16/12/2021
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ວັນທີ 1 ມັງກອນ 2022 ເປັນມື້ເປີດຮັບນັກທ່ອງທ່ຽວ.
ໃນວັນທີ 15 ທັນວາ 2021 ສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 1656/ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 15 ທັນວາ 2021 ເລື່ອງ ທິດຊີ້ນໍາຕໍ່ແຜນການກະກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:
1. ເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ COVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ 7 ຫນ້າວຽກຫຼັກ ແລະ 34 ຫນ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເຫນີຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.
2. ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນ ເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານ ສະໄຫມວິສາມັນ ໃນທ້າຍເດືອນ ທັນວາ 2021.
ພາບປະກອບຈາກ: ເສດຖະກິດການຄ້າ
02/11/2021
ປັດຈຸບັນ ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.
ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.
ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ. ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ:
- ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
- ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.
- ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).
- ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.
- ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.
ທ່ານຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.
ສະນັ້ນ, ເຖິງທ່ານຈະໄດ້ກວດແບບໄວມາແລ້ວ ທ່ານມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການຂອງພວກເຮົາຕື່ມອີກເທື່ອໜຶ່ງ ໂດຍສະເພາະທ່ານທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້. ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ທ່ານຈະໄປກວດນັ້ນຊາບກ່ອນວ່າທ່ານໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.
ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.
28/09/2021
ກໍາປູເຈຍ ມອບວັກຊິນຊີໂນແວັກ 2 ແສນໂດສ ໃຫ້ແກ່ ສປປ ລາວ. ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຍີ່ຫໍ້ ຊີໂນແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ. 🇰🇭 🇱🇦
👏 👏 🇰🇭 🇱🇦 ກໍາປູເຈຍ ມອບວັກຊິນຊີໂນແວັກ 2 ແສນໂດສ ໃຫ້ແກ່ ສປປ ລາວ. ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຍີ່ຫໍ້ ຊີໂນແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ.
ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 28 ກັນຍາ 2021 ນີ້ ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບໂດຍ ທ່ານ ອຸດ ບໍຣິດ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມທັງ ຄະນະນໍາ ແລະ ວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງຂອງທັງສອງຝ່າຍ.
ການຊ່ວຍເຫຼືອຈາກລັດຖະບານແຫ່ງຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19, ທັງຍັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
19/02/2021
ກວດສຸຂະພາບຜົ້ງປາກ-ແຂ້ວ ແລະ ໃຫ້ສຸຂະສຶກສາແກ່ນ້ອງນັກຮຽນທີ່ໂຮງຮຽນສາມັນສຶກສາ ສົມປັນຍາ
ນ້ອງນັກຮຽນດີໃຈແລະໃຫ້ຄວມຮ່ວມມືເປັນຢ່າງດີ
27/11/2020
ໂຮງຫມໍມະໂຫສົດສ້າງຈະບວນການກິລາບານເຕະເພື່ອຄຳນັບຮັບຕ້ອນວັນຊາດທີ່ 2 ທັນວາ ຄົບຮອບ 45 ປີ ແລະ ກອງປະຊຸມໃຫຍ່ອົງຄະນະພັກກະຊວງສາທາລະນະສຸດຄັ້ງທີ່ IX ໃນວັນທີ່ 27/11/2020 ທີ່ເດີ່ນເຕະບານ Victory
20/10/2020
Impacted 25 and supernumerary teeth ແຂ້ວຝັງໃນແລະແຂ້ວເຫຼືອເບື້ອງເທິງຊ້າຍ ເກີດຈາກຄວາມຜິດປົກກະຕິຂອງການຈະເລີນເຕີບໂຕເອງ
Surgery team ...
17/08/2020
Embedded Supernumerary teeth ແຂ້ວເຫລືຶຝັງໃນ ບໍ່ສາມາດບອກໄດ້ຊັດເຈນວ່າຈະປົ່ງຂຶ້ນທີ່ບໍລິເວນໃດ ສາເຫດທີ່ເກີດອາດມາຈາກຫລາຍປັດໄຈ ອາດເປັນນຳກຳມະພັນ ຫລືຄວາມຜິດປົກກະຕິຂອງມັນເອງ ຈະພົບໂດຍບັງເອີນທາງພາບລັງສີ ປິ່ນປົວໂດຍການຜ່າຕັດອອກ
Surgery team...
18/06/2020
ຊ່ວຍກັນ! ໂຄງການທັນຕະກຳເຄື່ອນທີ່ ຍັງຕ້ອງການອຸປະກອນປົ່ວແຂ້ວເຄື່ອນທີ່ ເພື່ອໄປປິ່ນປົວໃຫ້ປະ
Home News Food and Healths ຊ່ວຍກັນ! ໂຄງການທັນຕະກຳເຄື່ອນທີ່ ຍັງຕ້ອງການອຸປະກອນປົ່ວແຂ້ວເຄື່ອນທີ່ ເພື່ອໄປປິ່ນປົວໃຫ້ປະຊາຊົນເຂ.....
09/06/2020
Compound Odontoma ເປັນລັກສະນະເປັນແຂ້ວເຫລັ້ມນ້ອຍໆຫລາຍເຫລັ້ມຈຸ້ມກັນຢູ່ ເກີດຈາກຄວາມຜິດປົກກະຕິຂອງໂຕແຂ້ວເອງ ຈະບໍ່ສະແດງອາການເຈັບໃດໆ ແຕ່ກວດພົບໂດຍບັງເອີນທາງພາບລັງສີ ປິ່ນປົວໂດຍການຜ່າຕັດອອກ
Surgery team...