LaoCERT

LaoCERT

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from LaoCERT, Vientiane.

ລາວເຊີດ 20/03/2026

StopNCII.org: ເຄື່ອງມືຊ່ວຍປົກປ້ອງຜູ້ຖືກລ່ວງລະເມີດຮູບພາບສ່ວນຕົວອອນລາຍ
----------------------‐---------------
ການພັດທະນາຂອງອິນເຕີເນັດ ແລະ ສື່ສັງຄົມອອນລາຍໄດ້ສ້າງໂອກາດໃຫ້ຄົນເຮົາສາມາດສື່ສານ ແລະ ແລກປ່ຽນຂໍ້ມູນໄດ້ງ່າຍຂຶ້ນ. ແຕ່ພ້ອມກັນນັ້ນ, ກໍ່ໄດ້ເກີດມີຮູບແບບຂອງການລ່ວງລະເມີດອອນລາຍໃໝ່ໆຂຶ້ນ ຊຶ່ງໜຶ່ງໃນບັນຫາທີ່ຮ້າຍແຮງຄື: ການເຜີຍແຜ່ຮູບພາບສ່ວນຕົວໂດຍບໍ່ໄດ້ຮັບອະນຸຍາດ (Non-Consensual Intimate Images – NCII) ຫຼື ທີ່ມັກເອີ້ນວ່າ “revenge ****” ເຊິ່ງແມ່ນການນຳຮູບພາບສ່ວນຕົວ ຫຼື ຮູບພາບທີ່ເປັນຄວາມລັບມາເຜີຍແຜ່ໃນອິນເຕີເນັດໂດຍບໍ່ຮັບການຍິນຍອມຈາກເຈົ້າຂອງຮຸບພາບ.

ພຶດຕິກໍາແບບນີ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຜູ້ຖືກເຄາະຮ້າຍ ທັງດ້ານ ຈິດໃຈ, ສັງຄົມ ແລະ ວຽກງານ. ເພື່ອຊ່ວຍແກ້ໄຂບັນຫານີ້, ຈຶ່ງມີການພັດທະນາເຄື່ອງມືອອນລາຍລະດັບສາກົນຊື່ StopNCII.org ເພື່ອຊ່ວຍປົກປ້ອງຜູ້ຖືກເຄາະຮ້າຍຈາກການເຜີຍແຜ່ຮູບພາບສ່ວນຕົວ.

StopNCII.org ແມ່ນຫຍັງ?

StopNCII.org ແມ່ນເຄື່ອງມືອອນລາຍຟຣີ ທີ່ຊ່ວຍໃຫ້ທຸກຄົນສາມາດປົກປ້ອງຮູບພາບ ຫຼື ວິດີໂອສ່ວນຕົວຂອງຕົນ ບໍ່ໃຫ້ຖືກນຳໄປເຜີຍແຜ່ໃນອິນເຕີເນັດ. ເຄື່ອງມືນີ້ເປີດໃຫ້ຜູ້ທີ່ກັງວົນວ່າຮູບພາບສ່ວນຕົວອາດຈະຖືກເຜີຍແຜ່ ສາມາດດຳເນີນການປ້ອງກັນໄດ້ລ່ວງໜ້າ.

ສາມາດອ່ານຕໍ່ໄດ້ຈາກໍ້ງດ້ານລຸ່ມ:

https://laocert.gov.la/articles/176

ລາວເຊີດ ເວັບໄຊ ທາງການ ຂອງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ

ລາວເຊີດ 17/03/2026

ການນຳ AI ມາປັບໃຊ້ກັບຄວາມປອດໄພທາງໄຊເບີ

ລາວເຊີດ ເວັບໄຊ ທາງການ ຂອງ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ

12/03/2026

ສໍາມະນາວິຊາການ ດ້ານການປ້ອງກັນໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງແບຣນ
---------------------
ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ຈີເອັມໂອ ແຊັດດ໋ອດຄອມລາວ ຈໍາກັດ ໄດ້ຈັດກອງປະຊຸມສຳມະນາວິຊາການ ໃນຫົວຂໍ້: ການປ້ອງກັນໄພຄຸກຄາມທາງໄຊເບີ ແລະ ຄວາມປອດໄພຂອງແບຣນ ຂຶ້ນໃນວັນທີ 11 ມີນາ 2026, ທີ່ໂຮງແຮມຮໍລີເດ ອີນ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານກ່າວເປີດຂອງ ທ່ານ ຄຳຫຼ້າ ສູນນະລັດ, ຫົວໜ້າກົມຄວາມປອດໄພທາງໄຊເບີ, ມີປະທານ ບໍລິສັດ GMO INTERNET ສໍານັກງານໃຫຍ່ປະຈໍາ ຍີ່ປຸ່ນ, ມີປະທານ ບໍລິສັດ GMO-Z.COM ລາວ ຈໍາກັດ ພ້ອມດ້ວຍ ນັກວິທະຍາກອນ ແລະ ນັກສຳມະນາກອນຈາກບັນດາກົມ/ທຽບເທົ່າ, ບໍລິສັດ, ລັດວິສາຫະກິດ ຈຳນວນ 60 ກວ່າທ່ານເຂົ້າຮ່ວມ.
ອ່ານຕໍ່ໄດ້ທີ່ລິ້ງດ້ານລຸ່ມ:


https://dcs.gov.la/act1369.html?fbclid=IwZXh0bgNhZW0CMTAAYnJpZBEwZVdTQkNoVzFINnBZVzYzQnNydGMGYXBwX2lkEDIyMjAzOTE3ODgyMDA4OTIAAR720_jwhMym_4cuPs8_5dqqaMUVqKJ_tr7Czsl0jpgAzXtw8-cOT8XSoHlRdg_aem_PXLuDyIUr-sIAMKupF2rVA

dcs.gov.la

Photos from LaoCERT's post 23/02/2026

ການຮັກສາຄວາມປອດໄພໄຊເບີທົ່ວໄປທີ່ທຸກຄົນຄວນຮູ້
1. ຄິດກ່ອນຄລິກ (Think Before You Click)
2. ກວດສອບຜູ້ສົ່ງ (Check the Sender)
3. ຫ້າມເປີດເຜີຍລະຫັດຜ່ານຂອງຕົນເອງເດັດຂາດ (Never Share Your Password)
4. ໃຊ້ລະຫັດຜ່ານທີ່ປອດໄພ (Use Strong Passwords)
5. ເປີດການຢືນຢັນສອງຂັ້ນຕອນ (Turn On Two-Step Verification)
6. ລະມັດລະວັງການໃຊ້ Wi-Fi ສາທາລະນະ
7. ອັບເດດອຸປະກອນ (Update Your Devices)
8. ຢ່າໄວ້ໃຈ ລິ້ງ ຫຼື QR Code ທີ່ບໍ່ຮູ້ຈັກ (Don’t Trust Unknown Links or QR Codes)
9. ປົກປ້ອງຂໍ້ມູນສ່ວນຕົວ (Protect Personal Information)
10. ລະວັງການຫຼອກລວງ (Watch Out for Scams)

https://laocert.gov.la/articles/174

02/02/2026
02/02/2026

Big shout out to my new rising fans! TH'Pheuangvichit Keokisith

30/01/2026

Cyber Security Tips 2025

Want your business to be the top-listed Government Service in Vientiane?

Click here to claim your Sponsored Listing.

Location

Culinary Team

Attire

Telephone

Address


Vientiane