European Union in Laos

Call Directions Website Contact the organization

European Union in Laos The European Union is a partnership of 27 European countries and a friend of the Lao PDR Government.

The Delegation's mandate is the promotion of partnership between Laos and the EU covering all aspect of modern diplomacy, including Political dialogue, Development cooperation, Trade, Environment, regional and multilateral issues. The EU with its MS is one of the largest development partners in Laos in terms of ODA and humanitarian aid.

🌱 ຮັບສະຫມັກ Lead Volunteers 50 ຄົນ!ມາຮ່ວມເປັນຜູ້ນຳພາອາສາສະໝັກໃນໂຄງການ Clean-Up For Environmental Health 2026: Gen Green:...
02/11/2026

🌱 ຮັບສະຫມັກ Lead Volunteers 50 ຄົນ!

ມາຮ່ວມເປັນຜູ້ນຳພາອາສາສະໝັກໃນໂຄງການ Clean-Up For Environmental Health 2026: Gen Green: Festival Fun, Zero Waste! ຊ່ວຍກັນສ້າງງານບຸນປະເພນີໃຫ້ສະອາດ ປອດໄພ ແລະ ປາສະຈາກຂີ້ເຫຍື້ອ.

✨ ສິ່ງທີ່ຈະໄດ້ຮັບ:
• ສ້າງຜົນກະທົບທາງບວກ
• ພົບພໍ້ໝູ່ເພື່ອນໃໝ່
• ຮັບປະສົບການຕົວຈິງ
• ໄດ້ຮັບໃບຢັ້ງຢືນ

📌 ຜູ້ສະໝັກຕ້ອງມີອາຍຸ 15 ປີຂຶ້ນໄປ, ມີໃຈຮັກສິ່ງແວດລ້ອມ ແລະ ຄວາມເປັນຜູ້ນຳ.

📲 ສະແກນ QR Code ໃນຮູບເພື່ອສະໝັກດ່ວນ! https://forms.gle/c4kHNq4iQNzth4j38

------

🌱 Calling for 50 Lead Volunteers!

Join us as a lead volunteer for the Clean-Up For Environmental Health 2026: Gen Green: Festival Fun, Zero Waste project! Let's work together for clean, zero-waste traditional festivals.

✨ What you will get:
• Make a positive impact
• Meet new friends
• Gain experience
• Receive a certificate

📌 Requirements: Aged 15+, passionate about the environment, and leadership skills.

📲 Scan the QR Code on the poster to apply now!
https://forms.gle/c4kHNq4iQNzth4j38

✨ ມາທຳຄວາມຮູ້ຈັກກັບ ສົມສີ ທີ່ເຕີບໃຫຍ່ມາໃນຄອບຄົວທີ່ມີລາຍຮັບຫນ້ອຍ, ຈົນເຮັດໃຫ້ລາວບໍ່ສາມາດຮຽນຕໍ່ໄດ້ຫລັງຈາກຊັ້ນມັດທະຍົມຕົ້ນ. ...
02/11/2026

✨ ມາທຳຄວາມຮູ້ຈັກກັບ ສົມສີ ທີ່ເຕີບໃຫຍ່ມາໃນຄອບຄົວທີ່ມີລາຍຮັບຫນ້ອຍ, ຈົນເຮັດໃຫ້ລາວບໍ່ສາມາດຮຽນຕໍ່ໄດ້ຫລັງຈາກຊັ້ນມັດທະຍົມຕົ້ນ. ແຕ່ຜ່ານການຝຶກວິຊາຊີບດ້ານການປຸງແຕ່ງອາຫານ ທີ່ ອົງການເພື່ອນມິດ ພາຍໃຕ້ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ ຢູ່ແຂວງ ຫລວງພະບາງ, ທີ່ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບ ເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ສົມສີ ໄດ້ຮຽນຮູ້ທັກສະໃໝ່ໆ, ເພີ່ມຄວາມໝັ້ນໃຈ ແລະ ໄດ້ຮັບໂອກາດໃໝ່ໆ ເພື່ອອະນາຄົດຂອງລາວ.

ປັດຈຸບັນ, ສົມສີ ກຳລັງເດີນຕາມຄວາມຝັນຂອງລາວໃນການສ້າງອາຊີບ ໃນຂົງເຂດການບໍລິການ ແລະ ອາຫານ. ໃນຂະນະດຽວກັນ, ລາວກໍຫວັງວ່າ ລາວຈະສາມາດກັບຄືນໄປບ້ານເກີດ ເພື່ອເປີດຮ້ານອາຫານນ້ອຍໆຂອງລາວ ເພື່ອທີ່ຈະໄດ້ຢູ່ໃກ້ຄອບຄົວ ພ້ອມທັງເປັນການສະໜັບສະໜູນຄອບຄົວຂອງລາວ.

-----

✨ Meet Somsy. Growing up in a low-income family, Somsy was unable to continue her education after graduating from secondary school. Through vocational cooking training provided by Friends-International under our Prevention of Child Labour Project in Luang Prabang, funded by the 🇪🇺European Union and implemented by Save the Children International in Laos 🇱🇦, she gained practical skills, confidence, and new opportunities for her future.

Today, Somsy is pursuing her dream of building a career in the hospitality and food service sector. At the same time, she hopes one day to return to her hometown and open her own small food business, allowing her to support her family while staying close to her parents.

Meet Somsy. Growing up in a low-income family, Somsy was unable to ...

ທ່ານຮູ້ບໍ່ວ່າ?🥽 61% ຂອງແຮງງານນອກລະບົບໃນລາວ ບໍ່ເຄີຍໄດ້ຮັບການຝຶກອົບຮົມດ້ານຄວາມປອດໄພ ແລະ ສຸຂະອະນາໄມແຮງງານມາກ່ອນ.🤝 ມີພຽງ 12%...
31/10/2026

ທ່ານຮູ້ບໍ່ວ່າ?

🥽 61% ຂອງແຮງງານນອກລະບົບໃນລາວ ບໍ່ເຄີຍໄດ້ຮັບການຝຶກອົບຮົມດ້ານຄວາມປອດໄພ ແລະ ສຸຂະອະນາໄມແຮງງານມາກ່ອນ.
🤝 ມີພຽງ 12% ຂອງຊາວກະສິກອນລາວ ທີ່ເຈລະຈາຕໍ່ລອງລາຄາແບບລວມໝູ່.
🛡️ 63% ຍັງບໍ່ທັນຮັບຮູ້ ຫຼື ເຂົ້າໃຈກ່ຽວກັບລະບົບປະກັນສັງຄົມ.

ນີ້ແມ່ນສ່ວນໜຶ່ງຂອງຜົນການສຶກສາຂໍ້ມູນພື້ນຖານຂອງໂຄງການ SOLAR II ທີ່ໄດ້ຮັບການຢັ້ງຢືນ ແລະ ຮັບຮອງຮ່ວມກັນ ຢູ່ແຂວງ ວັງວຽງ ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກ 7 ແຂວງເປົ້າໝາຍ.

ສູນກາງສະຫະພັນກຳມະບານລາວ, ອົງການປະກັນສັງຄົມແຫ່ງຊາດ, ກະຊວງການຕ່າງປະເທດ, ສະຫະພາບ ເອີຣົບ, ອົງການແຮງງານສາກົນ, ອົງການ Oxfam ແລະ ບັນດາອົງການຈັດຕັ້ງທາງສັງຄົມ (CSOs) ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເປັນເວລາ 2 ວັນ ເຊິ່ງຍັງໄດ້ປຶກສາຫາລືກ່ຽວກັບຮ່າງບົດບັນທຶກຄວາມເຂົ້າໃຈ ຂອງ Oxfam ອີກດ້ວຍ.

ຕອນນີ້, ພວກເຮົາພ້ອມກັນປ່ຽນຫຼັກຖານ ແລະ ຂໍ້ມູນເຫຼົ່ານີ້ ໃຫ້ກາຍເປັນການກະທຳຕົວຈິງ ເພື່ອສິດທິແຮງງານ, ການປົກປ້ອງທາງສັງຄົມ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ!

------

Did you know?

🥽61% of Lao informal workers have never received occupational safety training.
🤝 Only 12% of Lao farmers negotiate prices collectively.
🛡️ 63% are unaware of the social security scheme.

These are some of the findings from the 🇪🇺 SOLAR II baseline study, validated in Vang Vieng by more than 100 participants from our 7 target provinces.

LFTU, LSSO, MoFA, EU, ILO, Oxfam and CSOs participated in this 2-day workshop that also discussed Oxfam draft MoU.

Now, let’s turn evidence into action for better workers’ rights, social protection and livelihoods!

ຈາກແນວຄິດໃນທ້ອງຖິ່ນ ສູ່ທາງອອກ ເພື່ອເສດຖະກິດສີຂຽວໃນລາວທີ່ສາມາດນໍາໃຊ້ໄດ້ຈິງສຳລັບຜູ້ມີແນວຄິດລິເລີ່ມໃນທ້ອງຖິ່ນ, ແນວຄິດສ້າງສັ...
30/10/2026

ຈາກແນວຄິດໃນທ້ອງຖິ່ນ ສູ່ທາງອອກ ເພື່ອເສດຖະກິດສີຂຽວໃນລາວທີ່ສາມາດນໍາໃຊ້ໄດ້ຈິງ
ສຳລັບຜູ້ມີແນວຄິດລິເລີ່ມໃນທ້ອງຖິ່ນ, ແນວຄິດສ້າງສັນເປັນພຽງແຕ່ຈຸດເລີ່ມຕົ້ນ. ແຕ່ການພັດທະນາຜະລິດຕະພັນ ຫຼື ການແກ້ໄຂບັນຫາທີ່ສາມາດນຳໃຊ້ໄດ້ແທ້ ພ້ອມທັງຊອກຫາຕະຫຼາດທີ່ເໝາະສົມ ຈະຊ່ວຍປ່ຽນແນວຄິດນັ້ນໃຫ້ກາຍເປັນໂອກາດທາງທຸລະກິດຕົວຈິງໄດ້.

ມີ 14 ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ການແຂ່ງຂັນນະວັດຕະກໍາ ຕ່ອງໂສ້ມູນຄ່າຈາກປ່າໄມ້ ປະຈໍາປີ 2025-2026 ທີ່ໄດ້ຈັດສະແດງຜະລິດຕະພັນ, ຕົ້ນແບບ ແລະ ວິທີແກ້ໄຂບັນຫາ ທີ່ເຂົາເຈົ້າໄດ້ພັດທະນາຂຶ້ນມາ. ໂດຍການແຂ່ງຂັນດັ່ງກ່າວ ມີຜູ້ສະໝັກເຂົ້າຮ່ວມຫຼາຍກວ່າ 50 ທີມ, ໂດຍມີ 21 ທີມທີ່ຜ່ານເຂົ້າສູ່ຮອບສຸດທ້າຍ ກ່ອນທີ່ຈະມີການຄັດເລືອກເອົາ 14 ໂຄງການ ເພື່ອຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດຕົວຈິງ.

ສະຫະພາບ ເອີຣົບ ແລະ ເຢຍລະມັນ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນ ລັດຖະບານ ລາວ ໃນການຊຸກຍູ້ເສດຖະກິດສີຂຽວ. ກິດຈະກໍາຄັ້ງນີ້ ໄດ້ຈັດຕັ້ງປະຕິບັດໂດຍ ອົງການ GIZ ຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB), ໂດຍການຮ່ວມມືຢ່າງໃກ້ຊິດກັບ ກົມປ່າໄມ້ ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ພິທີປິດໂຄງການໃນຄັ້ງນີ້ ຍັງໄດ້ເຊື່ອມໂຍງບັນດາຜູ້ມີແນວຄິດລິເລີ່ມເຂົ້າກັບຜູ້ຊື້ ແລະ ບັນດາຫົວໜ່ວຍທຸລະກິດທີ່ມີຄວາມສົນໃຈໃນຜະລິດຕະພັນ ເພື່ອຄົ້ນຫາໂອກາດທາງດ້ານການຕະຫຼາດ ແລະ ສ້າງພັນທະມິດທາງທຸລະກິດໃນອະນາຄົດ. ການເຊື່ອມໂຍງເຫຼົ່ານີ້ ຈະຊ່ວຍໃຫ້ວິສາຫະກິດທ້ອງຖິ່ນສາມາດເພີ່ມພູນມູນຄ່າໃຫ້ກັບຊັບພະຍາກອນປ່າໄມ້, ຂະຫຍາຍເຂົ້າສູ່ຕະຫຼາດໃໝ່ ແລະ ສ້າງໂອກາດທາງເສດຖະກິດ, ພ້ອມທັງຍັງສົ່ງເສີມການນຳໃຊ້ປ່າໄມ້ຢ່າງຍືນຍົງ.
ການສະໜັບສະໜູນນະວັດຕະກໍາທ້ອງຖິ່ນ ບໍ່ພຽງແຕ່ແມ່ນການລົງທຶນໃນແນວຄິດໃໝ່ໆເທົ່ານັ້ນ, ແຕ່ຍັງແມ່ນການລົງທຶນໃສ່ບຸກຄະລາກອນ ແລະ ທຸລະກິດທີ່ຈະຊ່ວຍສ້າງເສດຖະກິດສີຂຽວ ແລະ ກວມລວມເອົາທຸກພາກສ່ວນຢູ່ ສປປ ລາວ.

-----

For local innovators, an idea is only the beginning. Developing a product or practical solution and finding the right market can help turn that idea into a real business opportunity.

14 initiatives supported through the ProFEB Innovation Challenge 2025-2026 showcased the products, prototypes and practical solutions they developed. The Challenge received more than 50 applications, with 21 teams advancing to the final pitching stage before 14 initiatives were selected for support and implementation.

The European Union and Germany are proud to support the Government of Lao PDR in advancing a greener economy. Implemented by GIZ through the Protection and Sustainable Use of Forest Ecosystems and Biodiversity (ProFEB) project, the Challenge was carried out in close collaboration with the Department of Forestry and the Department of Micro, Small and Medium Enterprise Promotion.

The closing event also brought innovators together with potential buyers and businesses to explore market opportunities and future partnerships. These connections can help local enterprises add value to forest resources, reach new markets and create economic opportunities while encouraging the sustainable use of forests.

Supporting local innovation means investing not only in new ideas, but also in the people and businesses that can help build a greener and more inclusive economy in Laos.

Credit photos: GIZ Laos

⁉️ ການປົກປ້ອງສັງຄົມສາມາດຊ່ວຍໃຫ້ຜູ້ອອກແຮງງານ ແລະ ຊຸມຊົນ ພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ແນວໃດ?ເມື່ອເກີດສະພາບອາກາດທ...
29/10/2026

⁉️ ການປົກປ້ອງສັງຄົມສາມາດຊ່ວຍໃຫ້ຜູ້ອອກແຮງງານ ແລະ ຊຸມຊົນ ພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ແນວໃດ?

ເມື່ອເກີດສະພາບອາກາດທີ່ຮຸນແຮງຂຶ້ນ, ປະຊາຊົນຜູ້ອອກແຮງງານ, ຊາວກະສິກອນ ແລະ ຄອບຄົວໃນທ້ອງຖິ່ນແມ່ນກຸ່ມຄົນທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່. ດັ່ງນັ້ນ, ການສ້າງລະບົບການປົກປ້ອງສັງຄົມທີ່ເຂັ້ມແຂງ ຈຶ່ງເປັນຫົວໃຈສຳຄັນຂອງການສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດຢ່າງແທ້ຈິງ.

ໃນອາທິດນີ້ ຢູ່ທີ່ ນະຄອນຫຼວງວຽງຈັນ, ສະຫະພາບ ເອີຣົບ ໄດ້ຮ່ວມເປັນປະທານເວທີສຳມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ຄັ້ງທີ 3 ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ, ອົງການແຮງງານສາກົນ, ແລະ ອົງການ Oxfam ພາຍໃຕ້ໂຄງການ SOLAR II ຂອງພວກເຮົາ.

ພາຍໃນງານ ມີຜູ້ເຂົ້າຮ່ວມຫຼາຍກວ່າ 200 ທ່ານ ຈາກພາກສ່ວນລັດຖະບານ, 7 ແຂວງ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ໄດ້ມາເຕົ້າໂຮມກັນ ເພື່ອປ່ຽນການສົນທະນາຈາກນະໂຍບາຍໄປສູ່ການປະຕິບັດຕົວຈິງ. ຜ່ານການສົນທະນາແລກປ່ຽນແບບ ທີ່ມີຊີວິດຊີວາ, ການສະແດງລະຄອນເວທີຂອງຊາວໜຸ່ມ, ການນຳສະເໜີຄວາມຄິດປະດິດສ້າງໃໝ່, ແລະ ການປະກວດຖ່າຍພາບ, ກອງປະຊຸມສຳມະນາຄັ້ງນີ້ໄດ້ຍົກເອົາເລື່ອງລາວ ແລະ ສຽງຂອງຜູ້ຄົນມາເປັນໃຈກາງຂອງການແກ້ໄຂບັນຫາ.

ເພາະວ່າ ການແກ້ໄຂບັນຫາດິນຟ້າອາກາດທີ່ແທ້ຈິງ ແມ່ນເລີ່ມຕົ້ນຈາກປະຊາຊົນ!

-----

⁉️How can social protection help Lao workers and communities cope with climate change?

When extreme weather hits, it’s local workers, farmers, and families who feel the shock first. That’s why building strong social protection systems is at the heart of real climate resilience.

This week in Vientiane, the 🇪🇺 EU co-chaired the 3rd National Symposium on Social Protection alongside the Ministry of Labour and Social Welfare, the National University of 🇱🇦 Laos, ILO, and Oxfam under our SOLAR II project.

Over 200 participants from government, seven provinces, academia, and civil society came together to move the conversation from policy into action. Through dynamic panel discussions, youth drama, an innovation pitch, and a photo competition and the symposium put human stories at the centre of the solution.

Because true climate starts with people!

ເນື່ອງໃນໂອກາດການຄົບຮອບ 25 ປີ ເຮົາມາສົນທະນາກ່ຽວກັບນະໂຍບາຍຂອງສະຫະພາບ ເອີຣົບ ວ່າດ້ວຍການຍົກເວັ້ນພາສີນໍາເຂົ້າສິນຄ້າຈາກປະເທດດ້...
29/10/2026

ເນື່ອງໃນໂອກາດການຄົບຮອບ 25 ປີ ເຮົາມາສົນທະນາກ່ຽວກັບນະໂຍບາຍຂອງສະຫະພາບ ເອີຣົບ ວ່າດ້ວຍການຍົກເວັ້ນພາສີນໍາເຂົ້າສິນຄ້າຈາກປະເທດດ້ອຍພັດທະນາ ໂດຍກວມຜະລິດຕະພັນທຸກເພດ ຍົກເວັ້ນອາວຸດ! 🎂

ນະໂຍບາຍຂອງສະຫະພາບ ເອີຣົບ ວ່າດ້ວຍການຍົກເວັ້ນພາສີນໍາເຂົ້າສິນຄ້າຈາກປະເທດດ້ອຍພັດທະນາ ໂດຍກວມຜະລິດຕະພັນທຸກເພດ ຍົກເວັ້ນອາວຸດ ຫຼື Everything But Arms (EBA) ແມ່ນສ່ວນໜຶ່ງຂອງຄວາມສຳພັນທາງການຄ້າລະຫວ່າງ ສະຫະພາບ ເອີຣົບ ແລະ ບັນດາປະເທດທີ່ດ້ອຍພັດທະນາ ທີ່ສ້າງຕັ້ງຂຶ້ນແຕ່ປີ 2001.

ຜ່ານນະໂຍບາຍ EBA, ສະຫະພາບ ເອີຣົບ ໄດ້ໃຫ້ສິດທິພິເສດແກ່ບັນດາປະເທດທີ່ດ້ອຍພັດທະນາ ສາມາດສົ່ງສິນຄ້າທຸກປະເພດ ສູ່ຕະຫລາດຂອງ ສະຫະພາບ ເອີຣົບ ໂດຍການຍົກເວັ້ນພາສີ ແລະ ບໍ່ຈຳກັດຈຳນວນ, ຍົກເວັ້ນອາວຸດ ແລະ ກະສຸນ ເຊິ່ງຊ່ວຍໃຫ້ບັນດາປະເທດດ້ອຍພັດທະນາ ສາມາດຂະຫຍາຍການສົ່ງອອກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດຂອງຕົນ.

ປະເທດ ລາວ ໄດ້ຮັບຜົນປະໂຫຍດຈາກລະບົບການຄ້າພິເສດນີ້ມາເປັນເວລາ 25 ປີ ໂດຍນະໂຍບາຍ EBA ໄດ້ສະໜັບສະໜູນເສັ້ນທາງການພັດທະນາຂອງປະເທດ ຈົນນໍາໄປສູ່ການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ.

ໃນວັນທີ 4 ພະຈິກນີ້, ພວກເຮົາຈະຫວນຄືນເບິ່ງຜົນສຳເລັດຕະຫຼອດ 25 ປີທີ່ຜ່ານມາ ແລະ ທີ່ສຳຄັນໄປກວ່ານັ້ນກໍຄື ສິ່ງທີ່ຈະເກີດຂຶ້ນຕໍ່ໄປໃນອະນາຄົດ.

ການຄ້າ. ການລົງທຶນ. ການພັດທະນາແບບຍືນຍົງ. ການຮ່ວມມືທີ່ເຂັ້ມແຂງຍິ່ງຂຶ້ນ.

ເບິ່ງລາຍການງານ ແລະ ລາຍລະອຽດເພີ່ມຕື່ມໄດ້ທີ່: https://bit.ly/4zVf9H7

ທ່ານສາມາດເຂົ້າຮ່ວມກັບພວກເຮົາຜ່ານທາງອອນລາຍ ໂດຍການລົງທະບຽນໄດ້ທີ່ນີ້: 🔗 https://bit.ly/4A5EAWN

-----

25 years deserves a proper conversation 🎂

Everything But Arms (EBA) has been part of the EU's trade relationship with the world's least-developed countries since 2001.

Through EBA, the EU grants duty-free and quota-free access to its market for all products, except arms and am******on, helping least-development countries expand their exports and strengthen their economic development.

Laos has benefited from this special trade regime for 25 years, with EBA supporting its development journey towards graduation from Least Developed Country (LDC) status.

On 4 November, we're looking back at what those 25 years have delivered and, more importantly, what comes next.

Trade. Investment. Sustainable development. Stronger partnerships.

View the latest programme and practical information: https://bit.ly/4zVf9H7

Join us online by registering here: 🔗 https://bit.ly/4A5EAWN

ຈາກແນວຄິດໃນທ້ອງຖິ່ນ ສູ່ທາງອອກເສດຖະກິດສີຂຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ໃນ ສປປ ລາວ.ທີມເອີຣົບ ແມ່ນມີຄວາມກະຕືລືລົ້ນຫລາຍໃນການທີ່...
28/10/2026

ຈາກແນວຄິດໃນທ້ອງຖິ່ນ ສູ່ທາງອອກເສດຖະກິດສີຂຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ໃນ ສປປ ລາວ.

ທີມເອີຣົບ ແມ່ນມີຄວາມກະຕືລືລົ້ນຫລາຍໃນການທີ່ໄດ້ເຫັນຄວາມຄິດທີ່ສ້າງສັນ ໄດ້ຮັບການພັດທະນາໃຫ້ກາຍເປັນຜະລິດຕະພັນຕົວຈິງ ພາຍໃຕ້ການສະຫນັບສະຫນຸນຂອງ ໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ.

ນັບຕັ້ງແຕ່ການຟື້ນຟູພູມສັນຖານປ່າໄມ້ ທີ່ສ້າງລາຍຮັບໃຫ້ແກ່ຊຸມຊົນ ແລະ ການຮັກສາຄຸນນະພາບຂອງແຫຼ່ງນໍ້າ, ໄປສູ່ການພັດທະນາເຄື່ອງປ່າຂອງດົງແບບຍືນຍົງ, ຕັ້ງແຕ່ຜົນຜະລິດຕັ້ງຕົ້ນທີ່ຍັງບໍ່ຖືກແປຮູບ ໄປສູ່ຜະລິດຕະພັນອາຫານແຫ້ງແປຮູບທີ່ມີມູນຄ່າສູງ, ຕະຫຼອດຮອດການນໍາໃຊ້ສິ່ງເສດເຫຼືອໃນການຜະລິດເປັນພະລັງງານສະອາດ!

ຂໍສະແດງຄວາມຍິນດີມາຍັງບັນດານັກປະດິດຄົນລາວໃນຄັ້ງນີ້! ການລົງຢ້ຽມຢາມສະຖານທີ່ຕ່າງໆ ຢູ່ແຂວງ ຫຼວງພະບາງໃນຄັ້ງນີ້ ແມ່ນສ້າງແຮງບັນດານໃຈຫລາຍ!

——-

From Local Ideas to Practical Solutions for a Greener Economy in Laos.

Team Europe is keen to see innovative ideas transforming into concrete products, with the support of the Protection and Sustainable Use of Forest Ecosystems and Biodiversity (ProFEB) project.

From forest landscape restoration providing livelihood to communities and sustaining quality water supply, to sustainable development of non-timber forest products, from raw wet products to dry high-value processed food, from waste recovery to clean energy!

Congratulations to Lao innovators! We visited Porsa Art and Craft Center (developing handicraft & mulberry bark products), University of Souphanouvong (supporting Beeswax Wraps for Sustainable Food Packaging; Red mushroom herbal, and Honey value chain); Dara Wood Processing Company (turning waste to energy). The visit of the various facilities in Luang Prabang is inspiring!

ສະຫະພາບ ເອີຣົບ ມີຄວາມພາກພູມໃຈທີ່ໄດ້ຮ່ວມສະໜັບສະໜູນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຜ່ານແຜນງານ SWITCH-Asia ໃນການຂັບເຄື່ອນການສ້າ...
28/10/2026

ສະຫະພາບ ເອີຣົບ ມີຄວາມພາກພູມໃຈທີ່ໄດ້ຮ່ວມສະໜັບສະໜູນກະຊວງກະສິກຳ ແລະ ສິ່ງແວດລ້ອມ ຜ່ານແຜນງານ SWITCH-Asia ໃນການຂັບເຄື່ອນການສ້າງແຜນດຳເນີນງານດ້ານເສດຖະກິດໝູນວຽນຂອງ ສປປ ລາວ.

ບັນດາພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ, ບັນດາຫົວຫນ່ວຍທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ສະຖາບັນການສຶກສາ ໄດ້ມາຮ່ວມກັນປຶກສາຫາລືເພື່ອປັບປຸງແຜນດຳເນີນງານທີ່ກ່ຽວກັບພລາສຕິກ ແລະ ການບັນຈຸພັນ, ອຸປະກອນໄຟຟ້າ ແລະ ຂີ້ເຫຍື້ອອິເລັກໂຕຣນິກ, ກະສິກຳ-ອາຫານ ແລະ ການທ່ອງທ່ຽວ; ເພື່ອຊ່ວຍສ້າງອະນາຄົດທີ່ຂຽວສະອາດ, ມີຄວາມທົນທານ ແລະ ມີສ່ວນຮ່ວມຫຼາຍຂຶ້ນ ສຳລັບ ສປປ ລາວ.

———

The EU, through SWITCH-Asia, is proud to support the Ministry of Agriculture and Environment in advancing Lao PDR’s Circular Economy Action Plan.

The stakeholders from government, business, civil society and academia came together to refine action plans for plastics and packaging, electronics and e-waste, agri-food and tourism; helping build a greener, more resilient and inclusive future for Lao PDR.

🇪🇺🇨🇿 ຊົມເຊີຍວັນປະກາດເອກະລາດ ເຊັກ! 🎉 #ທ່ານຮູ້ບໍ່ວ່າ? ປະເທດ ເຊັກ ຖືກຈັດອັນດັບໃຫ້ເປັນປະເທດທີ່ມີຄວາມປອດໄພທີ່ສຸດອັນດັບ 6 ຂອງໂ...
28/10/2026

🇪🇺🇨🇿 ຊົມເຊີຍວັນປະກາດເອກະລາດ ເຊັກ! 🎉

#ທ່ານຮູ້ບໍ່ວ່າ? ປະເທດ ເຊັກ ຖືກຈັດອັນດັບໃຫ້ເປັນປະເທດທີ່ມີຄວາມປອດໄພທີ່ສຸດອັນດັບ 6 ຂອງໂລກສຳລັບນັກທ່ອງທ່ຽວ ເນື່ອງຈາກມີອັດຕາການກໍ່ອາດຊະຍາກຳທີ່ຕ່ຳ, ມີສະຖຽນລະພາບທາງດ້ານການເມືອງທີ່ເຂັ້ມແຂງ ແລະ ລະບົບສາທາລະນະສຸກທີ່ດີ. 🛡️

ປະເທດ ເຊັກ ໄດ້ເຂົ້າເປັນສະມາຊິກຂອງສະຫະພາບ ເອີຣົບ ເລີ່ມຕັ້ງແຕ່ວັນທີ 1 ພຶດສະພາ 2004.

ມື້ນີ້, ພວກເຮົາມາຮ່ວມກັນສະເຫຼີມສະຫຼອງໃຫ້ແກ່ຄວາມອຸດົມສົມບູນທາງປະຫວັດສາດຂອງປະເທດ, ວັດທະນະທຳ ແລະ ຈິດວິນຍານແຫ່ງການຕ້ອນຮັບອັນອົບອຸ່ນ! ✨

-----

🇪🇺🇨🇿 Happy Independence Day of Czechia! 🎉

? Czechia is ranked the 6th safest country in the world for travelers, thanks to its low crime rates, strong political stability, and excellent healthcare system. 🛡️

Czechia has been part of the EU family since 1 May 2004.

Today, we celebrate a country rich in history, culture, and welcoming spirit! ✨

🇪🇺🇦🇹 ຊົມເຊີຍວັນຊາດ ໂອຕຣິດ! 🎉 #ທ່ານຮູ້ບໍ່ວ່າ? ນ້ຳຕົກຕາດ Krimml ໃນປະເທດ ໂອຕຣິດ ທີ່ຕັ້ງຢູ່ໃນອຸທະຍານແຫ່ງຊາດ Hohe Tauern ແມ່ນ...
26/10/2026

🇪🇺🇦🇹 ຊົມເຊີຍວັນຊາດ ໂອຕຣິດ! 🎉

#ທ່ານຮູ້ບໍ່ວ່າ? ນ້ຳຕົກຕາດ Krimml ໃນປະເທດ ໂອຕຣິດ ທີ່ຕັ້ງຢູ່ໃນອຸທະຍານແຫ່ງຊາດ Hohe Tauern ແມ່ນນ້ຳຕົກຕາດທີ່ສູງທີ່ສຸດໃນທະວີບ ເອີຣົບ ໂດຍມີຄວາມສູງ 380 ແມັດ! ນ້ຳຕົກຕາດອັນສະຫງ່າງາມນີ້ ເປັນພຽງໜຶ່ງໃນຕົວຢ່າງຂອງຄວາມງາມທາງທຳມະຊາດທີ່ໜ້າຕື່ນຕາຕື່ນໃຈຂອງປະເທດ ໂອຕຣິດ.

ປະເທດ ໂອຕຣິດ ໄດ້ເຂົ້າເປັນສະມາຊິກຂອງສະຫະພາບ ເອີຣົບ ເລີ່ມຕັ້ງແຕ່ວັນທີ 1 ມັງກອນ 1995.

ພວກເຮົາຮ່ວມສະເຫຼີມສະຫຼອງໃຫ້ແກ່ ໂອຕຣິດ ປະເທດທີ່ຂຶ້ນຊື່ດ້ານປະຫວັດສາດທີ່ອຸດົມສົມບູນ, ຈິດວິນຍານແຫ່ງນະວັດຕະກຳ ແລະ ສະເໜ່ແຫ່ງເທືອກເຂົາ Alpine ທີ່ເປັນອໍາມະຕະ. ✨

-----

🇪🇺🇦🇹 Happy National Day of Austria! 🎉

? The Krimml Waterfalls in Austria, located in Hohe Tauern National Park, are the highest waterfalls in Europe, plunging an impressive 380 meters! These majestic falls are just one example of Austria’s breathtaking natural beauty.

Austria has been part of the EU family since 1 January 1995.

We celebrate Austria, a country renowned for its rich history, innovative spirit, and timeless Alpine charm. ✨

Address

Vientiane

Alerts

Be the first to know and let us send you an email when European Union in Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Organization

Send a message to European Union in Laos:

Shortcuts

Share