29/10/2026
#ຫ້າມພາດເດັດຂາດ! ຊົມຟຣີ 3 ວັນ ບໍ່ເສຍຄ່າເຂົ້າຊົມ ກັບການສະແດງກາຍຍະສິນລະດັບໂລກຈາກປະເທດ ລັດເຊຍ ທີ່ ໂຮງກາຍຍະສິນແຫ່ງຊາດ ນະຄອນຫຼວງວຽງຈັນ ໃນທ້າຍເດືອນພະຈິກ ລະຫວ່າງ ວັນທີ 26-28 ພະຈິກ 2026 ນີ້.
....
#ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຂໍເຊີນຊວນມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຊົມ "ງານສະແດງກາຍຍະສິນລັດເຊຍ" ສຸດຍອດສິລະປະການສະແດງລະດັບສາກົນ ທີ່ຈະມາສ້າງຄວາມຕື່ນຕາຕື່ນໃຈ, ຄວາມມ່ວນຊື່ນ ແລະ ຄວາມປະທັບໃຈໃຫ້ແກ່ທຸກທ່ານ.
#ໂອກາດພິເສດແບບນີ້ບໍ່ໄດ້ມີມາເລື້ອຍໆ! ຢ່າລືມແທັກຊວນໝູ່ເພື່ອນ, ຄອບຄົວ ແລະ ຄົນທີ່ທ່ານຮັກ ມາເປີດປະສົບການຄວາມມ່ວນຊື່ນ, ສຽງຫົວ ແລະ ຄວາມອັດສະຈັນໃຈນຳກັນ ໃນຄ່ຳຄືນແຫ່ງສິລະປະວັດທະນະທຳ ລາວ–ລັດເຊຍ.
#ກະຊວງວັດທະນະທຳແລະການທ່ອງທ່ຽວ #ກາຍຍະສິນລັດເຊຍ #ໂຮງກາຍຍະສິນແຫ່ງຊາດ #ຊົມຟຣີ #ນະຄອນຫຼວງວຽງຈັນ