28/08/2026
การหารือระหว่างสถานเอกอัครราชทูต ณ เวียงจันทน์ และภาคเอกชนไทยใน สปป. ลาว
เมื่อวันที่ 26 สิงหาคม 2569 สถานเอกอัครราชทูต ณ เวียงจันทน์ ได้จัดการหารือกับภาคเอกชนไทยใน สปป. ลาว ณ โรงแรม DoubleTree by Hilton Vientiane โดยมีนางครองขนิษฐ รักษ์เจริญ เอกอัครราชทูต ณ เวียงจันทน์ เป็นประธาน และมีนายทวีป ราชาภักดี ผู้อำนวยการสำนักงานส่งเสริมการค้าในต่างประเทศ ณ เวียงจันทน์ พร้อมด้วยสมาคมนักธุรกิจไทยใน สปป. ลาว และผู้แทนบริษัทเอกชนไทยใน สปป. ลาว จำนวนกว่า 40 บริษัท เข้าร่วม
การหารือในครั้งนี้มีวัตถุประสงค์เพื่อรับฟังข้อคิดเห็นและข้อเสนอแนะจากภาคเอกชนไทยเกี่ยวกับสถานการณ์การดำเนินธุรกิจใน สปป. ลาว รวมถึงแลกเปลี่ยนข้อมูลเกี่ยวกับโอกาส ความท้าทาย และแนวโน้ม ทางเศรษฐกิจและการลงทุนใน สปป. ลาว เพื่อส่งเสริมและสนับสนุนการดำเนินธุรกิจของภาคเอกชนไทยให้มีความเข้มแข็งยิ่งขึ้น
ในโอกาสนี้ เอกอัครราชทูตฯ ได้เน้นย้ำความสำคัญของภาคเอกชนไทยในการขับเคลื่อนความร่วมมือระหว่างไทยกับ สปป.ลาว และความพร้อมของสถานเอกอัครราชทูตฯ ในการสนับสนุนการดำเนินธุรกิจของภาคเอกชนไทย และผู้อำนวยการสำนักงานส่งเสริมการค้าในต่างประเทศฯ ได้บรรยายสรุปสถานการณ์ด้านเศรษฐกิจ การลงทุน และการค้าระหว่างประเทศของ สปป. ลาว ตลอดจนนโยบายที่เกี่ยวข้องกับการดำเนินธุรกิจ นอกจากนี้ นายพีรเวท ณ ระนอง กรรมการผู้จัดการบริษัท พีทีที (ลาว) จำกัด ได้ให้ข้อมูลเกี่ยวกับสถานการณ์น้ำมันเชื้อเพลิงใน สปป. ลาว
การหารือในครั้งนี้สะท้อนความมุ่งมั่นของสถานเอกอัครราชทูตฯ ในการทำงานร่วมกับภาคเอกชนไทยอย่างใกล้ชิด เพื่อขับเคลื่อนความร่วมมือทางเศรษฐกิจระหว่างไทยกับ สปป. ลาว อย่างยั่งยืนต่อไป
ການຫາລືລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ. ລາວ ກັບ ພາກເອກະຊົນໄທໃນ ສປປ ລາວ
ເມື່ອວັນທີ 26 ສິງຫາ 2026, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ. ລາວ ໄດ້ຈັດການຫາລືກັບພາກເອກະຊົນໄທໃນ ສປປ. ລາວ ທີ່ ໂຮງແຮມ DoubleTree by Hilton Vientiane ໂດຍມີ ທ່ານນາງ ຄຣອງຂະນິດ ຣັກຈະເລີນ, ເອກອັກຄະລາຊະທູດໄທ ປະຈຳ ສປປ. ລາວ ເປັນປະທານ. ເຂົ້າຮ່ວມການຫາລືມີ ທ່ານ ທະວີບ ລາຊະພັກດີ, ຜູ້ອໍານວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈຳ ວຽງຈັນ, ສະມາຄົມນັກທຸລະກິດໄທໃນ ສປປ. ລາວ ພ້ອມດ້ວຍຜູ້ແທນຈາກບັນດາບໍລິສັດເອກະຊົນໄທໃນ ສປປ. ລາວ ກວ່າ 40 ບໍລິສັດ.
ການຫາລືໃນຄັ້ງນີ້ ມີຈຸດປະສົງເພື່ອຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີແນະຈາກພາກເອກະຊົນໄທ ກ່ຽວກັບສະພາບການດໍາເນີນທຸລະກິດໃນ ສປປ. ລາວ, ພ້ອມທັງແລກປ່ຽນຂໍ້ມູນກ່ຽວກັບໂອກາດ, ສິ່ງທ້າທາຍ ແລະ ແນວໂນ້ມດ້ານເສດຖະກິດ ແລະ ການລົງທຶນໃນ ສປປ. ລາວ, ເພື່ອສົ່ງເສີມ ແລະ ສະໜັບສະໜູນການດໍາເນີນທຸລະກິດຂອງພາກເອກະຊົນໄທໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ໃນໂອກາດນີ້, ເອກອັກຄະຣາຊະທູດ ໄດ້ເນັ້ນໜັກເຖິງບົດບາດອັນສໍາຄັນຂອງພາກເອກະຊົນໄທໃນການຂັບເຄື່ອນການຮ່ວມມືລະຫວ່າງໄທ ແລະ ສປປ. ລາວ ແລະ ຢືນຢັນເຖິງຄວາມພ້ອມຂອງສະຖານເອກອັກຄະລັດຖະທູດໄທ ໃນການສະໜັບສະໜູນການດໍາເນີນທຸລະກິດຂອງພາກເອກະຊົນໄທ. ພ້ອມນີ້, ຜູ້ອໍານວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ໄດ້ບັນຍາຍສະຫຼຸບສະພາບການດ້ານເສດຖະກິດ, ການລົງທຶນ ແລະ ການຄ້າສາກົນຂອງ ສປປ. ລາວ, ລວມທັງນະໂຍບາຍຕ່າງໆທີ່ກ່ຽວຂ້ອງກັບການດໍາເນີນທຸລະກິດ. ນອກຈາກນີ້, ທ່ານ ພີຣະເວດ ນະ ຣະນອງ, ກໍາມະການຜູ້ຈັດການ ບໍລິສັດ ພີທີທີ (ລາວ) ຈໍາກັດ, ໄດ້ໃຫ້ຂໍ້ມູນກ່ຽວກັບສະພາບການນໍ້າມັນເຊື້ອໄຟໃນ ສປປ. ລາວ.
ການຫາລືໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຖານເອກອັກຄະລັດຖະທູດໄທ ໃນການເຮັດວຽກຮ່ວມກັບພາກເອກະຊົນໄທຢ່າງໃກ້ຊິດ ເພື່ອຂັບເຄື່ອນ ແລະ ສົ່ງເສີມການຮ່ວມມືດ້ານເສດຖະກິດລະຫວ່າງໄທ ແລະ ສປປ. ລາວ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕໍ່ໄປ.
Royal Thai Embassy in Vientiane hosted a Thai Business Dialogue with Thai Private Sector in the Lao PDR
On 26 August 2026, the Royal Thai Embassy in Vientiane organised a Thai Business Dialogue at DoubleTree by Hilton Vientiane. The event was chaired by H.E. Mrs. Krongkanit Rakcharoen, Ambassador of Thailand to the Lao PDR, and attended by Mr. Thaweep Rachaphakdee, Director of the Office of Commercial Affairs in Vientiane, as well as the Thai Business Association of the Lao PDR and representatives from more than 40 Thai companies in the Lao PDR.
The Dialogue provided a platform for the Embassy and the Thai business community to exchange views and provide information on business opportunities, challenges, and investment trends as well as business environment and economic developments in the Lao PDR. The discussion sought to explore ways to further promote and support Thai private sector to strengthen their businesses in the Lao PDR.
On this occasion, the Ambassador underscored the important role of the Thai private sector in advancing economic cooperation between Thailand and the Lao PDR and reaffirmed the Embassy’s readiness to support Thai businesses. Furthermore, the Director of the Office of the Commercial Affairs provided an overview of economic, trade, and investment situation in the Lao PDR as well as relevant policies affecting Thai investment. In addition, Mr. Peravej Na Ranong, Managing Director of PTT (Lao) Limited, gave an update on the fuel situation in the Lao PDR.
The event reflects the Royal Thai Embassy’s commitment to work closely with the Thai private sector to promote and strengthen economic cooperation between Thailand and the Lao PDR.