Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ

Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ

Share

ສະຖານທູດລາວ ທີ່ ຮ່າໂນ້ຍ

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 02/06/2026

ຂ່າວການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ
-------------*-------------
ວັນທີ 31 ພຶດສະພາ 2026 ທີ່ຜ່ານມາ, ສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະຊາວໜຸ່ມຮາກຖານ ສະຖານທູດລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບການວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳແຂວງ ກວາງນິງ ແຫ່ງ ສສ ຫວຽດນາມ.
ໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳແຂວງ ກວາງນິງ ແມ່ນໜ່ວຍຊາວໜຸ່ມໜຶ່ງທີ່ຂຶ້ນກັບຄະນະຊາວໜຸ່ມຮາກຖານສະຖານທູດລາວປະຈຳ ຮ່າໂນ້ຍ, ມີສະມາຊິກທັງໝົດ 426 ສະຫາຍ, ຍິງ 215 ສະຫາຍ.
ຜົນການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນໄລຍະໜຶ່ງປີຜ່ານມາ ເຫັນວ່າ,
ສະມາຊິກຊາວໜຸ່ມສ່ວນຫຼາຍແມ່ນໄດ້ມີຄວາມຫ້າວຫັນໃນການສຶກສາຮ່ຳຮຽນ, ມີຄວາມຮັກແພງສາມັກຄີເຊິ່ງກັນແລະກັນ, ປະກອບສ່ວນເຂົ້າຮ່ວມກິດຈະກຳຕ່າງໆໄດ້ເປັນຂະບວນ. ໃນນັ້ນ, ມີສະມາຊິກຊາວໜຸ່ມຈຳນວນ 113 ສະຫາຍ, ຍິງ 69 ສະຫາຍ ໄດ້ຮັບການຍ້ອງຍໍດີເດັ່ນນຳໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ, 01 ສະຫາຍໄດ້ຮັບການຍ້ອງຍໍເປັນຊາວໜຸ່ມຕົວແບບ ແລະ ຍ້ອງຍໍຄະນະໜ່ວຍຊາວໜຸ່ມດີເດັ່ນໃນການນຳພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ.
ໃນໂອກາດນີ້, ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍຜົນງານທີ່ໜ່ວຍຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ກໍຄືການປະຕິບັດແຜນການໃຫ້ສຳເລັດຜົນ, ສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະຊາວຫນຸ່ມຮາກຖານສະຖານທູດລາວທີ່ ຮ່າໂນ້ຍ ກໍໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍສະຫາຍໄດ້ຍ້ອງຍໍຊົມເຊີຍຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃນແຕ່ລະດ້ານ ເປັນຕົ້ນແມ່ນ ການເຮັດວຽກການເມືອງ-ແນວຄິດຂອງຄະນະໜ່ວຍເປັນປົກກະຕິ ຈຶ່ງເຮັດໃຫ້ສະມາຊິກມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຫຼັກໝັ້ນການເມືອງສູງ, ມີຄວາມສາມັກຄີເປັນປຶກແຜ່ນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນຂະບວນ ແລະ ເຮັດສຳເລັດໜ້າທີ່ ທີ່ວາງເອົາໄວ້ໃນໄລຍະຜ່ານມາເປັນຢ່າງດີ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍ ແລະ ສະມາຊິກທຸກສະຫາຍ ໃຫ້ສືບຕໍ່ເອົາໃຈໃສ່ໃນການປະຕິບັດກົດໝາຍຂອງລາວ ແລະ ຫວຽດນາມ ກໍຄືລະບຽບການ​ຕ່າງໆຂອງໂຮງຮຽນວາງອອກ, ສະກັດກັ້ນບໍ່ໃຫ້ມີປະກົດກາຍຫຍໍ້ທໍ້ເກີດຂຶ້ນ.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 02/06/2026

ຂ່າວການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ
-------------***-------------
ວັນທີ 30 ພຶດສະພາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງຮ່າໂນ້ຍ, ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ຊີບ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳສົກຮຽນ 2024-2025 ແລະ ວາງທິດທາງແຜນການ ປະຈຳສົກຮຽນ 2025-2026 ຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ ພ້ອມຄະນະ.
ກອງປະຊຸມໄດ້ສະຫຼຸບຕີລາຄືນໃນການຈັດຕັ້ງປະຕິບັດແຜນການຂໍ້ແຂ່ງຂັນ 4 ບຸກ ປະຈຳສົກຮຽນ 2024-2025 ແລະ ວາງທິດທາງແຜນການເພື່ອເປັນເປົ້າໝາຍໃນການຈັດຕັ້ງປະຕິບັດໃນສົກຮຽນ 2025-2026.
ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ຊີບ ມີສະມາຊິກທັງໝົດ: 38 ສະຫາຍ, ຍິງ 08 ສະຫາຍ.
ຕະຫຼອດໄລຍະໜຶ່ງປີຜ່ານມາ, ສະມາຊິກຊາວໜຸ່ມໃນໜ່ວຍແມ່ນໄດ້ມີການເຄື່ອນໄຫວຕາມພາລະບົດບາດ ກໍຄືຂໍ້ກຳນົດກົດລະບຽບ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ແລະ ລະບຽບການຕ່າງໆຂອງໂຮງຮຽນວາງອອກໄດ້ເປັນຢ່າງດີ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ປະກອບສ່ວນເຂົ້າໃນການເຄື່ອນໄຫວກິດຈະກຳຕ່າງໆທີ່ໂຮງຮຽນ ແລະ ສະຖານທູດລາວຈັດຂຶ້ນຢ່າງເປັນຂະບວນຟົດຟື້ນ.
ຜ່ານການຈັດຕັ້ງເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນສົກຮຽນ 2024-2025 ທີ່ຜ່ານມາ, ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລສະກັດກັ້ນ, ຕ້ານອັກຄີໄພ ແລະ ກູ້ຊີບ ແຫ່ງ ສສ ຫວຽດນາມ ໄດ້ຖືກຮັບຮອງເປັນໜ່ວຍຊາວຫນຸ່ມ 4 ບຸກຈາກຄະນະບໍລິຫານງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ; ມີສະມາຊິກຊາວໜຸ່ມ ຈຳນວນ 19 ສະຫາຍ ໄດ້ຮັບການຍ້ອງຍໍເປັນຊາວໜຸ່ມ 4 ບຸກ ແລະ ໄດ້ຮັບການຍ້ອງຍໍຊາວໜຸ່ມຕົວແບບ 01 ສະຫາຍ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 30/05/2026

ສະຖານທູດລາວເຂົ້າຮ່ວມ ການຢ້ຽມຂ່ຳນັບຮອງນາຍົກລັດຖະມົນຕີຫວຽດນາມ ຂອງຄະນະຜູ້ແທນກະຊວງການຕ່າງປະເທດລາວ
-------------***-------------
ຕອນບ່າຍຂອງວັນທີ 29 ພຶດສະພາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ລັດຕະນາ ສີຫາລາດ, ອັກຄະລັດຖະທູດທີ່ປຶກສາ, ຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມຢ້ຽມຂ່ຳນັບທ່ານ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຮ່ວມກັບຄະນະແທນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຊຶ່ງນຳໂດຍທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງໄປເຮັດວຽກ ກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມເວທີປາໄສອະນາຄົດອາຊຽນ ຄັ້ງທີ III ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ.
ໃນການເຂົ້າຢ້ຽມຂ່ຳນັບ, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງຮອງນາຍົກລັດຖະມົນຕີຫວຽດນາມ; ສົ່ງຄຳຢ້ຽມຢາມຖາມຂ່າວຈາກທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ບັນດາສະຫາຍການນຳລັດຖະບານລາວ ເຖິງ ທ່ານ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີ ແລະ ບັນດາສະຫາຍການນຳລັດຖະບານຫວຽດນາມ. ພ້ອມນີ້ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈມິດຕະພາບ, ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ຳຄ່າ, ບໍລິສຸດຜຸດຜ່ອງ ທີ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມມີຕໍ່ລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ; ຢືນຢັນໃນຂະບວນການກໍ່ສ້າງເສດຖະກິດເອກະລາດ, ເພິ່ງຕົນເອງ, ລາວຈະໄດ້ຮັບການສືບຕໍ່ປະສານສົມທົບຈາກຫວຽດນາມ.
ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນສຳຄັນທີ່ລາວບັນລຸໄດ້ໃນໄລຍະຜ່ານມາ ຮັກສາໄດ້ຄວາມໝັ້ນຄົງທາງດ້ານການເມືອງ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຟື້ນຟູ ແລະ ພັດທະນາເສດຖະກິດ, ພິເສດແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ໄດ້ຮັບຜົນສຳເລັດອັນຈົບງາມ. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ການບໍລິຫານທີ່ເຂັ້ມງວດຂອງລັດຖະບານ, ປະເທດລາວອ້າຍນ້ອງຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ສຳເລັດຜົນເປັນຢ່າງດີ.
ໃນໂອກາດຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ໄປຢ້ຽມຢາມສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໂດຍໃຫ້ກຽດຕ້ອງຮັບຂອງທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະນຳສະຖານທູດ.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 30/05/2026

ທູດລາວເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສສ ຫວຽດນາມ
-------------***-------------
ໃນວັນທີ 29 ພຶດສະພາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສສ ຫວຽດນາມ ທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ຝ່າຍລາວ ນຳໂດຍ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ. ສ່ວນຝ່າຍຫວຽດນາມ ນຳໂດຍ ທ່ານ ເຈິ່ນ ຮົ່ງ ມິງ, ລັດຖະມົນຕີກະຊວງກໍ່ສ້າງ.
ກອງປະຊຸມພົບປະສອງຝ່າຍຄັ້ງນີ້ ແມ່ນເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງການຕົກລົງຂອງກົມການເມືອງ ແລະ ນາຍົກລັດຖະມົນຕີຂອງສອງສອງປະເທດ ລາວ ແລະ ຫວຽດນາມ. ສອງຝ່າຍໄດ້ສະຫຼຸບຕີລາຄາຄືນບັນດາໜ້າວຽກທີ່ໄດ້ຕົກລົງຮ່ວມມືກັນໃນໄລຍະທີ່ຜ່ານມາ ແລະ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາເນື້ອໃນຍຸດທະສາດໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນເປັນຈິງໄວຂຶ້ນ ໂດຍສະເພາະແມ່ນ: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ (ທ່າແຂກ-ຫວຸງອາງ), ການຮ່ວມມືຮອບດ້ານຕາມຍຸດທະສາດ 2026-2035, ການຍົກລະດັບພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຊາຍແດນ ລາວ-ຫວຽດນາມ, ຮ່າງຍຸດທະສາດວ່າດ້ວຍການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ ແລະ ຍົກລະດັບບຸກຄະລາກອນຂະແໜງໂຍທາທິການ ແລະ ຂົນສົ່ງ ສປປ ລາວ.
ໃນໂອກາດນີ້, ສອງຝ່າຍໄດ້ມີພິທີລົງນາມໃນບົດບັນທຶກການພົບປະ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສສ ຫວຽດນາມ. ພິທີມອບ-ຮັບ ຂໍ້ຕົກລົງການຮ່ວມມືລົງທຶນກໍ່ສ້າງເສັ້ນທາງລົດໄຟເຊື່ອມຕໍ່ ແຕ່ທ່າເຮືອ ຫວຸງອາງ, ສສ ຫວຽດນາມ ຫາ ຕົວເມືອງທ່າແຂກ, ສປປ ລາວ ລະຫວ່າງ ກຸ່ມບໍລິສັດເດວກ້າ ແລະ ບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ແລະ ພິທີມອບ-ຮັບ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍກນຮ່ວມມື ລະຫວ່າງ ບໍລິສັດທີ່ປຶກສາດ້ານເຕັກໂນໂລຊີ, ອຸປະກອນ ແລະ ກວດກາການກໍ່ສ້າງ CONINCO ແລະ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ LTEC.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 28/05/2026

ຂ່າວການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ
-------------***-------------
ວັນທີ 24 ພຶດສະພາ 2026 ທີ່ຜ່ານມາ, ທີ່ແຂວງເຫງະອານ (ແຂວງທາງພາກກາງຂອງ ສສ ຫວຽດນາມ), ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລ ວິງ ແລະ ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລສ້າງຄູເຕັກນິກ ວິງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ສຸພະລັກ ສຸກປັນຍາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມສະຖານທູດລາວທີ່ຮ່າໂນ້ຍ ພ້ອມຄະນະ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການສະຫຼຸບຕີລາຄືນການຈັດຕັ້ງປະຕິບັດແຜນການຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ທີ່ສອງໜ່ວຍຊາວໜຸ່ມນີ້ວາງອອກ ແລະ ກໍເປັນການປຶກສາຫາລືວາງແຜນການ, ເປົ້າໝາຍເພື່ອຈັດຕັ້ງປະຕິບັດໃນປີໜຶ່ງປີຕໍ່ໜ້າ.
ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລ ວິງ ມີສະມາຊິກທັງໝົດ 371 ສະຫາຍ, ຍິງ 211 ສະຫາຍ ແລະ ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລສ້າງຄູເຕັກນິກ ວິງ ມີສະມາຊິກທັງໝົດ 71 ສະຫາຍ, ຍິງ 08 ສະຫາຍ.
ຜ່ານການສະຫຼຸບຕີລາຄາເຫັນວ່າ, ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ ແລະ ຄະນະໜ່ວຍຊາວໜຸ່ມສອງໜ່ວຍນີ້ ແມ່ນໄດ້ເອົາໃຈໃສ່ນຳພາ-ຊີ້ນຳສະມາຊິກໃນໜ່ວຍຂອງຕົນເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ກຳນົດກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກເປັນຢ່າງດີ ຊຶ່ງສະມາຊິກແຕ່ລະຄົນມີຄວາມຫ້າວຫັນ, ມີນ້ຳໃຈຮັກຊາດຮັກລະບອບໃໝ່, ມີນ້ຳໃຈເສຍສະຫຼະຊ່ວຍເຫຼືອເຊິ່ງກັນແລະກັນໃນການສຶກສາຮ່ຳຮຽນ, ມີຄວາມສາມັກຄີ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການເຄື່ອນໄຫວຕ່າງໆທີ່ທາງໂຮງຮຽນ ກໍຄືການຈັດຕັ້ງຈັດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງລາວ ແລະ ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ.
ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນປີ 2025 ທີ່ຜ່ານມາ, ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລ ວິງ ແລະ ໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳມະຫາວິທະຍາໄລ ສ້າງຄູເຕັກນິກ ວິງ ໄດ້ຖືກຮັບຮອງເປັນໜ່ວຍຊາວຫນຸ່ມ 4 ບຸກຈາກຄະນະບໍລິຫານງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ; ສະມາຊິກຊາວໜຸ່ມໃນໜ່ວຍຊາວໜຸ່ມນັກສຶກສາລາວປະຈຳມະຫາວິທະຍາໄລ ວິງ ຈຳນວນ 99 ສະຫາຍ ແລະ ໜ່ວຍຊາວໜຸ່ມນັກສຶກສາລາວ ປະຈຳມະຫາວິທະຍາໄລ ສ້າງຄູເຕັກນິກ ວິງ ຈຳນວນ 20 ສະຫາຍ ໄດ້ຮັບການຍ້ອງຍໍເປັນຊາວໜຸ່ມ 4 ບຸກ ແລະ ໄດ້ຮັບການຍ້ອງຍໍຊາວໜຸ່ມຕົວແບບ ໜ່ວຍລະ 01 ສະຫາຍຂອງແຕ່ລະຫນ່ວຍ

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 28/05/2026

ທູດລາວເຂົ້າຮ່ວມກອງປະຊຸມເວທີປາໄສການສຶກສາພາສາຝຼັ່ງທີ່ແຂວງຢາລາຍ ຂອງ ຫວຽດນາມ
-------------*-------------
ຕອນເຊົ້າຂອງວັນທີ 28 ພຶດສະພາ 2026, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສການສຶກສາພາສາຝຼັ່ງ ທີ່ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ສົມທົບກັບສະຖານທູດຝຼັ່ງປະຈຳ ສສ ຫວຽດນາມ ແລະ ສູນວິທະຍາສາດ ແລະ ການສຶກສາເຊື່ອມຕໍ່ສາກົນ ຈັດຂຶ້ນຢູ່ແຂວງຢາລາຍ (ແຂວງທາງພາກກາງຂອງ ສສ ຫວຽດນາມ) ໂດຍມີຜູ້ແທນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເກືອບ 120 ຄົນ.
ກອງປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງຂອງການຮ່ວມມືລະຫວ່າງກະຊວງສຶກສາ ແລະ ກໍ່ສ້າງ, ສູນການສຶກສາພາສາຝຣັ່ງໂກໂຟນໃນອາຊີ-ປາຊີຟິກ (CREFAP) ຂຶ້ນກັບອົງການສາກົນວ່າດ້ວຍພາສາຝຣັ່ງໂກໂຟນ (OIF), ອົງການມະຫາວິທະຍາໄລພາສາຝຣັ່ງໂກໂຟນ (AUF), ຄະນະຜູ້ແທນ Wallonie-Bruxelles ແລະ ສະຖານທູດຝຣັ່ງປະຈຳຫວຽດນາມ ແນ່ໃສ່ສົ່ງເສີມການພັດທະນາການສຶກສາພາສາຝຣັ່ງໃນພາກພື້ນ.
ຫວຽດນາມມີຄວາມມຸ່ງຫວັງຢາກສືບຕໍ່ເຮັດໃຫ້ການພົວພັນຮ່ວມມືກັບບັນດາປະເທດ ແລະ ອົງການຝຣັ່ງໂກໂຟນ, ພິເສດແມ່ນກັບ ຝຣັ່ງ ຄູ່ຍຸດທະສາດຮອບດ້ານຂອງຫວຽດນາມໃຫ້ເລິກເຊິ່ງກວ່າເກົ່າ, ມຸ່ງສູ່ການກໍ່ສ້າງລະບົບນິເວດການສຶກສາພາສາຝຣັ່ງທີ່ຜູກພັນ, ທັນສະໄໝ ແລະ ຍືນຍົງ. ເວທີປາໄສແມ່ນເປັນພື້ນຖານສຳຄັນໃນການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ແບ່ງປັນຫົວຄິດປະດິດສ້າງ. ກອງປະຊຸມສຸມໃສ່ຫົວຂໍ້ຕ່າງໆ ເຊັ່ນ: ການຫັນປ່ຽນດິຈິຕອນ, ປັນຍາປະດິດໃນການສຶກສາ, ຊັບພະຍາກອນການສິດສອນດິຈິຕອນ, ການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ການຝຶກອົບຮົມມວນຊົນໃນທົ່ວໂລກ.
ບັນດາເນື້ອໃນທີ່ຍົກຂຶ້ນມາແລກປ່ຽນໃນກອງປະຊຸມດັ່ງກ່າວ ກໍຈະເປັນການເປີດຄຳສະເໜີ ແລະ ກົນໄກການຮ່ວມມືໄລຍະຍາວ, ປະກອບສ່ວນເຂົ້າໃນການສົ່ງເສີມການສຶກສາພາສາຝຣັ່ງໃນພາກພື້ນ, ນຳໄປສູ່ກອງປະຊຸມສຸດຍອດພາສາຝຣັ່ງ ຄັ້ງທີ 20 ຄາດວ່າຈະຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ໃນທ້າຍປີ 2026 ນີ້.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 28/05/2026

ທູດລາວຢ້ຽມຢາມແຂວງຢາລາຍ ຂອງ ຫວຽດນາມ
-------------*-------------
ໃນວັນທີ 27 ພຶດສະພາ 2026, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຢາລາຍ ແຂວງທາງພາກກາງຂອງ ສສ ຫວຽດນາມ (ແຂວງບິງດິງ ເກົ່າ).
ໃນໂອກາດນີ້, ທ່ານທູດ ຄຳເພົາ ເອີນທະວັນ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ຖາຍ ດ້າຍ ຫງອກ, ຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ ຢາລາຍ ພ້ອມຄະນະທີ່ຫ້ອງວ່າການແຂວງຢາລາຍ. ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງຄະນະນຳແຂວງຢາລາຍ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງແຂວງຢາລາຍ ທີ່ມີຕໍ່ 4 ແຂວງພາກໃຕ້ຂອງລາວ ໃນໄລຍະ 4 ປີຜ່ານມາ (2021-2025), ພິເສດແມ່ນແຜນການຮ່ວມມືໄລຍະ 2026-2030 ທີ່ຫາກໍໄດ້ລົງນາມຮ່ວມກັນລະຫວ່າງແຂວງຢາລາຍ ແລະ 4 ແຂວງທາງພາກໃຕ້ຂອງລາວ. ພ້ອມດຽວກັນນີ້, ທ່ານທູດຍັງມີຄວາມມຸ່ງຫວັງວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນແຂວງຢາລາຍ ກັບບັນດາແຂວງທາງພາກກາງຂອງລາວ ຈະຍິ່ງເພີ່ມທະວີຂຶ້ນບົນຈິດໃຈທີ່ການນຳຂັ້ນສູງລະຫວ່າງສອງພັກ, ສອງລັດໄດ້ກຳນົດໄວ້ໃນການເດີນທາງຢ້ຽມຢາມລັດຖະກິດ ສປປ ລາວ ຂອງສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ຊຶ່ງສອງຝ່າຍໄດ້ເຫັນດີເປັນເອກະພາບຍົກການພົວພັນສອງປະເທດຂຶ້ນສູ່ລະດັບໃໝ່ຄື “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”.
ໃນພິທີຕ້ອນຮັບ, ສະຫາຍ ຖາຍ ດ້າຍ ຫງອກ, ເລຂາພັກແຂວງຢາລາຍ ໄດ້ແຈ້ງໃຫ້ຄະນະຜູ້ແທນສະຖານທູດລາວຊາບກ່ຽວກັບຜົນການໃຫ້ການຊ່ວຍເຫຼືອບັນດາແຂວງທາງພາກໃຕ້ຂອງລາວໄລຍະ 2021-2025 ໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ກະສິກຳ, ວິທະຍາສາດ-ເຕັກໂນໂລຊີ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນ ຊຶ່ງຕົວເລກການຮ່ວມມືໃນການຈັດຕັ້ງປະຕິບັດທັງໄລຍະແມ່ນເກືອບ 116 ຕື້ດົ່ງ.
ໃນໄລຍະ 2026-2030, ແຂວງຢາລາຍ ໄດ້ລົງນາມໃນແຜນການຮ່ວມມືກັບ 4 ແຂວງທາງພາກໃຕ້ຂອງລາວ ຊຶ່ງໃນນັ້ນສຸມໃສ່ການຮ່ວມມື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຮັກສາການຢ້ຽມຢາມ, ເຮັດວຽກ, ອວຍປີໃໝ່ປະຈຳຊາດ; ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ວິທະຍາສາດ-ເຕັກໂນໂລຊີ; ວັດທະນະທຳ, ກິລາ, ທ່ອງທ່ຽວ, ຊາວໜຸ່ມ; ການທູດປະຊາຊົນ; ສົ່ງເສີມການລົງທຶນ, ການຄ້າ, ເຊື່ອມໂຍງວິສາຫະກິດ; ການພົວພັນຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສຳລັບດ້ານການສຶກສາ, ແຂວງຢາລາຍ ຈະໃຫ້ການທຶນການສຶກສາແກ່ 4 ແຂວງພາກໃຕ້ຂອງລາວ ຈຳນວນ 400 ທຶນ (ສະເລ່ຍ 20 ທຶນ/ແຂວງ/ປີ) ໃນນັ້ນມີລະດັບປະລິນຍາໂທ, ປະລິນຍາຕີ ແລະ ຊັ້ນສູງ ຢູ່ສະຖານການສຶກສາພາຍໃນແຂວງຢາລາຍ. ປັດຈຸບັນ ມີນັກສຶກສາລາວ ກຳລັງສຶກສາຮ່ຳຮຽນຢູ່ແຂວງຢາລາຍ ຈຳນວນ 160 ຄົນ, ຍິງ 69 ຄົນ. ນອກຈາກນີ້, ແຂວງຢາລາຍ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອແຂວງພາກໃຕ້ຂອງລາວແຂວງລະ 10 ຕື້ດົ່ງເພື່ອກໍ່ສ້າງໂຄງການມິດຕະພາບໃໝ່ ຫຼື ສ້ອມແປງ, ຍົກລະດັບບັນດາໂຄງການທີ່ແຂວງຢາລາຍ ແລະ ແຂວງບິ່ງດິ້ງ(ໃນເມື່ອກ່ອນ) ໃຫ້ການຊ່ວຍເຫຼືອໃນໄລຍະຜ່ານມາ.
ໃນໂອກາດຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຢາລາຍ, ທ່ານທູດ ຄຳເພົາ ເອີນທະວັນ ພ້ອມຄະນະຍັງໄດ້ໄປຢ້ຽມຢາມ ແລະ ພົບປະກັບນັກສຶກສາລາວທີ່ກຳລັງສຶກສາຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລ ກຸຍເຍີນ ແຂວງຢາລາຍ ອີກດ້ວຍ.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 26/05/2026

ທູດລາວເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດອາແຊກໄບຊານ
-------------***-------------
ຕອນຄ່ຳວັນທີ 25 ພຶດສະພາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ອາແຊກໄບຊານ ຄົບຮອບ 108 ປີ (28/5/1918-28/5/2026) ແລະ ວັນສ້າງການພົວພັນຄູ່ຮ່ວມຍຸດທະສາດ ອາແຊກໄບຊານ ແລະ ຫວຽດນາມ ຄົບຮອບ 01 ປີ (07/5/2025-07/5/2026) ທີ່ສະຖານທູດແຫ່ງ ສ. ອາແຊກໄບຊານ ປະຈຳ ສສ. ຫວຽດນາມ ຈັດຂຶ້ນ ໂດຍມີຜູ້ແທນຈາກລັດຖະບານ, ບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ບັນດາທູຕານຸທູດຕ່າງປະເທດ, ອົງການຈັດຕັ້ງສາກົນປະຈຳ ສສ ຫວຽດນາມ ເຂົ້າຮ່ວມ.
ໃນພິທີ, ທ່ານ Shovgi Mehdizada ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ອາແຊກໄບຊານ ປະຈຳ ສສ. ຫວຽດນາມ ກ່າວວ່າ: ໃນວັນທີ 28 ພຶດສະພາ 1918, ສາທາລະນະລັດ ປະຊາທິປະໄຕ ອາແຊກໄບຊານ - ປະເທດສາທາລະນະລັດປະຊາທິປະໄຕ ແບບລັດຖະສະພາແຫ່ງທຳອິດໃນໂລກອິດສະລາມຕາເວັນອອກ ໄດ້ຖືກສ້າງຕັ້ງຂຶ້ນ. ເຖິງແມ່ນວ່າຈະຄົງຕົວໄດ້ພຽງແຕ່ 23 ເດືອນ ກໍຕາມ ແຕ່ສາທາລະນະລັດປະຊາທິປະໄຕ ອາແຊກໄບຊານ ໄດ້ປະຮ່ອງຮອຍອັນເລິກເຊິ່ງໄວ້ບໍ່ພຽງແຕ່ໃນປະຫວັດສາດ ແຕ່ຍັງຄົງຢູ່ໃນຈິດໃຈຂອງຊາວ ອາແຊກໄບຊານ ທຸກຄົນ.
ໃນສະໄໝອະດີດສະຫະພາບໂຊວຽດ, ອາແຊກໄບຊານ ໄດ້ມີຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ໃນຖານະເປັນໜຶ່ງໃນສາທາລະນະລັດທີ່ສຳຄັນຂອງປະເທດອັນກວ້າງໃຫຍ່ນີ້. ໃນຂະນະດຽວກັນ, ຜົນສຳເລັດໜຶ່ງທີ່ສຳຄັນທີ່ສຸດກໍແມ່ນການສ້າງຕັ້ງສາຍພົວພັນມິດຕະພາບກັບຫວຽດນາມ ໃນປີ 1959. ໃນປີ 2025, ການພົວພັນສອງຝ່າຍໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນໂອກາດການຢ້ຽມຢາມທາງລັດຖະກິດ ອາແຊກໄບຊານ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຕາມຄຳເຊີນຂອງທ່ານ Ilham Aliyev ປະທານາທິບໍດີແຫ່ງ ສ. ອາແຊກໄບຊານ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 26/05/2026

ສະຖານທູດລາວເຂົ້າຮ່ວມພິທີເປີດງານສັບປະດາທ່ອງທ່ຽວ ນິງບິ່ງ 2026
-------------***-------------
ໃນວັນທີ 23 ພຶດສະພາ 2026 ທີ່ຜ່ານມາ, ທີ່ແຂວງ ນິງບິ່ງ, ສສ ຫວຽດນາມ ໄດ້ຈັດງານສັບປະດາທ່ອງທ່ຽວ ນິງບິ່ງ 2026 ພາຍໃຕ້ຫົວຂໍ້ “ນິງບິ່ງ-ການທ່ອງທ່ຽວມໍລະດົກຜ່ານຫຼາຍຍຸກສະໄໝ” ຂຶ້ນຄືກຄຶ້ນ ໂດຍມີທ່ານ ນາງ ຫງວຽນ ທິ ແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ບັນດາການນຳຂັ້ນສູງແຂວງ ນິງບິ່ງ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ຜູ້ແທນຈາກສະຖານທູດລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມ.
ແຂວງ ນິງບິ່ງ ແມ່ນແຂວງໜຶ່ງທີ່ຕັ້ງຢູ່ເຂດທົ່ງພຽງແມ່ນ້ຳແດງ, ພາກເໜືອຂອງ ສສ ຫວຽດນາມ ແລະ ຢູ່ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ປະມານ 93 ກມ, ເປັນດິນແດນທີ່ເຕັມໄປດ້ວຍມໍລະດົກທາງປະຫວັດສາດ, ວັດທະນະທຳຂອງຫວຽດນາມ ແລະ ຂອງໂລກ, ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ຊຶ່ງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ.
ການງານສັບປະດາທ່ອງທ່ຽວ ນິງບິ່ງ ໃນປີນີ້ ແມ່ນກິດຈະກຳໜຶ່ງທີ່ສຳຄັນໃນການນຳສະເໜີ, ໂຄສະນາເຜີຍແຜ່ ຄວາມງົດງາມທາງທຳມະຊາດ, ວັດທະນະທຳ, ຜູ້ຄົນຊາວແຂວງ ນິງບິ່ງ ຕໍ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ລາຍການສະແດງສິລະປະທີ່ນຳມາສະແດງໃນຄັ້ງນີ້ ລ້ວນແຕ່ເປັນລາຍການທີ່ສະແດງໃຫ້ເຫັນເຖິງວັດທະນະທຳຕິດພັນກັບການດຳລົງຊີວິດທັງອະດີດ ແລະ ປັດຈຸບັນ, ເປັນການປຸກລຸກຄວາມພາກພູມໃຈ ແລະ ຄວາມຮັກບ້ານເກີດເມືອງນອນ ພ້ອມທັງເປັນການເຜີຍແຜ່ເຖິງຮູບພາບແຫ່ງດິນແດນ ນິງບິ່ງ ກຳລັງກ້າວຂຶ້ນຢ່າງແຂງແຮງ ແຕ່ຍັງຄົງຮັກສາໄວ້ໄດ້ແກ່ນສານພື້ນເມືອງຂອງຕົນ.
ໃນໂອກາດເດີນທາງເຂົ້າຮ່ວມພິທີເປີດສັບປະດາທ່ອງທ່ຽວ ນິງບິ່ງ 2026 ໃນຄັ້ງນີ້, ທ່ານ ຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມຄະນະຜູ້ແທນຈາກສູນກາງ ແລະ ທ້ອງຖິ່ນ ຍັງໄດ້ເຂົ້າຮ່ວມງານເທດສະການ ສີສັນ ຕາມກົກ-ຈາງອານ 2026 ຊຶ່ງແມ່ນໜຶ່ງໃນບັນດາກິດຈະກຳທີ່ພິເສດໃນງານສັບປະດາທ່ອງທ່ຽວ ນິງບິ່ງ 2026. ໃນປີນີ້ ແມ່ນມີສີສັນສວຍງາມ ແລະ ມີຂະບວນແຫ່ມັງກອນຢູ່ເທິງແມ່ນ້ຳ ໂງດົ່ງ ຈາກທ່າເຮືອ ຕາມກົກ ຫາ ວັດ ເທີ່ນນົງ.
ແຂວງ ນິງບິ່ງ ນັບວ່າເປັນແຂວງໜຶ່ງທີ່ມີຮ່ອງຮອຍປະຫວັດສາດ ແລະ ວັດທະນະທຳຫຼາຍກວ່າ 5,000 ແຫ່ງ, ໃນນັ້ນມີຫຼາຍແຫ່ງແມ່ນມີປະຫວັດຄວາມເປັນມາຕິດພັນກັນກັບ ລາຊະວົງ ດິງ, ຕຽນເລ, ຫຼີ, ເຈີ່ນ ເຊັ່ນ: ເມືອງເກົ່າ ຮວາລື, ວັດ ດອຍເຊີນ, ຫໍໄຫວ້ ເຈີ່ນ - ວັດ ໂຝມິງ, ພະລາຊະວັງ ຝູເຢິຍ ແລະ ອື່ນໆ...; ມີສະຖານທີ່ທ່ຽວທ່ຽວ ແລະ ລະບົບນິເວດທີ່ຫຼາກຫຼາຍໄປດ້ວຍພູຜາອັນສູງຊັນ; ເຂດທ່ອງທ່ຽວທຳມະຊາດ ຈາງອານ ຊຶ່ງເປັນມໍລະດົກທາງວັດທະນະທຳ ແລະ ທຳມະຊາດຂອງໂລກ, ມໍລະດົກປະສົມປະສານແຫ່ງທຳອິດຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້; ມີສວນອຸທິຍານແຫ່ງຊາດ ກຸກເຟືອງ ເປັນສວນອຸທິຍານແຫ່ງຊາດແຫ່ງທຳອິດຂອງຫວຽດນາມ ແລະ ໄດ້ຮັບການຍົກຍ້ອງເປັນສວນອຸທິຍານແຫ່ງຊາດຊັ້ນນຳໃນອາຊີ ເປັນຄັ້ງທີ 6 ຕິດຕໍ່ກັນ; ມີສວນອຸທິຍານແຫ່ງຊາດ ຊວນຖູຍ - ສະຖານທີ່ Ramsar ແຫ່ງທຳອິດຂອງຫວຽດນາມ ໄດ້ຖືກຮັບຮອງເປັນສວນມໍລະດົກອາຊຽນ; ມີເຂດ ຕາມຈຸກ, ເຂດສະຫງວນທຳມະຊາດດິນທາມ ເວີນລອງ ແລະ ອື່ນໆ. ນອກນັ້ນ, ນິງບິ່ງ ຍັງມີຄັງສາງທາງດ້ານວັດທະນະທຳ ແລະ ສາສະໜາທີ່ເຕັມໄປດ້ວຍຄວາມເປັນເອກະລັກ ແລະ ປານີດທີ່ສຸດ ຕິດພັນກັບ 625 ງານບຸນປະເພນີ, ອາຫານພື້ນເມືອງທີ່ອຸດົມສົມບູນ ແລະ ຫຼາກຫຼາຍ. ສິ່ງເຫຼົ່ານີ້ໄດ້ກາຍເປັນພື້ນຖານທີ່ແຂງແຮງໃຫ້ແກ່ແຂວງ ນິງບິ່ງ ພັດທະນາການທ່ອງທ່ຽວແບບຍືນຍົງ, ໂດດເດັ່ນ ແລະ ເປັນເອກະລັກໃນຍຸກສະໄໝໃໝ່.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ
ພາບ: Báo Ninh Bình.

Photos from Embassy of the Lao PDR in Hanoi ສະຖານທູດລາວ ທີ່ ຮ່າໂນ້ຍ's post 26/05/2026

ຂ່າວການເຄື່ອນໄຫວວຽກງານຊາວໜຸ່ມຮາກຖານສະຖານທູດລາວທີ່ຮ່າໂນ້ຍ
-------------*****-------------
ໃນວັນທີ 24 ພຶດສະພາ 2026 ທີ່ຜ່ານມາ, ທີ່ນະຄອນຫຼວງຮ່າໂນ້ຍ, ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳວິທະຍາຄານເຕັກນິກກົດລັບ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການຂໍ້ແຂ່ງຂັນ 4 ບຸກສົກຮຽນ 2025-2026 ໂດຍການເຂົ້າຮ່ວມຂອງສະຫາຍ ເກດສະໜາ ວໍລະເພັດ ເລຂາຄະນະບໍລິຫານງານຊາວໜຸ່ມສະຖານທູດລາວທີ່ຮ່າໂນ້ຍ ພ້ອມຄະນະ.
ໜ່ວຍຊາວໜຸ່ມນັກສຶກສາລາວປະຈຳວິທະຍາຄານເຕັກນິກກົດລັບ ແຫ່ງ ສສ ຫວຽດນາມ ມີສະມາຊິກທັງໝົດ 41 ສະຫາຍ, ຍິງ: 0 ສະຫາຍ. ໃນໄລຍະໜຶ່ງປີຜ່ານມາ, ສະມາຊິກຊາວໜຸ່ມໃນໜ່ວຍ ໄດ້ມີການເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ ໜ້າທີ່ ແລະ ຂໍ້ກຳນົດກົດລະບຽບຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກຢ່າງເຂັ້ມງວດ ຊຶ່ງມັນສະແດງອອກໃນຫຼາຍດ້ານ ເຊັ່ນ: ການຊ່ວຍເຫຼືອເຊິ່ງກັນແລະກັນໃນການສຶກສາຮ່ຳຮຽນ, ມີຄວາມສາມັກຄີພາຍໃນ ພາຍນອກໄດ້ດີ, ມີການປະກອບສ່ວນເຂົ້າໃນຂະບວນການເຄື່ອນໄຫວຕ່າງໆທີ່ທາງໂຮງຮຽນ ກໍຄືສະຖານທູດລາວ ໄດ້ຈັດຂຶ້ນໃນໂອກາດວັນສຳຄັນຕ່າງໆຂອງລາວ ແລະ ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ.
ຜ່ານການຝຶກຝົນຫຼໍ່ຫຼອມ, ຮ່ຳຮຽນ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມໃນໄລຍະສົກຮຽນໜຶ່ງທີ່ຜ່ານມາ, ໜ່ວຍຊາວໜຸ່ມນີ້ ໄດ້ຖືກຮັບຮອງເປັນໜ່ວຍຊາວຫນຸ່ມ 4 ບຸກ, ມີສະມາຊິກຈຳນວນ 14 ສະຫາຍໄດ້ຮັບການຍ້ອງຍໍເປັນຊາວໜຸ່ມ 4 ບຸກ.
ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອສືບຕໍ່ນຳພາສະມາຊິກຊາວໜຸ່ມໃນໜ່ວຍປະຕິບັດໜ້າທີ່ຕາມແຜນການໃຫ້ສຳເລັດຜົນຕາມລະດັບຄາດໝາຍທີ່ວາງເອົາໄວ້.
ໃນໂອກາດໂອ້ລົມຕໍ່ກອງປະຊຸມ, ສະຫາຍ ເກດສະໜາ ວໍລະເພັດ, ເລຂາຄະນະບໍລິຫານງານຊາວຫນຸ່ມຮາກຖານສະຖານທູດລາວ ທີ່ ຮ່າໂນ້ຍ ໄດ້ກ່າວສະແດງຄວາມຊົມເຊີຍຜົນງານທີ່ຄະນະໜ່ວຍຊາວໜຸ່ມນັກສຶກສາລາວປະຈຳວິທະຍາຄານເຕັກນິກກົດລັບ ແຫ່ງ ສສ ຫວຽດນາມ ໄດ້ເອົາໃຈໃສ່ນຳພາເຮັດວຽກງານການເມືອງ-ແນວຄິດຕໍ່ສະມາຊິກໄດ້ດີ ເຮັດໃຫ້ສະມາຊິກມີຄວາມສາມັກຄີ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຊາວໜຸ່ມຢ່າງເປັນຂະບວນ ສົມກັບຄຳຂວັນຂອງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ວ່າ “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ”. ພ້ອມດຽວກັນນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງສືບຕໍ່ຮ່ວມແຮງຮ່ວມໃຈ ພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອໃນການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ສຳເລັດຕາມແຜນວາງເອົາໄວ້.

ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ

Want your business to be the top-listed Government Service in Hanoi?

Click here to claim your Sponsored Listing.

Location

Telephone

Website

Address


2 Nguyễn Gia Thiều
Hanoi

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00