19/03/2026
Vientiane Rescue 1623 is currently being pushed to its limits by the current fuel crisis, with some of our stations already running dry.
Therefore:
- We'll only dispatch ambulances to real, life threatening emergencies
- Non critical emergencies won't be attended to
- For snakes, consider spraying water at them, don't call us unless it's a cobra or a known venomous snake inside the house
- Our line is only available in Lao language (reminder)
While our service is free of charge, it's very expensive to operate. - Consider donating.
ເນື່ອງຈາກວິກິດນ້ຳມັນທີ່ເກີດຂຶ້ນໃນປະຈຸບັນນີ້, ໜ່ວຍກູ້ໄພ 1623 ຂອງພວກເຮົາ ແມ່ນກຳລັງປະສົບກັບຄວາມຫຍຸ້ງຍາກຢ່າງໜັກໜ່ວງ ເຊິ່ງເຮັດໃຫ້ຈຸດປະຈຳການບາງບ່ອນຂອງພວກເຮົາ ບໍ່ມີນ້ຳມັນໃສ່ລົດກູ້ໄພແລ້ວ.
ດັ່ງນັ້ນ, ພວກເຮົາຈຶ່ງມີມາດຕະການຊົ່ວຄາວດັ່ງນີ້:
ພວກເຮົາຈະສົ່ງລົດຮັບເຫດ: ສະເພາະກໍລະນີສຸກເສີນທີ່ເປັນອັນຕະລາຍຕໍ່ຊີວິດເທົ່ານັ້ນ.
ກໍລະນີບໍ່ສຸກເສີນ: ພວກເຮົາຂໍສະຫງວນສິດໃນການບໍ່ອອກໄປຊ່ວຍເຫຼືອສຳລັບກໍລະນີທີ່ບໍ່ຮີບດ່ວນ.
ສຳລັບເຫດງູເຂົ້າເຮືອນ: ຖ້າເປັນງູບໍ່ມີພິດ, ແມ່ນຂໍໃຫ້ທ່ານລອງໃຊ້ວິທີສີດນ້ຳໄລ່ມັນອອກໄປກ່ອນ. ຖ້າເປັນງູມີພິດ ເຊັ່ນ: ງູຈົງອາງ, ງູເຫົ່າ ຫຼື ງູທີ່ມີພິດຮ້າຍແຮງທີ່ເຂົ້າໄປໃນເຮືອນ ແມ່ນໃຫ້ໂທຫາພວກເຮົາຄືເກົ່າ.
ໝາຍເຫດ: ຂໍແຈ້ງເຕືອນອີກຄັ້ງວ່າ ສາຍດ່ວນຂອງພວກເຮົາສາມາດສື່ສານໄດ້ສະເພາະ ພາສາລາວ ເທົ່ານັ້ນ.
ເຖິງແມ່ນວ່າໜ່ວຍງານຂອງພວກເຮົາສະໜອງບໍລິການແບບບໍ່ເສຍຄ່າ, ແຕ່ຄ່າໃຊ້ຈ່າຍໃນການປະຕິບັດງານແມ່ນສູງຫຼາຍ. ທ່ານສາມາດຮ່ວມບໍລິຈາກເພື່ອສະໜັບສະໜູນວຽກງານຂອງພວກເຮົາໄດ້.