U.S. Embassy Vientiane

  • Home
  • U.S. Embassy Vientiane
Call Directions Website Contact the organization

U.S. Embassy Vientiane Welcome to the official page of the U.S. Embassy in Vientiane, Laos. Terms of Use: state.gov/tou

🎬 ງານສາຍຮູບເງົາອາເມລິກາ ແລະ ພົບປະອະດີດນັກສຶກສາ– ຄັ້ງທີ 3!ທ່ານພ້ອມແລ້ວບໍ ສຳລັບຄ່ຳຄືນແຫ່ງສຽງດົນຕີ, ຮູບເງົາ ແລະ ການສ້າງສາຍສ...
22/09/2026

🎬 ງານສາຍຮູບເງົາອາເມລິກາ ແລະ ພົບປະອະດີດນັກສຶກສາ– ຄັ້ງທີ 3!

ທ່ານພ້ອມແລ້ວບໍ ສຳລັບຄ່ຳຄືນແຫ່ງສຽງດົນຕີ, ຮູບເງົາ ແລະ ການສ້າງສາຍສຳພັນໃໝ່ໆ? ມາຮ່ວມກັບພວກເຮົາທີ່ສູນອາເມຣິກາ ວຽງຈັນ ສຳລັບກິດຈະກຳຄັ້ງສຸດທ້າຍຂອງ “Alumni Engagement Through Film” ເຊິ່ງເປັນສ່ວນໜຶ່ງຂອງຊຸດຮູບເງົາ “Freedom 250”!

ໃນເດືອນນີ້, ພວກເຮົາໄດ້ເປີດໂອກາດໃຫ້ບັນດາບຸກຄົນຜູ້ມີຄວາມສົນໃຈ ແລະ ອະດີດນັກສຶກສາ ມາພົບປະ, ສ້າງສາຍສຳພັນ, ສຳຜັດຮູບເງົາ ແລະ ສຽງດົນຕີກັບພວກເຮົາ.

🎷 ພິເສດການສະແດງດົນຕີສົດ: ມ່ວນຊື່ນໄປກັບການສະແດງດົນຕີຈາກວົງ Lao Jazzanova ທີ່ຈະມາສ້າງບັນຍາກາດດ້ວຍສຽງດົນຕີແຈັສ, ຄວາມສ້າງສັນ ແລະ ມົນສະເໜ່ຂອງຮູບເງົາອາເມຣິກາ.

📽️ ຮູບເງົາປະຈຳຄ່ຳຄືນ: ຮູບເງົາເພງອາເມຣິກາຊື່ດັງ ດຳເນີນເລື່ອງຢູ່ທີ່ນະຄອນລອສແອນເຈລິສ ເປັນເລື່ອງລາວຂອງນັກສະແດງຍິງຜູ້ມີຄວາມຝັນ ແລະ ນັກດົນຕີແຈັສຜູ້ຫຼົງໄຫຼໃນດົນຕີ ພວກເຂົາໄລ່ຕາມຄວາມຝັນ, ໂດຍຜ່ານໂອກາດ, ສິ່ງທ້າທາຍ ແລະ ທາງເລືອກຕ່າງໆ ທີ່ມາພ້ອມກັບຄວາມທະເຍີທະຍານ ແລະ ຄວາມສຳເລັດ. ດ້ວຍບົດເພງແຫ່ງຄວາມຊົງຈຳ, ຮູບພາບທີ່ສວຍງາມ ແລະ ການກິ່ນອາຍຂອງ Hollywood ດັ້ງເດີມ ໃນຮູບແບບສະໄໝໃໝ່.

📅 ວັນທີ: ວັນສຸກ, 25 ກັນຍາ 2026
⏰ ເວລາ: 17:00 – 21:30
📍 ສະຖານທີ່: ສູນອາເມຣິກາ ວຽງຈັນ
🎟️ ເຂົ້າຮ່ວມຟຣີ! ແນະນຳໃຫ້ລົງທະບຽນລ່ວງໜ້າ. ຜູ້ທີ່ບໍ່ໄດ້ລົງທະບຽນລ່ວງໜ້າກໍສາມາດເຂົ້າຮ່ວມໄດ້.

[ https://forms.gle/pYxoDiX1qQx8ZQvu8 ]

ມາຮ່ວມມ່ວນຊື່ນກັບສຽງດົນຕີ, ຮູບເງົາດີໆ ແລະ ຄ່ຳຄືນແຫ່ງການພົບປະ, ສົນທະນາ ແລະ ສ້າງເຄືອຂ່າຍ ເພື່ອປິດທ້າຍຊຸດກິດຈະກຳ Alumni Engagement Through Film ໄປພ້ອມກັນ. ແລ້ວພົບກັນ!


🎬 American Movie Night & Alumni Networking Experience – Series 3!

Ready for an evening of music, film, and new connections? Join us at the American Center in Vientiane for the final edition of "Alumni Engagement Through Film," part of our Freedom 250 movie series!

This month, we’re bringing together members of the public and alumni of U.S. government-sponsored exchange programs to connect and celebrate American film and music through a memorable evening under the stars.

🎷 Special Live Performance: Enjoy live music by Lao Jazzanova, setting the mood for an evening inspired by jazz, creativity, and the magic of American cinema.
📽️ Featured Screening: A celebrated American musical film set in Los Angeles, following an aspiring actress and a passionate jazz musician as they pursue their dreams and navigate the opportunities, challenges, and choices that come with ambition and success. Featuring memorable music, vibrant visuals, and a modern tribute to classic Hollywood, the film celebrates creativity and the pursuit of dreams.

📅 Date: Friday, September 25, 2026
⏰ Time: 17:00 – 21:30
📍 Location: American Center Vientiane
🎟️ Admission: Free! Registration is encouraged. Walk-ins are also welcome, subject to seat availability.

[ https://forms.gle/pYxoDiX1qQx8ZQvu8 ]

Come enjoy live music, a great film, and an evening of networking and conversation as we close out our Freedom 250 Alumni Engagement Through Film series. We look forward to seeing you!

ເມື່ອຫວ່າງບໍ່ດົນມານີ້, ທ່ານຮອງເອກອັກຄະລັດຖະທູດ ໄຣອັນ ໂຣເບີດສ໌ ໄດ້ຮ່ວມກັບບັນດາເຈົ້າຫນ້າຂັ້ນສູງຈາກສາທາລະນະສຸກ ເພື່ອມອບປຶ້ມ...
21/09/2026

ເມື່ອຫວ່າງບໍ່ດົນມານີ້, ທ່ານຮອງເອກອັກຄະລັດຖະທູດ ໄຣອັນ ໂຣເບີດສ໌ ໄດ້ຮ່ວມກັບບັນດາເຈົ້າຫນ້າຂັ້ນສູງຈາກສາທາລະນະສຸກ ເພື່ອມອບປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ຈຳນວນ 30,000 ຫົວ ໃຫ້ແກ່ສູນສຸຂະພາບແມ່ ແລະ ເດັກ. ປຶ້ມບັນທຶກເຫຼົ່ານີ້ຈະຊ່ວຍໃຫ້ບັນດາບຸກຄະລາກອນທາງການແພດສາມາດຕິດຕາມ, ໃຫ້ບໍລິການ ແລະ ຈັດການການດູແລຮັກສາທີ່ຊ່ວຍຊີວິດແມ່ ແລະ ເດັກເກີດໃໝ່ໄດ້. ການມອບປຶ້ມດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການສົ່ງເສີມສຸຂະພາບແມ່ ແລະ ເດັກ ໃນ ສປປ ລາວ ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ, ເຊິ່ງຈັດຕັ້ງປະຕິບັດໂດຍອົງການ JSI ຮ່ວມກັບກະຊວງສາທາລະນະສຸກ.

Deputy Chief of Mission Ryan Roberts recently joined local health leaders to present 30,000 Maternal and Child Health Registration Books to the National Center for Maternal and Child Health. These handbooks help healthcare workers to track, deliver, and manage life-saving care for mothers and newborns. This donation is part of the U.S. Department of State’s Laos Maternal and Child Health project, carried out by JSI alongside the Ministry of Health.

18/09/2026
ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ແຫ່ງ ສະຫະລັດອາເມລິກາ (USPTO) ຮ່ວມກັບ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແ...
17/09/2026

ສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ແຫ່ງ ສະຫະລັດອາເມລິກາ (USPTO) ຮ່ວມກັບ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຮ່ວມກັນເຊັນລົງນາມຖະແຫຼງການສະແດງເຈດຈຳນົງຮ່ວມກັນຢ່າງເປັນທາງການ ເພື່ອເລັ່ງລັດຂະບວນການພິຈາລະນາຄໍາຮ້ອງຂໍສິດທິບັດໃຫ້ໄວຂຶ້ນ. ຂໍ້ຕົກລົງອັນສຳຄັນສະບັບນີ້ ຊ່ວຍໃຫ້ການປົກປ້ອງແນວຄິດປະດິດສ້າງຕ່າງໆ ຢູ່ ສປປ ລາວ ສາມາດດໍາເນີນໄດ້ງ່າຍ ແລະ ໄວຂຶ້ນ ໂດຍເປີດໂອກາດໃຫ້ທາງບັນດາອຳນາດການປົກຄອງ ສາມາດນໍາຜົນປະໂຫຍດຈາກການກວດສອບ ທີ່ມີມາດຕະຖານລະດັບໂລກ ເຊິ່ງດຳເນີນການໂດຍ USPTO

The United States Patent and Trademark Office and the Department of Intellectual Property of the Ministry of Industry and Commerce of the Lao PDR have officially signed a Joint Statement of Intent to fast track patent applications. This landmark agreement makes it easier and faster to protect innovative ideas in the Lao PDR by allowing local authorities to leverage the world-class review work already completed by the USPTO.

ສຸກສັນວັນລັດຖະທຳມະນູນ! ມື້ນີ້, ພວກເຮົາສະເຫຼີມສະຫຼອງສິດເສລີພາບ ແລະ ຄຸນຄ່າອັນສູງສົ່ງທີ່ໄດ້ຖືກບັນຈຸໄວ້ໃນເອກະສານກໍ່ຕັ້ງຂອງພວ...
17/09/2026

ສຸກສັນວັນລັດຖະທຳມະນູນ! ມື້ນີ້, ພວກເຮົາສະເຫຼີມສະຫຼອງສິດເສລີພາບ ແລະ ຄຸນຄ່າອັນສູງສົ່ງທີ່ໄດ້ຖືກບັນຈຸໄວ້ໃນເອກະສານກໍ່ຕັ້ງຂອງພວກເຮົາ ນັບແຕ່ປີ ຄ.ສ. 1787 ເປັນຕົ້ນມາ.

Happy Constitution Day! Today, we’re celebrating the freedoms and values enshrined in our founding document since 1787.

ເນື່ອງໃນວັນລັດຖະທຳມະນູນປີນີ້, ພວກເຮົາຮ່ວມກັນສະເຫຼີມສະຫຼອງເອກະສານໃນການສ້າງຕັ້ງຊາດ ພ້ອມທັງຮ່າງກົດໝາຍວ່າດ້ວຍສິດທິ ຊຶ່ງເປັນຫ...
16/09/2026

ເນື່ອງໃນວັນລັດຖະທຳມະນູນປີນີ້, ພວກເຮົາຮ່ວມກັນສະເຫຼີມສະຫຼອງເອກະສານໃນການສ້າງຕັ້ງຊາດ ພ້ອມທັງຮ່າງກົດໝາຍວ່າດ້ວຍສິດທິ ຊຶ່ງເປັນຫຼັກປະກັນສິດເສລີພາບ ແລະ ອິດສະລະພາບຂອງພວກເຮົາ.

This Constitution Day, we’re celebrating our founding document and the Bill of Rights that protects our freedoms and secures our liberties.

ຢ່າລືມສະໝັກຂໍໃບປ່ອນລົງຄະແນນສຽງທາງໄປສະນີໃໝ່ທຸກປີ! ຕ້ອງການຂໍ້ມູນເພີ່ມເຕີມ, ສາມາດເຂົ້າເບິ່ງໄດ້ທີ່ www.fvap.govRemember to s...
16/09/2026

ຢ່າລືມສະໝັກຂໍໃບປ່ອນລົງຄະແນນສຽງທາງໄປສະນີໃໝ່ທຸກປີ! ຕ້ອງການຂໍ້ມູນເພີ່ມເຕີມ, ສາມາດເຂົ້າເບິ່ງໄດ້ທີ່ www.fvap.gov

Remember to submit a new absentee ballot request every year️! For more info, visit www.fvap.gov

15/09/2026

ພວກເຮົາເປັນຄູ່ຮ່ວມມືທາງດ້ານເສດຖະກິດຊັ້ນນຳຂອງບັນດາປະເທດສະມາຊິກອາຊຽນ ໂດຍມີມູນຄ່າການຄ້າສິນຄ້າ ແລະ ການບໍລິການລວມກັນຫຼາຍກວ່າ 571 ຕື້ໂດລາສະຫະລັດ ໃນປີ 2024. ສະຫະລັດອາເມລິກາຄາດຫວັງໃຫ້ມີການຄ້າທີ່ເປັນທຳ ແລະ ຕອບແທນກັນຢ່າງສະເໝີພາບ. ພວກເຮົາແກ້ໄຂບັນຫາການບິດເບືອນຕະຫຼາດ, ການຂາດດຸນທາງການຄ້າ, ແລະ ຄວາມບໍ່ສົມດຸນທາງລະບົບ ທີ່ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງຊາວອາເມລິກາ ແລະ ປະຊາຊົນທົ່ວພາກພື້ນ.

We are a leading economic partner of ASEAN member countries, with trade in goods and services totaling more than $571 billion in 2024.
The United States expects fair and reciprocal trade. We address market distortions, trade deficits, and systemic imbalances that threaten the livelihoods of Americans and people across the region.

ຂໍ້ແຈ້ງເຕືອນ: ເພື່ອນຳໃຊ້ບໍລິການຕໍ່ອາຍຸໜັງສືຜ່ານແດນທາງອອນລາຍ, ທ່ານຈຳເປັນຕ້ອງຢູ່ໃນລັດ ຫຼື ດິນແດນຂອງສະຫະລັດອາເມລິກາ ໃນຂະນະທ...
15/09/2026

ຂໍ້ແຈ້ງເຕືອນ: ເພື່ອນຳໃຊ້ບໍລິການຕໍ່ອາຍຸໜັງສືຜ່ານແດນທາງອອນລາຍ, ທ່ານຈຳເປັນຕ້ອງຢູ່ໃນລັດ ຫຼື ດິນແດນຂອງສະຫະລັດອາເມລິກາ ໃນຂະນະທີ່ດຳເນີນການຕໍ່ອາຍຸ. ພາຍຫຼັງທີ່ທ່ານໄດ້ສົ່ງໃບສະໝັກທາງອອນລາຍແລ້ວ, ໜັງສືຜ່ານແດນສະບັບເກົ່າຂອງທ່ານຈະຖືກຍົກເລີກໂດຍອັດຕະໂນມັດຢູ່ໃນລະບົບຂອງພວກເຮົາທັນທີ, ເຮັດໃຫ້ບໍ່ສາມາດນຳໃຊ້ເພື່ອການເດີນທາງໄດ້ອີກຕໍ່ໄປ ເຖິງແມ່ນວ່າຍັງບໍ່ທັນຄົບກຳນົດໝົດອາຍຸກໍຕາມ. ກໍລະນີທີ່ທ່ານເປັນພົນລະເມືອງສະຫະລັດອາເມລິກາທີ່ພັກອາໄສຢູ່ຕ່າງປະເທດ, ຂໍໃຫ້ທ່ານດຳເນີນການຕໍ່ອາຍຸໜັງສືຜ່ານແດນ ຢູ່ທີ່ສະຖານທູດ ຫຼື ສະຖານກົງສຸນສະຫະລັດອາເມລິກາທີ່ໃກ້ທີ່ສຸດ.

Reminder: To use Online Passport Renewal, you must be located in a U.S. state or territory at the time you renew. As soon as you submit your online application, your existing passport will be automatically canceled in our systems, making it invalid for travel even if it hasn’t expired. If you’re a U.S. citizen living abroad, renew your passport at the nearest U.S. embassy or consulate.

ມາຮ່ວມຕອບຄຳຖາມກັບກິດຈະກຳ Freedom 250 ເພື່ອລຸ້ນຮັບຈອກນ້ຳສຸດພິເສດຈາກພວກເຮົາ!"ເອກະສານສຳຄັນສະບັບໃດທີ່ຂຽນຂຶ້ນໂດຍທ່ານ Thomas J...
14/09/2026

ມາຮ່ວມຕອບຄຳຖາມກັບກິດຈະກຳ Freedom 250 ເພື່ອລຸ້ນຮັບຈອກນ້ຳສຸດພິເສດຈາກພວກເຮົາ!

"ເອກະສານສຳຄັນສະບັບໃດທີ່ຂຽນຂຶ້ນໂດຍທ່ານ Thomas Jefferson ເປັນຫຼັກ?
🎯 ຕອບຄຳຖາມເລີຍໃນຄອມເມັ້ນເພື່ອລຸ້ນຮັບຂອງລາງວັນ

A. ກົດໝາຍວ່າດ້ວຍສິດທິ (The Bill of Rights)
B. ລັດຖະທຳມະນູນ (The Constitution)
C. ການປະກາດອິດສະລະພາບແຫ່ງສະຫະລັດ ອາເມລິກາ (The Declaration of Independence)
D. ບົດຄວາມເຟເດີຣາລິສ (The Federalist Papers)

ຜູ້ໂຊກດີ 3 ທ່ານຈະຖືກເລືອກແບບສຸ່ມຈາກບັນດາຜູ້ທີ່ຕອບຄຳຖາມຖືກທັງຫມົດ. ທ່ານມີເວລາ 2 ອາທິດໃນການຮ່ວມຕອບ ໂດຍ 1 ທ່ານສາມາດຕອບໄດ້ພຽງ 1 ຄັ້ງເທົ່ານັ້ນ. ພວກເຮົາຈະປະກາດລາຍຊື່ຜູ້ໄດ້ຮັບລາງວັນໄວໆນີ້.

🎉 ວິທີຮ່ວມຫຼິ້ນກິດຈະກຳ:
✔️ ຕອບຄຳຖາມໃນຄອມເມັ້ນ
✔️ ກົດຕິດຕາມເພຈຂອງພວກເຮົາ
✔️ ຢ່າລືມແຊຣຕໍ່ໃຫ້ໝູ່ເພື່ອນຂອງທ່ານເພື່ອມາຮ່ວມຫຼິ້ນກິດຈະກຳນຳກັນ
✔️ ຜູ້ທີ່ມີສິດຮັບລາງວັນຈະຕ້ອງອາໄສຢູ່ ສປປລາວເທົ່ານັ້ນ
✔️ ໝົດເຂດຮ່ວມຕອບວັນທີ 1 ຕຸລາ 2026

Which key document was written primarily by Thomas Jefferson?
🎯 Answer in the comments for a chance to win a special gift!
A. The Bill of Rights
B. The Constitution
C. The Declaration of Independence
D. The Federalist Papers
Three lucky winners will be chosen at random from those who answered correctly. You have two weeks to enter. One answer per person. Winners will be announced.
🎉Instructions
✔️ Answer the question in the comment
✔️ Follow our page
✔️ Share with your friends so they can join the fun!
✔️ Only residents of Laos are eligible to receive the prize
✔️ Deadline: October 1, 2026

Address


Opening Hours

Monday 08:00 - 12:00
13:00 - 17:00
Tuesday 08:00 - 12:00
13:00 - 17:00
Wednesday 08:00 - 12:00
13:00 - 17:00
Thursday 08:00 - 12:00
13:00 - 17:00
Friday 08:00 - 12:00
13:00 - 17:00

Telephone

+85621487000

Alerts

Be the first to know and let us send you an email when U.S. Embassy Vientiane posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to U.S. Embassy Vientiane:

Shortcuts

  • Want your organization to be the top-listed government service?

Share