ຂ່າວເສດຖະກິດ-ການຄ້າ Lao Economic Daily

ຂ່າວເສດຖະກິດ-ການຄ້າ Lao Economic Daily

Share

ເສດຖະກິດ-ການຄ້າ ເປັນອົງກອນສື່ມວນຊົນພາຍໃຕ້ຄຳຂວັນ ແຫຼ່ງຄວາມຮູ້ຄູ່ສັງຄົມ

We're the official source for economic news in Laos which certified by Ministry of Industry and Commerce, committed to providing accurate, insightful, and engaging content.

03/06/2026

ເຂື່ອນໄຟຟ້າຕ້ອງກຽມຄວາມພ້ອມວຽກງານຄວາມປອດໄພ ແລະ ແຜນຮັບມືສຸກເສີນ ສຳລັບລະດູຝົນນີ້

ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

03/06/2026

ຊົມເຊີຍທ່ານ Mikko Paasi ຍອມຖີ້ມປີ້ຍົນບໍ່ກັບບ້ານ ແຕ່ຈະຢູ່ຊ່ວຍຊອກຫາ 2 ຄົນຕິດໃນຖໍ້າ
-----------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

03/06/2026

ແຈ້ງຂ່າວແຜ່ນດິນໄຫວ

03/06/2026

ລາວຄາຍຢວນນຳປຸ໋ຍ 27 ໂຕນ ໄປມອບໃຫ້ປະຊາຊົນ 7 ບ້ານໃນເຂດໂຄງການ
-----
ວັນທີ 3 ມິຖຸນາ 2026 ນີ້ບໍລິສັດ ລາວຄາຍຢວນບໍ່ແຮ່ ຈໍາກັດ ໄດ້ຈັດພິທີມອບປຸ໋ຍສູດປະສົມຄຸນນະພາບດີ ຈຳນວນ 27 ໂຕນ ລວມມູນຄ່າ 900 ລ້ານກີບ ໃຫ້ແກ່ປະຊາຊົນ 7 ບ້ານໃນເຂດໂຄງການ ເພື່ອສະໜັບສະໜູນການຜະລິດກະສິກຳໃນລະດູຝົນ ແລະ ຊ່ວຍຍົກ ຄຸນນະພາບຜົນຜະລິດໃຫ້ສູງຂື້ນ.
ໃຫ້ກຽດເຂົ້າຮ່ວມ ໂດຍມີ ທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ການຈັດຕັ້ງຈາກ 7 ບ້ານ ປະກອບມີ ບ້ານລຳມະລາດ, ບ້ານໂຄກເຫັດ, ບ້ານຍາງໂກ່ມ, ບ້ານທ່າງາມ, ບ້ານທ່າເດື່ອ, ບ້ານໜອງຜື ແລະ ບ້ານໜອງໝ້ຽງ ເຂົ້າຮ່ວມ.

Photos from ຂ່າວເສດຖະກິດ-ການຄ້າ Lao Economic Daily's post 03/06/2026

ຂ່າວດ່ວນ! ພາລະກິດຄົ້ນຫາ 2 ຄົນຕິດຖໍ້າ ພົບກັບບັນຫາໃຫຍ່
ຫີນໃນຖ້ຳຊຸດຕົວ ຕ້ອງຫາທາງແກ້ບັນຫາໃໝ່
ຂໍໃຫ້ທຸກຄົນປອດໄພເດີ້
ຂໍ້ມູນຈາກ: เก่งกาจ บ้งกาวงศ์

03/06/2026

5 ອາຊີບສະຫງວນໄວ້ສຳລັບຄົນລາວ
1, ການເກັບເຄື່ອງປ່າຂອງດົງ, 2 ການຕ່ຳແຜ່ນແພ, 3 ການຖັກ ແລະແສ່ວຜ້າແພ, 4 ບໍລິການກ່ຽວກັບການພີມ, 5 ການຂົນສົ່ງໂດຍສານໃນຕົວເມືອງ(ຍົກເວັ້ນແທັກຊີມິດເຕີ).......

03/06/2026

ໜີບໍ່ລອດ ຈັບໂຕຊາຍກໍ່ເຫດ ຕິດຄິວອາໂຄດຂອງຕົນທັບໃສ່ຄິວອາໂຄດຜູ້ອື່ນ
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ: https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່: https://www.youtube.com/
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

03/06/2026

ກະກຽມເປີດຫ້ອງກວດ ກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງປະຈໍາດ່ານພາສີສາກົນທົ່ວປະເທດ ຫ້ອງການພາສີປະຈຳສະຖານີລົດໄຟ ລວມທັງໝົດ 31 ດ່ານ

03/06/2026

ເປັນຂ່າວດີ ທີ່ກູ້ໄພນັກດຳນ້ຳຖ້ຳຊາວຟິນແລນ Mikko Paasi ພາ່ຍຫຼັງທີ່ເພິ່ນໄດ້ຄອບທີມງານກູ້ໄພທຸກຄົນເພື່ອເດີນທາງກັບປະເທດໃນວັນທີ 2 ມິຖຸນາຜ່ານມາ ແຕ່ເພິ່ນໄປ 1 ຄືນແລ້ວກັບຄືນມາອີກ ແລະບອກວ່າ ຈະຈະມາສູ້ກັບທີມເພື່ອຄົ້ນຫາອີກ 2 ຄົນທີ່ຍັງບໍ່ພົບຕໍ່ 2-3 ວັນຄ່ອຍກັບ ຕົນໄດ້ລົມກັບຄອບຄົວແລ້ວ.
Cr: Tar Kachanon Khangkarn

03/06/2026

ປກສ ເມືອງແກ່ນທ້າວ ພົບຢາໄອສ໌ 128 ກິໂລກຼາມ
----------------------------------------
ໃນເວລາ 12:00 ໂມງ ຂອງວັນທີ 2 ມິຖຸນາ 2026 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີວ່າ: ໄດ້ພົບເຫັນວັດຖຸທີ່ຕ້ອງສົງໄສ ຈໍານວນ 4 ເປົາ ວາງໄວ້ຢູ່ຮ່ອງເໝືອງລະບາຍນໍ້າຈຸດນາໝ້ຽງບ້ານເມືອງໝໍ ເມືອງແກ່ນທ້າວ ຫ່າງຈາກແຄມນໍ້າເຫືອງປະມານ 270 ແມັດ ເຊິ່ງໜ້າກັບທ່າວັດບ້ານນາກະເຊັງ ອໍາເພີທ່າລີ່ ຈັງຫວັດເລີຍ ຣາສະອານາຈັກໄທ;
ຈາກນັ້ນເຈົ້າໜ້າທີ່ຈຶ່ງຈັດກໍາລັງວິຊາສະເພາະສົມທົບກັບເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ແລະ ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 158 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ ແລະ ກວດກາວັດຖຸທີ່ຕ້ອງສົງໄສໃນກະສອບຟາງສີຂາວ ຈໍານວນ 4 ເປົາ, ຜ່ານການກວດກາພົບວ່າ: ຢູ່ໃນກະສອບຟາງຂີຂາວ 4 ເປົາ ແມ່ນໄດ້ບັນຈຸຢາເສບຕິດປະເພດຢາໄອສ໌ ເປົາລະ 30 ຫໍ່ ລວມທັງໝົດ 120 ຫໍ່, ນໍ້າໜັກ 128 ກິໂລກຼາມ.
ຈາກນັ້ນເຈົ້າໜ້າທີ່ໄດ້ເກັບກໍາຂໍ້ມູນເບື້ອງຕົ້ນຮູ້ວ່າ: ສະຖານທີ່ພົບເຫັນຢາໄອສ໌ດັ່ງກ່າວ ແມ່ນຢູ່ຂອບເຂດນາຂອງປະຊາຊົນ ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ຈາກນັ້ນທາງເຈົ້າໜ້າທີ່ຈື່ງໄດ້ນໍາຕົວເຈົ້າຂອງນາດັ່ງກ່າວມາທໍາການສືບສວນ-ສອບສວນ ຜ່ານການສຶບສວນ-ສອບສວນເຫັນວ່າ: ຜູ້ກ່ຽວແມ່ນມີຄວາມຈິງໃຈໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການສະໜອງຂໍ້ມູນກ່ຽວກັບການພົບເຫັນຢາໄອສ໌ໃນຄັ້ງນີ້ ແລະ ຜ່ານການກວດກາປະຫວັດເຫັນວ່າ: ຜູ້ກ່ຽວບໍ່ມີສ່ວນພົວພັນກັບການເຄື່ອນໄຫວກະທໍາຜິດໃນຄັ້ງນີ້.
ຕໍ່ກັບຢາເສບຕິດປະເພດຢາໄອສ໌ຈໍານວນດັ່ງກ່າວ ເຈົ້າໜ້າທີ່ແມ່ນໄດ້ນໍາມາເກັບຮັກສາໄວ້ ແລະ ພວມເລັ່ງຊອກຫາເປົ້າໝາຍດັ່ງກ່າວມາລົງໂທດຕາມລະບຽບກົດໝາຍ.
ຂ່າວ: ປກສ ເມືອງແກ່ນທ້າວ

Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Telephone

Address


Kolao Tower 2, Nongbone Village, 23 Singha Road, Saysettha District
Vientiane
10100

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00