05/15/2026
ວັນທີ 12 ພຶດສະພາ 2026, ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ທ່ານທູດ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນ ໃນພິທີສະເຫຼີມສະຫຼອງຄົບຮອບ 27 ປີທີ່ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິ ສະບັບເລກທີ A/RES/54/115 ເປັນ ວັນ VESAK ສາກົນ ຫຼື ວັນວິສາຂະບູຊາສາກົນ (International Day of VESAK). ພິທີດັ່ງກ່າວ ໄດ້ຮ່ວມກັນຈັດໂດຍ ເລຂາທິການໃຫຍ່ ສປຊ, ສໍານັກງານຜູ້ຕາງໜ້າຖາວອນ ປະເທດສີລັງກາ ແລະ ຣາຊະອານາຈັກໄທ ປະຈໍາ ອົງການສະຫະປະຊາຊາດ ທີ່ ນິວຢອກ.
ວັນວິສາຂະບູຊາສາກົນ, ຖືເປັນວັນສໍາຄັນທີ່ສຸດທາງພຸດທະສາສະໜາ ທີ່ຊາວພຸດທົ່ວໂລກ ໄດ້ຮ່ວມກັນລະນຶກເຖິງ ວັນປະສູດ (ວັນເກີດ), ວັນຕັດສະຮູ້ ແລະ ວັນປະຣິນິພານ (ວັນເສຍຊີວິດ) ຂອງພຣະພຸດທະເຈົ້າ. ຕາມຍັດຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະບັບເລກທີ A/RES/54/115 ທີ່ໄດ້ກໍານົດເອົາມື້ວັນເພັງຂຶ້ນ 15 ຄໍ່າ (ມື້ດວງຈັນເຕັມດວງ) ຂອງເດືອນພຶດສະພາ ໃນທຸກໆປີ ເປັນວັນວິສາຂະບູຊາສາກົນ ຫຼື International Day of VESAK ເຊິ່ງກົງກັບວັນວິສາຂະບູຊາ ຢູ່ ສປປ ລາວ ຂອງພວກເຮົາ.
ພາຍຫຼັງພິທີນີ້, ທ່ານຜູ້ຕາງໜ້າຖາວອນ ໄດ້ພົບປະສົນທະນາກັບ ພຣະອາຈານລາວສອງທ່ານ ຈາກ ລັດເທັກຊັດ ແລະ ລັດຢູທາ, ທີ່ໄດ້ມີສ່ວນຮ່ວມໃນຂະບວນ “ຍ່າງເພື່ອສັນຕິພາບ ຫຼື Walk for Peace” ເຊິ່ງກໍເປັນຄັ້ງທໍາອິດຂອງພວກເພິ່ນທີ່ໄດ້ມາຮ່ວມງານດັ່ງກ່າວຢູ່ ອົງການສະຫະປະຊາຊາດ.
----------------------------
On 12 May 2026, H.E. Mr. Thongphane Savanphet, Ambassador, Permanent Representative of the Lao PDR to the United Nations participated in and delivered a remark at the event to commemorate the 27th Anniversary of the International Day of VESAK at the United Nations Headquarters in New York. The commemoration was co-organized by the Secretary-General of the United Nations, the Permanent Missions of Sri Lanka and Thailand to the United Nations.
The Day of VESAK is considered one of the most auspicious days when the Buddhists around the world commemorate the Birth, Attainment of Enlightenment and Passing of the Lord of Buddha on that same day. The United Nations General Assembly Resolution 54/115 has recognized the Day of the Full Moon in the month of May of each year as International Day of VESAK which is the same day as Visakhabouxa Day or VESAK Day in the Lao PDR.
After the ceremony, Ambassador Thongphane SAVANPHET met with two Lao monks who joined “the Walk for Peace” with Ven. Bhikkhu Pannakara. Both of them are now living at Lao Temples in Texas and Utah.
05/15/2026
ໃນວັນທີ 05-08 ພຶດສະພາ 2026, ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ ໄດ້ດໍາເນີນກອງປະຊຸມສາກົນ ເພື່ອທົບທວນການເຄື່ອນຍ້າຍຖິ່ນຖານ ຄັ້ງທີ 2 (Second International Migration Forum/IMRF) ເພື່ອທົບທວນການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ (the Global Compact for Safe, Orderly and Regular Migration/GCM). ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນ ໃນພາກອະພິປາຍທົ່ວໄປ (General Debate) ຂອງກອງປະຊຸມດັ່ງກ່າວ. ໃນຕົ້ນປີ 2026 ນີ້, ສປປ ລາວ ໄດ້ສໍາເລັດການສົ່ງ ບົດລາຍງານແບບສະໝັກໃຈ (Voluntary Review Report) ກ່ຽວກັບ ການຈັດຕັ້ງປະຕິບັດ GCM ຢູ່ ສປປ ລາວ ທັງເປັນການຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະເຮັດໃຫ້ການເຄື່ອນຍ້າຍຖິ່ນຖານມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນສິດພື້ນຖານຕ່າງໆຂອງຜູ້ເຄື່ອນຍ້າຍຖິ່ນຖານ.
--------------------------------
At UN Headquarters in New York, the Second International Migration Review Forum (IMRF) was organized on 05-08 May 2026 to review the implementation of the Global Compact for Safe, Orderly and Regular Migration (GCM). At the General Debate session, H.E. Ambassador Thongphane SAVANPHET, Permanent Representative of the Lao PDR to the United Nations delivered a National Statement. At the beginning of this year, the Lao PDR submitted its Voluntary Review Report on the status of implementation of the Global Compact for Safe, Orderly and Regular Migration (GCM) in Lao People’s Democratic Republic, to demonstrate its commitment for safe and orderly migration as well as to ensure the basic rights of all migrants in the society.
05/14/2026
ໃນວັນທີ 29 ເມສາ 2026 ຜ່ານມາ, ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ເຂົ້າຮ່ວມ ພິທີເປີດງານວາງສະແດງຮູບພາບຊາວໜຸ່ມ ເພື່ອສະເຫຼີມສະຫຼອງ ເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ຫຼື ສົນທິສັນຍາບາງກອກ ຄົບຮອບ 30 ປີ (the 30th anniversary of the Southeast Asia Nuclear-Weapon-Free Zone / Treaty of Bangkok) ໂດຍລວມເອົາຮູບພາບ ແລະ ຜົນງານສິລະປະກວ່າ 22 ຜົນງານ ຈາກບັນດາປະເທດອາຊຽນ ແລະ ເຂດປາຊີຟິກ ເປັນຕົ້ນແມ່ນ: ບຣູໄນ, ອິນໂດເນເຊຍ, ສປປ ລາວ, ມຽນມາ, ຟີລິບປິນ ແລະ ຄີຣີບັດ. ສໍາລັບຮູບຖ່າຍຈາກ ສປປ ລາວ ແມ່ນຜົນງານຂອງ ນ້ອງສາວ ວຽງສະຫວັນ ວິລະວັງສອນ ໃນຊື່ຜົນງານ “One Being, Two Shadows” ເຊິ່ງໄດ້ຮັບລາງວັນອັນດັບສາມ ຈາກ ການແຂ່ງຂັນພາຍໃຕ້ຫົວຂໍ້ “Envisioning a World Free from Nuclear Weapons" – Youth Multimedia Arts Competition in Southeast Asia ຈັດໂດຍ UNRCPD ທີ່ ປະເທດໄທ ເມື່ອເດືອນທັນວາ 2025 ຜ່ານມາ.
-------------------------------
On 29 April 2026, at UNHQ, H.E. Mr. Thongphane SAVANPHET, Ambassador, Permanent Representative of the Lao PDR to the United Nations in New York attended the opening ceremony of the Youth Art Exhibition on the margin of the 2026 Review Conference of the Parties to the Treaty on the non-Prolifiration of Nuclear Weapons (NPT) entitled “Envisioning a World Free from Nuclear Weapons” to mark the 30th anniversary of the Treaty on the Southeast Asia Nuclear-Weapon-Free Zone (Treaty of Bangkok) and its relevance to the broader disarmament frameworks. It features 22 works by young artists from ASEAN Member States and the Pacific, including Brunei Darussalam, Indonesia, Lao PDR, Myanmar, the Philippines, and Kiribati. The 2nd Runner-up photograph “One Being, Two Shadows” was from Ms. Viengsavanh VILAVANGSONE, Lao PDR. The photographs competition was organized by UNRCPD in Thailand in December 2025 under the theme “Envisioning a World Free from Nuclear Weapons”– Youth Multimedia Arts Competition in Southeast Asia.
05/01/2026
ວັນທີ 30 ເມສາ 2026 ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນ ໃນພິທີສະເຫຼີມສະຫຼອງ ວັນ Vesak ສາກົນ ຫຼື ວັນວິສາຂະບູຊາສາກົນ (International Day of Vesak) ພາຍໃຕ້ຫົວຂໍ້ “ການນໍາໃຊ້ມໍລະດົກທາງພຸດທະສາສະໜາ ເພື່ອເສີມສ້າງສັນຕິພາບ ແລະ ການຮ່ວມມືຢ່າງເປີດກວ້າງ ຫຼື Leveraging Buddhist Heritage for Strengthening Global Peace and Cooperation”.
ວັນດັ່ງກ່າວ, ຖືເປັນວັນສໍາຄັນທີ່ສຸດທາງພຸດທະສາສະໜາທີ່ຊາວພຸດທົ່ວໂລກໄດ້ຮ່ວມກັນລະນຶກເຖິງ ວັນປະສູດ (ວັນເກີດ), ວັນຕັດສະຮູ້ ແລະ ວັນປະຣິນິພານ (ວັນເສຍຊີວິດ) ຂອງ ພຣະພຸດທະເຈົ້າ. ຍັດຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະບັບເລກທີ A/RES/54/115, ລົງວັນທີ 8 ກຸມພາ 2000 ໄດ້ກໍານົດເອົາ ມື້ວັນເພັງຂຶ້ນ 15 ຄໍ່າ (ມື້ດວງຈັນເຕັມດວງ) ຂອງເດືອນພຶດສະພາ ໃນທຸກໆປີເປັນ ວັນວິສາຂະບູຊາສາກົນ ຫຼື International Day of Vesak ເຊິ່ງກົງກັບ ວັນບຸນວິສາຂະບູຊາ ຢູ່ ສປປ ລາວ ຂອງພວກເຮົາ.
--------------------------------------------------
On 30 April 2026, H.E Mr. Thongphane Savanphet, Ambassador, Permanent Representative of the Lao PDR to the United Nations participated in and delivered a remarks at the event to commemorate the International Day of Vesak, under the theme “Leveraging Buddhist Heritage for Strengthening Global Peace and Cooperation”.
The International Day of Vesak is considered one of the most auspicious days when the Buddhists around the world commemorate the Birth, Attainment of Enlightenment and Passing of the Lord Buddha on the same day. The United Nations General Assembly Resolution 54/115 has recognized the Day of the Full Moon in the month of May of each year as the International Day of Vesak which is the same day as Visakhabouxa Day or Vesak Day in the Lao PDR.
04/30/2026
ກອງປະຊຸມທົບທວນ ຄັ້ງທີ 11 ກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍ ການບໍ່ແຜ່ຜາຍອາວຸດນິວເຄຼຍ (the Treaty on the Non-Proliferation of Nuclear Weapons - NPT) ພາຍໃຕ້ການຮັບໜ້າທີ່ເປັນປະທານໂດຍ ຫວຽດນາມ ແມ່ນພວມດຳເນີນ ໃນລະຫວ່າງ ວັນທີ 27 ເມສາ - 22 ພຶດສະພາ 2026, ທີ່ ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ ນິວຢອກ. ກອງປະຊຸມທົບທວນດັ່ງກ່າວ ແມ່ນຈັດຂຶ້ນໃນທຸກໆ 5 ປີ ເພື່ອປະເມີນຄວາມຄືບຫນ້າ ແລະ ສິ່ງທ້າຍທາຍ ໃນການຈັດຕັ້ງປະຕິບັດ ລວມທັງການກຳນົດຂົງເຂດວຽກງານ ແລະ ທິດທາງໃນຕໍ່ໜ້າ ພາຍໃຕ້ 3 ເສົາຄໍ້າໃຫຍ່ຄື: ການບໍ່ແຜ່ຜາຍອາວຸດນິວເຄຼຍ, ການຫຼຸດຜ່ອນອາວຸດນິວເຄຼຍ ແລະ ການນໍາໃຊ້ພະລັງງານນິວເຄຼຍໃນທາງສັນຕິ.
ໃນກອງປະຊຸມພາກອະພິປາຍທົ່ວໄປຂອງກອງປະຊຸມທົບທວນຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ ໄດ້ກ່າວຄໍາເຫັນໃນນາມປະເທດ ໂດຍເນັ້ນຢໍ້າການໃຫ້ຄວາມສໍາຄັນສູງຂອງ ສປປ ລາວ ຕໍ່ສົນທິສັນຍາດັ່ງກ່າວ ເນື່ອງຈາກເຫັນວ່າບັນຫາອາວຸດນິວເຄຼຍ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຮຽກຮ້ອງໃຫ້ມີການຍຶດໝັ້ນຕໍ່ການປະຕິບັດພັນທະສົນທິສັນຍາດັ່ງກ່າວ ລວມເຖິງສົນທິສັນຍາອື່ນໆ ແລະ ບັນດາເອກະສານທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ (the Treaty on the Prohibition of Nuclear Weapons - TPNW), ສົນທິສັນຍາ ວ່າດ້ວຍການເກືອດຫ້າມ ອາວຸດນິວເຄຼຍ ທຸກຮູບແບບ (the Comprehensive Nuclear-Test-Ban Treaty-CTBT), ການກໍານົດພາກພື້ນຕ່າງໆ ໃຫ້ເປັນເຂດປອດອາວຸດນິວເຄຼຍ (Nuclear-Weapon-Free-Zones) ແລະ ບັນດາຍັດຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
--------------------------------
The 11th Review Conference on the Implementation of the Treaty on the Non-Proliferation of Nuclear Weapons (NPT), chaired by Vietnam, is taking place from 27 April to 22 May 2026, at the United Nations Headquarters in New York. The Review Conference is held every five years mandated to assess progress and challenges in the implementation, as well as to identify areas of work and layout future directions under three main pillars: non-proliferation, nuclear disarmament, and peaceful uses of nuclear energy.
In the general debate of this Review Conference, H.E. Mr. Thongphane Savanphet, Ambassador, Permanent Representative of the Lao PDR to the United Nations, delivered a country statement reiterate that the Lao PDR attaches great important to the NPT Treaty, as the world still witness that nuclear weapons continue to pose major threats to global peace and security, and survival of humankind. The Lao PDR calls on all States Parties to the NPT to renew their commitments towards the full implementation of the Treaty, as well as other treaties and related documents, namely the Treaty on the Prohibition of Nuclear Weapons (TPNW), the Comprehensive Nuclear-Test-Ban Treaty (CTBT), the Nuclear-Weapon-Free-Zones, and relevant resolutions of the United Nations Security Council.
04/22/2026
ໃນລະຫວ່າງວັນທີ 13-17 ເມສາ 2026, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນ. ເພັດສະໝອນ ສອນ, ຫົວໜ້າສູນສະຖີຕິແຫ່ງຊາດ, ກະຊວງການເງິນ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ ສະໃໝທີ 59 ຊຶ່ງຈັດຂຶ້ນທີ່ສໍານັກງານໃຫຍ່ອົງການ ສປຊ, ນະຄອນນິວຢອກ, ປະເທດ ສະຫະລັດອາເມຣິກາ. ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ສອງຫົວຂໍ້ທີ່ສຳຄັນ ຄື: 1). ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ໃນລະດັບຊາດ, ພາກພື້ນ ແລະ ສາກົນ; ແລະ 2) ປະຊາກອນ, ເຕັກໂນໂລຊີ ແລະການຄົ້ນຄ້ວາວິໃຈ ເພື່ອການພັດທະນາແບບຢືນຍົງ.
ໃນວັນທີ 14 ເມສາ 2026 ທ່ານ ນ. ເພັດສະໝອນ ສອນ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ວຽກງານປະຊາກອນ ແລະ ການພັດທະນາ ຢູ່ ສປປ ລາວ ໃນໄລຍະຜ່ານມາເຊັ່ນ: ໄດ້ສ້າງແຜນດໍາເນີນງານວ່າດ້ວຍການພັດທະນາປະຊາກອນໜຸ່ມເປັນຄັ້ງທຳອິດ, ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດວຽກງານປະຊາກອນ ແລະ ການພັດທະນາ ແລະ ໄດ້ນໍາໃຊ້ດີຈີຕອນໃນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ ໃນປີ 2025 ທີ່ຜ່ານມາ ໂດຍໄດ້ເຮັດວຽກຮ່ວມກັນຢ່າງໄກ້ຊິດກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈໍາ ສປປ ລາວ. ນອກຈາກນັ້ນ, ຍັງມີແຜນດໍາເນີນງານແຫ່ງຊາດ ວ່າດ້ວຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຍັງໄດ້ຮັບຮອງຍຸດທະສາດ ກ່ຽວກັບ ສຸຂະພາບຈະ ເລີນພັນ, ສຸຂະພາບແມ່ ແລະ ເດັກ ແລະ ໄວໜຸ່ມ. ໃນປີ 2025 ຜ່ານມາ ສປປ ລາວ ໄດ້ຈັດກອງປະຊຸມລະດັບຊາດ ວ່າດ້ວຍປະຊາກອນ ແລະ ການພັດທະນາຄັ້ງທີ 2 ເຊິ່ງໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນໃນການລົງທຶນໃສ່ໄວໜຸ່ມ ເພື່ອຮັບ ປະກັນໃຫ້ສາມາດເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ, ການສຶກສາ ແລະ ການຈ້າງງານ ລວມທັງການສ້າງຄວາມເຂັ້ມແຂງໃຫ້ລະບົບສະຖິຕິ ແລະ ວຽກງານອື່ນໆ ທີ່ຕິດພັນກັບການພັດທະນາປະຊາກອນ. ພ້ອມກັນນັ້ນ, ໄດ້ຢືນຢັນຄໍາໝາຍໜັ້ນຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ໄດ້ເຊື່ອມສານເອົາວຽກງານປະຊາກອນ, ແມ່ຍິງ ແລະ ສຸຂະ ພາບຈະເລີນພັນ ເຂົ້າໃນນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030). ນອກຈາກນັ້ນ, ທ່ານ ນາງເພັດສະໝອນ ຍັງໄດ້ເນັ້ນເຖິງສາຍພົວພັນອັນຍາວນານ 50 ປີ ລະຫວ່າງ ລັດຖະບານລາວ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ ທີ່ໃຫ້ການສະໜັບສະໜູນວຽກງານ ການວາງແຜນຄອບຄົວ, ລະບົບສະຖິຕິ, ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.
ເນື້ອໃນຂ່າວ: ສູນສະຖິຕິແຫ່ງຊາດ, ກະຊວງການເງິນ.
ຮູບພາບ: ສຳນັກງານ.
04/14/2026
ສານອວຍພອນຈາກ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ. ໒໕໖໙
04/12/2026
ໃນວັນທີ 9 ເມສາ 2026, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ພ້ອມດ້ວຍພັນລະຍາ ແລະ ນັກການທູດ ໄດ້ຕ້ອນຮັບການມາອວຍພອນປີໃໝ່ລາວ ພສ 2569 ຂອງ ທ່ານ Do Hung Viet, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສສ ຫວຽດນາມ ປະຈໍາອົງການສະຫະປະຊາຊາດ ພ້ອມດ້ວຍພັນລະຍາ ແລະ ນັກການທູດ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ກໍຄື ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນກອບຫຼາຍຝ່າຍ ແລະ ສອງຝ່າຍ ແລະ ໄດ້ອວຍພອນໃຫ້ສອງສໍານັກງານເຮົາ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ ແລະ ແລກປ່ຽນທາງດ້ານວິຊາການຮ່ວມກັນໃນກອບວຽກງານພາຍໃຕ້ ອົງການຊະຫະປະຊາຊາດ.
ພາຍຫຼັງສໍາເລັດການອວຍພອນປີໃໝ່ລາວ, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ເຊື້ອເຊີນ ທ່ານ Do Hong Viet ພ້ອມຄະນະ ຮ່ວມຮັບປະທານອາຫານ ແລະ ມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.
03/20/2026
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມາທິການ ວ່າດ້ວຍສະຖານະພາບຂອງແມ່ຍິງ
----------------------------------------------------
ໃນວັນທີ 9-13 ມີນາ 2026 ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ພ້ອມດ້ວຍຄະນະທັງໝົດ 3 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 70 ຂອງຄະນະກໍາມາທິການວ່າດ້ວຍສະຖານະພາບຂອງແມ່ຍິງ ພາຍໃຕ້ຫົວຂໍ້: “ຮັບປະກັນ ແລະ ສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທໍາສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ; ສົ່ງເສີມລະບົບກົດໝາຍທີ່ຮອບດ້ານ ແລະ ຍຸຕິທຳ, ລຶບລ້າງ ກົດໝາຍ ນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ເປັນການຈໍາແນກ ແລະ ແກ້ໄຂອຸປະສັກທາງດ້ານໂຄງສ້າງ” ຊຶ່ງຈັດຂຶ້ນ ແຕ່ວັນທີ 9-20 ມີນາ 2026 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນນິວຢອກ, ປະເທດສະຫະລັດອະເມລິກາ. ກອງປະຊຸມດັ່ງກ່າວ ໄດ້ມີຜູ້ຕາງໜ້າຂອງປະເທດສະມາຊິກອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງທາງສັງຄົມ ແລະ ບັນດາອົງການສະຫະປະຊາຊາດ ເຂົ້າຮ່ວມ ເພື່ອປຶກສາຫາລືແນວທາງໃນການແກ້ໄຂບັນດາອຸປະສັກໃນການເຂົ້າເຖິງຄວາມຍຸຕິທໍາຂອງແມ່ຍິງໃນຕໍ່ໜ້າ ແລະ ທົບທວນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 65 ໃນການມີສ່ວນຮ່ວມ ແລະ ການຕັດສິນໃຈຢ່າງເຕັມທີ່ ແລະ ມີປະສິດທິຜົນຂອງແມ່ຍິງໃນຊີວິດສາທາລະນະ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ.
ໃນກອງປະຊຸມຄັ້ງນີ້, ຕາງໜ້າລັດຖະບານ ສປປ ລາວ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ໄດ້ມີຄໍາເຫັນທີ່ກອງປະຊຸມລະດັບລັດຖະມົນຕີ (1). ພາກອະພິປາຍທົ່ວໄປ, (2). ກອງປະຊຸມໂຕະມົນຫົວຂໍ້ບູລິມະສິດ ແລະ (3). ກອງປະຊຸມລະດັບສູງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວ່າ: “.....ສປປ ລາວ ມີຄວາມຄືບໜ້າສໍາຄັນໃນການເສີມຂະຫຍາຍ ຂອບນິິິຕິກໍາ ແລະ ສະຖາບັນຕ່າງໆ ເພື່ອຮັບປະກັນການເຂົ້າເຖິງຄວາມຍຸຕິທຳທີ່ດີຂຶ້ນສຳລັບແມ່ຍິງ ແລະ ເດັກຍິງ. ລັດຖະທຳມະນູນສະບັບປັບປຸງ ປີ 2025 ໄດ້ສືບຕໍ່ຢັ້ງຢືນຢ່າງໜັກແໜ້ນ ໃນການຮັບຮູ້, ການເຄົາລົບ, ການປົກປ້ອງ ແລະ ການຮັບປະກັນສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານຂອງພົນລະເມືອງລາວ ຕາມຄວາມໝາຍໝັ້ນສົນທິສັນຍາສາກົນຂອງພວກເຮົາ ແລະ ປີດຽວກັນກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ. ສປປ ລາວ ຍັງສືບຕໍ່ຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍການຂະຫຍາຍ ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ໜ່ວຍງານໄກ່ເກ່ຍຂັ້ນບ້ານ ຊຶ່ງໃຫ້ການຊ່ວຍເຫຼືອໃນລະດັບຊຸມຊົນຈົນຮອດຂັ້ນສູນກາງ ໂດຍສະເພາະກຸ່ມຄົນທີ່ມີຄວາມສ່ຽງ, ລວມທັງແມ່ຍິງ, ເດັກ, ຜູ້ພິການ ແລະ ຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ. ນອກຈາກນັ້ນ, ການຊ່ວຍເຫຼືອທາງດ້ານກົດໝາຍດິຈິຕອນໄດ້ເຜີຍແຜ່ເພື່ອຍົກລະດັບການເຂົ້າເຖິງຂໍ້ມູນ ແລະ ການບໍລິການທາງດ້ານກົດໝາຍ. ພ້ອມນັ້ນ, ໃນຊຸມປີຕໍ່ໜ້າ ສປປ ລາວ ຈະໄດ້ປັບປຸງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ພ້ອມທັງເຊື່ອມສານການຕ້ານການໃຊ້ຄວາມຮຸນແຮງທາງດ້ານເຕັກໂນໂລຊີຕໍ່ແມ່ຍິງ ແລະ ເດັກ ເຂົ້າໃນກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ ແລະ ດໍາເນີນການສຳຫຼວດ ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ຢູ່ ສປປ ລາວ ຄັ້ງທີ 2......”
ໃນໂອກາດນີ້, ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ປະເທດກູບາ ຊຶ່ງທັງສອງຝ່າຍຈະສືບຕໍ່ສົ່ງເສີມການຮ່ວມມື ແລກປ່ຽນບົດຮຽນ ແລະ ການໄປມາຫາສູ່ຕາມຄວາມເໝາະສົມ, ພົບກັບ ຫ້ອງການຮ່ວມມື ໃຕ້-ໃຕ້ ຂອງ ສປຊ ແລະ ອົງການ ສະຫະປະຊາຊາດກອງທຶນສໍາລັບເດັກ ເພື່ອປຶກສາຫາລືໃນການຮ່ວມມືໃນຕໍ່ໜ້າໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຢູ່ ສປປ ລາວ ຜ່ານໂຄງການຕ່າງໆ.
ກອງປະຊຸມຄັ້ງທີ 70 ໄດ້ອອກມະຕິຕົກລົງ: ໂດຍຮຽກຮ້ອງໃຫ້ລັດຖະບານແຕ່ລະປະເທດ ປະສານກັບໜ່ວຍງານທີ່ກ່ຽວຂ້ອງຂອງລະບົບສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນ ແລະ ພາກພື້ນ ພາຍໃນຂອບເຂດໜ້າທີ່ຂອງຕົນ ແລະ ໂດຍຄຳນຶງເຖິງບຸລິມະສິດແຫ່ງຊາດ, ນະໂຍບາຍ, ສະພາບຄວາມເປັນຈິງຂອງແຕ່ລະປະເທດທີ່ແຕກຕ່າງກັນ, ຄວາມສາມາດ ແລະ ລະດັບການພັດທະນາ ແລະ ເຊີນຊວນອົງການຈັດຕັ້ງທາງສັງຄົມ, ອົງການສິດທິແມ່ຍິງ, ອົງການ ຊາວໜຸ່ມ, ກຸ່ມນັກເຄື່ອນໄຫວເພື່ອສິດທິແມ່ຍິງ, ອົງການທາງສາສະໜາ, ສະຫະພັນແຮງງານ, ນັກເຄື່ອນໄຫວ, ຜູ້ປົກປ້ອງສິດທິມະນຸດຂອງແມ່ຍິງ, ນັກຂ່າວແມ່ຍິງ, ຜູ້ກໍ່ສ້າງສັນຕິພາບແມ່ຍິງ, ຜູ້ຮັກສາສັນຕິພາບແມ່ຍິງ, ຜູ້ໄກ່ເກ່ຍແມ່ຍິງ, ພາກເອກະຊົນ, ສະຖາບັນສິດທິມະນຸດແຫ່ງຊາດບ່ອນທີ່ມີຢູ່ ແລະ ຜູ້ມີສ່ວນຮ່ວມອື່ນໆທີ່ກ່ຽວຂ້ອງ, ຕາມຄວາມເໝາະສົມ, ໃຫ້ດຳເນີນການຮີບດ່ວນເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງຄວາມຍຸຕິທຳສຳລັບແມ່ຍິງ ແລະ ເດັກຍິງທຸກຄົນພາຍໃນປີ 2030 ຊື່ງມີທັງໝົດ 50 ໜ້າວຽກ.
ບົດຂ່າວໂດຍ: ຄະນະຜູ້ແທນຈາກ ສູນກາງສະຫະພັນແມ່ຍິງລາວ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ.
ຮູບພາບໂດຍ: ອຳມະລາ ຈັນທິສອນ ແລະ ສັກປະເສີດ ສີສຸກ, ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ ທີ່ ນິວຢອກ.