Rural Development Agency RDA.

Call Directions Website Contact the organization

Rural Development Agency RDA. Our Vision: A model agency that inspires and empowers rural communities. Our vision is to become a model Agency that inspires and empowers rural communities.

Our mission:
Facilitating a holistic self-sustaining capacity strengthening and quality service provision in community education, environmental health and youth empowerment for a healthy and prosperous people of Laos. Overall Objective:
- To provide holistic community learning model for improved and alternative livelihoods.
- To engage and build capacity of communities; youth and women to participate in the development rural communities.
- To provide capacity building services on behalf of partners for community development and sustainability.

ຮ່ວມຕອບແບບສອບຖາມຄວາມຄິດເຫັນສະມາຊິກ CSO, ເຄືອຂ່າຍ ແລະ ຄູ່ຮ່ວມພັດທະນາ - National CSOs Fair 2026ລິ້ງ:https://ee.kobotoolbox...
02/10/2026

ຮ່ວມຕອບແບບສອບຖາມຄວາມຄິດເຫັນສະມາຊິກ CSO, ເຄືອຂ່າຍ ແລະ ຄູ່ຮ່ວມພັດທະນາ - National CSOs Fair 2026
ລິ້ງ:https://ee.kobotoolbox.org/x/j4SdRE01

National CSOs Fair 2026 ມີເປົ້າໝາຍເປັນເວທີໃຫ້ບັນດາອົງການຈັດຕັ້ງສັງຄົມລາວ ໄດ້ພົບປະ, ແລກປ່ຽນ, ຮຽນຮູ້, ສ້າງການຮ່ວມມື ແລະ ຮ່ວມກັນຈັດຕັ້ງປະຕິບັດໃນປະເດັນທີ່ສໍາຄັນ.

ກ່ອນການວາງແຜນ, ອອກແບບກິດຈະກໍາ ແລະ ຮູບແບບຂອງງານ, ພວກເຮົາຢາກຮັບຟັງຄໍາຄິດເຫັນຈາກສະມາຊິກ CSO, ເຄືອຂ່າຍ ແລະ ຄູ່ຮ່ວມພັດທະນາ ວ່າ ທ່ານຢາກເຫັນຫຍັງ, ຢາກຮຽນຮູ້ຫຍັງ ແລະ ຢາກຮ່ວມກັນລົງມືເຮັດຫຍັງ ໃນ National CSOs Fair 2026 ທີ່ຄາດຄະເນໄວ້ວ່າຈະຈັດຂື້ນໃນທ້າຍເດືອນ ພະຈິກ(11) 2026 ທີ່ຈະມານີ້, ການຕອບແບບສອບຖາມແມ່ນຈະໃຊ້ເວລາປະມານ 5 ນາທີ.

ຂອບໃຈທຸກທ່ານສຳລັບການຮ່ວມຕອບແບບສອບຖາມ ແລະ ແບ່ງປັນຄຳຄິດເຫັນໃຫ້ພວກເຮົາ, ທຸກຄຳຕອບ ແລະ ທຸກຄຳເຫັນຂອງທ່ານ ມີຄຸນຄ່າ ແລະ ເປັນສ່ວນສຳຄັນໃນການພັດທະນາວຽກງານຂອງພວກເຮົາ. ຂອບໃຈສຳລັບການຮ່ວມມື! 🙏✨

ລິ້ງ: https://ee.kobotoolbox.org/x/j4SdRE01

22/09/2026

SAVE THE DATE AND REGISTER.

ຄະນະກະເສດສາດ ຮຽນກ່ຽວກັບຫຍັງ? ຈົບແລ້ວໄປໃສ? 🤔
ຄຳຕອບອາດບໍ່ແມ່ນແບບທີ່ເຈົ້າຄິດ!
🎥 ມາຮັບຟັງການແນະນຳຈາກຕົວແທນນັກສືກສາ ຄະນະກະເສດສາດ
ແລ້ວເປີດມຸມມອງໃໝ່ໆ ກ່ຽວກັບການຮຽນ ແລະ ອາຊີບໃນອະນາຄົດ! 🌾✨
ຮຽນກະເສດສາດ = ມີຫຼາຍກວ່າການປູກ 🌱
ລົງທະບຽນຜ່ານລິ້ງ https://forms.gle/ctEFv2WYAnjenCSGA ຫຼື ສະແກນຄິວອາ.

ໃນວັນທີ 29/09/2026, ເວລາ: 10:00 - 11:30.
#ໄວໜຸ່ມກັບນິເວດກະສິກຳ2026

ຮັບສະໝັກພະນັກງານຮຽນຮູ້ ການບັນຊີ-ການເງິນໄລຍະເວລາວຽກ:  ທົດລອງງານ 6 ເດືອນ  (ຜ່ານ ແລະ ສາມາດຕໍ່ສັນຍາໄດ້ປີຕໍ່ປີ)ລາຍລະອຽດໜ້າວຽກ...
16/09/2026

ຮັບສະໝັກພະນັກງານຮຽນຮູ້ ການບັນຊີ-ການເງິນ
ໄລຍະເວລາວຽກ: ທົດລອງງານ 6 ເດືອນ (ຜ່ານ ແລະ ສາມາດຕໍ່ສັນຍາໄດ້ປີຕໍ່ປີ)
ລາຍລະອຽດໜ້າວຽກ: https://rdalaos.org/procurement-trainee/
ສົ່ງ CV ເພື່ອສະໝັກວຽກທີ່: [email protected]
ຫຼື ສະໝັກອອນລາຍໄດ້ທີ່ລິ້ງນີ້: https://forms.gle/oJxhDLdkyJnToA4g6
__________________________
ປິດຮັບສະໝັກວັນທີ 30 ກັນຍາ (9) 2026
ສອບຖາມຂໍ້ມູນເພີ່ມຕື່ມ: 020 020 523 488 98, 020 943 107 25

05/09/2026
ສູນພັດທະນາຊົນນະບົດ ຮ່ວມຈັດຕັ້ງປະຕິບັດກັບ ສູນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ ໃນການຈັດກອງປະຊຸມສຳມະນາຮຽບຮຽງຮ່າງຄູ່ມື “ການສົນ...
26/08/2026

ສູນພັດທະນາຊົນນະບົດ ຮ່ວມຈັດຕັ້ງປະຕິບັດກັບ ສູນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ ໃນການຈັດກອງປະຊຸມສຳມະນາຮຽບຮຽງຮ່າງຄູ່ມື “ການສົນທະນາຊຸມຊົນ, ແຜນນ້ຳປອດໄພ ແລະ ການຄຸ້ມຄອງ-ນຳໃຊ້ລະບົບນ້ຳສະອາດທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ”. ການດຳເນີນງານດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ UNICEF Laos ໂດຍມີພາກສ່ວນວິຊາການຈາກຫຼາຍອົງການ ແລະ ບັນດາ INGO ທີ່ປະຈຳຢູ່ໃນ ສປປ ລາວ ເຂົ້າຮ່ວມ.

ການສຳມະນາຄັ້ງນີ້ ເນັ້ນໃສ່ການແລກປ່ຽນຄວາມຮູ້, ປະສົບການ ແລະ ຂໍ້ສະເໜີຈາກຫຼາຍພາກສ່ວນ ເພື່ອຮ່ວມກັນປັບປຸງເນື້ອໃນຂອງຄູ່ມືໃຫ້ມີຄວາມຊັດເຈນ, ສາມາດນຳໃຊ້ໄດ້ຈິງ ແລະ ສອດຄ່ອງກັບສະພາບການຂອງຊຸມຊົນໃນ ສປປ ລາວ. ໂດຍສະເພາະ ການສ້າງແນວທາງໃຫ້ຊຸມຊົນສາມາດຮ່ວມກັນວາງແຜນ, ຄຸ້ມຄອງ ແລະ ນຳໃຊ້ລະບົບນ້ຳສະອາດຢ່າງຍືນຍົງ ພ້ອມທັງສາມາດຮັບມື ແລະ ປັບຕົວຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ຄູ່ມືສະບັບນີ້ ຄາດໝາຍວ່າຈະຮຽບຮຽງ ແລະ ສຳເລັດພາຍໃນເດືອນ ພະຈິກ ປີ 2026. ພາຍຫຼັງຈາກນັ້ນ ຈະມີການຈັດກອງປະຊຸມເຜີຍແຜ່ອີກຄັ້ງ ເພື່ອນຳສະເໜີຄູ່ມືສະບັບສຳເລັດ, ສ້າງຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມການນຳໃຊ້ຄູ່ມືໃນການດຳເນີນງານຕົວຈິງຢູ່ລະດັບຊຸມຊົນ.

ການຮ່ວມມືຂອງຫຼາຍພາກສ່ວນໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການສ້າງເຄື່ອງມືທີ່ແທດເໝາະກັບບໍລິບົດຂອງ ສປປ ລາວ ເພື່ອສະໜັບສະໜູນຊຸມຊົນໃຫ້ມີນ້ຳສະອາດ, ປອດໄພ ແລະ ມີລະບົບນ້ຳທີ່ສາມາດດຳລົງຢູ່ໄດ້ຢ່າງຍືນຍົງ ທ່າມກາງຄວາມທ້າທາຍຈາກການປ່ຽນແປງດິນຟ້າອາກາດ.

📢 ທ່ານເປັນໄວໜຸ່ມຄົນໜຶ່ງທີ່ຢາກເປັນສ່ວນໜຶ່ງໃນການສ້າງຄວາມປ່ຽນແປງ ແລະ ປົກປັກຮັກສາສິ່ງແວດລ້ອມເພື່ອອະນາຄົດບໍ? 🌿✨ໂອກາດດີໆມາຮອດແ...
20/08/2026

📢 ທ່ານເປັນໄວໜຸ່ມຄົນໜຶ່ງທີ່ຢາກເປັນສ່ວນໜຶ່ງໃນການສ້າງຄວາມປ່ຽນແປງ ແລະ ປົກປັກຮັກສາສິ່ງແວດລ້ອມເພື່ອອະນາຄົດບໍ? 🌿✨

ໂອກາດດີໆມາຮອດແລ້ວ! ໂຄງການ "PROJECT BRIDGE" ປະກາດຮັບສະໝັກ ຕົວແທນໄວໜຸ່ມ ຈຳນວນ 20 ຄົນ (ຈາກ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ) ເພື່ອເຂົ້າຮ່ວມເສັ້ນທາງການພັດທະນາສັກກະຍະພາບ ໄລຍະເວລາ 3 ເດືອນ ໃສ່ວຽກງານດ້ານສິ່ງແວດລ້ອມ! 🇱🇦💡

ໂຄງການນີ້ແມ່ນຫຍັງ?
PROJECT BRIDGE ແມ່ນໂຄງການໄລຍະສັ້ນ ເພື່ອເຊື່ອມສານໄວໜຸ່ມເຂົ້າໃນວຽກງານການບໍລິໂພກ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ (SCP), ການຈັດການສິ່ງເສດເຫຼືອ ແລະ ວຽກງານການປ່ຽນແປງສະພາບດິນຟ້າອາກາດ.

📌 ເສັ້ນທາງການຮຽນຮູ້ ແລະ ພັດທະນາ 3 ເດືອນ:
1️⃣ ເຂົ້າຮ່ວມ BOOTCAMP (8-10 ຕຸລາ 2026): ຄ້າຍຝຶກອົບຮົມຜູ້ນຳໄວໜຸ່ມ 3 ມື້ (ຮຽນຮູ້ SCP, ການເຮັດວຽກເປັນທີມ, ການສື່ສານ, ການສຶກສາສິ່ງແວດລ້ອມ ແລະ GEDSI) ຢູ່ ສວນຮຽນຮູ້ບ້ານເຮົາ, ເມືອງສັງທອງ, ນະຄອນຫຼວງວຽງຈັນ.
2️⃣ ການໃຫ້ຄຳປຶກສາ ແລະ ລົງມືເຮັດ (ຕຸລາ - ທັນວາ 2026): ລົງມືຈັດຕັ້ງປະຕິບັດຕົວຈິງຢູ່ພື້ນທີ່ຂອງຕົນເອງ.
3️⃣ ສະຫຼຸບຖອດຖອນບົດຮຽນ (ທັນວາ 2026): ກອງປະຊຸມອອນໄລນ໌ (Online) ເພື່ອຮວບຮວມຜົນງານ, ແລກປ່ຽນຂໍ້ດີ-ຂໍ້ຄົງຄ້າງ.

🎯 ເງື່ອນໄຂຜູ້ສະໝັກ:
• ໄວໜຸ່ມ ອາຍຸ 22-30 ປີ ທີ່ກຳລັງຮຽນຢູ່ ປີ 4, ຈົບໃໝ່, ເລີ່ມເຮັດວຽກ ທີ່ ອາໄສຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.
• ມີຄວາມສົນໃຈ ແລະ ໃສ່ໃຈດ້ານສິ່ງແວດລ້ອມ, ການຈັດການສິ່ງເສດເຫຼືອ ແລະ ສະພາບດິນຟ້າອາກາດ.
• ມີຄວາມພ້ອມທີ່ຈະຮຽນຮູ້, ລົງມືປະຕິບັດ ແລະ ເປັນແຮງບັນດານໃຈໃຫ້ຄົນໃນສັງຄົມ.
✨ ຖ້າເປັນຊົນເຜົ່າຈະໄດ້ຮັບການພິຈາລະນາເປັນພິເສດ!

📲 ສະໝັກເລີຍ!
• ສະແກນ QR Code ໃນຮູບ ຫຼື ຕື່ມແບບຟອມໄດ້ທີ່ລິ້ງ: https://ee.kobotoolbox.org/x/e6veICe1
• 🗓️ ປິດຮັບສະໝັກ: 15 ກັນຍາ 2026
• 📞 ສອບຖາມຂໍ້ມູນເພີ່ມເຕີມ: 020 916 222 49 (ປຸຍ)

✨ ໂຄງການ PROJECT BRIDGE ຈັດຕັ້ງປະຕິບັດໂດຍ RDA ຮ່ວມກັບ Sisterhood-ເອື້ອຍນ້ອງຮ່ວມພັດທະນາ ແລະ Swisscontact Lao PDR

ℹ️ ໂຄງການ ສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງ ໃນ ສປປ ລາວ (SCP Lao Project) ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ (European Union) ຮ່ວມກັບ ອົງການເພື່ອການພັດທະນາ ແລະ ການຮ່ວມມື ປະເທດສະວິດເຊີແລນ (SDC).
European Union in Laos | Swiss Cooperation Mekong | Swisscontact Lao PDR

Queued records, except those marked as draft , are uploaded automatically, in the background, every 5 minutes when the web page is open and an Internet connection is available.

ພະນັກງານຮຽນຮູ້ວຽກງານສື່ໄລຍະເວລາວຽກ:  2 ປີ (01 ກັນຍາ 2026 ຫາວັນທີ 31 ທັນວາ 2028)ລາຍລະອຽດໜ້າວຽກ: https://rdalaos.org/procu...
20/08/2026

ພະນັກງານຮຽນຮູ້ວຽກງານສື່
ໄລຍະເວລາວຽກ: 2 ປີ (01 ກັນຍາ 2026 ຫາວັນທີ 31 ທັນວາ 2028)
ລາຍລະອຽດໜ້າວຽກ: https://rdalaos.org/procurement-trainee/
ສົ່ງ CV ເພື່ອສະໝັກວຽກທີ່: [email protected]
ຫຼື ສະໝັກອອນລາຍໄດ້ທີ່ລິ້ງນີ້: https://forms.gle/oJxhDLdkyJnToA4g6
__________________________
ປິດຮັບສະໝັກວັນທີ 27 ສິງຫາ (8) 2026
ສອບຖາມຂໍ້ມູນເພີ່ມຕື່ມ: 020 020 523 488 98, 020 943 107 25

18/08/2026
🗑️🧹 ການຈັດການຂີ້ເຫຍື້ອໃນຫ້ອງການ ບໍ່ຄວນແມ່ນໜ້າທີ່ຂອງແມ່ບ້ານຝ່າຍດຽວ! 🏢👥 ຫຼາຍຄັ້ງທີ່ເຮົາອາດຈະເຄີຍຊິນກັບຄວາມຄິດທີ່ວ່າ "ຖິ້ມໆ...
03/08/2026

🗑️🧹 ການຈັດການຂີ້ເຫຍື້ອໃນຫ້ອງການ ບໍ່ຄວນແມ່ນໜ້າທີ່ຂອງແມ່ບ້ານຝ່າຍດຽວ! 🏢👥

ຫຼາຍຄັ້ງທີ່ເຮົາອາດຈະເຄີຍຊິນກັບຄວາມຄິດທີ່ວ່າ "ຖິ້ມໆໄປໂລດ, ດ໋ຽວແມ່ບ້ານເພີ່ນກໍມາມ້ຽນເອງ". ແຕ່ຄວາມຈິງແລ້ວ, ການສ້າງສະພາບແວດລ້ອມທີ່ດີໃນບ່ອນເຮັດວຽກ ຕ້ອງເລີ່ມຕົ້ນທີ່ "ໂຕເຮົາເອງ" ເພາະຂີ້ເຫຍື້ອເປັນສີ່ງທີ່ຄົນເຮົາສ້າງຂື້ນທຸກມື້ ດັ່ງນັ້ນພວກເຮົາຈຶ່ງເລັງເຫັນ ແລະ ໃຫ້ຄວາມສຳຄັນກັບການແຍກຂີ້ເຫຍື້ອໃຫ້ເປັນລະບົບໃນຫ້ອງການ. ມາຊ່ວຍກັນຫຼຸດຜ່ອນພາລະໃຫ້ແມ່ບ້ານ ແລະ ປ່ຽນຫ້ອງການເຮົາໃຫ້ເປັນ Green Office ດ້ວຍຫຼັກການ 5Rs ງ່າຍໆ ທີ່ພະນັກງານທຸກຄົນສາມາດເຮັດໄດ້ທຸກມື້:

🛑 ❌1. Refuse (ປະຕິເສດຕັ້ງແຕ່ຕົ້ນທາງ):
ເວລາສັ່ງເຄື່ອງດື່ມ ຫຼື ອາຫານມາທີ່ຫ້ອງການ, ພວກເຮົາຈະພະຍາຍາມປະຕິເສດການຮັບຖົງຢາງ ແລະ ຫຼອດດູດພາດສະຕິກຫາກບໍ່ຈຳເປັນ ເພາະທຸກຄົນມີຈອກນ້ຳສ່ວນຕົວຢູ່ແລ້ວ. ການປະຕິເສດຕັ້ງແຕ່ຕົ້ນທາງ (Pre-consumer action) ຖືເປັນມາດຕະການສຳຄັນທີ່ຊ່ວຍຕັດວົງຈອນການສ້າງຂີ້ເຫຍື້ອພາດສະຕິກແບບໃຊ້ຄັ້ງດຽວຖິ້ມໄດ້ຢ່າງມີປະສິດທິພາບ ໂດຍທີ່ເຮົາບໍ່ຈຳເປັນຕ້ອງຫາວິທີກຳຈັດມັນຕາມຫຼັງ

📉 2. Reduce (ຫຼຸດຜ່ອນການສ້າງຂີ້ເຫຍື້ອ):
ການຈັດການເອກະສານພາຍໃນຫ້ອງການໄດ້ປ່ຽນມາສູ່ລະບົບດິຈິຕອນຢ່າງເຕັມຮູບແບບ ໂດຍການສົ່ງຕໍ່ໄຟລ໌ຜ່ານຊ່ອງທາງອອນໄລນ໌ແທນການພິມເປັນເຈ້ຍ (ຍົກເວັ້ນກໍລະນີຈຳເປັນແທ້ໆ) ເພື່ອຊ່ວຍຫຼຸດຜ່ອນຂີ້ເຫຍື້ອເຈ້ຍ ແລະ ປະຢັດຄ່າໃຊ້ຈ່າຍ. ພ້ອມດຽວກັນນີ້, ພະນັກງານທຸກຄົນຍັງໄດ້ຮ່ວມມືກັນປັບປ່ຽນພຶດຕິກຳເພື່ອຫຼຸດຜ່ອນການໃຊ້ພາດສະຕິກແບບໃຊ້ຄັ້ງດຽວຖິ້ມ ຜ່ານການຫຼີກລ້ຽງຖົງຢາງ, ນຳໃຊ້ກ່ອງອາຫານສ່ວນຕົວເພື່ອໃສ່ອາຫານມາກິນທີ່ຫ້ອງການ, ລວມທັງການພົກຖົງຜ້າ ແລະ ໃຊ້ຈອກສ່ວນຕົວໃນຊີວິດປະຈຳວັນ ເພື່ອຕັດຕອນ ແລະ ຫຼຸດຜ່ອນປະລິມານຂີ້ເຫຍື້ອຕັ້ງແຕ່ຕົ້ນທາງຢ່າງແທ້ຈິງ.

♻️ 3. Reuse (ນຳກັບມາໃຊ້ຊ້ຳ):
ຫ້ອງການຂອງພວກເຮົາໄດ້ສົ່ງເສີມການນຳວັດສະດຸ ແລະ ເຄື່ອງໃຊ້ຕ່າງໆ ກັບມາໃຊ້ຊ້ຳໃຫ້ເກີດປະໂຫຍດສູງສຸດ ເຊັ່ນ: ການນຳກ່ອງເຈ້ຍ, ຊອງເອກະສານ, ຫຼື ເຈ້ຍທີ່ໃຊ້ແລ້ວແຕ່ຍັງເຫຼືອພື້ນທີ່ວ່າງອີກດ້ານໜຶ່ງ ມາໃຊ້ຈົດບັນທຶກ ຫຼື ພິມຊ້ຳ. ນອກຈາກນີ້, ພະນັກງານຍັງໄດ້ນຳພາຊະນະ ແລະ ກ່ອງອາຫານສ່ວນຕົວມາໃຊ້ຊ້ຳໃນທຸກໆມື້, ແຕ່ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໄດ້ຮັບຖົງຢາງ ທາງຫ້ອງການກໍຈະນຳຖົງດັ່ງກ່າວມາລ້າງເຮັດຄວາມສະອາດ ແລະ ເກັບຮັກສາໄວ້ໃຊ້ຊ້ຳຢ່າງຕໍ່ເນື່ອງຈົນກວ່າຈະໝົດສະພາບ ເພື່ອຍືດອາຍຸການໃຊ້ງານຂອງຊັບພະຍາກອນ ແລະ ຮ່ວມມືກັນຫຼຸດຜ່ອນປະລິມານຂີ້ເຫຍື້ອໃຫ້ໄດ້ຫຼາຍທີ່ສຸດ.

🔄 4. Recycle (ການນຳໄປຣີໄຊເຄິນ / ຜ່ານຂະບວນການຜະລິດໃໝ່):
ທາງຫ້ອງການໄດ້ຈັດຕຽມຖັງຂີ້ເຫຍື້ອແຍກປະເພດຢ່າງຊັດເຈນ ເຊັ່ນ: ສຳລັບເຈ້ຍລັງ, ເຈ້ຍເອກະສານ, ຕຸກນ້ຳດື່ມ, ຝາຕຸກນ້ຳ ແລະ ກະປ໋ອງຕ່າງໆ. ການຊ່ວຍກັນແຍກຂີ້ເຫຍື້ອເຫຼົ່ານີ້ໄວ້ຢ່າງເປັນລະບຽບ ບໍ່ພຽງແຕ່ຊ່ວຍອຳນວຍຄວາມສະດວກໃນການເກັບລວບລວມເພື່ອເອົາໄປຂາຍຕໍ່ສ້າງເປັນລາຍຮັບເຂົ້າ "ກອງກາງຂອງຫ້ອງການ" ແລະ ສົ່ງຕໍ່ເຂົ້າສູ່ໂຮງງານຣີໄຊເຄິນເພື່ອແປ່ຮູບເປັນວັດຖຸດິບ ຫຼືຜະລິດຕະພັນໃໝ່ເທົ່ານັ້ນ, ແຕ່ຍັງເປັນການຊ່ວຍຫຼຸດຜ່ອນປະລິມານຂີ້ເຫຍື້ອທີ່ຈະຕ້ອງນຳໄປເຜົາ ຫຼື ຝັງດິນຢ່າງມີປະສິດທິພາບອີກດ້ວຍ.

🍂 5. Rot (ການໝັກເສດອາຫານ):
ເພື່ອຫຼຸດຜ່ອນຂີ້ເຫຍື້ອປະເພດເສດອາຫານພາຍໃນຫ້ອງການ, ພວກເຮົາໄດ້ມີການລ້ຽງຂີ້ກະເດືອນ. ໂດຍຫຼັງຈາກຮັບປະທານອາຫານທ່ຽງ ຫຼື ອາຫານວ່າງແລ້ວ, ທຸກຄົນຈະຊ່ວຍກັນແຍກເສດອາຫານໄວ້ຢ່າງເປັນລະບຽບ ເພື່ອນຳໄປເປັນອາຫານໃຫ້ແກ່ຂີ້ກະເດືອນ. ວິທີການນີ້ ບໍ່ພຽງແຕ່ຊ່ວຍກຳຈັດເສດອາຫານໄດ້ຢ່າງໝົດຈົດໂດຍບໍ່ສົ່ງກິ່ນເໝັນລົບກວນເທົ່ານັ້ນ, ແຕ່ຍັງສາມາດປ່ຽນເສດອາຫານໃຫ້ກາຍເປັນປຸ໋ຍອິນຊີທີ່ມີຄຸນນະພາບສູງ ສຳລັບນຳໄປໃຊ້ບຳລຸງຕົ້ນໄມ້ໄດ້ອີກດ້ວຍ.

✨ ສິ່ງເຫຼົ່ານີ້ອາດຈະເບິ່ງຄືເປັນເລື່ອງນ້ອຍໆ, ແຕ່ເມື່ອທຸກຄົນຊ່ວຍກັນຄົນລະເລັກຄົນລະນ້ອຍ ມັນກໍສາມາດປ່ຽນແປງຫ້ອງການຂອງພວກເຮົາໃຫ້ກາຍເປັນສະຖານທີ່ທີ່ໜ້າເຮັດວຽກ ແລະ ເປັນມິດຕໍ່ສິ່ງແວດລ້ອມໄດ້ຢ່າງແທ້ຈິງ.

ນີ້ເປັນພຽງບາງສ່ວນທີ່ພວກເຮົາຍົກຂື້ນມາໃຫ້ທ່ານໄດ້ເຫັນ ຖ້າຫ້ອງການໃດກຳລັງຊອກຫາວິທີຈັດການຂີ້ເຫຍື້ອຢູ່, ລອງນຳເອົາວິທີເຫຼົ່ານີ້ໄປປັບໃຊ້ໄດ້ເດີ້. ມາຊ່ວຍກັນຫຼຸດຜ່ອນການສ້າງຂີ້ເຫຍື້ອ ແລະ ສ້າງ "Green Office" ໄປພ້ອມໆກັນ! 🌍
----------------------------------------------------------------------------------------------------------------------------------------------------

#ສູນພັດທະນາຊົນນະບົດ #ການຈັດການຂີ້ເຫຍື້ອ

ເພາະແມ່ຍິງຄື "ໜຶ່ງໃນຫົວໃຈ" ຂອງການພັດທະນາ – ສຸກສັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ! ເນື່ອງໃນວັນສ້າງຕັ້ງສະຫະພັນແມ່...
20/07/2026

ເພາະແມ່ຍິງຄື "ໜຶ່ງໃນຫົວໃຈ" ຂອງການພັດທະນາ – ສຸກສັນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ!

ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດນີ້, ພວກເຮົາທີມງານ RDA ຂໍສົ່ງຄວາມຮັກ ແລະ ຄວາມເຄົາລົບໄປຫາແມ່ຍິງລາວທຸກຄົນ ບໍ່ວ່າຈະຢູ່ບ່ອນໃດກໍຕາມ. ສຳລັບພວກເຮົາ, ແມ່ຍິງບໍ່ແມ່ນພຽງແຕ່ແມ່ບ້ານ ຫຼື ຄົນໃນຄອບຄົວ ແຕ່ພວກເຂົາຄື "ຮາກຖານ" ທີ່ແຂງແກ່ນທີ່ສຸດໃນການພັດທະນາໃຫ້ດີຂຶ້ນ.

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຢ່າງສຸດໃຈ ✨
--------------------------------------------------------------------------
#ສູນພັດທະນາຊົນນະບົດ #ວັນສ້າງຕັ້ງສະຫະພັນແມ່ຍິງລາວ #ພັດທະນາຊຸມຊົນ

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:15

Telephone

+85621315457

Alerts

Be the first to know and let us send you an email when Rural Development Agency RDA. posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to Rural Development Agency RDA.:

Shortcuts

Share

Nearby government services