12/04/2026
ໃນວັນທີ 11 ເມສາ 2026 ຜ່ານມາ, ທີ່ວັດໂຟມິງ (Chùa Phố Minh)ໄດ້ຈັດພິທີບຸນປີໃໝ່ຂື້ນ ໂດຍການເປັນປະທານໃຫຍ່ຂອງ ຄູບາ ທິກ ທຽນ ເຕີມ (Thịch Thiện Tâm), ຮອງປະທານສະມາຄົມສົງ ສສ ຫວຽດນາມ ແລະ ໄດ້ຂື້ນກ່າວຄຳເຫັນ ແລະ ອວຍພອນປີໃໝ່ ຈາກນັ້ນທາງກົງສຸນໃຫຍ່ກໍ່ໄດ້ມີຄຳເຫັນອວຍພອນປີໃໝ່ ໂດຍ ທ່ານ ພອນ ສີ ບຸນມີໄຊ, ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມີນ ໂດຍໃນນັ້ນມີການເຂົ້າຮ່ວມຂອງຫຼາຍພາກສ່ວນຈາກການນຳ ສສ ຫວຽດນາມ, ສະມາຄົມຕ່າງໆ ພໍ່ແມ່ ປະຊາຊົນ ແລະ ອ້າຍນ້ອງນັກສຶກສາລາວ-ກຳປູເຈຍ ໃນໂອກາດດັ່ງກ່າວກໍ່ໄດມອບທຶນການສຶກສາໃຫ້ນ້ອງນັກຮຽນລາວ-ກຳປູເຈຍ ຈຳນວນ 40 ທຶນນັບເປັນໂອກາດອັນສຳຄັນຍິ່ງສຳລັບຄົນລາວ ແລະ ນັກສຶກສາລາວທີ່ຢູ່ໄກບ້ານໃນຊ່ວງເວລາອັນພິເສດນີ້ ໄດ້ມີໂອກາດໄດ້ເຂົ້າວັດຮັບພອນ ແລະ ສົ່ງພະຕາມຮີດຄອງປະເພນີອັນດີງາມຂອງລາວ
ພາບ ແລະ ຂ່າວ ສະຖານກົງສຸນໃຫ່ຍ ແຫ່ງ ສປປ ລາວ ທີ່ນະຄອນ ໂຮ່ຈີມິນ
12/04/2026
ພາບບັນຍາກາດການສະເຫຼີມສະຫຼອງປີໃໝ່ລາວ ພສ 2569 ຂອງສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳນະຄອນ ໂຮ່ຈິມີນ ໃນວັນທີ 10 ເມສາ 2026 ຜ່ານມາ, ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍລາວ ປະຈຳນະຄອນ ໂຮ່ຈິມິນ ຕອ້ນຮັບການມາອວຍພອນ ໂດຍຕາງໜ້າເປັນຕົວແທນຂອງການນຳພັກນະຄອນ ໂຮ່ຈິມີນ ນຳໂດຍ ສະຫາຍ ດັງ ມິງ ທົງ, ຮອງຄະນະບໍລິຫານງານພັກ ນະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະ. ນອກນັ້ນ, ກໍ່ຍັງມີຫຼາຍພາກສວ່ນເຂົ້າອວຍພອນເຊັນ: ແນວໂຮມປະທດຊາດປະຈຳນະຄອນ, ບັນດາແຂວງ, ບັນດາພະແນກການ, ບັນດາອົງການຈັດຕັ້ງມະຫາຊົນຂອງນະຄອນໂຮ່ຈີມິນ, ກອງບັນຊາການທະຫານນະຄອນໂຮຈິມິນ, ບັນດາສະມາຄົມ, ບໍລິສັດ ແລະ ບັນດາມະຫາວິທະຍາໄລ ພ້ອມດ້ວຍນັກຮຽນນັກສຶກສາ ບັນຍາກາດດຳເນີນໄປດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງຂອງບັນແຂກທີ່ມາອວຍພອນ.
ພາບ ແລະ ຂ່າວ ສະຖານກົງສຸນໃຫ່ຍ ແຫ່ງ ສປປ ລາວ ທີ່ນະຄອນ ໂຮ່ຈີມິນ
16/02/2026
ໃນວັນທີ 15/2/2026 ທີ່ຜ່ານມາ ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫຍ່ປະຈຳແຫ່ງ ສປປລາວ ປະຈຳນະຄອນໂຮ່ຈີມິນ ໄດ້ເຂົ້າຮ່ວມງານ ຖະໜົນດອກໄມ້ ປະຈຳປີ 2026 ທີ່ທາງນະຄອນໂຮ່ຈີມິນ
08/01/2026
ຊົມເຊີຍຜົນການເລືອກຕັ້ງ ຄະນະກຳມະການກົມການເມືອງສູນກາງພັກ ສະໄໝທີ XII ຢ່າງສຸດໃຈ.
02/12/2025
ຊົມເຊີຍ ວັນສະຖາປະນາ ສປປ ລາວ 50 ປີ ຢ່າງສຸດໃຈ!
28/11/2025
ວັນທີ 27 ພະຈິກ 2025 ທີ່ຜ່ານມາ, ທີ່ນະຄອນໂຮ່ຈິມີນ, ສະຖານກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (02/12/1975-02/12/2025)
ໂດຍໃຫ້ກຽດເຂົ້າຮວ່ມງານຕ່າງໜ້າການນະຄອນໂຮ່ຈິມີນ ທ່ານ ດ່າງ ມິງ ທົງ, ຮອງເລຂາຄະນະພັກ ນະຄອນໂຮ່ຈິມີນ ແລະ ຕ່າງໜ້າພະແນກການຕ່າງໆຂອງນະຄອນໂຮ່ຈິມີນ, ການນຳບັນດາແຂວງພາກໃຕ້ ຫວຽດນາມ, ບັນດາກົງສຸນໃຫ່ຍ ແລະ ກົງສຸນກິຕິມະສັກ, ບັນດາຂະແໜ່ງການຕ່າງໆທີ່ມີຄວາມສຳຄັນ ແລະ ບັນດາພາກສວ່ນທຸລະກິດ ກໍ່ໄດ້ເຂົ້າຮວ່ມ
ໂດຍໃນງານດັ່ງກ່າວ, ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫ່ຍ ແຫ່ງ ສປປ ລາວ ປະຈຳນະຄອນໂຮ່ຈິມີນ ໄດ້ຂື້ນກ່າວໃນພິທີ ເພື່ອສະເໝີເນື້ອໃນຈິດໃຈ ແລະ ການສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແລະ ຜົນງານຂອງ ສປປ ລາວ ຕະຫຼອດໄລຍະເວລາທີ່ຜ່ານມາ ໂດຍໄດ້ມີການສະແດງບົດຟອ້ນ ແລະ ຮອ້ງ ຈາກບັນດານັກສືກສາລາວທີ່ກຳລັງສືກສາຢູ່ນະຄອນໂຮ່ຈິມີນ ບັນຍາກາດເຕັມໄປດວ້ຍຄວາມມວ່ນຊື່ນ ແລະ ເປັນກັນເອງຂອງບັນດາແຂກທີ່ເຂົ້າຮວ່ມ.
24/11/2025
ຊວ່ງບ່າຍຂອງ ວັນທີ 22 ພະຈີກ 2025 ທີ່ຜ່ານມາ, ສະຖານກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ໄດ້ຈັດ ພິທີ ປະຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍການເປັນປະທານຂອງ ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ໂດຍມີບັນຫາພະນັກງານສະຖານກົງສຸນ ແລະ ນັກສືກສາລາວ ທີ່ ກຳລັງສືກສາທີ່ ນະຄອນໂຮ່ຈິມີນ ຈຳນວນຮອ້ຍກວ່າຄົນ ກໍ່ເຂົ້າຮວ່ມໃນງານດັ່ງກ່າວ.
02/11/2025
ໃນບ່າຍຂອງວັນທີ 30 ຕຸລາ 2025 ທີ່ຜ່ານມາ, ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍລາວ ປະຈຳ ນະຄອນໂຮ່ຈິມີນ ໄດ້ເຂົ້າຮວ່ມງານ ພົບປະແລກປ່ຽນ ກັບ ບັນດານັກສືກສາລາວ ທີ່ ແຂວງດົ່ງນາຍ ຈັດໂດຍ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງ ດົ່ງນາຍ.
14/10/2025
ເພື່ອເປັນການຂັບນັບຮັບຕອ້ນ ເນື່ອງໃນໂອກາດ ຄົບຮອບ 50ປີ ວັນຊາດ ສປປ ລາວ ທີ່ໃກ້ຈະມາເຖິງນີ້, ເຊົ້າວັນເສົາທີ 11 ຕຸລາ 2025 ທີ່ຜ່ານມາ, ທ່ານ ພອນສີ ບຸນມີໄຊ ກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ຕ່າງໜ້າ ສະຖານກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ຮວ່ມມືກັບ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມການສືກສາ ໄດ້ຈັດໂຄງການ “ ເຊື່ອມຕໍ່ຄວາມຮັກແພງ - Kết nối yêu thương “ ເພື່ອມອບຂອງຂວັນໃຫ້ແກ່ ແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ນອ້ງນັກຮຽນທີ່ມີຄວາມຫຍຸ້ງຍາກ ແລະ ມອບຕູ້ໜັງສື ໃຫ້ແກ່ຫໍສະມຸດໂຮຽຮຽນ ອະນຸບານ ເຟືອກອານ ໃນເຂດ ກຸດຈິ. ໂດຍມີການເຂົ້າຮວ່ມຈາກຫຼາຍພາກສວ່ນຂອງການນຳເຂດ ກຸດຈິ ບັນຍາກາດເຕັມໄປດວ້ຍຄວາມຮັກແພງ ແລະ ໄດ້ຮັບການຕອ້ນຮັບຢ່າງອົບອຸ່ນຈາກຜູ້ເຂົ້າຮວ່ມໂຄງການ ແລະ ນອ້ງນອ້ຍອະນຸບານ.
02/09/2025
ຊົມເຊີຍ ວັນຊາດ ຄົບຮອບ 80ປີ ສສ ຫວຽດນາມ ຢ່າງສຸດໃຈ
Chúc mừng kỷ niệm 80 năm ngày Quốc Khánh nước CHXHCN Việt Nam (02/09/1945 - 02/09/2025)
30/08/2025
ເຊົ້າວັນທີ 29 ສິງຫາ 2025 ທີ່ຜ່ານມາ, ທ່ານ ພອນສີ ບຸນມີໄຊ, ກົງສຸນໃຫ່ຍ ລາວ ປະຈຳ ນະຄອນໂຮ່ຈິມີນ ໄດ້ເປັນປະທານ ແລະ ຂື້ນກ່າວໃນ “ງານມະຫາກຳ ວັດທະນະທຳ - ອາຫານ ແລະ ການເຊື່ອມໂຍງທາງການຄ້າ ລາວ - ຫວຽດນາມ ປະຈຳປີ 2025”, ໂດຍງານດັ່ງກ່າວສະຖານກົງສຸນໃຫ່ຍ ລາວ ໄດ້ຮວ່ມກັນຈັດຂື້ນກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ປະຈຳ ນະຄອນໂຮ່ຈິມີນ ໂດຍພາກສວ່ນຫົວໜວ່ຍນັກທຸລະກິດລາວໄດ້ເຂົ້າຮວ່ມ 11 ບໍລິສັດ ເປັນຈຳນວນ 21 ບູດ ໃນການຈັດສະແດງ ແລະ ຂາຍສີນຄ້າທີ່ນຳມາຈາກ ສປປ ລາວ. ງານດັ່ງກ່າວແມ່ນໄດ້ຮັບຄວາມສົນໃຈຈາກພໍ່ແມ່ປະຊາຊົນຫວຽດນາມ ກໍ່ຄື ຊາວນະຄອນໂຮ່ຈິມີນ ເປັນຈຳນວນຫຼາຍ, ສຳລັບງານນີ້ ແມ່ນຈັດຂື້ນລະຫວ່າງວັນທີ 29 ສິງຫາ - 2 ກັນຍາ 2025 ທີ່ສວນທອ່ງທ່ຽວວັດທະນະທຳ Suối Tiên.