບໃສ່ຈຳນວນປະຊາກອນ ແລະ ຍັງຄົງໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ.
ການາດາ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ ໃນນາມເປັນປະທານກອງປະຊຸມ ເພື່ອຈັດຕັ້ງ ແລະ ດຳເນີນກອງປະຊຸມທົບທວນຄືນຄັ້ງທີ3 (RevCon) ຂອງສົນທິສັນຍາວ່າດ້ວຍການຫ້າມລະເບີດລູກຫວ່ານ ໂດຍຜ່ານການຮ່ວມມືກັບ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (NPA). ນອກຈາກນີ້, ການາດາ ຍັງມີຄວາມພາກພູມໃຈທີ່ໄດ້ໃຫ້ທຶນສະໜັບສະໜູນການຝຶກອົບຮົມໃຫ້ແກ່ພະນັກງານເພດຍິງ ໃນການເກັບກູ້ລະເບີດ ຈຳນວນ 12 ທ່ານ ຮ່ວມກັບ ອົງການມະນຸດສະທຳ ແລະ ການມີສ່ວນຮ່ວມ (Humanity & Inclusion) ແລະ ສືບຕໍ່ສະໜັບສະໜູນວຽກງານການເກັບກູ້ລະເບີດບໍ່ທັນແຕກ ຜ່ານອົງການ UNDP ປະຈຳລາວ.
ການເກັບກູ້ລະເບີດບໍ່ທັນແຕກ ແມ່ນການຊ່ວຍຊີວິດຜູ້ຄົນ, ການຟື້ນຟູທີ່ດິນເພື່ອທຳມາຫາກິນ, ແລະ ຊ່ວຍໃຫ້ການດຳລົງຊີວິດຂອງຊຸມຊົນຕ່າງໆທົ່ວປະເທດລາວມີຄວາມປອດໄພຂຶ້ນ. ການເປັນເຈົ້າພາບຈັດງານກອງປະຊຸມ RevCon ສະທ້ອນໃຫ້ເຫັນເຖິງຄວາມເປັນຜູ້ນຳໃນລະດັບສາກົນ ແລະ ຄວາມມຸ່ງໝັ້ນອັນແຮງກ້າຂອງ ສປປ ລາວ ເພື່ອເຮັດໃຫ້ໂລກປາສະຈາກ ຈາກລະເບີດລູກຫວ່ານ. 🌍🕊️
ຄຳອະທິບາຍຮູບ: ທ່ານເອກອັກຄະລັດຖະທູດ ວາຊອນ ໃນພິທີເປີດກອງປະຊຸມ RevCon ຮ່ວມກັບຜູ້ຊ່ຽວຊານ 2 ທ່ານ ທີ່ໄດ້ຮັບທຶນສະໜັບສະໜູນຈາກການາດາ ທີ່ເຮັດວຽກຮ່ວມກັບອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (NPA) ເພື່ອຊ່ວຍໃນການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມ RevCon.