07/01/2026
ແຈ້ງທຶນການສຶກສາຂອງ ລັດຖະບານຮົງກາລີປະຈຳສົກຮຽນ 2026-2027. ສາມາດເຂົ້າເບິ່ງລາຍອຽດໄດ້ທີ່ https://dop.mis-mae.gov.la/notice.php
ກົມຈັດຕັ້ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ
07/01/2026
ແຈ້ງທຶນການສຶກສາຂອງ ລັດຖະບານຮົງກາລີປະຈຳສົກຮຽນ 2026-2027. ສາມາດເຂົ້າເບິ່ງລາຍອຽດໄດ້ທີ່ https://dop.mis-mae.gov.la/notice.php
26/12/2025
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຈະໄຂຂຶ້ນ 6-8 ມັງກອນ 2026
ວັນທີ 26 ທັນວາ 2025 ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.
ກອງປະຊຸມ ໄດ້ຟັງລາຍງານຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນ ທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ, ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດ ຕໍ່ບັນດາອະນຸກໍາມະການຕ່າງໆ ເປັນຕົ້ນແມ່ນ: ອະນຸກໍາມະການເນື້ອໃນ,ອະນຸ ກໍາມະການກົດລະບຽບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ; ພ້ອມທັງ ໄດ້ຮັບຮອງເອົາ ວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກເພື່ອສືບຕໍ່ນໍາພາ ພາລະ ກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.ບັນດາສະຫາຍສູນກາງພັກ ຈະໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດ ຕັ້ງປະຕິບັດວຽກງານ ສຸມສະຕິປັນ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໃຫ້ມີ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
https://laophattananews.com/250253/
ຂ່າວ:ຫສພ
#ໜັງສືພິມລາວພັດທະນາ #ຂ່າວພາຍໃນ #ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ #01
_______________@_______________
ສະໜັບສະໜູນໂດຍ: ນໍ້າດື່ມຫົວເສືອ
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088
26/12/2025
📒ທຶນການສຶກສາລະດັບ ປ.ໂທ ແລະ ປ.ເອກ ຂອງ ມະຫາວິທະຍາໄລປ່າໄມ້ປັກກິ່ງ Beijing Forstry University ສົກປີ 2026-2027, 🗓️ປິດຮັບສະຫມັກ ທີ່ 03 ມີນາ 2026. ລາຍລະອຽດ:
ທຶນການສຶກສາ Beijing Forestry University ສປ ຈີນ 2026-2027 ທຶນການສຶກສາ Beijing Forestry University ສປ ຈີນ 2026-2027 Written by Super User. Posted in ແຈ້ງທຶນການສຶກສາ Print Prev Next
26/12/2025
📜ທຶນການສືກສາ ລັດຖະບານຮົງກາລີ ສົກປີ 2026-2027 ຈຳນວນ 150 ທຶນ (ລະດັບ ປ.ຕີ, ປ.ໂທ, ແລະ ປ.ເອກ) ມາແລ້ວ, ປິດຮັບສະຫມັກວັນທີ 15 ມັງກອນ 2026. 👉ລາຍລະອຽດ ເບິ່ງໄດ້ທີ່
ທຶນການສຶກສາລັດຖະບານ ຮົງກາລີ 2026 ທຶນການສຶກສາລັດຖະບານ ຮົງກາລີ 2026 Written by Super User. Posted in ແຈ້ງທຶນການສຶກສາ Print Prev Next
19/06/2025
19/06/2025
12/06/2025
📖ທຶນການສຶກສາມະຫາວິທະຍາໄລເສດຖະກິດ-ການເງິນນະຄອນໂຮ່ຈີມິນ 2025 ລະດັບປ.ຕີ, ປ.ໂທ ແລະ ເອກ📖, ລາຍລະອຽດເບິ່ງໄດ້ທີ່ເວັບໄຊຂອງກະຊວງສຶກສາທິການ ແລະ ກິລາ 👉
ແຈ້ງທຶນການສຶກສາ ມະຫາວິທະຍາໄລເສດຖະສາດ-ການເງິນນະຄອນໂຮ່ຈີມິນ 2025 ແຈ້ງທຶນການສຶກສາ ມະຫາວິທະຍາໄລເສດຖະສາດ-ການເງິນນະຄອນໂຮ່ຈີມິນ 2025 Written by Super User. Posted in ແຈ້ງທຶນການສຶກສາ Print Prev Next
02/06/2025
ແຈ້ງສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ສຳລັບປີ 2025 ພາຍໃຕ້ທຶນຂອງອົງການຮ່ວມມືສາກົນເກົາຫຼີ (KOICA Scholarship Program 2025), ທີ່ ສ. ເກົາຫຼີ, ສາມາດເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ https://dop.maf.gov.la/notice.php
06/03/2025
ໃນຕອນບ່າຍຂອງວັນທີ 05 ມີນາ 2025 ກົມຈັດຕັ້ງ ແລະ ພະນັກງານໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກຂຶ້ນ ທີ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມນີ້ກໍ່ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ
ທ່ານ ຄໍາພິລາວັນ ອິນທະສອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1119/ກປ ລົງວັນທີ 05 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກ ທີ່ຂຶ້ນກັບກົມຈັດຕັ້ງ ແລະ ພະນັກງານ ເຊິ່ງມີລາຍລະອຽດດັ່ງນີ້:
1. ແຕ່ງຕັ້ງ ທ່ານ ນາງ ຂັນທະລີ ແກ້ວສຸດທິວົງ ເປັນຫົວໜ້າພະແນກບໍລິຫານ ຕໍາແໜ່ງບໍລິຫານປະເພດ 4,
2. ແຕ່ງຕັ້ງ ທ່ານ ນາງ ພັນທຸລົມ ແສງສູນທອນ ເປັນຮອງຫົວໜ້າພະແນກບໍລິຫານ ຕໍາແໜ່ງບໍລິຫານປະເພດ 5,
3. ແຕ່ງຕັ້ງ ທ່ານ ສະໝານ ວາດສະໜາ ເປັນຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ຕໍາແໜ່ງບໍລິຫານປະເພດ 4
ໃນຕອນທ້າຍຂອງພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໂອ້ລົມຕໍ່ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ສືບຕໍ່ພັດທະນາຕົນເອງ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ຕ້ອງເຕົ້າໂຮມຄວາມສາມັກຄີພາຍໃນ ພ້ອມທັງເປັນແບບຢ່າງຮອບດ້ານ
ເວັບໄຊ: https://dop.mis-maf.gov.la/
07/02/2025
ແຈ້ງການສະໝັກທຶນການສຶກສາ ລະດັບວິຊາຊີບຊັ້ນສູງ, ລະດັບປະລິນຍາໂທ ແລະ ປະລິນຍາເອກ ຂອງລັດຖະບານອົດສະຕຣາລີ ສຳລັບສົກປີ 2026 (Australia Awards Scholarships 2026) , ສາມາດເບິ່ງຂໍ້ມູນເພີ່ມເຕີ່ມໄດ້ທີ່ https://dop.maf.gov.la/notice.php
| Monday | 08:00 - 16:30 |
| Tuesday | 08:00 - 16:30 |
| Wednesday | 08:00 - 16:30 |
| Thursday | 08:00 - 16:30 |
| Friday | 08:00 - 16:30 |