21/01/2026
#ພວກເຮົາຕ້ອງໄດ້ເອົາໃຈໃສ່ເລື່ອງຜົນທະທົບຂອງການຢູ່ກັບໜ້າຈໍ #
📢ຂ້າພະເຈົ້າໄດ້ຕິດຕາມຂ່າວຕ່າງປະເທດ ເຫັນວ່າ ສປ ຈີນ, ສິງກາໂປ, ອົດສະຕາລີ ໄດ້ຫ້າມເດັກອາຍຸ 5–16 ປີ ໃຊ້ໂຊຊຽວມີເດຍ ແລະ ໂທລະສັບຂອງເດັກນ້ອຍ 📱👧🧒
ມື້ນີ້ອ່ານຂ່າວອີກວ່າ ລັດຖະບານອັງກິດໄດ້ເປີດ ການປຶກສາຫາລືທົ່ວປະເທດ ກ່ຽວກັບການໃຊ້ສື່ສັງຄົມ ແລະ ໂທລະສັບມືຖືຂອງເດັກນ້ອຍ ເນື່ອງຈາກຄວາມກັງວົນວ່າ ເວລາຢູ່ໜ້າຈໍຫຼາຍເກີນໄປ ສົ່ງຜົນບໍ່ດີຕໍ່:
🧠 ສຸຂະພາບຈິດ
📚 ການຮຽນຮູ້
🤝 ການພັດທະນາທາງສັງຄົມ
✅ ການປຶກສາຫາລືນີ້ຈະສັງລວມຄໍາເຫັນຈາກ ຜູ້ປົກຄອງ, ເຍົາວະຊົນ ແລະ ສັງຄົມ ວ່າຈະເຮັດແນວໃດເພື່ອຊ່ວຍໃຫ້ເດັກນ້ອຍນຳໃຊ້ເທັກໂນໂລຊີຢ່າງມີສຸຂະພາບ ແລະ ປອດໄພກວ່າເກົ່າ
🏫 ເຂັ້ມງວດຂຶ້ນໃນໂຮງຮຽນ: ມຸ່ງເປັນ “ເຂດປອດໂທລະສັບ”
ລັດຖະບານອັງກິດປະກາດມາດຕະການໃໝ່ ໂດຍໃຫ້ Ofsted (ອົງການກວດກາໂຮງຮຽນ) ກວດເຊັກທຸກຄັ້ງວ່າ ການຫ້າມໃຊ້ໂທລະສັບ ໄດ້ນຳໃຊ້ປະຕິບັດຕາມບໍ
📰 ສື່ອັງກິດຍັງລາຍງານວ່າ ມາດຕະການນີ້ ເກີດຈາກແຮງກົດດັນທາງການເມືອງ ໃຫ້ເຂັ້ມງວດຂຶ້ນ ເພື່ອຄວາມປອດໄພອອນລາຍຂອງເດັກ ແລະມີຂໍ້ສະເໜີໃຫ້ ຈຳກັດ/ຫ້າມເດັກອາຍຸຕ່ຳກວ່າ 16 ປີ ໃຊ້ບາງແພລັດຟອມໂຊຊຽວມີເດຍ
23/09/2025
ໄດ້ໃຊ້ຊີວິດຢູ່ກັບວຽກງານສຶກສາ, ການໄປຄົ້ນວ້າຢູ່ປະເທດ ບວກກັບການລົງເຮັດວຽກຕົວຈິ່ງຢູ່ເຂດຊົນນະບົດເປັນນເວລາ 20 ກວ່າປີ ຂ້າພະເຈົ້າເຫັນວ່າ ຈະຕ້ອງໄດ້ມີການປະຕິຮູບການນຳພາແບບໃໝ່ (Leading Change and Innovation) ຢູ່ໃນທຸກຂັ້ນ, ແຕ່ຂັ້ນອໍານວຍການຮອດຂັ້ນຜູ້ບໍລິຫານ ແລະ ຜູ້ສ້າງນະໂຍບາຍ, ໂດຍເນັ້ນໃສ່ທິດທາງ ແລະ ວິທີການ ຮັບມືກັບຄວາມຫຍຸ້ງຍາກ, ສະພາບແວດລ້ອມພາຍໃນ ແລະ ພາຍນອກ ທີບີບບັງຄັບໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງ. ຜູ້ນຳພາແຕ່ລະຂັ້ນ ຕ້ອງໄດ້ຮັບຮູ້ ແລະ ເຫັນໄດ້ບັນຫາອັນສະຫລັບຊັບຊ້ອນ, ຄວາມແຕກໂຕນ ແລະ ສິ່ງ ທ້າທາຍຕ່າງໆ ທີເກີດຂື້ນກັບຄູອາຈານ, ພະນັກງານ ແລະ ອົງກອນຂອງຕົນ. ບັນຫາດັ່ງກ່າວນັ້ນມັນສະແດງໃຫ້ ເຫັນວ່າພວກເຮົາມີຄວາມຕ້ອງການຜູ້ທີມີແນວຄິດລິເລີ່ມ ແລະ ຕ້ອງການນັກຄົ້ນຄິດປະດິດສ້າງຢ່າງເປັນອິດສະຫລະທີ່ຈະນຳ ພາໂຮງຮຽນ ຫລື ອົງ ກອນຂອງຕົນໃຫ້ໄດ້ຮັບການພັດທະນາໄປໄວຂຶ້ນ ເພື່ອກຽມພ້ອມຮັບມືກັບສະພາບ ການປ່ຽນແປງຂອງຍຸກໂລກາພິວັດ.
11/06/2025
🎓✨ ປະສົບຜົນສຳເລັດແລ້ວ!!! ✨🎓
ເປັນເວລາເຄິ່ງທົດສະວັດ ( 2020-2025) ແຫ່ງການຄົ້ນຄວ້າປະລິນຍາເອກ ດ້ວຍຄວາມມານະອົດທົນ ແລະ ພະຍາຍາມຢ່າງເຕັມທີ່, ໄດ້ອຸທິດຮ່າງກາຍ ແລະ ຈິດໃຈ ໃສ່ຢ່າງບໍ່ທໍ້ຖອຍ ຈົນມາຮອດມື້ນີ້ ຈິ່ງຂໍແຈ້ງໃຫ້ທຸກຄົນຊາບວ່າ ການປ້ອງບົດວິທິຍານິພົນປະລິນຍາເອກ ຮອບສຸດທ້າຍ ປະສົບຜົນສຳເລັດແລ້ວເນີ!!!!!!!!! 🙌📚
ຕອນນີ້ຄວາມຝັນກາຍເປັນຈິງແລ້ວ ແລະ ຂໍຂອບໃຈນຳຄອບຄົວ, ລູກ, ພີ່ນ້ອງ, ການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກິລາ, ລັດຖະບານ ສປ ຈີນ, ອາຈານທີ່ປຶກສາ, ເພື່ອນຮ່ວມງານ ແລະ ໝູ່ເພື່ອນ ທຸກຄົນທີ່ໃຫ້ ຄຳແນະນຳ, ແລະ ໃຫ້ການຊ່ວຍເຫຼືອ ຄົນຊົນນະບົດຜູ້ນີ້ມາໂດຍຕະຫຼອດ, ການໃຫ້ໂອກາດ, ການຊ່ວຍເຫຼືອ ແລະ ກຳລັງໃຈຂອງບັນດາທ່ານໄດ້ເຮັດເສັນທາງຄົ້ນຄວ້າປະລິນຍາເອກຂອງຂ້າພະເຈົ້າສຳເລັດຜົນດັ່ງທີ່ໄດ້ຕັ້ງໃຈເອົາໄວ້. 🙏❤️
ຂໍເປັນກຳລັງໃຈໃຫ້ ເພື່ອນ ປະລິນຍາເອກ 3 ທ່ານ ທີ່ບໍ່ສາມາດປ້ອງກັນຜ່ານໃນຄັ້ງນີ້, ຫວັງວ່າປີໜ້າຄົງຈະຜ່ານໄປດ້ວຍດີ, ຂໍເປັນກຳລັງໃຈໃຫ້ທຸກຄົນສູ້ຕໍ່ໄປ.
🎓 ພິທີຮັບໃບປະກາສະນິບັດ ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 20 ມິຖຸນານີ້ ແລະ ຫຼັງຈາກນັ້ນກໍ່ຈະກັບບ້ານໃນມໍ່ໆນີ້ ກໍ່ຄືໄປຮັບໃຊ້ປະເທດຊາດໃນການພັດທະນາ 🥳🎉
ຂອບໃຈທຸກການສະໜັບສະໜູນ ແລະຂໍແບ່ງປັນຄວາມສຸກນີ້ໃຫ້ທຸກຄົນ! 🇱🇦❤️🇨🇳ນັບຖອຍຫຼັງ ລໍຖ້າເຂົ້າຮ່ວມພິທີຮັບໃບປະກາສະນິບັດຢ່າງເປັນທາງການ.
#ຈົບປະລິນຍາເອກ #ຂອບໃຈ #ຈະຈົບແລ້ວເດີ #ກັບໄປຮັບໃຊ້ປະເທດຊາດ
🎓✨YES, I DID IT!!! ✨🎓
After 5 long years of dedication, sacrifice, and relentless research — I am beyond thrilled to share that I have officially PASSED my final PhD defense! 🙌📚
This moment is a dream come true. I’m incredibly grateful to my family, children, brothers and sisters, the leaders of the Ministry of Education and Sports, my government, the Chinese government, my supervisor, colleagues, and all the friends who supported and believed in an underprivileged man like me from a remote rural village throughout this journey. Your encouragement made this milestone possible.” 💖🙏
While I celebrate this achievement, my heart is also with the three fellow PhD candidates who did not pass. May their strength carry them forward to success.
🎓 My official graduation will take place on June 20th — and after that, I’ll be heading back home, full of new knowledge and inspiration to give back to my country.
I’m counting down the days to my graduation ceremony — let’s celebrate this incredible journey together! 🇱🇦❤️🇨🇳 .
02/06/2025
ຊົມເເຊີຍວັນເດັກນ້ອຍສາກົນ, ຊາດຈະເຂັ້ມແຂງໄດ້ ກໍ່ຕໍ່ເມື່ອເດັກນ້ອຍມີສຸຂະພາບດີ, ໄດ້ຮັບການສຶກສາ ແລະ ໄດ້ຮັບການສົ່ງເສີມຢ່າງເຕັມທີ. ຊາດຈະກ້າວໜ້າໄດ້ກໍ່ຕໍ່ເມື່ອຊາວໜຸ່ມໄດ້ຮັບໂອກາດໃນການພັດທະນາຕົນເອງຢ່າງເຕັມທີ່ The future of a nation depends on its children. A nation grows strong when its children are healthy, educated, and empowered — and it moves forward only when its younger generation is given the chance to shine.
21/03/2025
ໄປຢ້ຽມຢາມ China Rural Development Volunteer Service Promotion Association.
ເພື່ອສ້າງສາຍພົວພັນທີ່ດີ ແລະ ສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານກະສິກຳເຕັກນິກ ເພື່ອຊຸກຍູ້ວຽກງານ ສາມັນວິຊາຊີບ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າຂອງລາວເຮົາໃຫ້ມີການຂະຫຍາຍຕົວສູ່ລະບົບທັນສະໄໝ.
#
07/03/2025
ສປ ຈີນຈະເປັນຜູ້ຮັກສາຄວາມໝັ້ນຄົງຂອງໂລກ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ໃຫ້ໂລກທີ່ ມີການຜັນແປໃບນີ້.
China will provide stability and certainty to this uncertain world.
08/02/2025
ຄວາມຮັ່ງມີຂອງປະເທດພວກເຮົາຈະບໍ່ແມ່ນຊັບໃນດິນ ສິນໃນນ້ຳ, ແຕ່ແມ່ນການໃຫ້ສຶກສາເທົ່ານັ້ນ. ການໃຫ້ຄວາມຮູ້, ໃຫ້ປັນຍາ, ວິຊາການສະເພາະເທົ່ານັ້ນຈະຊ່ວຍໃຫ້ປະຊາຊົນ ແລະ ປະເທດຊາດຮັ່ງມີ. ຂໍໃຫ້ພວກເຮົາທຸກຄົນຈົ່ງເຂົ້າມາມີສ່ວນຮ່ວມສ້າງທຸກເງື່ອນໄຂໃຫ້ເດັກນ້ອຍລູກຫຼານທຸກຄົນໄດ້ຮັບການສຶກສາ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເຂົາເຈົ້າ.
The wealth of Laos is not in its land or rivers, but in the knowledge and skills of its people. Let’s empower every child with education and create a brighter future for all!
03/02/2025
#ທິດສະດີແມ່ນຫຍັງ ແລະ ເກີດໄດ້ຂຶ້ນແນວໃດ? ນັກຄົ້ນຄວ້າລະດັບປະລິນຍາເອກຕ້ອງສ້າງທິດສະດີຂອງຕົນເອງຈະດີທີ່ສຸດ.
ທິດສະດີແມ່ນ ການອະທິບາຍປະກົດການ ຫຼື ເຫດການໃດໜຶ່ງຢ່າງມີເຫດ ມີຜົນ, ມີຫຼັກຖານ, ເກີດຂຶ້ນຕົວຈິງກັບສັງຄົມ ແລະ ສາມາດເຂົ້າໃຈສິ່ງທີ່ເກີດຂຶ້ນໃນໂລກ. ທິດສະດີຖືກສ້າງຂຶ້ນຈາກການສັງເກດການ, ສອບຖາມ, ສົມມຸດຕິຖານ, ຫຼັກຖານ ແລະ ການທົດສອບຢ່າງເຂັ້ມງວດ. ທິດສະດີຊ່ວຍໃຫ້ພວກເຮົາຄາດຄະເນສິ່ງທີ່ຈະເກີດຂຶ້ນໄດ້ ແລະ ສາມາດປ່ຽນແປງໄດ້ເມື່ອມີຂໍ້ມູນໃໝ່ປາກົດຂຶ້ນຈາກການຄົ້ນຄວ້າທາງວິທະຍາສາດ.
ເມື່ອມີທິດສະດີແລ້ວ, ກໍ່ສາມາດເຂົ້າໃຈບັນຫາເກີດຂຶ້ນ, ເມື່ອເຂົ້າໃຈບັນຫາຢ່າງຈະແຈ້ງແລ້ວຈິ່ງຈະສາມາດວາງນະໂຍບາຍ ແກ້ໄຂບັນຫາໄດ້.